ກະທູ້ມາໃໝ່ | ຫມວດ | ບັນເທີງ » ສີຫອມ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ໃນຫ້ອງຮຽນພາກຄ່ຳ: ທ. ກ ເປັນຄົນໜ້າຕາດີ, ສຸພາບ, ມັກຍິ້ມ, ມັກຫົວ ແຕ່ຂີ້ອາຍ ທ. ກ ນັ່ງນຳ ທ. ຂ , ສ່ວນ ທ. ຂ ເປັນຄົນອ້ວນດຳ, ມັກເວົ້າ, ມັກຕອບອາຈານ ແຕ່ຕອບບໍ່ຖືກຈັກເທື່ອ ມີແຕ່ຄົນຫົວເອົາ ຂ້ອຍມັກ ທ. ກ ກວ່າ ມື້ໜຶ່ງຄວາມຈິງຢາກເວົ້າຢອກ ທ. ກ ແຕ່ຢ້ານລາວອາຍ, ຂ້ອຍກໍ່ອາຍແດ່ ເລີຍຢອກໄດ້ແຕ່ ທ. ຂ ຖາມວ່າ: ສົນໃຈໃຜຊິຕິດຕໍ່ໃຫ້, ຄວາມຈິງຢາກບອກວ່າ: ສົນໃຈ ທ. ກ ແຕ່ບໍ່ກ້າເວົ້າ ເລີຍເວົ້າໃສ່ ທ. ຂ ວ່າ: ສົນໃຈເຈົ້າຫັ້ນລະ, ຕັ້ງແຕ່ນັ້ນມາ ທ. ຂ ຫັ້ນນະ ເຮັດທຳທ່າຍິ້ມຫວານມາໃສ່ຕະຫຼອດ ( ຢາກຫົວຂະໜາດ ) ຂ້ອຍມັກມີວຽກພາກຄ່ຳ ຂ້ອຍເລີຍຂໍຍ້າຍໄປຮຽນພາກເຊົ້າ, ຕໍ່ມາກໍ່ ທ. ຂ ກໍ່ສົ່ງຂໍ້ຄວາມມາຖາມວ່າ: ພາກເຊົ້າສອນດີບໍ່ ຂ້ອຍກໍ່ຕອບວ່າ: ກໍ່ດີ ບົດຮຽນໄປໄວກວ່າພາກຄ່ຳ, ອາທິດຕໍ່ມາກໍ່ເຫັນ ທ. ຂ ຍ້າຍນຳມາຮຽນພາກເຊົ້ານຳ, ທ. ຂ ກໍ່ເລີຍເວົ້າໃຫ້ຟັງວ່າ: ທ. ກ ຈົ່ມຄິດຮອດເຈົ້າເດີ ( ເຮົາກໍ່ລັກດີໃຈ ຮາໆໆ ) ໃນຫ້ອງຮຽນແຖວຜູ້ຍິງກໍ່ມີແຕ່ແມ່ຍິງ ແລະ ກະເທີຍ, ແຖວຜູ້ຊາຍກໍ່ມີແຕ່ຜູ້ຊາຍ, ອັນ ທ. ຂ ຫັ້ນພັດຢາກມານັ່ງແຕ່ໃກ້ຂ້ອຍ ຂ້ອຍໄລ່ໄປນັ່ງແຖວຜູ້ຊາຍກໍ່ບໍ່ໄປ, ນັ່ງໃກ້ຂ້ອຍແລ້ວຍັງສ້າງຄວາມລຳຄານໃຫ້ຂ້ອຍອີກເຊັ່ນ: ໃນເວລາອາຈານກຳລັງອະທິບາຍບົດຮຽນ ທ. ຂ ກໍ່ອ່ານປື້ມສຽງດັງ, ຂ້ອຍກໍ່ເລີຍເວົ້າໃຫ້ວ່າ: ອ່ານໃນໃຈບໍ່ໄດ້ຫວາ? ແຖມສໍ້ນັ້ນ ຖາມນີ້ ເຮົາຕະຫຼອດ, ຂ້ອຍກໍ່ເລີຍຮ້າຍໃຫ້ຫຼາຍເທື່ອ ທ. ຂ ເລີຍເວົ້າວ່າ: ຄຽດແລ້ວເດີ ມື້ແລງນີ້ຊິຍ້າຍໄປຮຽນພາກຄ່ຳຄືເກົ່າ, ຂ້ອຍຕອບວ່າ: ໄປກໍ່ໄປລະເນາະ... ລາວກໍ່ຄືຊິໄປພາກຄ່ຳຄືນຫັນລະ ( ໄປກໍ່ໄປລະ ເຮົາບໍ່ໄດ້ສົນໃຈຢູ່ແລ້ວ ຮາໆ ) ອ່ານຫຼິ້ນໆມ່ວນໆເດີ
____________________________________________
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຮອດຍາມຫົວລະບອກແນ່ເດີ..... |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
55555+ ມາຖາມຂ່າວ ລາວຍ້າຍລະຫວາດຽວນິນະ
jidapha
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ມື້ນີ້ວັນສຸກແລ້ວ ເລີກຮຽນຕອນເຊົ້າແລ້ວ ມື້ອື່ນກໍ່ແມ່ນເສົາ-ທິດ ບໍ່ໄດ້ໄປໂຮງຮຽນ, ເອົາເປັນວ່າອາທິດໜ້າໄປໂຮງຮຽນແລ້ວຈິ່ງຮູ້ເດີວ່າ ທ. ຂ ຍ້າຍ ຫຼື ບໍ?
____________________________________________
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
jidapha
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Life ຂຽນວ່າ... ມື້ນີ້ວັນສຸກແລ້ວ ເລີກຮຽນຕອນເຊົ້າແລ້ວ ມື້ອື່ນກໍ່ແມ່ນເສົາ-ທິດ ບໍ່ໄດ້ໄປໂຮງຮຽນ, ເອົາເປັນວ່າອາທິດໜ້າໄປໂຮງຮຽນແລ້ວຈິ່ງຮູ້ເດີວ່າ ທ. ຂ ຍ້າຍ ຫຼື ບໍ? ຕິດຕາມຕອນຕໍ່ໄປ ວ່າຊັ້ນສະເນາະ (ຂ້ອຍວ່າບໍ່ຍ້າຍ) ອິອິ
jidapha
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ກໍ່ເຈົ້າບອກລາວແບບນັ້ນ ລາວກໍ່ຄິດວ່າເຈົ້າເວົ້າແທ້ແຫລະເນາະ ຂ້ອຍວ່າເຈົ້າຮີບບອກລາວສາວ່າເຈົ້າເວົ້າຢອກລາວຊື່ໆ ທີ່ແທ້ເຈົ້າແອບມັກໝູ່ລາວພຸ້ນ ດຽວດົນໄປລາວຈະເສຍໃຈໃດ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ສົງສານ ທ.ກ ອຸດສາຍ້າຍພາກມານຳ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຕິດຕາມຕອນຕໍ່ໄປ ວັນຈັນ... |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ... ກໍ່ເຈົ້າບອກລາວແບບນັ້ນ ລາວກໍ່ຄິດວ່າເຈົ້າເວົ້າແທ້ແຫລະເນາະ ຂ້ອຍວ່າເຈົ້າຮີບບອກລາວສາວ່າເຈົ້າເວົ້າຢອກລາວຊື່ໆ ທີ່ແທ້ເຈົ້າແອບມັກໝູ່ລາວພຸ້ນ ດຽວດົນໄປລາວຈະເສຍໃຈໃດລາວກໍ່ຄືຊິເສຍໃຈແລ້ວຕິເບາະ ຂ້ອຍຮ້າຍໃຫ້ຕະຫຼອດຢູ່
____________________________________________
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
jidapha
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Life ຂຽນວ່າ... ລາວກໍ່ຄືຊິເສຍໃຈແລ້ວຕິເບາະ ຂ້ອຍຮ້າຍໃຫ້ຕະຫຼອດຢູ່ ບໍແນ່ບາງທີລາວເຂົ້າໃຈວ່າຜູ້ສາວຮ້າຍຄືຜູ້ສາວມັກ ຫ່າໆໆ ຂ້ອຍລະຢາກເຫັນຮູບ ຈຂກທ ແລ້ວລະ ວ່າຈະໜ້າຮັກປານໃດຈິ່ງເຮັດໃຫ້ຜູ້ບ່າວຍ້າຍຫ້ອງຮຽນນຳປານນີ້ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຮັກຄົນງ່າຍໆທັງໃຈກໍ່ນ້ອຍໆເນາະອັນ ທ.ຂ ນີ້ຫນ່າ...ແຕ່ຂ້ອຍວ່າຈັກຫນ້ອຍເຈົ້າຊິຮັກລາວຍາມໃດບໍ່ຮູ້ເມື່ອລະ...
ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Life ຂຽນວ່າ... ລາວກໍ່ຄືຊິເສຍໃຈແລ້ວຕິເບາະ ຂ້ອຍຮ້າຍໃຫ້ຕະຫຼອດຢູ່ ບໍແນ່ບາງທີລາວເຂົ້າໃຈວ່າຜູ້ສາວຮ້າຍຄືຜູ້ສາວມັກ ຫ່າໆໆ ຂ້ອຍລະຢາກເຫັນຮູບ ຈຂກທ ແລ້ວລະ ວ່າຈະໜ້າຮັກປານໃດຈິ່ງເຮັດໃຫ້ຜູ້ບ່າວຍ້າຍຫ້ອງຮຽນນຳປານນີ້ ເຫັນລະຕິຮູບ ຈຂກທ ນະ
____________________________________________
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ... ຮັກຄົນງ່າຍໆທັງໃຈກໍ່ນ້ອຍໆເນາະອັນ ທ.ຂ ນີ້ຫນ່າ...ແຕ່ຂ້ອຍວ່າຈັກຫນ້ອຍເຈົ້າຊິຮັກລາວຍາມໃດບໍ່ຮູ້ເມື່ອລະ...ໂນເວ ບໍ່ມີທາງທີ່ຈະຮັກແບບຄົນຮັກ ຖ້າຮັກກໍ່ຮັກແບບໝູ່ຄູ່ ອ້າຍນ້ອງຊາຍ
____________________________________________
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ດີແຕ່ເຮົາບໍ່ທັນຍ້າຍຮຮເນາະ.......ອຶອຶ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ທ້າວ ຄ ບໍ່ມີບົດບາດຫຍັງເລີຍ ນ່າສົງສານ
ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຕິດຕາມຂ່າວຢູ່ ເຈົ້າຂອງ ກທ ຂ້ຽວມາຕໍ່ໄວ້ໆ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ມື້ຄືນ ຕອນປະມານ 11 ໂມງ - ທ. ຂ ໂທມາວ່າ: ສະບາຍດີ ເຮັດຫຍັງຢູ່? ຂ້ອຍຕອບ: ອ້າວ! ໂທມາເຮັດຫຍັງເດິກປານນີ້ - ທ. ຂ: ອັນນ໋າ ມື້ອື່ນວັນທີ່ຊາວມັງກອນພັກຮຽນບໍ? ຂ້ອຍຕອບ: ອ້າວ! ມາຖາມເຮັດຫຍັງ ຂ້ອຍຊິໄປຮູ້ເນາະ - ທ. ຂ: ອ້າວກໍ່ຄິດວ່າເຈົ້າຮູ້ເນາະ ເຂົາບໍ່ປະກາດບໍ? ຂ້ອຍຕອບ: ບໍ່ນ໋າ ບໍ່ໄດ້ປະກາດຫຍັງນ໋າ ( ຂ້ອຍລຳຄານລາວລົມຍາວ ຮາໆ ) - ທ. ຂ: ບໍ່ໄປຊຳເໜືອນຳຫວາ ເຂົາເຈົ້າຊິພາກັນຂີ່ລົດຈັກໄປຊຳເໜືອມີແມ່ຍິງຫົກຄົນ ຜູ້ຊາຍສີ່ຄົນ ຂອ້ຍຕອບ: ໄປເຮັດຫຍັງ ໃຜຊິກ້າໄປນຳຂີ່ລົດຈັກໄປຊຳເໜືອພຸ້ນນະ - ທ. ຂ: ເຂົາເຈົ້າວ່າໄປຮອດນ໋າ ຂ້ອຍຕອບ: ໂອ້ຍ ບໍ່ໄປ ບໍ່ໄປ - ທ. ຂ: ຄອບອາຈານ ແລະ ເຂົາເຈົ້າໃຫ້ແດ່ເດີວ່າ ມື້ອື່ນນີ້ຂ້ອຍຊິຍ້າຍໄປພາກຄ່ຳຄືເກົ່າລະ ຂ້ອຍຕອບ: ໄປກໍ່ໄປລະເນາະ ຍ້າຍຊື່ໄປກໍ່ໄດ້ໄປລະເນາະຊິຍາກຫຍັງ ຂຶ້ນກັບເຈົ້າ - ທ. ຂ: ອອຍ! ຄອບໃຫ້ແດ່ເດີໆໆໆ ຂ້ອຍຕອບ: ຄອບບໍ່ຄອບກໍ່ບໍ່ມີໃຜຖາມດອກຮາໆໆ - ທ. ຂ: ອອຍ ບາງທີເຂົາຖາມເດ! ຂ້ອຍຕອບ: ເອີໆໆໆ ຖ້າເຂົາຖາມຊິຕອບໃຫ້ດອກ - ທ. ຂ: ເດີໆໆໆໆ ຂອຍຕອບ: ເອີໆໆໆໆ ( ໂຄດລຳຄານເລີຍ ຮາໆໆ ) ແລ້ວ ທ. ຂ ກໍ່ວາງສາຍ
____________________________________________
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເຈົ້າຢູ່ໃສຊັ້ນນ່າສາວດຽວນີ້? ຄືມີຄຳວ່າຂີ່ລົດຈັກໄປຊຳເໜືອ ຢ່າບອກເດີວ່າຂີ້ລົດຈັກແຕ່ວຽງໄປຊຳເໜືອ ຮອດພຸ້ນກົງຊິບໍ່ເປັນເລກ 8 ເລີຍວະນິ!! ອິອິ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຂ້ອຍຢູ່ນະຄອນຫຼວງນີ້ລະ, ແມ່ນລະ ທ. ຂ ຊວນຂີ່ລົດຈັກໄປຊຳເໜືອພຸ້ນນະ
____________________________________________
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຫ່າໆ ຊວນຂີ່ລົດຈັກໄປຮອດຊຳເໜືອ ຂີ່ໃຫ້ຮອດຫລັກ52ເບິ່ງກ່ອນວ່າຈະເປັນແນວໃດແລ້ວ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ... ຫ່າໆ ຊວນຂີ່ລົດຈັກໄປຮອດຊຳເໜືອ ຂີ່ໃຫ້ຮອດຫລັກ52ເບິ່ງກ່ອນວ່າຈະເປັນແນວໃດແລ້ວ ກໍ່ວ່າຫັ້ນລະ ຄິດພາບບໍ່ອອກເລີຍ ໜາວປານນີ້ ແຖມບໍ່ຈັກຊິເວົ້າເນາະ ຢ້ານຕິກາງທາງນະ |