ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ຈະຊ່ວຍໝູ່ອົກຫັກແນວໃດ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງຄືວ່າ: ເຂົາກຳລັງຈະແຕ່ງງານກັນແລ້ວ, ຝ່າຍຊາຍເຮັດວຽກຢູ່ໂຄງການ ໄດ້ເງິນອ່າວດີກວ່າຝ່າຍຍິງ, 10 ປີທີ່ຄົບກັນມາ ຝ່າຍຊາຍທຸ່ມເທແຮງກາຍໃຈ ເງິນຄຳໃສ່ຄວາມຮັກ ເອົາໃຈໃສ່ຄອບຄົວ... ຈົນຮອດມື້ຊິແຕ່ງງານ ໄດ້ນັດກັບຝ່າຍຍິງແລ້ວວ່າ ວັນທີ່ນັ້ນຈະຈັດງານແຕ່ງ, ຝ່າຍຊາຍກໍໄປບອກຄົນຮູ້ຈັກ ຫົວໜ້າຫົວຕາ ຫຼາຍໆຄົນວ່າ ມື້ນັ້ນເດີງານແຕ່ງ ແຕ່ບາດຮອດມື້ ຝ່າຍຍິງບໍ່ໄດ້ກະກຽມຫຍັງ, ຝ່າຍຊາຍຖາມຫາເຫດຝົນວ່າເປັນຫຍັງຄືບໍ່ກຽມຫຍັງ? ຝ່າຍຍິງຕອບວ່າ: ໃຫ້ເຈົ້າເຮັດວຽກຫາເງິນກ່ອນ. ຝ່າຍຊາຍຄຽດແຮງ ໜີບັນຫາບໍ່ສົນໃຈຫຍັງອີກ, ວຽກໂຄງການກໍເຊົາເຮັດ, ແຟນງໍ້ແນວໃດກໍບໍ່ຍອມກັບໄປຄືນດີ, ແຕ່ລະມື້ແມ່ນດື່ມແຕ່ເຫຼົ້າເຂົ້າຮ້ານເບຍ ເສຍນໍ້າຕາຮ້ອງໄຫ້. ຕອນນີ້ຝ່າຍຍິງອາດຈະຈ້ອງເບິ່ງວ່າລາວຊິເຮັດແນວໃດ, ແຕ່ລາວບໍ່ໃຫ້ຄຳຕອບຫຍັງ ມີແຕ່ວ່າຄຽດແລ້ວໄປເລີຍ ບໍ່ສົນໃຈອີກ ແຕ່ເປັນຫຍັງຄືເສົ້າ ແລະ ບໍ່ສາມາດທຳໃຈໄດ້ແບບນັ້ນ? ເຮົາຖານະໝູ່ເພື່ອນ ເຫັນແລ້ວເມື່ອຍ ທໍລະມານໃຈແທນ ແລະ ເປັນຫ່ວງນຳຫຼາຍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ມັນມີຫຍັງຫຼາຍກວ່ານັ້ນຕິ ຄືຊິມາງ່າຍແທະລະ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າແຝນລາວເປັນແນວນັ້ນແທ້ ລາວກຳລັງຄົບຄົນຜິດ ບອກລາວປ່ອຍວາງໂລດ ມາທາງນີ້ຍັງມີຫລາຍຢູ່


໐ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ຕອບຍາກເຫັນໃຈລາວຢູ່່ ບໍ່ຖືກໃຜກໍ່ບໍ່ຮູ້ ແຕ່ຢາກໃຫ້ເຂົາລະລຶກແດ່ວ່າ ຜູ້ຍິງນັ້ນເຂົາບໍ່ແມ່ນເຮົາແລ້ວເຂົາຊິຮັກເຮົາໄດ້ແນວໃດ ເວົ້າແທ້ແລ້ວຄັນເຮົາບໍ່ຮັກເຮົາເຮັດໂລໆເລໆບໍ່ເປັນຕົນເປັນຕົວປະວຽກປະງານແບບນີ້ ຜູ້ຍິງຍິ່ງຊິໄດ້ໃຈ ຫລືອາດຊິບໍ່ເຫັນໃຈເຮົາຊ້ຳດີແທ້ຄວນທຳໃຈໃຫ້ໄດ້ຄື ຕ້ອງອົດກັ້ນອົດທົນໃຫ້ໄດ້ ພະຍາຍາມຫ່າງ ພະຍາຍາມລືມ ດ້ວຍການຫາກິດຈະການອັນໃດອັນນຶ່ງມາເຮັດເຊັ່ນ ຫລີ້ນກິລາ ດົນຕີ ຄິດວ່າພໍ່ແມ່ຍັງຮັກເຮົາເດີ ລ້ຽງເຮົາມາແຕ່ນ້ອຍຈົນໃຫຍ່ ເຮັດໃຫ້ເພິ່ນເສຍອົກເສຍໃຈ ຖຽງຖ້ອຍຖຽງຄວາມເພິ່ນຈົນໜ້າດຳຕາແດງ ເຄີຍຄິດເສຍໃຈ ເຄີຍຂ໋ອະໄພນຳເພິ່ນແດ່ບໍ່ ອັນນີ້ໂທດໜັກເດີ ອັນນີ້ຜູ້ສາວເປັນພຽງຄົນທີ່ຫາກໍ່ເຫັນໜ້າກັນຕອນໃຫຍ່ນີ້ຊື່ໆ. ຄັນເຂົາບໍ່ຮັກເຮົາ ກໍ່ໃຫ້ອະໄພເຂົາ ແລະ ລືມເຂົາເສຍ ດີກ່ວາຊິມາເປັນເມຍແລ້ວດ່າເຮົາໝົດມື້ໝົດວັນ. ອັນນີ້ກໍ່ແມ່ນຄຳເຫັນສ່ວນຕົວຂ້ອຍ ໃຊ້ມາແລ້ວລືມໄດ້ ພາຍໃນສາມເດືອນ ຫາແຟນໃຫມ່ສາ

xana

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ມັນມີຫຍັງຫຼາຍກວ່ານັ້ນຕິ ຄືຊິມາງ່າຍແທະລະ

ຈັ່ງວ່າເດ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ xana ຂຽນວ່າ...
ຕອບຍາກເຫັນໃຈລາວຢູ່່ ບໍ່ຖືກໃຜກໍ່ບໍ່ຮູ້ ແຕ່ຢາກໃຫ້ເຂົາລະລຶກແດ່ວ່າ ຜູ້ຍິງນັ້ນເຂົາບໍ່ແມ່ນເຮົາແລ້ວເຂົາຊິຮັກເຮົາໄດ້ແນວໃດ ເວົ້າແທ້ແລ້ວຄັນເຮົາບໍ່ຮັກເຮົາເຮັດໂລໆເລໆບໍ່ເປັນຕົນເປັນຕົວປະວຽກປະງານແບບນີ້ ຜູ້ຍິງຍິ່ງຊິໄດ້ໃຈ ຫລືອາດຊິບໍ່ເຫັນໃຈເຮົາຊ້ຳດີແທ້ຄວນທຳໃຈໃຫ້ໄດ້ຄື ຕ້ອງອົດກັ້ນອົດທົນໃຫ້ໄດ້ ພະຍາຍາມຫ່າງ ພະຍາຍາມລືມ ດ້ວຍການຫາກິດຈະການອັນໃດອັນນຶ່ງມາເຮັດເຊັ່ນ ຫລີ້ນກິລາ ດົນຕີ ຄິດວ່າພໍ່ແມ່ຍັງຮັກເຮົາເດີ ລ້ຽງເຮົາມາແຕ່ນ້ອຍຈົນໃຫຍ່ ເຮັດໃຫ້ເພິ່ນເສຍອົກເສຍໃຈ ຖຽງຖ້ອຍຖຽງຄວາມເພິ່ນຈົນໜ້າດຳຕາແດງ ເຄີຍຄິດເສຍໃຈ ເຄີຍຂ໋ອະໄພນຳເພິ່ນແດ່ບໍ່ ອັນນີ້ໂທດໜັກເດີ ອັນນີ້ຜູ້ສາວເປັນພຽງຄົນທີ່ຫາກໍ່ເຫັນໜ້າກັນຕອນໃຫຍ່ນີ້ຊື່ໆ. ຄັນເຂົາບໍ່ຮັກເຮົາ ກໍ່ໃຫ້ອະໄພເຂົາ ແລະ ລືມເຂົາເສຍ ດີກ່ວາຊິມາເປັນເມຍແລ້ວດ່າເຮົາໝົດມື້ໝົດວັນ. ອັນນີ້ກໍ່ແມ່ນຄຳເຫັນສ່ວນຕົວຂ້ອຍ ໃຊ້ມາແລ້ວລືມໄດ້ ພາຍໃນສາມເດືອນ ຫາແຟນໃຫມ່ສາ



ຖືກຕ້ອງ


໘ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ເຮັດ​ແຕ່​ຄວາມ​ດີ ໃຜໆກໍ່​ຢາກ​ໄດ້ ຄັນ​ບໍ່​ໄດ້​ກໍ່​ເສຍ​ດາຍ

ສິ​ລາ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ ອົກຫັກ ເປັນ ກ
ຮຽນຫົວໜ້າລົບກະທູ້ນີ້ໃຫ້ແດ ່ຂອບໃຈ