ກະທູ້ມາໃໝ່ | ຫມວດ | ບັນເທີງ » ສີຫອມ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໄດ້ຍິນວ່າປີຊິມານີ້ຄະນະກຳມະການຄັດເລືອກນາງສາວງາມທີ່ເອີ້ນວ່າ ນາງສາວອາພອນລາວ ກະຊວງຖະແຫຼງຂ່າວແລະວັດທະນາທຳ ຈະໄດ້ປ່ຽນມາເປັນ ນາງສາວລາວແມ່ນບໍ່ ? ໃຜຮູ້ຂໍ້ມູນນີ້ມາບອກແນ່ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າວເຂົາຊິປ່ຽນຫວ໋າ ?
ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ປ່ຽນແລ້ວເດະ ເຂົາຮັບສະໝັກກັນຮຽບຮ້ອຍ ປີນີ້ລາວສະຕາຣເປັນຜູ່ຈັດ ເບິ່ງຂໍ້ມູນໃນຊ່ອງລາວສະຕາຣ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບໍ່ໄດ້ປ່ຽນ
ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ສົງໃສບໍ່ແມ່ນເພີນສິມີແຜນສົ່ງນາງສາວລາວ ເຂົ້າປະກວດນາງງາມໂລກນຳບໍ່ຫັນ ຈຶ່ງປ່ຽນຊື່ໃໝ່ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
yark hen khon dai T 1 de.... |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ນາງສາວລາວ ຈະເປັນຕົວແທນຮອບດ້ານໃຫ້ແມ່ຍິງລາວທົ່ວປະເທດ ໂຄງການນາງສາວລາວ ແມ່ນໂຄງການທີ່ສືບເນື່ອງມາຈາກໂຄງການນາງສາວອາພອນລາວ ເຊິ່ງເລີ່ມແຕ່ປີ 2006-2008 ໂດຍສູນກາງສະຫະພັນແມ່ຍິງລາວ ແລະ ບໍລິສັດ ເຄແອນຊີ ຈຳກັດ ຈັດຕັ້ງຂຶ້ນ ແລະ ໄດ້ຮັບການຕອບຮັບເປັນ ຢ່າງດີຈາກມວນຊົນ ສາມາດໂຄສະນາເຜີຍແຜ່ສົ່ງເສີມການອະນຸລັກຮັກສາວັດທະນະທຳການນຸ່ງຖືຂອງແມ່ຍິງລາວທົ່ວ ປະເທດ ແຕ່ມັນກໍພຽງເປັນຕົວແທນດ້ານການນຸ່ງຖືເທົ່ານັ້ນ ບໍ່ສາມາດເປັນຕົວແທນຢ່າງຮອບດ້ານແກ່ຍິງສາວລາວທົ່ວປະ ເທດໄດ້ ສະນັ້ນ ຄະນະກຳມະການຈັດງານຈຶ່ງຄົ້ນຄ້ວາ ແລະ ປ່ຽນຊື່ຈາກ "ນາງສາວອາພອນລາວ" ມາເປັນ "ນາງສາວ ລາວ" ເພື່ອຕອບສະໜອງກັບສະພາບການໃນໄລຍະໃໝ່ ແຕ່ຮູບແບບການນຸ່ງຖື ການຈັດງານ ອີງໃສ່ຮູບການເກົ່າ ແຕ່ປີ 2009 ເປັນຕົ້ນໄປ ໂດຍໄດ້ຮັບການຊີ້ນຳຈາກທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ມອບໃຫ້ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ເປັນເຈົ້າການ. ຂັດເລືອກນາງສາວລາວ ປີ 2009 ຖືວ່າເປັນປີທຳອິດ ເຊິ່ງຜູ້ຈະເຂົ້າຮ່ວມຕ້ອງແມ່ນສັນຊາດລາວ ເພດຍິງໂດຍ ກຳເນີດ ສູງ 1,65 ແມັດຂຶ້ນໄປ ອາຍຸລະຫວ່າງ 18-26 ປີ ມີບຸກຄະລິກດີ ສະຫຼາດ ມີຄວາມຮູ້ຄວາມສາມາດ ມີມະນຸດສຳພັນ ດີ ເປັນໂສດ (ບໍ່ເຄີຍຜ່ານການສົມລົດ ຫຼື ໝັ້ນມາກ່ອນ) ມີປະຫວັດດີ ປະກອບອາຊີບຖືກກົດໝາຍ ຈົບມັດທະຍົມຕອນປາຍ ຂຶ້ນໄປ ຮູ້ພາສາຕ່າງປະເທດໃດໜຶ່ງ ມີສຸຂະພາບແຂງແຮງ ມີໃບກວດສຸຂະພາບຈາກໂຮງໝໍລັດຕິດຄັດມາພ້ອມ ບໍ່ເຄີຍຜ່ານ ການໃສຍະກຳຄວາມງາມມາກ່ອນ ຖ້ານາງສາວໃດເຄີຍຮັບຕຳແໜ່ງ ຫຼື ເປັນນາງສາວໂຄສະນາສິນຄ້າໃດໜຶ່ງມາກ່ອນ ຈະ ຕ້ອງບໍ່ຂັດກັບເງື່ອນໄຂ ແລະ ເປົ້າໝາຍຂອງຜູ້ທີ່ໃຫ້ການສະໜັບສະໜູນ ຜູ້ທີ່ຖືກຄັດເລືອກເປັນນາງສາວລາວ ປະຈຳປີ 2009 ຈະຕ້ອງໄດ້ເຄື່ອນໄຫວກິດຈະກຳຕ່າງໆເປັນເວລາ 1 ປີ ຢູ່ທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ສົນໃຈສຳລັບແຂວງ ພາກເໜືອສາມາດສະໝັກໄດ້ທີ່ໂຮງແຮມວິນລ້າສັນຕິ ແຂວງຫຼວງພະບາງ ແຕ່ວັນທີ 14-16 ກັນຍາ 2009 ພາກກາງຢູ່ທີ່ບໍ ລິສັດ ເຄແອນຊີ ຈຳກັດ ນະຄອນຫຼວງວຽງຈັນ ແຕ່ວັນທີ 14-18 ກັນຍາ 2009 ແລະ ພາກໃຕ້ຢູ່ທີ່ໂຮງແຮມດາວສະຫວັນ ແຂວງສະຫວັນນະເຂດ ແຕ່ວັນທີ 14-16 ກັນຍາ 2009 ແລະ ໂຮງແຮມຈຳປາສັກ ພາເລດ ແຂວງຈຳປາສັກ ແຕ່ວັນທີ 17- 19 ກັນຍາ 2009 ສຳລັບແຂວງອື່ນໆສາມາດເຂົ້າຮັບໃບສະໝັກດ້ວຍຕົນເອງທີ່ຫ້ອງວ່າການແຂວງ ສະຖາບັນການສຶກສາ ແລະ ສະຖານທີ່ໆມີເຄື່ອງໝາຍກອງຂັດເລືອກທົ່ວໄປ ແຕ່ວັນທີ 14-18 ກັນຍາ 2009 ແລ້ວສົ່ງໃບສະໝັກມາທີ່ບໍລິສັດ ເຄ ແອນຊີ ບໍ່ໃຫ້ກາຍວັນທີ 18 ກັນຍາ 2009 ຫຼັງຈາກນັ້ນຄະນະກຳມະການຈະຄັດເລືອກຈາກປະຫວັດຕົວຈິງ ຈາກການສຳ ພາດ ສົມທົບກັບນາງສາວທີ່ເປັນຕົວແທນແຕ່ລະແຂວງ ທີ່ສົ່ງເຂົ້າປະກວດ ແລ້ວຄັດເລືອກໃຫ້ເຫຼືອ 24 ນາງສາວ ເພື່ອເຂົ້າ ຮ່ວມໃນຮອບຊີງຊະນະເລີດທີ່ຈະຈັດຂຶ້ນວັນທີ 21 ພະຈິກ 2009 ຢູ່ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ເຊິ່ງ ທັງ 24 ນາງສາວຈະໄດ້ຮັບການເຝິກອົບຮົມທັກສະຕ່າງໆ 10 ວັນ ຢູ່ແຂວງຈຳປາສັກ ແລະ ອີກ 10 ວັນຢູ່ນະຄອນຫຼວງວຽງ ຈັນ ສຳລັບຜູ້ທີ່ໄດ້ຊະນະເລີດ ນາງສາວລາວ ປະຈຳປີ 2009 ຈະໄດ້ຮັບເງິນສົດ 50 ລ້ານກີບ ລົດເກງຍີ່ຫໍ້ BYD ມູນຄ່າ 85 ລ້ານກີບ ຊຸດຄຳໜັກ 3 ບາດ ພ້ອມມົງກຸດ ສາຍສະພາຍ ແລະ ດອກໄມ້ກຽດຕິຍົດ ຮອງອັນດັບ 1 ໄດ້ຮັບລາງວັນລວມ 20 ລ້ານກີບ ພ້ອມສາຍສະພາຍ ແລະ ດອກໄມ້ກຽດຕິຍົດ ຮອງອັນດັບ 2 ໄດ້ຮັບລາງວັນລວມ 15 ລ້ານກີບ ພ້ອມສາຍສະພາຍ ແລະ ດອກໄມ້ກຽດຕິຍົດ ຮອງອັນດັບ 3 ມີ 2 ລາງວັນ ໄດ້ຮັບລາງວັນ ລວມລາງວັນລະ 10 ລ້ານກີບ ພ້ອມສາຍສະພາຍ ແລະ ດອກໄມ້ກຽດຕິຍົດ ນອກນີ້ຍັງມີລາງວັນຂວັນໃຈມວນຊົນ ລາງວັນຂວັນໃຈຊ່າງພາບ ລາງວັນຂວັນໃຈມິດຕະພາບ ລາງ ວັນລະ 5 ລ້ານກີບ ສຳລັບຜູ້ທີ່ຕົກຮອບ ກໍຈະໄດ້ຮັບເງິນສົດ 3 ລ້ານກີບ ສຳລັບໂຮງຮຽນ (ສະຖາບັນການສຶກສາ) ຫຼື ແຂວງ ທີ່ສົ່ງນາງສາວເຂົ້າແຂ່ງຂັນ ຖ້າໄດ້ຮັບຕຳແໜ່ງຊະນະເລີດ ສະຖາບັນການສຶກສາ ແລະ ແຂວງທີ່ກ່ຽວຂ້ອງ ຈະໄດ້ຮັບເງິນ ສົດ 5 ລ້ານກີບ ນາງສາວທີ່ໄດ້ຮັບລາງວັນຮອງຊະນະເລີດອັນດັບ 1-2-3 ຈະໄດ້ຮັບເງິນສົດ 3 ລ້ານກີບອີກດ້ວຍ ບັນດາ ທ່ານທີ່ສົນໃຈ ສາມາດຕິດຕໍ່ໄດ້ທີເບີ: 021 243536-7 ຫຼື 020 7718866 ໃນໂມງລັດຖະການ. ງານຖະແຫຼງຂ່າວງານປະກວດນາງສາວລາວ ປະຈຳປີ 2009 ໄດ້ມີຂຶ້ນວັນທີ 7 ກັນຍາ 2009 ຢູ່ທີ່ໂຮງແຮມ ດອນຈັນພາເລດ ໂດຍມີທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ປະ ທານຄະນະຊີ້ນຳໂຄງການຄັດເລືອກນາງສາວລາວ ມີບັນດາຄະນະຊີ້ນຳໂຄງການ ແລະ ສື່ມວຊົນເຂົ້າຮ່ວມຢ່າງພ້ອມພຽງ. ຈາກ ໜັງສືພິມວຽງຈັນໃໝ່ http://www.vientianemai.net/news.php?TopicID=1&NewsID=2024 |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບໍ່ຢາກໃຫ້ເປັນຕົວແທນໄດ້ບໍ່!!!??? |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ລັດຖະບານລາວຄົງສິລຳບາກໃຈຈະຫາຕົວແທນນາງງາມລາວຢາກ ນາງງາມຕ້ອງບໍ່ງານພຽງຢ່າງດຽວຕ້ອງມາລະຍາດດີມີຄວາມຮູ້ສູງມີພິກໄຫວໂດຍສະເພາະຕ້ອງເກັ່ງພາສາອັງກິດ ເພາະເປັນພາລະໜື່ງທີ່ເປັນໜ້າເປັນຕາຂອງຄົນລາວທັງປະເທດ
ອ້ອມກອດທີ່ອົບອຸ່ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
เฮาสมัครได้มั้ยฮ้า |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ສະຫມັກໄດ້ແຕ່ສາວລາວໃນປະເທດບໍ? ພວກເກິດໄດ້ໃຫຍ່ມາຢູ່ຕ່າງແດນກະໄດ້ບໍ? |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໄດ້ຖ້າວ່າເປັນສັນຊາດລາວ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ສະຫມັກໄດ້ແຕ່ບໍ່ໄດ້ຮັບຕຳແໜ່ງ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
shi tha berng ^^ Cheer!
//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບໍ່ຮູ້
ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຫັນຫັ້ນປ່ຽນແລ້ວ ເບິ່ງຢູ່ຊອ່ງລາວ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຊ້າ ກັນ ນ້ອຍ Blue9 ບໍ ໄປສະຫມັກ ຫວາ ,,,,,,,,
ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ນ້ອຍ Blue9 ຈະສະໝັກຕ້ອງພ່ານ ຈວນກ່ອນເດີ ຈະໄປ ຮະຮະຮະ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເປັນຫຍັງຕ້ອງຜ່ານລະ
ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ວ່າຈະໄປລະຢ້ານໄດ້ ອິອິ
ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຕ້ອງພ່ານລະນໍ ເຮົາກ່າເປັນກຳມະການອີກຄົນໜຶ່ງນ່າ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແລ້ວແນວນີ້ຜ່ານພໍຈະໄປໄດ້ບໍ່
ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໄດ້................ຖ້າໄປປະກວດຄົນດຽວ ຖ້າສອງຄົນຄືຊິໄດ້ທີ2.........ຟັນທົງ
-->-->-->
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
mee tea kon ngam2 e lee de t kao ma sa mak pen nang ngam lao na pen ta sa on kao jao lai2 der
ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ນ້ອງຕ້ອງໄດ້ມາໃຫ້ອ້າຍເຫັນກ່ອນນ້ອຍຈື່ງພ່ານ ເຫັນແຕ່ຮູບນີ້ບໍ່ກ້າຕັດສິນໃຈ ແຮະແຮ ໆ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບໍ່ຮູ້ຄະນະກັມມະການເພີ່ນຈະຮູ້ບໍ່ວ່າ,ເວລາສົ່ງເຂົ້າປະກວດນາງງາມໂລກຕ້ອງໄດ້ໃສ່ 2ພີດສ ກີ້ນແທ້ກີ້ນວ່າ. ຢາກໃຫ້ກຳມະການໄປຊອກອ່ານຈຸດປະສົງຂອງການປະກວດ ນາງງາມໂລກກ່ອນວ່າເລີ່ມຕົ້ນຈັດຂື້ນເພື່ອຫຍັງ.ຮູ້ແລ້ວຈະໜາວ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບໍ່ໄວ້ໃຈນ້ອງອີກ ກະຄວາມຈິ່ງຄົງບໍ່ຜ່ານດ໋ອກ ໄປລະຢ້ານໄດ້ຕົກຮອບກ່ອນໝູ່ນະ
ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຈັ່ງວາ
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] |