ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ສະສົມນາໆ: “ສາລະໜ້າຮູ້“ ວິທີພື້ນບ້ານ (ຕອນ1)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັດຈາກ: ປື້ມຄວາມຮູ້ຄູ່ຊີວິດ

1. ທ່ານໃດມັກມີອາການ: ທ້ອງຜູກ ຍ້ອນອາຫານບໍ່ຍ່ອຍດີ ໃຫ້ກິນໝາກຫຸ່ງ ຫຼື ໝາກນັດ.

2. ທ່ານໃດມັກມີອາການ: ທ້ອງຈຸກສຽບແໜ້ນ, ແສບຮ້ອນ ຫຼື ປັ່ນປ່ວນໃນກະເພາະອາຫານໃຫ້ເຮັດຄື: ເອົາຂີງມາ ປະມານເຄິ່ງກິໂລລ້າງໃຫ້ສະອາດ ບໍ່ຕ້ອງປອກເປືອກ, ມາຕົ້ມໃສ່ນ້ຳປະມານ 3ລິດ, ປະໃຫ້ຟົດ 20 ນາທີ, ເວລລາຈະດື່ມໃຫ້ຖອກໃສ່ຈອກເຕີມນ້ຳຕານໃສ່ນຳ ດື່ມຕາງນ້ຳຊາເລີຍ ຮັບຮອງໄດ້ຜົນດີ, ບາງທີອາດຈະເອົານ້ຳກ້ອນໃສ່ນຳກໍ່ໄດ້ ຈະບໍ່ເປັນອັນຕະລາຍ ຊ່ວຍແກ້ການຊາດນ້ຳໄດ້ດີ ແລະ ໃຫ້ຮ່າງກາຍ ແລະ ຈິດໃຈສົດຊື່ນ.

3. ວິທີແກ້ຂີ້ກາກຂີ້ເຮື້ອນ ແມ່ນ: ໃຫ້ເອົາຫົວຜັກທຽມມາທຸບແລ້ວທາຫຼັງອາບນ້ຳທຸກຄັ້ງ ຫຼື ຖ້າໝາເປັນແມ່ນເອົາໜໍ່ໄມ້ສົ້ມມາທາ ຈະເຊົາເອງ.

4. ເມື່ອມືຖືກໝາກເຜັດແລ້ວແສບຮ້ອນໃຫ້ໄປຈຸ່ມນ້ຳເຂົ້າມ່າ(ນ້ຳມວກ) ຈະເຊົາເອງ.

5. ເມື່ອເປັນໄອມີຂີ້ກະເທິ ໃຫ້ເອົາໝາກແຄ້ງຂົມມາຈ້ຳແຈ່ວກິນ ຈະເຊົາ.ຫຼືເອົາໝາກນາວມາປາດບາງໆຈ້ຳເກືອກິນກໍ່ເຊົາດີ.

6. ເມື່ອກິນເຜັດຈົນຂີ້ມູກຍ້ອຍ, ນ້ຳຕາໄຫຼຍ້ອຍ ໃຫ້ອົມເກືອໃສ່ຈະດີ.

7. ສົ້ນຕີນແຕກໃຫ້ເອົາເປືອກໝາກນາວທາງໃນທີ່ບີບນ້ຳອອກແລ້ວນັ້ນມາທາ ຫຼື ເປືອກໝາກກ້ວຍເອົາທາງໃນມາທາກໍ່ໄດ້.

8. ເມື່ອມີແມງໄມ້ເຂົ້າຫູໃຫ້ເອົາທໍ່ດູດ ຫຼື ຖ້າບໍ່ມີທໍ່ດູດໃຫ້ເອົາເຈ້ຍມາພັນເປັນທໍ່ ແລ້ວມາຈຸ່ມລົງໃສ່ນ້ຳນ້ຳມັນພືດ ຫຼື ນ້ຳມັນໝູ ນ້ອຍໜຶ່ງຢອດໃສ່ຫູບ່ອນມີແມງໄມ້ເຂົ້າ ບໍ່ພໍທໍ່ໃດ ແມງແມງກໍ່ຢຸດເຄື່ອນໄຫວ, ຫຼັງຈາກນນັ້ນໃຫ້ງ່ຽງຫູເອົານ້ຳມັນອອກພ້ອມແມງໄມ້ ແລ້ວ ເອົາສຳລີ ແຍ່ໝູນທຳຄວາມສະອາດຮູຫູ.

9. ແກ້ຄວາມດັນເລືອດສູງ, ຊ້ຳໃນ, ຮ້ອນໃນ ດ້ວຍຜັກໜອກ ເອົາມາຕົ້ມໃສ່ນ້ຳ ຟົດພໍປະມານແລ້ວປົງລົງ ເອົາເກືອ ແລະ ນ້ຳຕານໃສ່ໜ້ອຍໜຶ່ງ ກິນທຸກມື້ ຈະມີອາການດີຂື້ນ.


10. ປວດເຂົ່າ ປວດກ້າມຊີ້ນໃຫ້ເອົາຫວ້ານຫາງຊົນມາຂາງໄຟໃຫ້ອອ່ນນນຸ້ມແລ້ວເອົາມາພັນບ່ອນທີ່ປວດເລື້ອຍໆ ຈະບັນເທົາລົງເລື້ອຍໆຈົນດີ.

11. ຢາອາຍຸວັນນະສຳລັບທຸກທ່ານ: ເອົາເຄືອເຂົາຮໍມາຕັດເປັນທ່ອນປະມານ 2 ຂໍ້ມື ມາແຊ່ນ້ຳເຜິ້ງສົດປະມານ1ເດືອນແລ້ວກິນກ່ອນນອນທຸກຄືນ ຄືນລະ2 ທ່ອນ ຄ້ຽວຍ້ຳ ກິນ ແລ້ວຕາມດ້ວຍດື່ມນ້ຳ, ຢານີ້ເຮັດໃຫ້ປາສະຈາກໂລກໄພໄຂ້ເຈັບພະຍາດຕ່າງໆດີ.

12. ແກ້ເຈັບຄໍຮ້ອນໃນດ້ວຍໝາກຖົ່ວຂຽວ: ເອົາໝາກຖົ່ວຂຽວ1ກິໂລແຊ່ນ້ຳ, ລ້າງໃຫ້ສະອາດ, ນຳໄປຕົ້ມໃຫ້ສຸກ, ໃສ່ເກືອຢິບ1: ແລ້ວເອົານ້ຳຕົ້ມນັ້ນມາດື່ມຕາງນ້ຳ, ປະມານ 2-3 ມື້ອາການເຈັບກໍ່ຫາຍດີ. ສວ່ນໝາກຖົ່ວຂຽວທີ່ຕົ້ມແລ້ວເອົາໄປຕົ້ມຫວານຕໍ່ໄດ້.

13. ແກ້ໄຍແມງມຸມເຂົ້າຕາ: ໃຫ້ເອົາເຫຼົ້າຂາວເຍັ້ນໃສ່ຖ້ວຍ, ເອົາທໍ່ດູດມາ, ແລ້ວເອົາຜ້າຫົ່ມມາປົກຄຸມຕົວ ນັ່ງຢູ່, ຫຼັງຈາກນັ້ນໃຫ້ກົ້ມໜ້າລົງໃສ່ທໍ່ເຫຼົ້າ, ໃຊ້ທໍ່ດູດເປົ່ານ້ຳເຫຼົ້າໃນຖ້ວຍ ໃຫ້ເປັນຄື້ນຟອງ ມືນຕາໃສ່ອາຍເຫຼົ້າ ອາຍເຫຼົ້າຈະມາເຂົ້າຫູ, ເຂົ້າຕາຜູ້ເປົ່າ 3-4 ນາທີຈິ່ງຢຸດ, ປະຕິບັດແນວນີ້ ມື້ລະ 3-4 ຄັ້ງ ອາການປວດຕາຈະຫຼຸດລົງຈົນຫາຍດີ.

14. ເຄັດລັບໃຫ້ແຂ້ວຂາວທົນທານແຂງແຮງ: ໃຫ້ເອົາຫີນສົ້ມກັບເກືອຢ່າງລະເທົ່າໆກັນຕຳປົນກັນໃຫ້ແດກລະອຽດ, ສີແຂ້ວທຸກເຊົ້າ ອົມໄວ້ 2-3 ນາທີ ຈິ່ງບ້ວນນ້ຳອອກ ວິທີນີ້ແຂ້ວບໍ່ຜຸ, ບໍ່ປວດ, ຂາວແຂງແຮງ, ທ່ານໃດເຈັບແຂ້ວນຳວິທີນີ້ໄປໃຊ້ກໍ່ດີ.




໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຊອກເປິດສົດ

ບໍມີວັນໄດ້ຮັກກັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ 1000lao ຂຽນວ່າ...
ມາຊອກເປິດສົດ




໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
5555ມາແລ້ວເດີ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑ ກະທູ້
໒໗໖ ໂພສ
ນັກການກະທູ້
ມີວິທີ ແກ້ ໄຂ້ໃຈ ບໍ່...


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຫຍັງບໍ່ເອົາຮູບຕົ້ນໄມ້ທີ່ເວົ້າມາແຕ່ລະຊະນິດມາໃສ່ ອັນນິແມ່ນຫຍັງໃສ່ແຕ່ດອກກຸຫຼາບ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
3. ວິທີແກ້ຂີ້ກາກຂີ້ເຮື້ອນ ແມ່ນ: ໃຫ້ເອົາຫົວຜັກທຽມມາທຸບແລ້ວທາຫຼັງອາບນ້ຳທຸກຄັ້ງ ຫຼື ຖ້າໝາເປັນແມ່ນເອົາໜໍ່ໄມ້ສົ້ມມາທາ ຈະເຊົາເອງ.

ຖ້າໝາເປັນ ສຳລັບຂ້ອຍແມ່ນໃຊ້ນ້ຳມັນລີນລວດລູກດຽວ ໂຄດເຊົາໄວເລີຍ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
7. ສົ້ນຕີນແຕກໃຫ້ເອົາເປືອກໝາກນາວທາງໃນທີ່ບີບນ້ຳອອກແລ້ວນັ້ນມາທາ ຫຼື ເປືອກໝາກກ້ວຍເອົາທາງໃນມາທາກໍ່ໄດ້.

ຂໍ້ນີ້ ຂໍແນະນຳໃຫ້ ເຖົ້າເກີ ແລະ ເຈ້ຂາວເດີ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vongsili ຂຽນວ່າ...
ມີວິທີ ແກ້ ໄຂ້ໃຈ ບໍ່...


ດຽວຊິຫາໃຫ້


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບັງເອີນ ເຂົ້າ Google ພິມພາສາລາວໃສ່ວ່າ: ສາລະໜ້າຮູ້ ເລີຍເຫັນກະທູ້ນີ້ຂອງພັນລາວ ອິອິ


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຂອບເຈີເນີສາວພາຜູ້ໃຫ້
ຢອກເດີ້ສາວພາ

ຂອບໃຈເນີສາວພາຜູ້ໃຫ້! ຂ້ອຍຈະເປັນຄົນຫນຶ່ງທີ່ຖ້າຕິດຕາມຕອນຕໍ່ໄປເດີ້!