ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ເສກ ໂລໂຊ ນັກຮ້ອງຊື່ດັງຂອງໄທ ສ້າງເລື້ອງຢູ່ລາວ

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>


໑໒ ກະທູ້
໑໒໖ ໂພສ
ນັກການກະທູ້
ອັນນີ້ບໍ່ຮູ້ວ່າແມ່ນຄວາມຈິງຫຼືບໍ
ອ້າຍໃຫຍ່ຢູ່ລາວມາເລົ່າສູ່ຟັງ

ເລື້ອງກະມີຢູ່ວ່າ
ນັກຮ້ອງຊື່ດັງຂອງປະເທດໄທ ໄດ້ຖືກເຊີນມາງານເປີດຮ້ານໃໝ່ ຂອງຮ້ານອາຫານສະຕາຣ ແລະຖືກເຊີນຈາກລາວໂທລະຄົມ ເພື່ອມາສະແດງຄອນເສີດ

ໃນຕອນສະແດງຢູ່ຮ້ານອາຫານສະຕາຮໄດ້ສອງເພັງນັ້ນ ເສກໂລໂຊ ກໍ່ເກີດອາຫານແບບແປກໆ ເໝືອຄົນຕິດຢາບ້າ ແລ້ວ ທອດເສື້ອໂສ້ງອອກເທິງກາງເວທີ່ ອັນເຮັດໃຫ້ຜູ້ໃຫຍ່ຜູ້ໂຕ ທີ່ມາຮ່ວມງານບໍ່ຄອຍພໍ່ໃຈ

ໃນທີ່ສຸດ ລາວໂທລະຄົມ ກໍ່ໄດ້ຍົກເລີກແຜນການເຊີນນັກຮ້ອງຄົນນີ້ ໂດຍໃຊ້ເຫດຜົນວ່າ ນັກຮ້ອງບໍ່ສະບາຍ

ແມ່ນໃຜຢູ່ໃນເຫດການ ເລົ່າໃຫ້ຟັງແດ່










ບໍ່ຕ້ອງເຊີນ ມັນເດີ້ເທື່ອຫນ້ານະ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຍີນວ່າ ລາວເມົາຊາ

ຮັກນ້ອງຕອນເມົາ

໐ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ບໍ່ຕ້ອງເຊີນມາບາດຫນ້ານາ ນັກຮ້ອງລາວມີບໍ່ອຶດ


໑໕ ກະທູ້
໒໕໑ ໂພສ
ນັກການກະທູ້
ທຳມະດາບໍ່ໜ້າຈະເຊີນມາແຕ່ຕອນທຳອິດພຸ້ນນ່າ
ມັນຄົນລະສັງຄົມກັນ
ພວກເຂົາເປັນຣັອກເກີ້ເດ່
ກະປະມານນັ້ນຫັ້ນແລ
ຄົນທີ່ເຊີນເຂົາມາຫັ້ນແລະບໍ່ບອກເຂົາກ່ອນ


໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ມາຜິດງານ

ຊົ່ວຢ່າງສ້າງສັນ

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ປະຫຳກາງເວທີເລີຍຫວະ

M99NOY

໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ໃສມີຂໍມູນກໍ່ເອົາມາປັນກັນແດ່

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ແມ່ນຕັ້ງເວົ້າເດີ ເປັນຫຍັງສ່ວນຫລາຍຈັດກິດຈະກຳໃດຫນຶ່ງໂດຍສະເພາະງານເປີດຕົວສິນຄ້າ ຫລືອື່ນໆ ຈຳເປັນຫຍັງຈຶ່ງໄປເຊີນນັກຣ້ອງຈາກປະເທດອື່ນມາໂດຍສະເພາະຈາກໄທ ແທນທີ່ວ່າຈະສົ່ງເສີມວັດທະນະທຳປະເທດຕົນເອງ ນັກຣ້ອງລາວກະມີຢ່າງຫລວງຫລາຍແລ້ວບໍ່ສະນັບສະຫນູນໄປເຫີນຳຊາດອື່ນ ຈັ່ງຊີ້ເພີ່ນວ່າ "ເຣັດຄືເພີ່ນ ແຕ່ຢ່າເຣັດຄືເພີ່ນ" ເຣັດຫຍັງກະລື່ນຫມູ່ ແລ້ວຈະໄປໂທດໃຜກະໂທດໂຕເອງ ກ່ອນຈະເອົາໃຜມາກະຄວນຈະສືບເບິ່ງປະຫວັດກ່ອນ .... ແມ່ນຢູ່ວ່າເປັນນັກຣ້ອງດັງແຕ່ມັນດັງຢູ່ບ້ານເຂົາ ນີ້ມັນແມ່ນເມືອງລາວ ມັນຕ່າງກັນ


໕໓ ກະທູ້
໗໒໙ ໂພສ
ຊຳນານການເວັບບອດ
ກະແມ່ນຍ້ອນສັນດານຄົນລາວມັກຟັງເພັງໄທ ຫັ້ນແລ້ວ ພວກທີ່ຈັດການຕະຫຼາດກະໃຊ້ຄວາມຢາກ.... ຄັນຄົນລາວຟັງເພັງລາວ ສົງເສີມເພັງລາວ ເພິ່ນກະຈະຈ້າງຄົນລາວນີ້ແຫຼະ... ເຮົາຕ້ອງສຳຫຼວດຕົນເອງກ່ອນ ວ່າຍ້ອນຫຍັງ.... ພວກການຕະຫຼາດ ເຂົາຈະຕ້ອງສຶກສາຄວາມຕ້ອງການ ກ່ອນຈະສະໜອງສະເໝີ...

ແຕ່ວ່າສຳລັບ ການສະແດງຂອງໂລໂຊ ນັ້ນ ຂ້າພະເຈົ້າເຫັນວ່າເປັນການສະແດງຂອງຄົນເມົາ ເມົາເຫຼົ້າ ຫຼື ເມົາຢາບ້ານີ້ລະ.... ແກ້ເສື້ອຖືກໃຈຄົນເມົາ ແລະ ແຖມຍັງມີການເວົ້າດາດໆ ຕ່ຳຫຼວດ... ສົງໄສ ຄືຊິເປັນຄັ້ງສຸດທ້າຍ ທີ່ໂລໂຊຈະໄດ້ມາລາວ.... ຖ້າລາວບໍ່ອອກມາຂໍໂທດ ການກະທຳ ທີ່ຖືກໃຈໄວເມົາ ແຕ່ເຜົາວັດທະນະທຳອັນດີງາມຂອງບ້ານເຮົາ....
ເອົາ.....ໂຮໆໆຮິໂຮໆໆໆໆໆໆ ຮີວວວວວວວວວວວວວວວວວວວວ

ນົກບໍ່ມີຂົນ, ຄົນບໍ່ມີປັນຍາ.... ບໍ່ອາດບິນຂຶ້ນທີ່ສູງໄດ້
ກອງທຶນເພື່ອການສຶກສາຂອງໄວໜຸ່ມລາວ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນລະຈັກຊິຊວນມາເຮັດຫັຍງນັກຮ້ອງລາວເຮົາ
ຫຼວງຫຼາຍ ກະບໍ່ເຊີນ ພໍເສຍເງີນຊາດເຮົາລ້າລາ ແຖມມາສ້າງເລື້ອງຫ້ອີກ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Challenge ຂຽນວ່າ...
ກະແມ່ນຍ້ອນສັນດານຄົນລາວມັກຟັງເພັງໄທ ຫັ້ນແລ້ວ ພວກທີ່ຈັດການຕະຫຼາດກະໃຊ້ຄວາມຢາກ.... ຄັນຄົນລາວຟັງເພັງລາວ ສົງເສີມເພັງລາວ ເພິ່ນກະຈະຈ້າງຄົນລາວນີ້ແຫຼະ... ເຮົາຕ້ອງສຳຫຼວດຕົນເອງກ່ອນ ວ່າຍ້ອນຫຍັງ.... ພວກການຕະຫຼາດ ເຂົາຈະຕ້ອງສຶກສາຄວາມຕ້ອງການ ກ່ອນຈະສະໜອງສະເໝີ...


ເລື່ອງຂອງການຕະຫລາດມັນກະມີຫລາຍຊ່ອງທາງ, ມີຫລາກຫລາຍກົນລະຍຸດເພື່ອດຶງດູດລູກຄ້າ ແລະອີກຢ່າງຈະມາໂທດຜູ້ບໍລິໂພກກະບໍ່ໄດ້ ຕົວຢ່າງ: ແຜ່ນເພງຂອງໄທນີ້ລ້ວນແຕ່ເປັນແຜ່ນຜີຊີດີເທື່ອນ ເມື່ອມັນຫລັ່ງໄຫລເຂົ້າມາເປັນຈຳນວນຫລວງຫລາຍ ມັນເປັນການເບື່ອເມົາປູກຈິດສຳນຶກໃຫ້ເຍົາວະຊົນເບື່ອເມົາໄປຕາມກະແສ ຢ່າລື່ມວ່າເດັກໃນວັນນີ້ຄືຜູ້ໃຫຍ່ໃນວັນຫນ້າ ຖ້າຈະໃຫ້ດີກະຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງຫັ້ນແລະຄວນມີການເຄັ່ງຄັດບໍ່ໃຫ້ມີແຜ່ນຊີດີເຖື່ອນຫັ່ນ ເມື່ອບໍ່ມີຊີດີກ໋ອບປີ້ ແນ່ນອນລາຄາມັນກະຕ້ອງສູງ ກວ່າຊີດີທີ່ເປັນຂອງຄົນລາວເອງ ທີ່ນີ້ຜູ້ຄົນພາຍໃນປະເທດມັນກໍ່ຈະຄ່ອຍໆຫັນມາບໍລິໂພກຂອງຄົນລາວເອງ.


໑໒ ກະທູ້
໑໒໖ ໂພສ
ນັກການກະທູ້
ໃຜມີພາບຕອນສະແດງເອົາໃຫ້ເບີ່ງແດ່ດຸ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ 1000lao ຂຽນວ່າ...
ໃຜມີພາບຕອນສະແດງເອົາໃຫ້ເບີ່ງແດ່ດຸ




ເຮົາກະຢາກເຫັນຄືກັນ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຂ້ອຍວ່າຄັນສິເຊີນມາກະ ກະຈັດບ່ອນໄວລຸ້ນໄປເບິ່ງບໍ່ແມ່ນໄປເປີດງານ ມັນເບິ່ງບໍ່ປານໃດ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໙ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ຢ່າພະເອີບ ນັກຮ້ອງຕ່າງຊາດຫຼາຍ , ນັກຮ້ອງລາວ ກະບັກຫຼາຍໆ

Have @ nice day

໖ ກະທູ້
໕໒໙ ໂພສ
ຊຳນານການເວັບບອດ
คนจัดงานก็น่าจะรู้นะครับว่าเสก เขาเล่นเพลงแนวร็อค และหลายคน (รวมทั้งผม) ที่ได้เคยดู เสก โลโซ เล่นสดมา ก็อยากจะบอกว่าเป็นประมาณนี้แหละครับ มันส์มาก อยู่ไทยก็เป็นเหมือนกันครับ (แต่ไปเล่นที่ลาว เลยไม่ค่อยเข้ากับประเพณี วัฒนธรรมเท่าไหร่ เลยดูออกมาไม่ค่อยจะเหมาะสมเท่าไหร่ครับ)

ตัวศิลปินเขาอาจจะไม่รู้อะไรมากมายครับ เพราะมันคนละสังคมกัน และที่ ที่เขาจัดแสดงมันก็เป็นร้านเหล้า ร้ายเบีย ไม่ใช่วัด หรือ สถารที่ศักดิ์สิทอะไรครับ คนที่จะไปเทีี่ยวสถานที่อย่างนี้ ก็ต้องยอมเปิดใจรับให้ได้แหละครับ.

หรือถ้าตัดปัญหาไปเลยคือ ไม่ต้องเชิญมาตั้งแต่แรกเลยครับ

โชคดีครับ.

♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໑໒ ກະທູ້
໑໒໖ ໂພສ
ນັກການກະທູ້
ໄດ້ຍີນແນວນີ້ແລ້ວໝົດສັດທາ ເລີຍ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາມັນໄປເຜົາ


໗ ກະທູ້
໒໓໒ ໂພສ
ນັກການກະທູ້
ຈັກເດະ........ບໍ່ໄດ້ໄປເບິ່ງ.........ມີແຕ່ຂີ່ກາຍ..................


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນຄົນລະສັງຄົມກັນ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Challenge ຂຽນວ່າ...
ກະແມ່ນຍ້ອນສັນດານຄົນລາວມັກຟັງເພັງໄທ ຫັ້ນແລ້ວ ພວກທີ່ຈັດການຕະຫຼາດກະໃຊ້ຄວາມຢາກ.... ຄັນຄົນລາວຟັງເພັງລາວ ສົງເສີມເພັງລາວ ເພິ່ນກະຈະຈ້າງຄົນລາວນີ້ແຫຼະ... ເຮົາຕ້ອງສຳຫຼວດຕົນເອງກ່ອນ ວ່າຍ້ອນຫຍັງ.... ພວກການຕະຫຼາດ ເຂົາຈະຕ້ອງສຶກສາຄວາມຕ້ອງການ ກ່ອນຈະສະໜອງສະເໝີ...


ເລື່ອງຂອງການຕະຫລາດມັນກະມີຫລາຍຊ່ອງທາງ, ມີຫລາກຫລາຍກົນລະຍຸດເພື່ອດຶງດູດລູກຄ້າ ແລະອີກຢ່າງຈະມາໂທດຜູ້ບໍລິໂພກກະບໍ່ໄດ້ ຕົວຢ່າງ: ແຜ່ນເພງຂອງໄທນີ້ລ້ວນແຕ່ເປັນແຜ່ນຜີຊີດີເທື່ອນ ເມື່ອມັນຫລັ່ງໄຫລເຂົ້າມາເປັນຈຳນວນຫລວງຫລາຍ ມັນເປັນການເບື່ອເມົາປູກຈິດສຳນຶກໃຫ້ເຍົາວະຊົນເບື່ອເມົາໄປຕາມກະແສ ຢ່າລື່ມວ່າເດັກໃນວັນນີ້ຄືຜູ້ໃຫຍ່ໃນວັນຫນ້າ ຖ້າຈະໃຫ້ດີກະຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງຫັ້ນແລະຄວນມີການເຄັ່ງຄັດບໍ່ໃຫ້ມີແຜ່ນຊີດີເຖື່ອນຫັ່ນ ເມື່ອບໍ່ມີຊີດີກ໋ອບປີ້ ແນ່ນອນລາຄາມັນກະຕ້ອງສູງ ກວ່າຊີດີທີ່ເປັນຂອງຄົນລາວເອງ ທີ່ນີ້ຜູ້ຄົນພາຍໃນປະເທດມັນກໍ່ຈະຄ່ອຍໆຫັນມາບໍລິໂພກຂອງຄົນລາວເອງ.




ການຕະຫຼາດແບບນີ້ບໍ່ເປັນຕິ ເສຍຫາຍບ້ານເມືອງຈ້າງຄົນຕິດຢາມາສະແດງ


໑໒ ກະທູ້
໑໒໖ ໂພສ
ນັກການກະທູ້
ແວະມາຈອບ ເບີ່ງ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຈິງແລ້ວຕົວສິລະປິນເອງກໍໜ້າຈະຮູ້ວ່າແມ່ນຫຍັງຄວນ ຫຼື ບໍ່ຄວນ..
ຈະມາບອກວ່າຮ້ອງເພງຣ໊ອກແລ້ວຈະເຮັດບ້າຯບໍຯກໍຄົງບໍ່ຖືກ..
ບໍ່ຊັ້ນຂ້ອຍຟັງເພງຣ໊ອກມາແຕ່ນ້ອຍຮອດປະຈຸບັນປານນີ້ຂ້ອຍຄົງຈະປະ HUM ແລ່ນອ້ອມບ້ານແລ້ວ..
ໜ້າຈະຮູ້ຈັກກາລະເທສະນຳ..

ສ່ວນປະເດັນທີ່ວ່າເປັນຫຍັງຕ້ອງເອົາແຕ່ນັກຮ້ອງໄທຍມາ..
ເປັນຫຍັງບໍ່ເອົານັກຮ້ອງລາວມາ..
ປັນຫາມັນມີຢູ່ທີ່ວ່າ..
ມັນບໍ່ມີຄົນໄປເບິ່ງໃຫ້ໄດ້ກຸ້ມທຶນຫັ້ນລ່ະ..
ບໍ່ໄດ້ວ່າບໍ່ສະໜັບສະໜຸນ..
ພຽງແຕ່ບໍ່ສະໜັບສະໜຸນການເປີດເຫຼົ້າໂຕະລະເປັນລ້ານ..
ເພື່ອໄປເບິ່ງຣ໊ອກເກີ້ປະ HUM ໃຫ້ເບິ່ງ..
ເອົາເງິນໄປຊື້ໝີ່ກ້ຽວໃຫ້ແມ່ກິນຍັງດີກວ່າ..


໐ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ຜູ້ໃຫຍ່ເຮົາໜ້າຈະຄິດຫຼາຍກ່ອນນີ້.....ພຽງແຕ່ຄຳສັ່ງຂອງຜູ້ໃຫຍ່ຄຳດຽວເລື່ອງຕ່າງໆຂອງສັງກໍ່ດີກ່ອນນີ້ ແລະ ຄວນຈະຄິດວ່າເຮົາຈຈະປູກຈິດສຳນຶກໃຫ້ເຍົາວະຊົນເຮົາຈັ່ງໃດ, ຈະໃຫ້ຮຽນເອົາແບບບ້ານເຂົາຫຼືເຮົາຈະສຶບຕໍ່ພັດທະນາແບບບ້ານເຮົາຫຼາຍກ່ອນ.


໑໔ ກະທູ້
໔໓໒ ໂພສ
ຊຳນານການເວັບບອດ
ບໍ່ມັກຟັງເພງໄທ
ຄືບໍ່ເຊີນ L'arc en ciel ມາແດ່ບໍ່ພາດແນ່ນອນ 5555

DarkEnCieL

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bpp ຂຽນວ່າ...
คนจัดงานก็น่าจะรู้นะครับว่าเสก เขาเล่นเพลงแนวร็อค และหลายคน (รวมทั้งผม) ที่ได้เคยดู เสก โลโซ เล่นสดมา ก็อยากจะบอกว่าเป็นประมาณนี้แหละครับ มันส์มาก อยู่ไทยก็เป็นเหมือนกันครับ (แต่ไปเล่นที่ลาว เลยไม่ค่อยเข้ากับประเพณี วัฒนธรรมเท่าไหร่ เลยดูออกมาไม่ค่อยจะเหมาะสมเท่าไหร่ครับ)

ตัวศิลปินเขาอาจจะไม่รู้อะไรมากมายครับ เพราะมันคนละสังคมกัน และที่ ที่เขาจัดแสดงมันก็เป็นร้านเหล้า ร้ายเบีย ไม่ใช่วัด หรือ สถารที่ศักดิ์สิทอะไรครับ คนที่จะไปเทีี่ยวสถานที่อย่างนี้ ก็ต้องยอมเปิดใจรับให้ได้แหละครับ.

หรือถ้าตัดปัญหาไปเลยคือ ไม่ต้องเชิญมาตั้งแต่แรกเลยครับ

โชคดีครับ.

ເປັນເຖິງດາລານັກຮ້ອງໜ້າຈະມີຄວາມສະຫຼາດວ່າອອກງານຄອນເສີດຕ່າງສະຖານທີ່ ຕ່າງວັດທະນະທຳຄວນວາງຕົວແນວໃດ ຄວນໜ້າຈະສຶກສາກ່ອນເລັກນ້ອຍ ບໍ່ແມ່ນວ່າຈະເອົານິດໄສຂອງຄວາມເປັນເສກໂລໂຊໄປໃຊ້ທຸກສະຖານທີ່


໐ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ເທື່ອຫນ້າຖ້າຢາກເຊີນມາ ຫາເສື້ອໃຫ້ເຂົາໃສ່ຄັກຄັກກ່ອນ
ຫລື ໄປກວ່ານັ້ນບໍ່ເຊີນມາແຫລະດີ


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ุຖ້າບໍ່ຖອດເສື້ອ ກະບໍ່ແມນເສກ ລະຕີ້

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ຂ້ອຍວ່າຄັນສິເຊີນມາກະ ກະຈັດບ່ອນໄວລຸ້ນໄປເບິ່ງບໍ່ແມ່ນໄປເປີດງານ ມັນເບິ່ງບໍ່ປານໃດ



ກົດ like

ທ້າວທອງໃສ

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>