ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ໝູ່ຜູ້ຊາຍ

໑໓ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ໃນຫ້ອງຮຽນພາກຄ່ຳ: ທ. ກ ເປັນຄົນໜ້າຕາດີ, ສຸພາບ, ມັກຍິ້ມ, ມັກຫົວ ແຕ່ຂີ້ອາຍ

ທ. ກ ນັ່ງນຳ ທ. ຂ , ສ່ວນ ທ. ຂ ເປັນຄົນອ້ວນດຳ, ມັກເວົ້າ, ມັກຕອບອາຈານ ແຕ່ຕອບບໍ່ຖືກຈັກເທື່ອ ມີແຕ່ຄົນຫົວເອົາ

ຂ້ອຍມັກ ທ. ກ ກວ່າ ມື້ໜຶ່ງຄວາມຈິງຢາກເວົ້າຢອກ ທ. ກ ແຕ່ຢ້ານລາວອາຍ, ຂ້ອຍກໍ່ອາຍແດ່

ເລີຍຢອກໄດ້ແຕ່ ທ. ຂ ຖາມວ່າ: ສົນໃຈໃຜຊິຕິດຕໍ່ໃຫ້, ຄວາມຈິງຢາກບອກວ່າ: ສົນໃຈ ທ. ກ ແຕ່ບໍ່ກ້າເວົ້າ

ເລີຍເວົ້າໃສ່ ທ. ຂ ວ່າ: ສົນໃຈເຈົ້າຫັ້ນລະ, ຕັ້ງແຕ່ນັ້ນມາ ທ. ຂ ຫັ້ນນະ ເຮັດທຳທ່າຍິ້ມຫວານມາໃສ່ຕະຫຼອດ ( ຢາກຫົວຂະໜາດ )

ຂ້ອຍມັກມີວຽກພາກຄ່ຳ ຂ້ອຍເລີຍຂໍຍ້າຍໄປຮຽນພາກເຊົ້າ, ຕໍ່ມາກໍ່ ທ. ຂ ກໍ່ສົ່ງຂໍ້ຄວາມມາຖາມວ່າ: ພາກເຊົ້າສອນດີບໍ່

ຂ້ອຍກໍ່ຕອບວ່າ: ກໍ່ດີ ບົດຮຽນໄປໄວກວ່າພາກຄ່ຳ, ອາທິດຕໍ່ມາກໍ່ເຫັນ ທ. ຂ ຍ້າຍນຳມາຮຽນພາກເຊົ້ານຳ,

ທ. ຂ ກໍ່ເລີຍເວົ້າໃຫ້ຟັງວ່າ: ທ. ກ ຈົ່ມຄິດຮອດເຈົ້າເດີ ( ເຮົາກໍ່ລັກດີໃຈ ຮາໆໆ )

ໃນຫ້ອງຮຽນແຖວຜູ້ຍິງກໍ່ມີແຕ່ແມ່ຍິງ ແລະ ກະເທີຍ, ແຖວຜູ້ຊາຍກໍ່ມີແຕ່ຜູ້ຊາຍ, ອັນ ທ. ຂ ຫັ້ນພັດຢາກມານັ່ງແຕ່ໃກ້ຂ້ອຍ

ຂ້ອຍໄລ່ໄປນັ່ງແຖວຜູ້ຊາຍກໍ່ບໍ່ໄປ, ນັ່ງໃກ້ຂ້ອຍແລ້ວຍັງສ້າງຄວາມລຳຄານໃຫ້ຂ້ອຍອີກເຊັ່ນ: ໃນເວລາອາຈານກຳລັງອະທິບາຍບົດຮຽນ

ທ. ຂ ກໍ່ອ່ານປື້ມສຽງດັງ, ຂ້ອຍກໍ່ເລີຍເວົ້າໃຫ້ວ່າ: ອ່ານໃນໃຈບໍ່ໄດ້ຫວາ? ແຖມສໍ້ນັ້ນ ຖາມນີ້ ເຮົາຕະຫຼອດ, ຂ້ອຍກໍ່ເລີຍຮ້າຍໃຫ້ຫຼາຍເທື່ອ

ທ. ຂ ເລີຍເວົ້າວ່າ: ຄຽດແລ້ວເດີ ມື້ແລງນີ້ຊິຍ້າຍໄປຮຽນພາກຄ່ຳຄືເກົ່າ, ຂ້ອຍຕອບວ່າ: ໄປກໍ່ໄປລະເນາະ...

ລາວກໍ່ຄືຊິໄປພາກຄ່ຳຄືນຫັນລະ ( ໄປກໍ່ໄປລະ ເຮົາບໍ່ໄດ້ສົນໃຈຢູ່ແລ້ວ ຮາໆ )

ອ່ານຫຼິ້ນໆມ່ວນໆເດີ


____________________________________________

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮອດຍາມຫົວລະບອກແນ່ເດີ.....


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໑ ກະທູ້
໑໔໖ ໂພສ
ນັກການກະທູ້
55555+ ມາຖາມຂ່າວ ລາວຍ້າຍລະຫວາດຽວນິນະ

jidapha

໑໓ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ມື້ນີ້ວັນສຸກແລ້ວ ເລີກຮຽນຕອນເຊົ້າແລ້ວ ມື້ອື່ນກໍ່ແມ່ນເສົາ-ທິດ ບໍ່ໄດ້ໄປໂຮງຮຽນ, ເອົາເປັນວ່າອາທິດໜ້າໄປໂຮງຮຽນແລ້ວຈິ່ງຮູ້ເດີວ່າ ທ. ຂ ຍ້າຍ ຫຼື ບໍ?

____________________________________________

໑໑ ກະທູ້
໑໔໖ ໂພສ
ນັກການກະທູ້

jidapha

໑໑ ກະທູ້
໑໔໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Life ຂຽນວ່າ...
ມື້ນີ້ວັນສຸກແລ້ວ ເລີກຮຽນຕອນເຊົ້າແລ້ວ ມື້ອື່ນກໍ່ແມ່ນເສົາ-ທິດ ບໍ່ໄດ້ໄປໂຮງຮຽນ, ເອົາເປັນວ່າອາທິດໜ້າໄປໂຮງຮຽນແລ້ວຈິ່ງຮູ້ເດີວ່າ ທ. ຂ ຍ້າຍ ຫຼື ບໍ?


ຕິດຕາມຕອນຕໍ່ໄປ ວ່າຊັ້ນສະເນາະ (ຂ້ອຍວ່າບໍ່ຍ້າຍ) ອິອິ

jidapha

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ກໍ່ເຈົ້າບອກລາວແບບນັ້ນ ລາວກໍ່ຄິດວ່າເຈົ້າເວົ້າແທ້ແຫລະເນາະ ຂ້ອຍວ່າເຈົ້າຮີບບອກລາວສາວ່າເຈົ້າເວົ້າຢອກລາວຊື່ໆ ທີ່ແທ້ເຈົ້າແອບມັກໝູ່ລາວພຸ້ນ ດຽວດົນໄປລາວຈະເສຍໃຈໃດ


໒໒ ກະທູ້
໓໓໙ ໂພສ
ຊຳນານການເວັບບອດ
ສົງສານ ທ.ກ ອຸດສາຍ້າຍພາກມານຳ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕິດຕາມຕອນຕໍ່ໄປ ວັນຈັນ...


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ billionaire ຂຽນວ່າ...
ສົງສານ ທ.ກ ອຸດສາຍ້າຍພາກມານຳ


ທ. ຂ ຍ້າຍ ນະ


໑໓ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ກໍ່ເຈົ້າບອກລາວແບບນັ້ນ ລາວກໍ່ຄິດວ່າເຈົ້າເວົ້າແທ້ແຫລະເນາະ ຂ້ອຍວ່າເຈົ້າຮີບບອກລາວສາວ່າເຈົ້າເວົ້າຢອກລາວຊື່ໆ ທີ່ແທ້ເຈົ້າແອບມັກໝູ່ລາວພຸ້ນ ດຽວດົນໄປລາວຈະເສຍໃຈໃດ


ລາວກໍ່ຄືຊິເສຍໃຈແລ້ວຕິເບາະ ຂ້ອຍຮ້າຍໃຫ້ຕະຫຼອດຢູ່

____________________________________________

໑໑ ກະທູ້
໑໔໖ ໂພສ
ນັກການກະທູ້

jidapha

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Life ຂຽນວ່າ...

ລາວກໍ່ຄືຊິເສຍໃຈແລ້ວຕິເບາະ ຂ້ອຍຮ້າຍໃຫ້ຕະຫຼອດຢູ່


ບໍແນ່ບາງທີລາວເຂົ້າໃຈວ່າຜູ້ສາວຮ້າຍຄືຜູ້ສາວມັກ ຫ່າໆໆ

ຂ້ອຍລະຢາກເຫັນຮູບ ຈຂກທ ແລ້ວລະ ວ່າຈະໜ້າຮັກປານໃດຈິ່ງເຮັດໃຫ້ຜູ້ບ່າວຍ້າຍຫ້ອງຮຽນນຳປານນີ້


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກຄົນງ່າຍໆທັງໃຈກໍ່ນ້ອຍໆເນາະອັນ ທ.ຂ ນີ້ຫນ່າ...ແຕ່ຂ້ອຍວ່າຈັກຫນ້ອຍເຈົ້າຊິຮັກລາວຍາມໃດບໍ່ຮູ້ເມື່ອລະ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໓ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Life ຂຽນວ່າ...

ລາວກໍ່ຄືຊິເສຍໃຈແລ້ວຕິເບາະ ຂ້ອຍຮ້າຍໃຫ້ຕະຫຼອດຢູ່


ບໍແນ່ບາງທີລາວເຂົ້າໃຈວ່າຜູ້ສາວຮ້າຍຄືຜູ້ສາວມັກ ຫ່າໆໆ

ຂ້ອຍລະຢາກເຫັນຮູບ ຈຂກທ ແລ້ວລະ ວ່າຈະໜ້າຮັກປານໃດຈິ່ງເຮັດໃຫ້ຜູ້ບ່າວຍ້າຍຫ້ອງຮຽນນຳປານນີ້


ເຫັນລະຕິຮູບ ຈຂກທ ນະ

____________________________________________

໑໓ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...
ຮັກຄົນງ່າຍໆທັງໃຈກໍ່ນ້ອຍໆເນາະອັນ ທ.ຂ ນີ້ຫນ່າ...ແຕ່ຂ້ອຍວ່າຈັກຫນ້ອຍເຈົ້າຊິຮັກລາວຍາມໃດບໍ່ຮູ້ເມື່ອລະ...


ໂນເວ ບໍ່ມີທາງທີ່ຈະຮັກແບບຄົນຮັກ ຖ້າຮັກກໍ່ຮັກແບບໝູ່ຄູ່ ອ້າຍນ້ອງຊາຍ

____________________________________________

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີແຕ່ເຮົາບໍ່ທັນຍ້າຍຮຮເນາະ.......ອຶອຶ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ້າວ ຄ ບໍ່ມີບົດບາດຫຍັງເລີຍ ນ່າສົງສານ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕິດຕາມຂ່າວຢູ່ ເຈົ້າຂອງ ກທ ຂ້ຽວມາຕໍ່ໄວ້ໆ


໑໓ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ມື້ຄືນ ຕອນປະມານ 11 ໂມງ

- ທ. ຂ ໂທມາວ່າ: ສະບາຍດີ ເຮັດຫຍັງຢູ່?

ຂ້ອຍຕອບ: ອ້າວ! ໂທມາເຮັດຫຍັງເດິກປານນີ້

- ທ. ຂ: ອັນນ໋າ ມື້ອື່ນວັນທີ່ຊາວມັງກອນພັກຮຽນບໍ?

ຂ້ອຍຕອບ: ອ້າວ! ມາຖາມເຮັດຫຍັງ ຂ້ອຍຊິໄປຮູ້ເນາະ

- ທ. ຂ: ອ້າວກໍ່ຄິດວ່າເຈົ້າຮູ້ເນາະ ເຂົາບໍ່ປະກາດບໍ?

ຂ້ອຍຕອບ: ບໍ່ນ໋າ ບໍ່ໄດ້ປະກາດຫຍັງນ໋າ ( ຂ້ອຍລຳຄານລາວລົມຍາວ ຮາໆ )

- ທ. ຂ: ບໍ່ໄປຊຳເໜືອນຳຫວາ ເຂົາເຈົ້າຊິພາກັນຂີ່ລົດຈັກໄປຊຳເໜືອມີແມ່ຍິງຫົກຄົນ ຜູ້ຊາຍສີ່ຄົນ

ຂອ້ຍຕອບ: ໄປເຮັດຫຍັງ ໃຜຊິກ້າໄປນຳຂີ່ລົດຈັກໄປຊຳເໜືອພຸ້ນນະ

- ທ. ຂ: ເຂົາເຈົ້າວ່າໄປຮອດນ໋າ

ຂ້ອຍຕອບ: ໂອ້ຍ ບໍ່ໄປ ບໍ່ໄປ

- ທ. ຂ: ຄອບອາຈານ ແລະ ເຂົາເຈົ້າໃຫ້ແດ່ເດີວ່າ ມື້ອື່ນນີ້ຂ້ອຍຊິຍ້າຍໄປພາກຄ່ຳຄືເກົ່າລະ

ຂ້ອຍຕອບ: ໄປກໍ່ໄປລະເນາະ ຍ້າຍຊື່ໄປກໍ່ໄດ້ໄປລະເນາະຊິຍາກຫຍັງ ຂຶ້ນກັບເຈົ້າ

- ທ. ຂ: ອອຍ! ຄອບໃຫ້ແດ່ເດີໆໆໆ

ຂ້ອຍຕອບ: ຄອບບໍ່ຄອບກໍ່ບໍ່ມີໃຜຖາມດອກຮາໆໆ

- ທ. ຂ: ອອຍ ບາງທີເຂົາຖາມເດ!

ຂ້ອຍຕອບ: ເອີໆໆໆ ຖ້າເຂົາຖາມຊິຕອບໃຫ້ດອກ

- ທ. ຂ: ເດີໆໆໆໆ

ຂອຍຕອບ: ເອີໆໆໆໆ ( ໂຄດລຳຄານເລີຍ ຮາໆໆ )

ແລ້ວ ທ. ຂ ກໍ່ວາງສາຍ

____________________________________________

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າຢູ່ໃສຊັ້ນນ່າສາວດຽວນີ້?
ຄືມີຄຳວ່າຂີ່ລົດຈັກໄປຊຳເໜືອ ຢ່າບອກເດີວ່າຂີ້ລົດຈັກແຕ່ວຽງໄປຊຳເໜືອ ຮອດພຸ້ນກົງຊິບໍ່ເປັນເລກ 8 ເລີຍວະນິ!! ອິອິ


໑໓ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ຂ້ອຍຢູ່ນະຄອນຫຼວງນີ້ລະ, ແມ່ນລະ ທ. ຂ ຊວນຂີ່ລົດຈັກໄປຊຳເໜືອພຸ້ນນະ

____________________________________________

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ຫ່າໆ ຊວນຂີ່ລົດຈັກໄປຮອດຊຳເໜືອ ຂີ່ໃຫ້ຮອດຫລັກ52ເບິ່ງກ່ອນວ່າຈະເປັນແນວໃດແລ້ວ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ຫ່າໆ ຊວນຂີ່ລົດຈັກໄປຮອດຊຳເໜືອ ຂີ່ໃຫ້ຮອດຫລັກ52ເບິ່ງກ່ອນວ່າຈະເປັນແນວໃດແລ້ວ

ກໍ່ວ່າຫັ້ນລະ ຄິດພາບບໍ່ອອກເລີຍ ໜາວປານນີ້ ແຖມບໍ່ຈັກຊິເວົ້າເນາະ ຢ້ານຕິກາງທາງນະ