ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ພາບບັນຍາກາດງານພົບປະກຸ່ມຄົນໃຈດີແຟນຄລັບ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈົບໄປແລ້ວກັບງານພົບປະກຸ່ມ ຄົນໃຈດີແຟນຄລັບ. (ຫລືໃນເມື່ອກ່ອນກຸ່ມນີ້ມີຊື່ວ່າ ກຸ່ມຄົນນິໄສດີ ເປັນກຸ່ມທີ່ຄັດໂຕມາຈາກກຸ່ມຮັກດຽວໃຈດຽວ) ເຊິ່ງຈັດຂື້ນໃນມື້ວັນອາທິດ ທີ 8 ສິງຫາ 2010 ທີ່ສວນອາຫານໜອງເຊືອມ. ກໍ່ເປັນທີ່ອີ່ມອົກອີ່ມໃຈ ແລະ ເປັນພາບຄວາມຊົງຈຳທີ່ດີໆຂອງຫລາຍໆຄົນ ໂດຍສະເພາະແມ່ນຄົນໃຈດີເອງ ເຊິ່ງມີຫລາຍໆຄົນທີ່ພົບໃນງານມື້ນີ້ເປັນເທື່ອທຳອິດ ພາຍຫລັງທີ່ໄດ້ລົມກັນໃນພັນລາວເປັນເວລາດົນນານ. ງານໃນມື້ນີ້ເປັນຄັ້ງທີ 2 ທີ່ຄົນໃຈດີໄດ້ຈັດຂື້ນ. ເຊິ່ງຄັ້ງທຳອິດແມ່ນຈັດຂື້ນໃນວັນເສົາທີ 7 ກຸມພາ 2008 ໃນນາມກຸ່ມຮັກດຽວໃຈດຽວ ຄລິກທີ່ນີ້ເພື່ອເບິ່ງພາບບັນຍາກາດໃນງານເມື່ອສອງປີທີ່ແລ້ວ . ງານນີ້ກໍ່ເຊັ່ນເຄີຍເນາະ ກິນຟຣີ ດື່ມຟຣີ ແລະ ແຈກເສື້ອຍືດຟຣີຄົນລະໜຶ່ງຜືນ. ມື້ນີ້ມີສະມາຊິກກຸ່ມເຂົ້າຮ່ວມ 18 ຄົນ. ເຮົາໄປເບິ່ງພາບບັນຍາກາດກັນເລີຍ
1. ມາຮອດທຳອິດ ບໍ່ມີຫຍັງເຮັດ ປາຂາວກໍ່ເລີຍເປັນແບບນີ້


2. ຕອນນີ້ຄົນຍັງບໍ່ມາ ຂໍຖ່າຍຮູບກ່ອນ


3. ແຂກວີໄອພີ ຊື່ໂຕ່ງ ກຳລັງເສີບນ້ຳ ຕອນເຊົ້າໆ


4. ມາເບິ່ງອາຫານ ຄົນໃຈດີບໍ່ຮູ້ເລີຍວ່າມີຫຍັງແດ່.. ອິອິ


5. ພາບນີ້ຫລາຍໆຄົນກຳລັງຄິດໃນໃຈວ່າ ປານໃດຊິເຊີນກິນເຂົ້າ ຫິວແລ້ວ.. ສັງເກດນ້ອງອາລິສ ເສົ້າໆຈັ່ງໃດບຸ


6. ຕອນນີ້ທຸກຄົນຈັບອຸປະກອນພ້ອມສູ້ຮົບ ຮ່າໆໆ ສັງເກດນ້ອງຕິດຕີ່ ລົມໂທລະສັບກັບພໍ່.. ພໍ່ຖາມວ່າຕີ່ລູກຢູ່ໃສ.. ຕີ່ຕອບວ່າ ຢູ່ບ້ານໝູກຳລັງເຮັດບົດລາຍງານສົ່ງອາຈານ


7. ອາລິສຈັກແມ່ນເພິ່ນຄິດຮອດໃຜ


8. ຕິດຕີ່ກັບອາລິສຍາດຕ່ອນກັນ.. ນ້ອງນູ່ກັບນ້ອງປຸກກີ້ໃຈຮ້າຍ.. ສູຢ່າເອົາໄປໝົດເດີ່ ຈົ່ງໄວ້ໃຫ້ພວກກູກິນແດ່


9. ຫລ້ານ້ອຍຢາກລົມກັບຕຸ່ນ ແຕ່ເພິ່ນບໍ່ກ້າ ເລີຍໃຊ້ວິທີ ໃຫ້ຕຸ່ນຕັກຕົ້ມຍຳໃຫ້.. ອິອິ


10. ຂໍແກ້ຄາວຈັກຈອກກ່ອນ


11. ຢາກຖາມອາລິສວ່າເປັນຫຍັງກັນແທ້


12. ເຮົາບໍ່ສົນນຳໃຜ ເຮົາມີ 3 ໝາກ 2


13. ເບິ່ງນັກເລງໂຄກນິນ


14. ສ່ຳນັກເລງໂຄກນິນ ເຈິປຸກກີ້ກະໜາວຄືກັນຫັ້ນລະ ຮ່າໆໆໆໆ


15. ນ້ອງນູ່ໄພ້ງາມ ອ່ານກິນໃນໃຈ.. ອັນອາລິສຫັ້ນກະຊືມຢູ່ນີ້ອີກແລ້ວ


16. ເອັບເຫັນໄພ້ໂຕເອງ ລະຄິດໃນໃຈວ່າ.. ໂອ່.. ຄືຊິເສັດໃຫ້ນູ່ລະຕານິ


17. ເຫລືອສອງໃບ.. ກຳສອງບິດຢູ່ ກຽມຖ້າແຕ່ຊິກິນ.. ອິອິ


18. ກິນແລ້ວ.. ຈ່າຍມາຄົນລະຫ້າພັນກີບ


19. ອັນນີ້ຫລີ້ນໄພ້ບໍ່ເປັນ ຫລີ້ນເປັນແຕ່ຫົວເສືອ


20. ຫລ້ານ້ອຍຂໍອີກຈັກຮູບ.. ເບິ່ງນ້ອງອາລິສ ມາຊືມຢູ່ນີ້ອີກລະ.. ສົງໃສເມົາຄ້າງ


21. ພາບນີ້ຈັກແມ່ນຜູ້ໃດຕົດບຸ.. ພາກັນແຕກຕື່ນອອກຈາກຕູບ.. ອິອິ


22. ສາວໆຈາກກຸ່ມຂອງພວກເຮົາທີ່ຄຸ້ນໜ້າຄຸ້ນຕາກັນດີ. ຂໍແນະນຳ ມີວັນຄຳ ປາຂາວ ຫຍິງນຸ້ຍ ເອື້ອຍ ແລະ ຜູ້ສຸດທ້າຍນີ້ນ້ອງໃໝ່ ຊື່ເປັດ. ສັງເກດວັນຄຳ ເສື້ອກະບໍ່ທັນໃສ່ ເພາະຢ້ານບໍ່ທັນເຂົ້າກ້ອງ.. ອິອິ


23. ຮູບນີ້ກະມີປາຂາວ ເປັດ ນ້ອງດາ ລະກະ ຕຸ່ນ


24. ຂໍໄປຂີ່ເຮືອກ່ອນ


25. ຂ້ອຍກະຊິໄປຂີ່ເຮືອ ເສຍດາຍອ້າຍທິດຝອຍບໍ່ມາເນາະ


26. ໃຜຊິເຮັດຫຍັງກະເຮັດ ເອື້ອຍຂໍສະຫວີດກັນກັບອ້າຍບັອບກ່ອນ.. ອິອິ


27. ໜຸ່ມໆກຳລັງຖ້າຍຮູບໃຫ້ສາວໆ


28. ຄົນໃຈດີພ້ອມດ້ວຍກິກທັງຫ້າ.. ອິອິ


29. ດາກັບຕຸ່ນເວົ້າວ່າ ພວກຂ້ອຍກະກິກເຈົ້າໃດ ຄືບໍ່ໃຫ້ຖ່າຍນຳແດ່ ກະເລີຍເຂົ້າມານຳ.. ຮ່າໆໆ ຂໍແນະນຳແຕ່ລະຄົນເລີ່ມຈາກ ນ້ອງດາ ນ້ອງຕິກ ນ້ອງອາລິສ ຄົນໃຈດີ ນ້ອງຕິດຕີ່ ນ້ອງນູ່ ນ້ອງປຸກກີ້ ແລະ ນ້ອງຕຸ່ນແມງງ້ອງແງ້ງ


30. ລວມພາບສາວໆ


31. ລວມພາບໜຸ່ມໆ


32. ຫຍັບເຂົ້າໃກ້ໆກັນມັນຈັ່ງອົບອຸ່ນ.. ອິອິ


33. ຮັນນີ່ເບິ່ງຫັ້ນແມະ


34. ເຈົ້າພາບໃຫຍ່ ຂໍແອັກຜູ້ດຽວ.. ອິອິ


35. ຂ້ອຍກະຂໍຈັກຮູບແດ່


36. ຄັ້ນຊັ້ນເຮົາກະມາຖ່າຍນຳກັນເລີຍຊະ


37. ພາບນີ້ຂາດນ້ອງເປັດ ຂໍແນະນຳແຕ່ລະຄົນ ຈາກຊ້າຍຫາຂວາ ເອົາທັງຫລັງກ່ອນເດີ່ເລີ່ມຈາກ ເອັບ, ຕຸ່ນ, ນຸ້ຍ, ປາຂາວ, ເອື້ອຍ, ວັນຄຳ, ດາ, ນູ່, ປຸກກີ້, ອາລິສ, ຕິກ, ຕິດຕີ່, ຫລ້ານ້ອຍ, ຄົນໃຈດີ, ບີ້, ທອງໃສ, ກົບ ແລະ ວົງ


38. ອີກຮູບໜຶ່ງ


39. ປິດທ້າຍດ້ວຍທ່າຄິງຄອງ ຮ່າໆໆໆໆໆໆໆໆໆໆໆ


40. ເຄັກວັນເກີດ ຄົບຮອບ 23 ປີ. ຢາກຖາມຄົນຊື້ເດີ່ ໜ້າເຄັກຫັ້ນໂດເຣມອນ ຄືມາເຂົ້າກັບໜ້າຄົນໃຈດີແທ້.. ຮ່າໆໆໆ.. ແຕ່ບໍ່ເຂົ້າໃຈຄວາມໝາຍວັນທີຫັ້ນນະ 08.08.2008 ມັນແມ່ນຫຍັງ.. ອິອິ


40. ແຖມພາບບັນຍາກາດງານພົບປະກຸ່ມເມື່ອປີ 2008


41. ແຖມອີກພາບໜຶ່ງຈັດພິເສດໃຫ້ຄາສະໂນວາເບວ ທີ່ບໍ່ໄດ້ເຂົ້າຮ່ວມໃນງານ.. ເຊິ່ງກໍ່ມີບັນດາກິກໆເຂົ້າຮ່ວມສາມຄົນກໍ່ຄືນ້ອງອາລິສ ນ້ອງຕິດຕີ່ ແລະ ນ້ອງນູ່ນູ່.. ໂອ່!! ລືມມືກ້ອງ.. ມື້ກ້ອງແມ່ນນ້ອງປາຂາວເດີ່.. ອິອິ

ຂໍອະໄພ ພາບບັນຍາກາດທີ່ໄປຕໍ່ ມີນາ ຄົນໃຈດີບໍ່ສາມາດເອົາລົງໄດ້.. ສຳລັບພາບວີດີໂອຈະເອົາລົງໃຫ້ເບິ່ງນຳຫລັງ. ຄົນໃຈດີຂໍຂອບໃຈທຸກໆຄົນທີ່ສະຫລະເວລາເຂົ້າມາຮ່ວມໃນງານໃນມື້ນີ້. ແລະ ປະຊາສຳພັນເຖິງໝູ່ເພື່ອນທຸກຄົນ ຖ້າໃຜຢາກເຂົ້າຮ່ວມກຸ່ມນຳພວກເຮົາ ກໍ່ພຽງແຕ່ປະຕິບັດຕາມກົດລະບຽບຂອງກຸ່ມທີ່ໄດ້ວາງໄວ້.
ຄລິກທີ່ນີ້ເພື່ອອ່ານກົດລະບຽບ

ງານຄັ້ງທີ໑ ຈັດຂື້ນເມື່ອວັນທີ 07/02/2008 ໃນນາມ ກຸ່ມຮັກດຽວໃຈດຽວ
ງານຄັ້ງທີ໒ ຈັດຂື້ນເມື່ອວັນທີ 08/08/2010 ໃນນາມ ກຸ່ມຄົນໃຈດີແຟນຄລັບ
ງານຄັ້ງທີ໓ ຄາດວ່າຈະຈັດຂື້ນໃນນາມ ກຸ່ມຄົນໃຈດີກິກຄລັບ
ດັ່ງນັ້ນກໍ່ຂໍປະຊາສຳພັນເຖິງສາວໆ ໃຜສົນໃຈເປັນກິກຄົນໃຈດີກໍ່ເຂົ້າຮ່ວມໄດ້ ບໍ່ຈຳກັດຈຳນວນ 55555555+++ ສຳລັບກົດລະບຽບໃນການເຂົ້າກຸ່ມ ແມ່ນຄືກັບການເຂົ້າກຸ່ມຄົນໃຈດີແຟນຄລັບ. ແຕ່ສຳລັບກຸ່ມຄົນໃຈດີກິກຄລັບຮັບສະເພາະຜູ້ຍິງເທົ່ານັ້ນ

<-----ຄົນໃຈດີແຟນຄລັບ

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃນທີ່ສຸດກະເອົາມາລົງໃຫ້ເບິ່ງລະ...

ຄຈດ ໄປເຮັດຫຍັງໃຫ້ອາລີສຫັ່ນ
ອາລີສຄືວ່າຊືມໆ


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈເດີ້ ຄຈດ

ທັງມ່ວນທັງອີ່ມ

ເສື້ອໂຄດຄັບຂີ້ແຮ້ເລືຍ

ປລ.. ຄຈດເອົາພາບເກົ່າຂຶ້ນມາເຮັດຫຍັງ ?? ເປັນອຸ້ມລຸ້ມຢູ່

ທ້າວທອງໃສ

໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
yark pai num dayyyyyy

★★★★★★★★

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູບສຸດທ້າຍນະ ໄປບໍ່ຊວນເດີ້

ທ້າວທອງໃສ

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອໄປນຳ ເດີ້

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ໄປກໍ່ບໍ່ຊວນກັນເນາະ ເຈົ້ານິ!!

There's a thin line between Life and Death, I wish for a Miracle to happen...

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍດາຍເດພີ່ນ້ອງ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໐ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ປ່າາາາາາາາາາາາາາາາາາາາາາາາາາາາາາາາາາາາາາາາາາ


ເຮັດຂ້ອຍຄັກຂະໜາດເນາະ ຫຸຫຸຫຸ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ່າວໆ ຄືຈິມ່ວນ
ສາມຫມາກສອງຕັດດດດ

ຮັກນ້ອງຕອນເມົາ

໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ໂອ.... ໂຫ.... ໂຈ້ ໄປເປັນປະທານຮ່ວມຢູ່ຍີ້ມລາວແລ້ວບໍ່ຫັນ ສຸດຍອດ
@ ໂຈ້: ກັບມາກໍ່ບໍ່ບອກຂ່າວຄາວແນ່ເນາະ

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍດາຍທີ່ບໍ່ໄດ້ມີໂອກາດໄປຮ່ວມ


໕ ກະທູ້
໑໒໓ ໂພສ
ນັກການກະທູ້
ເປັນຕາມ່ວນອີ່ຫລີ

ໜຸ່ມຄົນນີ້ ມີດີທີ່ໜ້າຕາ ອິອິ

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ເຫີ ໂຄສະນາຍິ້ມລາວຢູ່ພັນລາວ

M99NOY

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໃຫ້ພັນລາວຈັດແບບນີ້ຄືກັນເດນໍ!
ຄົນໃຈໃຫຍ່!!ຈົ່ງສຶບຕໍ່ຜົນງານເດິ!!


໓ ກະທູ້
໖໔໙ ໂພສ
ຊຳນານການເວັບບອດ
ມ່ວນໆມື້ນັ້ນ....
ອີກສອງປີ...ກະສິຈັດອີກຢູ່ຕົ້ວ...ສິໄປນຳໃໝ່ ຮິຮິຮິໆໆໆ



໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
@Olive c ek 2pi e y... pi na ni na hehe
ngarn ni khod muan lei.. leum bor long kiki


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປ່າຍປ່າຍ


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ຮູບສຸດທ້າຍນະ ໄປບໍ່ຊວນເດີ້

ຂ້ອຍລືມ

<-----ຄົນໃຈດີແຟນຄລັບ

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍດາຍບໍ່ໄດ້ໄປ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄປນຳ

ຄິດດີ ເວົ້າດີ ເຮັດດີ

໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ເປັນຕາມ່ວນອີ່ຫລີ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ແໝ໊ ກິນຟຣີນິບໍ່ເອີ້ນ ຮະໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ອິດສາເດເນາະ ຢາກໄປໆໆໆໆ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໑ ກະທູ້
໒໗໖ ໂພສ
ນັກການກະທູ້
ໂອ່...ຫຼາຍຄົນເນາະ...ເປັນຕາມ່ວນ...


໑໓ ກະທູ້
໒໕໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
yark paii ga bor daii pai sum mue nun


໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
hun lea... Jane na ja pai num kun!! buk muan2 kiki


໐ ກະທູ້
໑໓ ໂພສ
ຂາປະຈຳເວັບບອດ
ມື້ໃດຊິຈັດງານແບບນີ້ອີກຢ່າລືມຊວນກັນເດີ້ ອິອິອິ

ປະກາດຂາຍໂທລະສັບມືຖື SUMSUNH GALAXY S2 ໃຊ້ໄດ້ບໍ່ຮອດທິດ ໃຜສົນໃຈຕິດຕໍ່ໄດ້ທີ່ເບີ 77846889 ເດີ້

໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ກຳປ໋ອງເບຍບໍ່ວາງເລີຍ ໝໍຂວາມືສຸດ 555+++ ໂຕໄປຢູ່ໃສ ແລ້ວ ຫຼ້າດຽວນິ???

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໓ ກະທູ້
໓໘ ໂພສ
ຂາປະຈຳເວັບບອດ
ເຫີະໆ

ຮັກເດີ້ຄົນງາມ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>