ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ຄວາມຮັກ4ລະດັບ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໒ ກະທູ້
໑໒໙ ໂພສ
ນັກການກະທູ້
ຄວາມຮັກ4ລະດັບ
1 ຮັກຕົວກວາຕາຍ
2 ຮັກແທ້ປາຖະໜາ
3 ຮັກເມດຕາອາລີ
4 ຮັກມີແຕ່ໃຫ້
* ຮັກຕົວກວາຕາຍກໍ່ຄື..
ທຸກໆຄົນເມື່ອມີໄພອັນຕະລາຍມາເຖິງຕົວ..ກໍ່ຈະມີສັນຊາດຕະຍານປ້ອງກັນຕົວໄວ້ໃຫ້ປອດໄພ..ຫລືຍ້ານຕາຍນັ້ນເອງ..
ບໍ່ວ່າຄົນແລະສັດກໍ່ມີຮັກນີ້ທັງນັ້ນຄື..ຮັກຕົວກວາຕາຍ
* ຮັກແທ້ປາຖະໜາ
ຄືຄວາມຮັກອີກລະດັບຫນຶ່ງ ເປັນຄວາມຮັກລະຫ່ວາງຜົວເມຍຫລືຄວາມຮັກລະຫວ່າງບ່າວສາວ.
ຄວາມຮັກຊະນິດນີ້ມັກແຝງມາດ້ວຍຄວາມຫຶງຫວງຫລາຍ..ຫລືແຝງມາດ້ວຍຄວາມເຫັນແກ່ຕົວນັ້ນເອງ
* ຮັກເມດຕາອາລີ.
.ເປັນຄວາມຮັກອີກລະດັບຫນຶ່ງທີ່ສູງກວ່າຄວາມຮັກທີ່ຜ່ານມາ..ເປັນຄວາມຮັກແບບພໍ່ແມ່ຮັກລູກຕົວເອງ..
ຮັກເພື່ອຫວັງຢາກໃຫ້ລູກໄດ້ດີ..ເມື່ອລູກໄດ້ດີພໍ່ແມ່ກໍ່ດີໃຈນຳ.
* ຮັກມີແຕ່ໃຫ້..
ຄືຮັກລະດັບສູງສຸດ..ຮັກແບບພຮະອະຮິຍະເຈົ້າ..ຫລືຮັກແບບດວງອາທິດ..ສ່ອງແສງມາໃຫ້ມະນຸດທຸກໆມື້ໂດຍພະອາທິດກໍ່ບໍ່ເຄີຍລົງມາເກັບຄ່າໄຟກັບມະນຸດເລີຍ
ແຕ່ຄົນສ່ວນຫລາຍມັກຄິດວ່າ..ຄວາມຮັກມີພຽງແຕ່ຄວາມຮັກລະຫວ່າງບ່າວສາວເທົ່ານັ້ນ..ແຕ່ແທ້ທີ່ຈິງແລ້ວຄວາມຮັກມີ4ລະດັບຕາມທີ່ໄດ້ກ່າວມາ..ຄວາມຮັກເປັນສິ່ງທີ່ດີ..ແຕ່ຕ້ອງຮັກດ້ວຍສະຕິແລະປັນຍາ..ຈຶ່ງຈະສາມາດປະຄັບປະຄອງຄວາມຮັກໃຫ້ໄປຕະຫລອດຮອດຝັ່ງໄດ້
ແລະທ່ານຄິດວ່າຄວາມຮັກຂອງທ່ານຕອນນີ້ມີຈັກລະດັບແລ້ວ..ຂພຈ ຄິດວ່າທ່ານສາມາດມີຮັກໃຫ້ຄົບທັງ4ລະດັບໄດ້..ໂດຍສະເພາະຮັກມີແຕ່ໃຫ້..ຂພຈ ເຊື່ອວ່າທ່ານມີ..ແຕ່ຈະຫນ້ອຍຫລືຫລາຍກໍ່ບໍ່ຮູ້..ແຕ່ ຂພຈ ຄິດວ່າ ຮັກມີແຕ່ໃຫ້ສຳຄັນຫລາຍ
ເຊັ່ນໃຫ້ວັດຖຸໃຫ້ອະໄພໃຫ້ຄວາມອົບອຸ່ນເປັນຕົ້ນ..ເພາະຮັກຈະເກີດຂື້ນໄດ້ກໍ່ເພາະການໃຫ້...ໃຫ້ກຳລັງໃຈໃຫ້ຄວາມອົບອຸ່ນເປັນຕົ້ນ
ເພາະທຽນທີ່ຈູດຕົວເອງກໍ່ເພາະແສງສະຫວ່າງແກ່ສິ່ງອ້ອມຂ້າງ...ດັ່ງນັ້ນຖ້າຢາກມີຄວາມຮັກແລະຄວາມສຸກຊົ່ວນິລັນ..ຈົ່ງຢ່າເຫັນແກ່ຕົວ...ເພາະຄວາມຮັກຈະມີຄ່າກໍ່ຕໍ່ເມື່ອ..ຄົນທີ່ເຮົາຮັກແລະຄົນທີ່ຖືກຮັກເຫັນຄຸນຄ່າແລະຮັກໄປພ້ອມໆກັນເທົ່ານັ້ນເອື້ອເຟື້ອເພື່ອແຜ່ເຊິ່ງກັນແລະກັນຈຶ່ງຈະເອິ້ນວ່າຮັກທີ່ດີໄດ້

* ແລ້ວຄວາມຮັກໃນອຸດົມຄະຕິຂອງທ່ານເດເປັນຄວາມຮັກແບບໃດນໍ
ແລະນິຍາມຄຳວ່າຮັກຂອງທ່ານຄືແມ່ນຫຍັງກັນແທ້..ຊ່ວຍຕອບແດ່..ອິອິອິ


໒ ກະທູ້
໑໘໘ ໂພສ
ນັກການກະທູ້
ຮັກມີແຕ່ໄຫ້- -

ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Bambina ຂຽນວ່າ...
ຮັກມີແຕ່ໄຫ້- -



ໄຫ້ ຈົນ ຕາບວມ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓ ກະທູ້
໑໙໓ ໂພສ
ນັກການກະທູ້
ຮັກຄືການໄຫ້ ຫຼຶ ໃຫ້


໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ແມ່ນແມ່ນຮັກມີແຕ່ໄຫ້T^T

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ຄວາມຣັກກະມີລະດັບເນາະ ອິອິອິ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Bambina ຂຽນວ່າ...
ຮັກມີແຕ່ໄຫ້- -


ໃຫ້ຈົນບໍ່ມີນ້ຳຕາ ອິອິອິອິ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຫ້ຈົນ ນ້ຳຕາເປັນສາຍເລືອດ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒ ກະທູ້
໑໒໙ ໂພສ
ນັກການກະທູ້
ເຊົາສາຢ່າໄປໄຫ້..ຍ້ອນອ້າຍປາບູ່ຊົນເຂື່ອນນັ້ນເຖີດອິອິອິ
ໃຫ້ອະໄພເຂົາດີກວ່າ...ຕອນບໍ່ມີເຂົາເຮົາກໍ່ຄືຍັງດີດີຢູ່
ບາດຂາດອ້າຍປາບູ່ຊົນເຂື່ອນໄປແລ້ວສິມາໂສກເສົ້າເສຍນໍ້າຕາເຮັດຫຍັງ
ຖ້າເຂົາບໍ່ສາມາດເບິ່ງໂລກໃນແງ່ດີໄດ້..ເຮົາກໍ່ສາມາດເປັນຄົນດີຕໍ່ໄປໄດ້ແມ່ນບໍ່ນ້ອງກະຕ່າຍອິອິເວົ້າຜິດນ້ອງກະແຕນ້ອຍ


໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ອ້າຍໜຸ່ມຂໍຖາມແດ່ວ່າ ຮັກກິກນີິ້ແມ່ນ ຄວາມຮັກລະດັບໃດ ??? ອິອິ

ຫວານຕົ້ນຈືດປາຍ

໒ ກະທູ້
໑໘໘ ໂພສ
ນັກການກະທູ້
ອ້າຍປາບູ່ຊົນເຂື່ອນ :))))))))
ເວົ້າໄດ້
ແຕ່ເຮັດບໍ່ໄດ້ນ່ະ

ອ້າງເຖິງຂໍ້ຄວາມຈາກ noom ຂຽນວ່າ...
ເຊົາສາຢ່າໄປໄຫ້..ຍ້ອນອ້າຍປາບູ່ຊົນເຂື່ອນນັ້ນເຖີດອິອິອິ
ໃຫ້ອະໄພເຂົາດີກວ່າ...ຕອນບໍ່ມີເຂົາເຮົາກໍ່ຄືຍັງດີດີຢູ່
ບາດຂາດອ້າຍປາບູ່ຊົນເຂື່ອນໄປແລ້ວສິມາໂສກເສົ້າເສຍນໍ້າຕາເຮັດຫຍັງ
ຖ້າເຂົາບໍ່ສາມາດເບິ່ງໂລກໃນແງ່ດີໄດ້..ເຮົາກໍ່ສາມາດເປັນຄົນດີຕໍ່ໄປໄດ້ແມ່ນບໍ່ນ້ອງກະຕ່າຍອິອິເວົ້າຜິດນ້ອງກະແຕນ້ອຍ


ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ

໒ ກະທູ້
໑໒໙ ໂພສ
ນັກການກະທູ້
[color=blue]ອຸ້ຍ...ຖາມມາວ່າຮັກກິກນີ້ຈັດຢູ່ໃນລະດັບໃດຊັ້ນຫວາ..
ຂໍຕອບເລີຍເນາະ..ຈັດຢູ່ໃນລະດັບ2 ຄືຮັກແທ້ປາຖະຫນາ...ຄືຮັກແບບຜູ້ບ່າວຮັກຜູ້ສາວ..ຜູ້ສາວຮັກຜູ້ບ່າວ
ຫລືຜົວຮັກເມຍ..ເມຍຮັກຜົວ...ເປັນຄວາມຮັກແບບເພື່ອຫວັງຄອບຄອງຫລາຍກວ່າ.ເປັນຄວາມຮັກແບບໄວລຸ້ນຮັກກັນ
ໂດຍສ່ວຍຫລາຍແລ້ວ..ເຫັນປຸບກໍ່ຮັກປັບໂລດ..ໂດຍບໍ່ຕ້ອງຄິດຫຍັງຫລາຍ ຄວາມຮັກແບບນີ້
ຈະມີຄວາມທຸກຫລາຍກວ່າຄວາມສຸກ ສັບທາງວິຊາການອີກແບບຫນື່ງເພີ່ນວ່າ ຮັກດ້ວຍໃຈແຕ່ບໍ່ໄດ້ຮັກດ້ວຍສະຫມອງ
ຖ້າເວົ້າຜິດຫລືແຮງອ້າຍຫນຸ່ມກະຂໍໂທດນຳເດີ້..ດັ່ງນັ້ນເພິ່ນຈຶ່ງວ່າໃຫ້ເບິ່ງກັນໄປດົນໆວ່າຢາກຮູ້ວ່າເຂົາເປັນແນວໃດ
ປະເພນີເຮົາເພິ່ນຈຶ່ງໃຫ້ຫມັ້ນກັນໄວ້ກ່ອນ..ກໍເພາະວ່າຢາກໃຫ້ເຮົາເບິ່ງຈິດເບິ່ງໃຈກັນໄປດົນໆ...
ຜູ້ຊາຍເບິ່ງຜູ້ຍິງກໍ່ໃຫ້ເບິ່ງວ່າ..ເຂົາມີຄວາມເປັນແມ່ຂອງລູກໄດ້ດີບໍ່...
ຜູ້ຍິງເບິ່ງຜູ້ຊາຍກໍ່ໃຫ້ເບິ່ງວ່າເຂົາມີຄວາມເປັນພໍ່ຄົນໄດ້ດີບໍ່..ຢູ່ນຳແລ້ວຮູ້ສຶກອົບອຸ່ນດີບໍ່
ດັ່ງນັ້ນເບິ່ງຄົນຕ້ອງເບິ່ງໃຫ້ດີດີ ເບິ່ງໃຫ້ດົນດົນ ເພິ່ນຈຶ່ງວ່າ
ຕັດຜົມຜິດຄິດຈົນຜົມປົ່ງ..ເອົາເມຍຜິດຄິດຈົນຕາຍໄດ໋
ແທ້ທີ່ຈິງຄວມຮັກເມື່ອເກີດຂື້ນແລ້ວຫາໄດ້ຍາກ..ດັ່ງນັ້ນຄວາມຮັກຈຶ່ງເປັນສິ່ງທີ່ດີ
ພະຍາຍາມເອົາໃຈເຂົາມາໃສ່ໃຈເຮົາ...ເອົາໃຈເຮົາໄປໃສ່ໃຈເຂົາ ຮູ້ຈັກຜ່ອນສັ້ນຜ່ອນຍາວ..
ຢ່າເປັນຄົນຫູເບົາໃຈງ່າຍ..ຕ້ອງເປັນຄົນຫນັກແຫນ້ນເຂັ້ມແຂງ ຜູ້ຍິງເຂົາກໍ່ຈະມັກແລະບໍ່ນອກໃຈເຮົາ
ອັນນີ້ເປັນຄວມຮັກລະດັບທີ່ສອງອຶອຶອຶ ຖາມຫນ້ອຍໆໆ ຕອບຫລາຍໆເນາະມີຫັຍງກໍ່ຖາມມານະອຸ້ຍ
ຍິນດີຕອບໃຫ້ທຸກເລື່ອງ.ນອກຈາກເລື່ອງເງິນອິອິອິເວົ້າຢອກ
[/color]


໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
oh khak khak

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ຮະຮະຮະ ມາແບບລະອຽດເລີຍເນາະ ອ້າຍໜຸ່ມ
ຮັກດ້ວຍໃຈແຕ່ບໍ່ໄດ້ຮັກດ້ວຍສະໝອງ ອິອິ ຄັກເວີ້ຍຄຳເວົ້ານິ
ແຕ່ເຮົາເປັນພວກຫົວວິທະຍາສາດຫນະ ກະເລີຍວ່າຂໍເປັນຮັກດ້ວຍສະໝອງສະ
ເພາະວ່າສະໝອງເປັນສູນລວມຂອງຄວາມຄິດແລະຄວາມຮູ້ສຶກ

ຫວານຕົ້ນຈືດປາຍ

໒ ກະທູ້
໑໒໙ ໂພສ
ນັກການກະທູ້
ອຶອຶອຶ ແມ່ນແລ້ວ...ສະໝອງແລະປັນຍາມາກ່ອນ
ພາສາບາລີກ່າວວ່າ..ປັນຍາວະ ທະເນນະ ເສີຍໂຍ
ມີປັນຍານັ້ນແຫລະ..ປະເສີດກວ່າຊັບ
* ຄຳສຸພາສິດບູຮານຍັງກ່າວໄວ້ວ່າ..
ຍິງຮູບຮ້າຍຄອງວັດພາງາມ..ຊາຍຮູບຊາມວິຊາພາຮຸ່ງ...ນັ້ນເດແມ່ນບໍ່ອຸ້ຍ
ຜູ້ຊາຍເຮົາຖ້າມີຄວາມຮູ້ຄວາມສາມາດ...ເບິ່ງຈັ່ງໃດກໍ່ຍັງຫລໍ່ສະເຫມີໃນສາຍຕາຜູ້ຍິງ
ສ່ວນຜູ້ຍິງກະຄືກັນ...ເຖິງຮູບຮ່າງຫນ້າຕາຈະບໍ່ປານໃດແຕ່ເປັນຄົນມັກຍິ້ມນິດໄສດີ
ເປັນຄົນຮູ້ຈັກຕໍ່າຈັກສູງແລະເອື້ອເຟື້ອເພື່ອແຜ່ຜູ້ໃດເຫັນກໍ່ມັກກໍ່ຢາກລົມນຳແມ່ນບໍ່..


໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ໂດຍໆ ແມ່ນແລ້ວອ້າຍໜຸ່ມ
ວ່າແລ້ວຕອນເຮົາໂງ່ໆແຫລະຈັກເປັນຫຍັງຄືຮູ້ສຶກວ່າໂຕເອງຂີ້ຮ້າຍ
ຮະຮະຮະ ແຕ່ຕອນນີ້ກະຍັງໂງ່ຢູ່ ...

ຫວານຕົ້ນຈືດປາຍ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຣັກກາຄືກັບເຂົ້າປາດເລີຍເນາະ

4ຊັ້ນຄືກັນ ຣ່າາາາາາ ກ່ຽວກັນໝ້ອງໃດ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒ ກະທູ້
໑໒໙ ໂພສ
ນັກການກະທູ້
ຄວາມຮັກຂອງນ້ອງກະແຕເດເປັນຈັ່ງໃດນໍຍາມໃດບັດເຊີນສິມາອິອິອິ
ລໍສິບໍ່ໄຫວແລ້ວ..ສິໄປຟັງເພງຊອຍຫອມຊອຍໃຈອ້າຍອິອິອິ


໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກມີແຕ່ໃຫ້ ຂໍພຽງແຕ່ເຂົາມີຄວາມສຸກກະພໍ ສຸດທ້າຍເລີຍກາຍເປັນ ຮັກມີແຕ່ໄຫ້
ໄຫ້ຈົນຕາບວມ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ noom ຂຽນວ່າ...
ຄວາມຮັກຂອງນ້ອງກະແຕເດເປັນຈັ່ງໃດນໍຍາມໃດບັດເຊີນສິມາອິອິອິ
ລໍສິບໍ່ໄຫວແລ້ວ..ສິໄປຟັງເພງຊອຍຫອມຊອຍໃຈອ້າຍອິອິອິ



ໂດຍໆ ບໍ່ນານເກີນລໍອ້າຍໃຫ້ວ່າທີ່ເຈົ້າບ່າວໃນອານາຄົດ

ຂອງກະແຕ ຣຽນຈົບກ່ອນແມະເນາະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ຄວາມຣັກກາຄືກັບເຂົ້າປາດເລີຍເນາະ

4ຊັ້ນຄືກັນ ຣ່າາາາາາ ກ່ຽວກັນໝ້ອງໃດ



ຊ່າງຄິດເນາະກະແຕນ້ອຍໆໆນະ
ອິອິອິ ປານເຂົ້າຫນົມຊັ້ນຕິເບາະ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໒ ກະທູ້
໑໒໙ ໂພສ
ນັກການກະທູ້
ເພິ່ນຍັງວ່າ...ຮົ້ວຫລາຍຫລັກຈຶ່ງຫມັ້ນ..ພີ່ນ້ອງຫລາຍຊັ້ນຈຶ່ງດີ
ສະແດງວ່າ..ຄວາມຮັກ4ຊັ້ນຂອງອ້າຍຄົງຈະດີເນາະອິອິອິ
ບໍ່ມີຊັ້ນນີ້..ແຕ່ກໍ່ຍັງມີຊັ້ນນີ້ຮອງຮັບຢູ່ອິອິອິ ເຂົາບໍ່ສາມາດຮັກເຮົາ..ແຕ່ເຮົາກໍ່ສາມາດຮັກເຂົາໄດ້


໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ noom ຂຽນວ່າ...
ເພິ່ນຍັງວ່າ...ຮົ້ວຫລາຍຫລັກຈຶ່ງຫມັ້ນ..ພີ່ນ້ອງຫລາຍຊັ້ນຈຶ່ງດີ
ສະແດງວ່າ..ຄວາມຮັກ4ຊັ້ນຂອງອ້າຍຄົງຈະດີເນາະອິອິອິ
ບໍ່ມີຊັ້ນນີ້..ແຕ່ກໍ່ຍັງມີຊັ້ນນີ້ຮອງຮັບຢູ່ອິອິອິ ເຂົາບໍ່ສາມາດຮັກເຮົາ..ແຕ່ເຮົາກໍ່ສາມາດຮັກເຂົາໄດ້



ສາທຸ ອ້າຍຫນຸ່ມ ອິອິອິ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໓ ກະທູ້
໙໔ ໂພສ
ຂາປະຈຳເວັບບອດ
ຮັກມີແຕ່ໄຫ້ ໄຫ້ຈົນບໍ່ມມີນ້ຳຕາ...-*-

ຜູ້ຍິງຊັງຜູ້ຊາຍແບບໃດ????

໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
bor mee yung nae non



໒ ກະທູ້
໑໒໙ ໂພສ
ນັກການກະທູ້
ຂໍຕອບນ້ອງແອນນີ້ວ່າ..ຜູ້ຍິງຊັງຜູ້ຊາຍແບບໃດຊັ້ນຫວາ...ຕອບວ່າບໍ່ຮູ້ອິອິອິ
ຄົງຈະເປັນຜູ້ຊາຍຫລາຍໃຈແມ່ນບໍ່..ຜູ້ຊາຍນ້າຮັກແບບອ້າຍນີ້ບໍ່ເປັນຕາຊັງຕີ້ເນາະອິອິອິ


໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ອ້າຍໜຸ່ມນິຄົງສິຊ່ຽວຊານນດ້ານຮັກຫລາຍແມ່ນບໍ ອິອິ

ຮູ້ດີ ຮູ້ເລີກຂະໜາດນໍ້ ຮັກມີ4ແບບ ແລະຮັກແບບຂອງອ້າຍໜຸ່ມເດ ເປັນແບບໃດຫລາຍກວ່າ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຮັກອັນດັບທີ1ນັ້ນອ້າຍຫມຸ່ມຄືຊີທະນັດນໍອິອິອິ

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຮັກອັນດັບທີ2ອ້າຍຫນຸ່ມກາທະນັດບໍ່ເປັນຮອງທີ1ແມ່ນບໍ?555

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຮັກອັນດັບ3ອ້າຍຫນຸ່ມກໍ່ມີບໍ່ຫນ້ອຍ


(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>