ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ຮອງນາຍົກ ລັດຖະມົນຕີ ແນະນຳການກຽມຄວາມພ້ອມ ໃຫ້ບັນດາແຂວງ ທີ່ມີເສັ້ນທາງລົດໄ

໔ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ຮອງນາຍົກ ລັດຖະມົນຕີ ແນະນຳການກຽມຄວາມພ້ອມ ໃຫ້ບັນດາແຂວງ ທີ່ມີເສັ້ນທາງລົດໄຟຜ່ານ
12/03/2015 09:49
ສົ່ງເມວພິມເບິ່ງ 198


ຂປລ. ​ຄະນະ​ຮັບຜິດຊອບ​ໂຄງການ​ດັ່ງກ່າວ ​ກອງ​ປະຊຸມ​ແນະນຳ​ການກຽມຄວາມ​ພ້ອມ ສຳລັບ​ການຈັດຕັ້ງປະຕິ ບັດໂຄງການກໍ່ສ້າງທາງ​ລົດ​ໄຟ​ ລາວ-ຈີນ ໄດ້​ຈັດຂຶ້ນໃນ​ວັນ​ທີ 9 ມີນາ 2015 ທີ່​ພະ​ແນ​ກ​ໂຍທາ​ທິການ ​ແລະຂົນສົ່ງ (ຍທຂ) ​ແຂວງຫລວງພະ​ບາງ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກ ງານ​ເສດຖະກິດ​ການ​ຜະລິດ ​ແລະ ຈໍລະ​ຈອນ ທັງ​ເປັນ​ຫົວໜ້າຄະ​ນະ​ຊີ້ນຳໂຄງການ​ກໍ່ສ້າງທາງ​ລົດ​ໄຟ​ ລາວ-ຈີນ ເຊິ່ງມີ​ບັນດາລັດຖະມົນຕີ​ຊ່ວຍ​ວ່າການ, ບັນດາ​ຮອງ​ເຈົ້າ​ແຂວງ-ພະ​ແນ​ກ ຍທຂ ​ແຂວງ ທີ່​ມີ​ແລວ​ທາງ​ລົດ​ໄຟ​ຜ່ານ, ກົມ​ກອງ​ທີ່​ກ່ຽວຂ້ອງ ​ແລະຄະນະ​ວີ​ຊາ​ການ​ຮັບຜິດຊອບ ​ເຂົ້າຮ່ວມ.

​ໃນ​ກອງ​ປະຊຸມ, ທ່ານ ລັດຕະນະມະນີ ຄູນ​ນີວົງ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ ຍທຂ ທັງ​ເປັນ​ຫົວໜ້າຄະນະ​ປະສານ​ງານ​ໂຄງການ ໄດ້​ລາຍ​ງານ​ໃຫ້​ຊາບ​ເຖິງ​ຄວາມ​ຄືບໜ້າ ຂອງ​ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ​ເຊິ່ງ​​​ລັດຖະບານ​ລາວ​ ໄດ້ເລີ່​ມມີ​ການ​ພົບ​ປະ​ເຈລະຈາ​ ກັບ​ລັດຖະບານ​ຈີນ ມາ​ແຕ່​ເດືອນ​ເມສາ 2010 ແລະ​ ໄດ້​ຮັບ​ການ​ຕົກ​ລົງ​ເຫັນ​ດີ​ ຈາກ ​ພັກ-ລັດ​ ຂອງ​ສອງ​ປະ​ເທດ ເຊິ່ງ​ເຫັນ​ວ່າ ​ໂຄງການ​ນີ້ເປັນໂຄງການທີ່ມີຄວາມໝາຍຄວາມສຳຄັນ ທາງດ້ານປະຫວັດ ສາດຂອງຊາດລາວ, ເຮັດໃຫ້ປະເທດເຮົາ ຈາກປະເທດທີ່ບໍ່ມີຊາຍແດນຕິດທະເລ ແລະບໍ່ທັນມີເສັ້ນທາງລົດໄຟ ກາຍເປັນ ປະເທດທີ່ມີເສັ້ນທາງລົດໄຟທັນສະໄໝ ເຊິ່ງຈະຊ່ວຍຊຸກຍູ້ ໃຫ້ປະເທດເຮົາ ມີການເຊື່ອມໂຍງໄປຫາບັນດາປະເທດໃນພາກ ພື້ນ ແລະສາກົນ. ປະເທດຊາດ ແລະ ປະຊາຊົນລາວ ໄດ້ຮັບຜົນປະໂຫຍດອັນໃຫຍ່ຫລວງ ຈາກໂຄງການ ດັ່ງກ່າວ ເປັນຕົ້ນ ຊ່ວຍຊຸກຍູ້ການລົງທຶນ, ການທ່ອງທ່ຽວ, ການເດີນທາງທີ່ສະດວກສະບາຍຂຶ້ນ ໂດຍສະເພາະ ສາມາດຫລຸດຜ່ອນຕົ້ນທຶນ ຄ່າຂົນສົ່ງ ອັນເປັນປັດໄຈ ສຳຄັນໜຶ່ງ ໃນການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າພາຍໃນຂອງລາວ. ​​ໃນ​ໄລຍະ​ຜ່ານ​ມາ ໂຄງການ​ດັ່ງກ່າວ​ເກີດ​ຄວາມຊັກຊ້າ ຍ້ອນ​ເປັນ​ໂຄງການ​ໃຫຍ່ ​ແລະມີ​ມູນ​ຄ່າ​ສູງຫລາຍ ທັງ​ຍັງ​ຕ້ອງ​ມີການ​ສຶກສາຄົ້ນຄວ້າ, ສຳຫລວດ​ແລວ​ທາງ, ການ​ອອກ​ແບບ​​ ແລະ ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ. ປັດຈຸບັນ ໂຄງການ​ໄດ້​ສຳ​ເລັດ​ການ​ອອກ​ແບບ ​ແລະກຳນົດ​ແລວ​ທາງໂດຍພື້ນຖານແລ້ວ. ດັ່ງນັ້ນ, ​ໃນ​ກອງ​ປະຊຸມ​ເທື່ອ​ນີ້ ຈຶ່ງ​ໄດ້​ມີ​ການ​ທົບ​ທວນຄືນການ​ກະ ກຽມຄວາມ​ພ້ອມ​ໃນ​ໄລຍະ​ຜ່ານ​ມາ ທັງ​ວຽກງານ​ການ​ປັກຫລັກໝາຍ​ແລວ​ທາງ​ລົດ​ໄຟ ທີ່ຈະເຊື່ອມຕໍ່ເສັ້ນທາງລົດໄຟຄວາມໄວສູງ ຈາກ ສປ ຈີນ ເຂົ້າແຂວງຫລວງນ້ຳທາ ຜ່ານ​ແຂວງ​ອຸດົມ​ໄຊ, ແຂວງ​ວຽງຈັນ ​ແລະນະຄອນຫລວງວຽງຈັນ ລວມ ຄວາມ​ຍາວ 417 ກິ​ໂລ​ແມັດ ​ແລະຍັງ​ຈະ​ເຊື່ອມ​ຕໍ່​​ເຂົ້າໃສ່​ຈັງຫວັດໜອງຄາຍ ຣາຊະ​ອານາ​ຈັກ​ໄທ ຈົນ​ເຖິງ​ບາງ​ກອກ; ຄວາມ​ຄືບໜ້າການ​ສຶກສາຜົນ​ກະທົບ​ສິ່ງ​ແວດ​ລ້ອມ ແລະ ສັງຄົມ, ການ​ນຳ​ເຂົ້າວັດ​ຖຸ​ອຸປະກອນ, ການສະໜອງພະລັງງານ​ໄຟຟ້າ, ການ​ຝຶກ​ອົບຮົມ​ພະນັກງານ ແລະ ວຽກງານ​ອື່ນໆທີ່​ປິ່ນ​ອ້ອມ ​ເພື່ອ​ເປັນ​ການ​ຮອງ​ຮັບ ​ແລະສາມາດ​ຈັດຕັ້ງປະຕິບັດ​ໄດ້​ເລີຍ ​ໃນ​ເວລາ​ທີ່​ສອງ​ລັດຖະບານ ລາວ-ຈີນ ​ໄດ້​ຕົກລົງ​ກໍ່ສ້າງ​ໂຄງການ​ດັ່ງກ່າວ ​ຢ່າງ​ເປັນ​ທາງ​ການ.

ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ກໍໄດ້​ໃຫ້​ທິດ​ຊີ້ນຳ​ແກ່​ທີ່​ປະຊຸມ ​ເຊິ່ງທ່ານ​ໄດ້​ເນັ້ນ​ໃຫ້​ແຕ່ລະ​ແຂວງ ຮີບ​ດ່ວນ​ໃນ​ການ​ສຳຫລວດປັກຫລັກໝາຍ​ແລວ​ງທາງ​ລົດ​ໄຟ ​ໃຫ້​ສຳ​ເລັດ​ໂດຍ​ໄວ ​ເມື່ອ​ເລີ່​ມກໍ່ສ້າງ​ໂຄງການ ກໍສາມາດ​ຈັດຕັ້ງປະຕິບັດ​​ໄດ້​ເລີຍ, ພ້ອມ​ກັນນັ້ນ ກໍສຸມ​ໃສ່​ເຮັດ​ວຽກງານ​ການ​ເມືອງ​ແນວ​ຄິດ ​ເຮັດ​ໃຫ້​ບຸກຄົນ ​ແລະປະຊາຊົນ​ຈຳນວນໜຶ່ງ ທີ່​ຍັງ​ບໍ່ທັນ​ເຂົ້າ​ໃຈ ​ໃຫ້​ເຫັນ​ໄດ້​ຄວາມ​ສຳຄັນ​ຂອງ​ໂຄງການ​ດັ່ງກ່າວ ທີ່​ຈະ​ນຳ​ຜົນ​ປະ​ໂຫຍ​ດອັນ​ຫລວງຫລາຍ ມາສູ່​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ແລະປະ​ເທດ​ຊາດ, ມອບ​ໃຫ້​ບັນດາ​ກະຊວງ ​ແລະອົງການ​ທີ່​ກ່ຽວ ຂ້ອງ ສືບຕໍ່ຈັດຕັ້ງປະຕິບັດ​ບັນດາ​ວຽກງານ ​ທີ່​ໄດ້​ມີ​ການ​ກະກຽມຜ່ານມາໃຫ້​ສຳ​ເລັດ​ໂດຍ​ໄວ ​ໂດຍ​ສະ​ເພາະ ການສຶກສາຜົນ​ກະທົບ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະສັງຄົມ ​ອັນ​ເປັນວຽກງານໜຶ່ງທີ່​ສຳຄັນຫລາຍ ​ໃນ​ການຈັດຕັ້ງປະຕິບັດ​ໂຄງການ​ດັ່ງກ່າວ./.

ເນື້ອໃນ: ຂປລ
ສົ່ງເມວພິມເບິ່ງ 198


໑໗ ກະທູ້
໑໗໑ ໂພສ
ນັກການກະທູ້