ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ເປັນຫຍັງລົດຈັກ ຕ້ອງລົງຈູງ?

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໖ ກະທູ້
໓໒ ໂພສ
ຂາປະຈຳເວັບບອດ
ລົດຈັກມັນສຽງດັງໂດຍສະເພາະລົດTENA ທັງຫລາຍ,,,ອີກຢ່າງເພື່ອຄວາຍເປັນລະບຽບຮຽບຮອ້ຍ,,,,,


໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ເມັ້ນ ຢູ່ເທີງມັນກ່ຽວຫຍັງກັບຄວາຍວະ.....

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Fabregas ຂຽນວ່າ...
ເມັ້ນ ຢູ່ເທີງມັນກ່ຽວຫຍັງກັບຄວາຍວະ.....

ລາວຂຽນຜິດຕິບໍ່

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑ ກະທູ້
໖໘໘ ໂພສ
ຊຳນານການເວັບບອດ
ຈູງ

ໜ້າຕາບໍ່ສຳຄັນ ທີ່ສຳຄັນຄື ແຮງດັນແລະຈັ່ງຫວະ

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ເປັນການສະແດງເຖິງມາລະຍາດຂອງຜູ້ຂັບຂີ່ຕໍ່ສະຖານທີ່ ແລະ ຄົນຮັກສາຄວາມປອດໄພ
ລົດໃຫຍ່ທີ່ລົງຈູງບໍ່ໄດ້ເຂົາເຈົ້າກະຍັງຄ່ອຍໆຂີ່ເຂົ້າໄປ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂີ້ຄ້ານຈູງນະ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ຂີ້ຄ້ານຈູງນະ


ຂີ້ຄ້ານຈູງກາຂີ່ລົດໃຫຍ່ໄປ ຈື່ງບໍ່ໄດ້ຈູງ

★★★★★★★★

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈູງລົດຈັກ 1 ເປັນການໃຫ້ກຽດຄົນຍາມ (ມາລະຍາດ) 2 ໃຫ້ກຽດສະຖານທີ່ 3 ເພື່ອຄວາມເປັນລະບຽບແລະຄວາມປອດໄພ
ສຳລັບລົດໃຫຍ່ ແມ່ນຂີ່ຊ້າໆ ສະແດງການທັກທາຍ ຍິ້ມ ຍົກມືທັກທາຍ ກະສົມຄວນແລ້ວ ຄັນຊິລົງຊຸກກະຊິໂພດ (ມີບາງບ່ອນ ເພິ່ນຕ້ອງໄດ້ສະແດງໂຕກ່ອນໃດຈຶ່ງໄດ້ຜ່ານປະຕູ ຄັນຊັ້ນເພິ່ນບໍ່ໃຫ້ເຂົ້າເຂດ ໃຫ້ຈອດຢູ່ດ້ານນອກຕ່າງຫາກ)
ສຳລັບ ພວກທີ່ຂີ່ໄວໆໄປເລີຍຫັ້ນ (ບໍ່ວ່າລົດຈັກຫຼືລົດໃຫຍ່)ບອກໄດ້ເລີຍວ່າ "ບໍ່ມີມາລະຍາດ"

ຄິດດີ ເວົ້າດີ ເຮັດດີ

໒ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ patjoub2 ຂຽນວ່າ...
haha phai si pai joong lot yai dai


ກໍລອງຈູງເບິ່ງລະບໍ ອິອິອິອິ!!!!!!


FRIEND IN NEEDIN A FRIEND IN DEED
LOVE LITTLE BUT LOVE LONGER

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພື່ອຄວາມເປັນລະບຽບຮຽບຮ້ອຍ


໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ຂ້າພະເຈົ້າເຫັນວ່າ ລະບຽບດັ່ງກ່າວບໍສອດຄ່ອງ ດ້ວຍຫລາຍເຫດຜົນຄື:
1 ສົມມຸດເພື່ອຄວາມປອດໄພ. ທຸກຄົນທີ່ມາພົວພັນວຽກ ຕ້ອງຈອດລົດກ່ອນ ເຂົ້າໄປລາຍງານຕົວຕໍ່ເຈົ້າຫນ້າທີ່ເຝົ້າປະຕູ. ຈົົດຊື່ ຈົດທີ່ຢູ່ ເບີໂທ ແຈ້ງເຈດຕະນາ ມາພົວພັນວຽກກັບໃຜ ແລ້ວເຈົ້າຫນ້າທີ່ຈຶ່ງໄຂປະຕູ ຫລື ຍົກໄມ້ກັ້ນ ໃຫ້ລົດໃຫຍ່ ແລະ/ຫລື ລົດຈັກຜ່ານໄປໄດ້ ຖ້າເຂົ້າໄປແລ້ວ ກໍ່ບັນຫາ ທີ່ສ້າງຄວາມບໍ່ປອດໄພ ເຈົ້າຫນ້າທີ່ກໍ່ຈະມີຂໍ້ມູນຂອງພວກກ່ຽວໄວ້ແລ້ວ.
2 ສົມມຸດວ່າ ເພື່ອມາລະຍາດ. ລົດທຸກຄັນ ທີ່ຜ່ານປະຕູ ຕ້ອງຜ່ອນຄວາມໄວເວລາ ຈະເຂົ້າປະຕູ ລົດໃຫຍ່ຕ້ອງຫັນແວ່ນລົງ ລົດຈັກກໍ່ຜ່ອນຄວາມໄວກໍ່ໄດ້ແລ້ວ ເຈົ້າຫນ້າທີ່ກໍ່ທຳການບັນທຶກ ວ່າລົດຄັນໃດ ເລກທະບຽນໃດ ຜ່ານເຂົາອອກເວລາໃດ
3 ຂ້າພະເຈົ້າໄດ້ຖາມອາຈານທ່ານຫນຶ່ງ ວ່າມີລະບຽບແບບນີ້ບໍ່ຢູ່ປະເທດຫວຽດນາມ ເພິ່ນຕອບວ່າ ປະຕູມີໄວ້ອັດ ບໍ່ຈຳເປັນບໍ່ໄຂ ຢາກເຂົ້າປະຕູ ຕ້ອງລົງລົດມາກ່ອນ ອະນຸຍາດໃຫ້ເຂົ້າຈຶ່ງເຂົ້າ. ລະບຽບນີ້ໃຊ້ກັບທຸກຄົນ ບໍ່ວ່າຈະມາພົວພັນວຽກດ້ວຍພາຫະນະຊະນິດໃດກໍ່ຕາມ.
ສ່ວນຢູ່ບ້ານເຮົາ ແມ່ນເບິ່ງແລ້ວເຂັ້ມງວດກັບຄົນຂີ່ລົດຈັກ(ຄົນທຸກ)ເຂົ້າອອກຕ້ອງລົງຈູງ. ສ່ວນຄົນຂີ່ລົດໃຫຍ່(ຄົນຮັັ່ງ)ແມ່ນເຂົ້າອອກໄດ້ສະບາຍ ໂດຍມີອະພິສິດ ບໍ່ໄດ້ຮັບການກວດກາໃດໆ

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນລົດໃຫຍ່ຈູງບໍ່ໄດ້

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ຢາກຮູ້ຄືກັນ ໃຜເປັນຜູ້ອອກກົດຄືຊິຕອບຄຳຖາມນີ້ໄດ້

ຊົ່ວຢ່າງສ້າງສັນ

໕ ກະທູ້
໓໓໖ ໂພສ
ຊຳນານການເວັບບອດ
ເອົານ່ະ..ຄິດຊະວ່າ..ລົດໃຫຍ່ມີໂອກາດລົງຊຸກຄືເຮົາບໍ່..

ຮັກແທ້ມີຢູ່ໃສຫວະ?

໖ ກະທູ້
໔໙ ໂພສ
ຂາປະຈຳເວັບບອດ
ເພື່ອສະແດງຄວາມເຄົາລົບນັບຖືຕໍ່ພັກ-ລັດ ຕິ ຂ້ອຍກະບໍ່ຣູ້


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າບໍ່ລົງຈູງ ເຊືອກຈະຖືງຂືງໄວ້ເຮັດໄຫ້ເຮົາເຂົ້າຫຼືອອກບໍ່ໄດ້ ສະນັ້ນເລີຍຕ້ອງໄດ້ຈູງ ເຮົາວ່າບໍ່ມີໃຜຢາກລົງຈູງຍ້ອນ ກົດລະບຽບໄຫ້ກຽດຫຼື ຮັກສາຄວາມປອດໄພຫຍັງດອກ ຈູງຍ້ອນ ຢາກ ຜ່ານຈຸດປ້ອມນັ້ນຊື່ໆ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ຈູງລົດຈັກ 1 ເປັນການໃຫ້ກຽດຄົນຍາມ (ມາລະຍາດ) 2 ໃຫ້ກຽດສະຖານທີ່ 3 ເພື່ອຄວາມເປັນລະບຽບແລະຄວາມປອດໄພ
ສຳລັບລົດໃຫຍ່ ແມ່ນຂີ່ຊ້າໆ ສະແດງການທັກທາຍ ຍິ້ມ ຍົກມືທັກທາຍ ກະສົມຄວນແລ້ວ ຄັນຊິລົງຊຸກກະຊິໂພດ (ມີບາງບ່ອນ ເພິ່ນຕ້ອງໄດ້ສະແດງໂຕກ່ອນໃດຈຶ່ງໄດ້ຜ່ານປະຕູ ຄັນຊັ້ນເພິ່ນບໍ່ໃຫ້ເຂົ້າເຂດ ໃຫ້ຈອດຢູ່ດ້ານນອກຕ່າງຫາກ)
ສຳລັບ ພວກທີ່ຂີ່ໄວໆໄປເລີຍຫັ້ນ (ບໍ່ວ່າລົດຈັກຫຼືລົດໃຫຍ່)ບອກໄດ້ເລີຍວ່າ "ບໍ່ມີມາລະຍາດ"


ເຫັນດີນຳ
ຫຼື ລົດຈັກມີ2ລໍ້ ສາມາດຈູງໄດ້ສະບາຍ


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລົງຈູງຫັ້ນລະດີແລ້ວ ດຽວລົດໃຫຍ່ສວນອອກມາມັນຊິເອົາບໍ່ທັນ ອິອິອິ

~Vਕਆpïrєی™~

໒ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ລະບຽບແທ້ໆ....


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮີ່ໆໆໆໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຄືກັນ


໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ຍັງວ່າ... ຄືບໍ່ຈຸງຄືກັນໝົດເນາະ ຮ່າໆໆໆ

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ກ່ອນຈະເຂົ້າ-ອອກປະຕູໂຂງບາງສະຖານທີ່ ທີ່ສຳຄັນຕ່າງໆ ສະເພາະລົດໃຫຍ່ຕ້ອງຄ່ອຍຂີ່ເຂົ້າໄປ (ເພາະບໍ່ສາມາດລົງມາຍູ້ເຂົ້າໄດ້) ພ້ອມທັງເເປີດແກ້ວລົດທັງຊ້າຍ ແລະ ຂົວລົງໝົດ ເພື່ອໃຫ້ເຈົ້າໜ້າທີ່ໄດ້ສັງເກດໃບໜ້າຂອງຜູ້ຂັບຂີ່ ( ຫຼື ບຸກຄົນຕ່າງໆທີ່ຢູ່ໃນລົດ) ແລະ ສຳລັບລົດຈັກຕ້ອງລົງຈູງ ພ້ອມປົດໝວກກັນທະທົບອອກ ເພື່ອໃຫ້ເຈົ້າໜ້າທີ່ຜູ້ຍາມປະຕູໄດ້ສັງເກດການເຊັ່ນກັນ ທັ້ງໝົດນັ້ນກໍ່ເພື່ອເປັນການເອົາໃຈໃສ່ເລື່ອງຄວາມປອດໄພ. ສຳລັບລົດຈັກທີ່ຕ້ອງລົງຈູງນັ້ນອັນເນື່ອງຈາກ ເປັນຍານພາຫະນະທີ່ໂຈນສາມາດຂະໂມຍໄດ້ງ່າຍ ແລະ ແຖມ ຍັງເປັນພາຫະນະທີ່ໃຊ້ກໍ່ເຫດໄດ້ງ່າຍເຊັ່ນກັນ. ສະນັ້ນ, ເມື່ອໄດ້ຮັບຂ່າວຄາວທີ່ບໍ່ດີໃດໜຶ່ງ ເຊັ່ນ: ມີຄົນລັກລົດຈັກພາຍໃນສຳນັກງານ; ກໍ່ເຫດ ແລະ ອື່ນໆ ມີແຕ່ໂຈນເທົ່ານັ້ນທີ່ບໍ່ກ້າຈູງລົດອອກປະຕູໂຂງ (ເພາະຢ້ານທຸບຕາຍຄາຫັ້ນຕິບໍ...5555) ແລະ ອີກຢ່າງກໍ່ເພື່ອຄວາມເປັນລະບຽບຮຽບຮ້ອຍອີກດ້ວຍ (ຖ້າບໍ່ນັ້ນປະຕູໂຂງນັ້ນແຫຼະ ຊິເປັນປະຕູໄຊໃນການແຂ່ງລົດ....ອິອິອິ)


໙ ກະທູ້
໓໔໓ ໂພສ
ຊຳນານການເວັບບອດ
ຂ້ອຍຄິດວ່າໜ້າຈະແມ່ນການແບ່ງແຍກຊົນຊັ້ນອັນໜຶ່ງໃດ໋

ຄົນທີ່ຮັກເຈົ້າຈົນຕາຍມີຢູ່ແທ້ບໍ່ແມ່ນນິຍາຍ ຈື່ໄວ້

໒ ກະທູ້
໘໗ ໂພສ
ຂາປະຈຳເວັບບອດ
ku va u yorn y

DexlaoS(Super(S))

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍຄິດຢູ່ແຕ່ກະບໍ່ຮູ້ເຫດຜົນຄືກັນ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໐ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ເພາະວ່າ ນ້ຳມັນລົດເໝິດ........55[color=brown][/color]


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>