ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ວິທີ່ເຮັດເຂົ້າໝົມ Brownie ງ່າຍໆທີ່ໃຜກາເຮັດໄດ້!!!^^ ງ່າຍໆສຸດໆ!

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊົມລົມຄົນຮັກແລະມັກໃນການເຮັດເຂົ້າໝົມcakeຍິນດີຕອນຮັບ~ ^^

ສູດທີ່1: ບລາວນີ່ easy easy

Brownie: ເປັນເຂົ້າໝົມທີ່ສິເອີ້ນວ່າຊອດກໍ່ວ່າໄດ້ ເພາະມັນເປັນລູກຊອດລະຫວ່າງ ເຄັກ ແລະ ຄຸກກີ້ ດ້ວຍເນື້ອເຂົ້າໝົມທີ່ແນ່ນ ແລະເຂັ້ມຂົ້ນຂອງ
Chocolate ຊື່ງເປັນລົດຊາດທີ່ຫຼາຍຄົນຫຼົງໄຫຼ.....


@ ສ່ວນປະສົມ:

1: ແປງອາເນກປະສົງ 1ຖ້ວຍຕວງ

2:ຜົງຟູ 1/2 ຊ້ອນຊາ

3:ເກືອປົ່ນ 1/4 ຊ້ອນຊາ

4:ເນຍສົດຊະນິດເຄັມລະລາຍ 3/4ຖ້ວຍຕວງ

5:ຜົງໂກໂກ້ 1/2ຖ້ວຍຕວງ

6:ນ້ຳຕາຍຊາຍ 1ຖ້ວຍຕວງ

7:ໄຂ່ໄກ່ 2ໜ່ວຍ

8:ເມັດມະມ່ວງຫິມະພານອົບບົດ 3/4 ຖ້ວຍຕວງ

9:ອາມອນບົດ 3/4ຖ້ວຍຕວງ

10:ຊ໋ອກໂກແລ໋ດຊີບ 1/4ຖ້ວຍຕວງ


ເອົາລະກຽມໝົດລະບໍ່ນິ? ຄັນກຽມແລ້ວໝົດແລ້ວ ມາຕໍ່ວີທີເຮັດກັນເນາະ ຮິຮິ

@ ວິທີ່ເຮັດ

1: ເອົາແປ້ງສາລີອາເນກປະສົງ ຜົງຟູ ແລະເກືອປົ່ນ ມາຮ້ອນຮວມກັນ2ເທື່ອ ພັກໄວ້
2:ໃສ່ເນຍສົດທີ່ລະລາຍແລະຜົງໂກໂກ້ລົງໃນອ່າງປະສົມ ໃຊ້ອັນຕີໄຂ່ຄົນໃຫ້ເຂົ້າກັນ ໃສ່ນ້ຳຕານຊາຍ ຄົນຈົນນ້ຳຕານລະລາຍແລະສ່ວນປະສົມເຂົ້າກັນ
3:ຕອກໄຂ່ໄກ່ໃສ່ຖ້ວຍ ໃສ່ໄຂ່ໄກ່ລົງໄປເທື່ອລະໜ່ວຍ ຄົນສ່ວນປະສົມໃຫ້ເຂົ້າກັນຈົນຂື້ນຟູເລັກນ້ອຍ
4:ຄ່ອຍໆໃສ່ແປ້ງທີ່ຮ່ອນປະໄວ້ລົງໄປໃນອ່າງປະສົມ ແລະຄົນໃຫ້ສ່ວນປະສົມເຂົ້າກັນຈົນແນ່ໃຈວ່າແປ້ງບໍ່ຈັບຕົວກັນເປັນກ້ອນ ໃສ່ເມັດ ມະມ່ວງຫິມະພານອົບບົດ ໃຊ້ໄມ້ຄົນໃຫ້ເຂົ້າກັນ
5:ຖອກໃສ່ຖາດທີ່ທາເນຍຂາວ ແລະຮອງດ້ວຍ ເຈ້ຍໄຂ ໄວ້ແລ້ວ ເຄາະຄ່ອຍໆ ເພື່ອໄລ່ຟອງອາກາດ ໂຮຍໜ້າໂດຍຊ໋ອກໂກແລ໊ດຊີບແລະອາມອນບົດໃຫ້ທົ່ວ ນຳເຂົ້າເຕົາອົບໃນອຸນຫະພູມ 180ອົງສາ c ປະມານ20-25 ນາທີ່ ຫຼືຈົນເຄັກສຸດ
6: ອາກິນແລະເນາະ555+

ເຈົ້າຂອງກະທູ້ຍັງບໍ່ໄດ້ລອງເຮັດເທື່ອຄັນລອງລະສິຖ່າຍຮູບໃຫ້ເບິ່ງເນີ^^

ເບິ່ງຢູ່ຊີດີເຮັດ ຄືຈະງ່າຍເພາະບໍ່ຕ້ອງໃສ່ຫຍັງຫຼາຍ ມີແຕ່ປະສົມກັນລະກາຄົນຢ່າງດຽວ ງ່າຍດີ ວ່າແຕ່ໃຜເຮັດລະຢ່າລືມ ເອົາມາໃຫ້ຊີມແນ່ເນີ^^

ປ.ລ ບໍ່ເຂົ້າໃຈຖາມໄດ້ເນີ ຄັນຮູ້ສິບອກ ໃຜມີສູດຫຍັງດີໆແຊບໆກາເອົາມາແຊກັນໄດ້ເລີຍ

ປ.ປ.ລ ເຄັດລັບຫັ່ນ ຂື້ນກັບຄວາມຜິດພາດ^_^



ສູດທີ່2:?????????(ໃຜຢາກເຮັດຫຍັງກາເມ້ນໄວ້ລະກັນ ສູດໃດຄົນຢາກເຮັດຫຼາຍສິເອົາມາລົງ^^)

21 3-15-13-16-12-5-20-5 13-5


໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ບໍ່ບອກ


໑ ກະທູ້
໖໘໘ ໂພສ
ຊຳນານການເວັບບອດ
ມາຫາແມຊິສອນ

ໜ້າຕາບໍ່ສຳຄັນ ທີ່ສຳຄັນຄື ແຮງດັນແລະຈັ່ງຫວະ

໐ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ມີແຕ່ກີນ ບໍ່ຮູ້ເຮັດດອກ


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ owen ຂຽນວ່າ...
ບໍ່ບອກ



ເຈົ້າເປັນ?

21 3-15-13-16-12-5-20-5 13-5


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ LcAsAnOvA ຂຽນວ່າ...
ມາຫາແມຊິສອນ



ໂທະ? ເປັນສະເບາະ?

21 3-15-13-16-12-5-20-5 13-5


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ສູດຂ້ອຍເຮັດ ງ່າຍໆ ບໍ່ວ່າໃຜກາເຮັດໄດ້ ແຕ່ລົດຊາດ ອີກເລື່ອງ ເດີ ກ໊າກໆ ສູດນີ້ຂອງຄົນເມກາມັກເຮັດ ຖ້າໃຜບໍ່ມັກຫວານລົດນ້ຳຕານເອົາ

chocolate chip cookie reaipe

3/4 cup ນ້ຳຕານ

3/4 cup ນ້ຳຕານຊແດງ

1 cup ເນີຍລະລາຍ

ໄຂ່ 2ໜ່ວຍໃຫ່ຍ ຕີໃຫ້ແຫຼກ

1 tea spoon vanilla extract

2 1/4 cups ແປ້ງເຮັດກຸ໋ກກີ໋

1 teaspoon baking soda

3/4 teaspoon ເກືອ

2 cup ຊ໋ອກໂກແລ໋ດຊີບ
ວິທີ່ເຮັດ -ປະສົມນ້ຳຕານ ນ້ຳຕານແດງ ເນຍ ວານິລາ ແລະໄຂ່ ແລ້ວຄົ້ນ ຫຼືໃຊ້ເຄື່ອງຕີໃຫ້ທຸກຢ່າງເຂົ້າກັນດີ ປະໄວ້

-ເອົາແປ້ງທີ່ຮ໋ອນລະອຽດແລ້ວໃຊ້ຊາມ ແລ້ວເອົາ ແປັ໋ກກິ່ງໂຊດາໃສ ຕາມດວ້ຍເກືອ ຫຼັງຈາກນັ້ນເອົາ ສ່ວນປະສົມທຳອິດຖອກລົງໄປ

-ຄົ້ນໆໆໆໆໆໆໆໆໆ ນວດໆໆໆໆໆ ຈົນແປ້ງລະອຽດດີ ຈົນແປ້ງບໍ່ຕິດຊາມພຸ້ນເດີ

-ຕາມມາຕິກໆ ກັບ ຊ໋ອກໂກແລ໋ດຊີບ ຄົ້ນອີກເລັກນ້ອຍ

-ຫຼັງຈາກນັ້ນ ປັ້ນເປັນຮູບຕາມໃຈມັກ ໃສ່ຖ່ານ ແລ້ວເອົາເຂົ້າອົບ 190.c ຈົນສຸກ ເອົາອອກມາຕາກລົມແລ້ວກາເອົາເຂົ້າປາກ ໂຮະໆໆ

ປ.ລ ລົດຊາດແລະເຄັດລັບຂື້ນກັບຄວາມຜິດພາດຂອງຜູ້ກ່ຽວ

ຂ້ອຍເຮັດມາ3ຄັ້ງມີປັນຫາທັ້ງ3ຄັ້ງ ອຸກໃຈ-.-

*******************************************************************
ອັນນີ້ຮູບຕົນເຮັດສູດນີ້ທຳອິດທຳອິດ


Thanks: ฝากไฟล์รูปฝาก ตรวจสอบมูลค่าเว็บ

21 3-15-13-16-12-5-20-5 13-5


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ketkeo ຂຽນວ່າ...
ມີແຕ່ກີນ ບໍ່ຮູ້ເຮັດດອກ



ເຈົ້າມັກກຸ໋ກກີ້ຫຍັງລະ?

21 3-15-13-16-12-5-20-5 13-5


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກໍຮູ້ວ່າພອຍເຮັດ bakery ເປັນ
ເລື່ອງສູດບໍ່ປານໃດ ຕອນນີ້ຢາກຮູ້ ວ່າອຸປະກອນທັງຫມົດທີ່ຈຳເປັນມີຫຍັງແດ່ ?


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າຍນິກສົນໃຈຫວານິ?? ດີໃຈເວ້ຍ ຜູ້ຊາຍເຮັດເຂົ້າໝົມເປັນມັນໜ້າຮັກດີ555+

ຂ້ອຍກາເປັນພໍປະມານ T^T ເຮັດເຄັກຊ໋ອກໂກແລ໋ດ ກັບກຸ໋ກກີ້ຊ໋ອກໂກແລ໋ບຊີບ ນີ້ແລະ55+

ສຳຄັນຫວາ? 1.ອັນຕີໄຂ່ ໃຊ້ສຳລັບຕີແປ້ງ ແລະສ່ວນປະສົມໃຫ້ລະອຽດແລະຟູ

2. ເຕົາອົບເຮັດເຂົ້າໝົມ

ສຳນີ້ແລະ

ແຕ່ຕອນນັ້ນຂ້ອຍບໍ່ມີທັ້ງ2ຢ່າງນີ້ກາຍັງເຮັດໄດ້ເດີ ໃຊ້ຝີມືລ້ວນໆ555+

ມີຫຍັງຖາມໄດ້ເດີ ຍິນດີ ບັຍລະຍາຍໃຫ້ຟັງ ມັກແຮງ ກ໋າກໆໆໆ ອ້າຍນິກມີສູດຫຍັງຄັກໆແຊບໆລະບອກແນ່ ເດີ ເພາະ ເຮັດເຂົ້າໝົມນິ ຕ້ອງໃຫ້ຜູ້ຊາຍ
ກິນ ຄັນຜູ້ຊາຍວ່າແຊບ ແປວ່າເຂົ້າໝົມມັນບໍ່ຫວານຫຼາຍ ອິອິ

21 3-15-13-16-12-5-20-5 13-5


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ພັນລາວບໍ່ມີຄົນມັກເຮັດແດ່ວ່າເຂົ້າໝົມຫັ່ນນາ

21 3-15-13-16-12-5-20-5 13-5


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່າວ ບໍ່ມີເຕົາອົບແລ້ວອົບໃສ່ຫຍັງ ?


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ຈັກໝໍ້ເຫຼັກທີ່ມັນໜາໆ ບໍ່ ທີ່ມັນກົມໆ ຫັ່ນແລະ ເຕົາອົບ ຂະໜາດດີເລີຍ ຕອນລິເລີ່ມເຮັດ ຂ້ອຍອົບອັນນັ້ນຫັ່ນແລະ

ເຮົາເອົາເຄັກທີ່ເຮັດຖອກໃສ່ໝໍ້ນັ້ນແລ້ວ ກາເອົາໄປໃສ່ເຕົາຖ່ານທີ່ບໍ່ຮ້ອນຫຼາຍ ແລ້ວເອົາຖ່ານໃສ່ເຖິງຝາ ເພື່ອໃຫ້ໄຟຫັ່ນມັນທົ່ວເຖີງ ທັ້ງລຸ່ມແລະເຖີງ

ແຕ່ສະໄໝບູຮານເຂົາເຈົ້າກາເຮັດປະມາດນີ້ 555+

ສ່ວນອັນຕີ ຫັ່ນ ຕີມືເອົາກາໄດ້ ແຕ່ຈະເມື່ອຍແຕ່ລະດັບປານກາງເຖີງໝົດແຮງ55+

21 3-15-13-16-12-5-20-5 13-5


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍຄິດຢາກເຮັດຢູ່...
ແຕ່ເຮົາໄປກັບເລື່ອງເຮັດອາຫານບໍ່ໄດ້ນາ
ອັນກິນນີ້ໄປໄດ້ຢູ່ ເອົາມາຕັ້ງໄວ້ໂລດ ກິນຫມົດທຸກຢ່າງ


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
555+ ແນ່ໃຈ? ກຸ໋ກກີ້ເຂົາແຂງໃດ໋ ກ໋າກໆໆ ແຕ່ກາກິນເອງໝົດ555+

ເຂົາກາຄົວກິນບໍ່ເປັນ ແຕ່ມັກເຮັດເຂົາໝົມ

ມາແມ້ເມມາເຮັດນຳກັນ55+

21 3-15-13-16-12-5-20-5 13-5


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນລູກມືໄຫວຢູ່...
ດຽວຮຽນຈົບຈາກຈີນລະຈິໄປຮຽນເຮັດເຄັກນຳ ຮະຮະ


໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິ່ງ

★★★★★★★★

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມາຊ່ວຍກັນເຮັດເຂົ້າຫນົມແດ່ບໍ?


໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີແຕ່ຊິຊ່ວຍກິນ

★★★★★★★★

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮວາຍ! ຢ່າມາຍາດເຂົາກິນແມ໊


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
555+ ຄົງຈະມ່ວນດີ ເຮັດນຳກັນຫຼາຍໆໆ ຄົນ

ທີ່ຈິງຮຽນໄວ້ ເຮັດໃຫ້ ຄອບຄົວ ຫຼື ແຟນ ດີຈະຕາຍວະ555+

ໂດຍສະເພາະເທດສະການ ຮິຮິ

21 3-15-13-16-12-5-20-5 13-5


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າ ຍາດກັນໆ ເພາະເຮັດອອກມາລະ ຢ້ານແຕ່ສິຍາດກັນແລ່ນໜີຫັ່ນຕິ555+

21 3-15-13-16-12-5-20-5 13-5


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ້ານແຕ່ກິນແລ້ວຊິແລ່ນໄປເຂົ້າຫ້ອງນ້ຳຫັ້ນຕິ ຮ່າໆໆໆໆໆ


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
555+ ບໍ່ຂະໜາດນັ້ນ ເວົ້າສະເຫັນພາບ ກ໋າກໆໆ

ມັນກາພໍກິນໄດ້ຫັ່ນແລະ ອິອິ ວ່າແຕ່ວັນວາເລັນທາຍນິ ໃຜສິເຮັດເຄັກໃຫ້ແຟນແນ່555+?

21 3-15-13-16-12-5-20-5 13-5


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
http://www.howtomakecookies.org/

21 3-15-13-16-12-5-20-5 13-5


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີແຟນ....


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
55+ ດີຕົນແນ່ 555555+

21 3-15-13-16-12-5-20-5 13-5


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕົວເອງມີແລ້ວຊະເບາະ...


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHOYLIN ຂຽນວ່າ...
ຮູ້ຈັກໝໍ້ເຫຼັກທີ່ມັນໜາໆ ບໍ່ ທີ່ມັນກົມໆ ຫັ່ນແລະ ເຕົາອົບ ຂະໜາດດີເລີຍ ຕອນລິເລີ່ມເຮັດ ຂ້ອຍອົບອັນນັ້ນຫັ່ນແລະ

ເຮົາເອົາເຄັກທີ່ເຮັດຖອກໃສ່ໝໍ້ນັ້ນແລ້ວ ກາເອົາໄປໃສ່ເຕົາຖ່ານທີ່ບໍ່ຮ້ອນຫຼາຍ ແລ້ວເອົາຖ່ານໃສ່ເຖິງຝາ ເພື່ອໃຫ້ໄຟຫັ່ນມັນທົ່ວເຖີງ ທັ້ງລຸ່ມແລະເຖີງ

ແຕ່ສະໄໝບູຮານເຂົາເຈົ້າກາເຮັດປະມາດນີ້ 555+

ສ່ວນອັນຕີ ຫັ່ນ ຕີມືເອົາກາໄດ້ ແຕ່ຈະເມື່ອຍແຕ່ລະດັບປານກາງເຖີງໝົດແຮງ55+


ບໍ່ໄຫວເດີ້ ຕອນອົບຫັ່ນ -.-"


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^
^
555+ ມັນບໍ່ໄດ້ລຳບາກເຖີງຂະໜາດນັ້ນ ຖ້າເຮົາຢາກເຮັດຈິງໆໆ ບໍ່ມີຫຍັງຍາກນະ ນອກຈາກ ເຄິ່ງໆກາງໆ

ປ.ລ ຂ້ອຍກັບເອື້ອຍຫລ້ອນ ເຄີຍຜ່ານຈຸດນັ້ນມາໝົດແລ້ວ555+

ປ.ປ.ລ ຂ້ອຍເຄີຍອົບເຄັກວັນເກີດແມ່ ກາເຮັດແບບເຕົາຖ່ານນີ້ແລະ 2ກ້ອນ ພຸ້ນຍັງຊິວໆ ເລີຍ ຮິຮິ

ຄັນຢາກເຮັດແທ້ໆ ກາ ດິ້ນດົ້ນເອົາ55+

21 3-15-13-16-12-5-20-5 13-5


ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>