ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ສີຫອມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ສີຫອມ » ຮັກດຽວໃຈດຽວ

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໑໒ ກະທູ້
໑໗໙ ໂພສ
ນັກການກະທູ້
ຫຼາຍໆຄົນທີ່ຜ່ານມາທຸກຄົນກໍ່ຕ້ອງຮັກດຽວໃຈດຽວ ແລະ ຄວາມຮູ້ສຶກນັ້ນມັນຍັງຢູ່ໃນ
ຈິດສຳນຶກຂອງເຮົາ ຢາກໄດ້ຄວາມເຫັນ ຮັກດຽວໃຈດຽວມັນຜິດຫວາ?


໑໒ ກະທູ້
໑໗໙ ໂພສ
ນັກການກະທູ້
ຂ້ອຍຮັກລາວຄົນດຽວລາວບໍ່ເຄີຍເຊື່ອໃຈຂ້ອຍເລີຍ
ເຈັບໃດຮູ້ບໍ່?


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຕ້ອງຄິດຫຍັງຫລາຍ.. ເຈົ້າເຮັດແບບນັ້ນແຫລະດີທີ່ສຸດ..​ເຈົ້າເຮັດເພື່ອເຂົາ ແຕ່ຂ້ອຍບໍ່ຢາກໃຫ້ເຈົ້າຄິດວ່າ ຄັນເຮົາເຮັດເພື່ອເຂົາແລ້ວເຂົາຕ້ອງເຮັດແບບນັ້ນເພື່ອເຮົາຄືນ.. ໂລກນີ້ມີຫລາຍໆອັນທີ່ພວກເຮົາຍັງບໍ່ເຂົ້າໃຈ.. ຖ້າເຈົ້າຮັກລາວແທ້ ເຈົ້າກະພ້ອມທີ່ຈະເຮັດທຸກຢ່າງເພື່ອລາວໂດຍບໍ່ສົນໃຈວ່າ ເຈົ້າຈະໄດ້ຫຍັງຕອບກັບແດ່.. ຖ້າເຈົ້າຫວັງໃນສິ່ງຕອບແທນ ນັ້ນໝາຍຄວາມວ່າເຈົ້າບໍ່ໄດ້ຮັກລາວ ເຈົ້າຮັກໂຕເອງ.. ປືກສາບັນຫາເລື່ອງຄວາມຮັກຕ້ອງ ກຸ່ມຮັກດຽວໃຈດຽວ

<-----ຄົນໃຈດີແຟນຄລັບ

໑໒ ກະທູ້
໑໗໙ ໂພສ
ນັກການກະທູ້
ໂດຍເຂົ້າໃຈຂໍຢ່າງດຽວໃຫ້ລາວເຂົ້າໃຈຂ້ອຍແດ່
ລາວບໍ່ຟັງເຫດຜົນເລີຍ ຮັກແລ້ວຮັກເລີຍ


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງຄວາມຮັກ ທຸກຢ່າງຢູ່ໃນຄວາມພໍດີ.. ຖ້າເຈົ້າຮັກລາວຫລາຍ ເຈົ້າເຮັດເພື່ອລາວໄດ້ທຸກຢ່າງ ລາວກໍ່ຈະເຫັນເຈົ້າເປັນຂອງຕາຍ.. ເລື່ອງເຂົ້າໃຈຫລືບໍ່ເຂົ້າໃຈນັ້ນມັນກໍ່ຕ້ອງຂື້ນກັບເຮົາວ່າ ຄຳເວົ້າຂອງເຮົາມັນມີນ້ຳໜັກສ່ຳໃດ

<-----ຄົນໃຈດີແຟນຄລັບ

໐ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ບໍ່ຜິດດອກທີ່ຮັກດຽວໃຈດຽວຫັ້ນ, ແລະ ເປັນຮັກທີ່ໜ້າສັນເສີນອີກຕ່າງຫາກ, ຄົນເຮົາຖ້າມີຄົນຮັກກໍຢາກໃຫ້ເຂົາຮັກເຮົາຄົນດຽວ ແຕ່ຂ້ອຍຂໍສະແດງຄວາມຄິດເຫັນສ່ວນຕົວເດິ້ ຄົນເຮົາເວລາມີຄວາມຮັກກັບໃຜກໍມັກຈະເວົ້າວ່າ “ ຂ້ອຍຮັກເຈົ້າຄົນດຽວ “, ແຕ່ໃນທີ່ສຸດຖ້າມາເຖິງເວລາທີ່ຕ້ອງ ເລີກກັນກັບບອກວ່າເຂົ້າກັນບໍ່ໄດ້ ແລະ ກໍມີຫລາຍໆໆໆໆເຫດຜົນມາອ້າງເພື່ອຕ້ອງການເລີກ


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືວ່າຫັ້ນແຫລະ.. ຄັນເຮົາຫຶງຫລາຍເຂົາກະບໍ່ມັກ..​ຄັນເຮົາບໍ່ຫຶງເລີຍເຂົາກະຄິດວ່າເຮົາບໍ່ຮັກເຂົາ.. ຂ້ອຍກະບໍ່ເຂົ້າໃຈຜູ້ຍິງຄືກັນ.. ປາກບອກວ່າມັກຄົນດີ ແຕ່ເຮົາກະເປັນຄົນດີ ແຕ່ພັດບໍ່ມັກ.. ເຫັນພວກເພລບອຍ ພັດມີແຕ່ແຟນງາມໆ

<-----ຄົນໃຈດີແຟນຄລັບ

໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສຳລັບຂ້ອຍ ມັນບໍ່ຜິດດ໋ອກ ແຕ່ຖ້າເຈົ້າຮັກດຽວໃຈດຽວລະເຈົ້າມີຄວາມສຸກ ບໍ່ໄດ້ເຮັດໃຫ້ໃຜເດືອດຮ້ອນ ເຈົ້າກະຮັກດຽວໃຈດຽວໄປໂລດ ແຕ່ຢ່າລືມຮັກໂຕເອງໄດ໋ລະ ເອົາໃຈຊ່ອຍເດີ ໝູ່ພັນລາວ


໑໒ ກະທູ້
໑໗໙ ໂພສ
ນັກການກະທູ້
ໂດຍ ເຈົ້າຂອບໃຈເດີ້
ຮັກລາວສະເໝີໃຫ້ຮູ້ໄວ້ເດີ້


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຈດ ເກັບກົດຫວ໋າ

strawberry

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກດຽວໃຈດຽວມັນບໍ່ຜິດ ແຕ່ບໍ່ຮັກດຽວໃຈດຽວມີກິ໋ກນີ້ຕິ ມັນເປັນຕາ


໑໓ ກະທູ້
໔໔໓ ໂພສ
ຊຳນານການເວັບບອດ
ຄັນຍັງໄວລຸ້ນຢູ່ ບໍ່ມີຄຳວ່າຮັກດຽວ ມີແຕ່ຫລາຍໃຈ


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າຫັ້ນແຫຼະໂຕໂປ່ ເທບພະໂຈນ

strawberry

໑໒ ກະທູ້
໑໗໙ ໂພສ
ນັກການກະທູ້
ຮັກດຽວໃຈດຽວມາບັດນີ້ກໍ່ຮູ້ວ່າ ຍິ່ງຮັກຍິ່ງເຈັບ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກຫຼາຍກະບໍ່ດີ ບໍ່ຮັກກະບໍດີ ເຫີ້


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທາງທີ່ດິີ ຢ່າຮັກເລີຍດີກ່ວາ ຄັນບໍ່ຢາກເຈັບ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະແດງອອກໃຫ້ຂະເຈົ້າຮູ້ຫລາຍບາງທີຂະເຈົ້າກະຮູ້ສືກລຳຄານ
ສະນັ້ນຮັກມື້ລະຫນ້ອຍ ແຕ່ໃຫ້ໄດ້ສູ່ມື້


ສູ້ໆໆ

ຮັກນ້ອງຕອນເມົາ

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕື່ໂປ້ຍກ່າຍໄດ້ເວົ້າໄວ້ວ່າ: "ທີ່ໃດມີຣັກ ທີ່ນັ້ນມີທຸກ ໃຈຂື່ນຂົມ ລະທົມຊົ່ວນິຣັນ" ເປັນຄວາມຈິງ ເປັ໋ນຄວາມຈິງ ຈິງແທ້ໆ
ສະນັ້ນໃນຄວາມຄິດຂອງຂ້ອຍເອງສຳຫຼັບຂ້ອຍແລ້ວແມ່ນຢຶດກັບຄຳວ່າ: ຮ່າງກາຍສັງຂານລ້ວນບໍ່ຈິຣັງແລະເປັນສິ່ງທີ່ວ່າງເປົ່າ ເຫດໃດຈຶ່ງຢຶດໜ່ຽວກັບຄວາມຮັກ ຄວາມຈິງຮູບລັກສະນະພາຍນອກລ້ວນແຕ່ວ່າງເປົ່າ ແນ່ວແນ່ກັບຄວາມຮັກຈົນກາຍເປັນຄວາມຫຼົງ ການທີ່ຮູ້ຈັກປ່ອຍວາງເປັນຫົນທາງແກ້ໄຂ ຈົ່ງຕັດອົກຕັດໃຈຈະພົບແຕ່ທາງສຸກນິລັນ


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກຫຼາຍເຈັບຫຼາຍແຄ້ນຫຼາຍ

ຄົນຄິດຮອດບ້ານ

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ່າ


໑໘ ກະທູ້
໙໖໔ ໂພສ
ຊຳນານການເວັບບອດ

啤酒...:

໐ ກະທູ້
໑໘໖ ໂພສ
ນັກການກະທູ້


໑໒ ກະທູ້
໑໗໙ ໂພສ
ນັກການກະທູ້
ແຕ່ກະຢາກຮັກນະ


໑໒ ກະທູ້
໑໗໙ ໂພສ
ນັກການກະທູ້
ໃຜເຄີຍຮັກດຽວໃຈດຽວຊ່ວຍບອກແນ່,,,,,,,,,
ເປັນຈັ່ງໃດ????


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ຍິງ.. ປາກກໍ່ບອກວ່າມັກຄົນດີ.. ແຕ່ພັດໄປຮັກຄົນຊົ່ວ.. ຊ້ຳພັດໄປແຕ່ງງານກັບຄົນລວຍ
ນີ້ຄືຄວາມຈິງໃນສັງຄົມລາວ..

<-----ຄົນໃຈດີແຟນຄລັບ

໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ເຮົາກະຕ້ອງເລືອກສີ່ງທີ່ດີທີ່ສຸດສຳລັບໂຕເອງ


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peter ຂຽນວ່າ...
ໃຜເຄີຍຮັກດຽວໃຈດຽວຊ່ວຍບອກແນ່,,,,,,,,,
ເປັນຈັ່ງໃດ????

ກະຮັກແຕ່ລາວຄົນດຽວລົມແຕ່ລາວຄົນດຽວບໍ່ສົນໃຈຄົນອື່ນ,....

ຄົນຄິດຮອດບ້ານ

໑໒ ກະທູ້
໑໗໙ ໂພສ
ນັກການກະທູ້
ໂດຍສິ່ງທີ່ເຮົາຄິດບໍ່ເປັນດັ່ງສິ່ງທີ່ເຮົາຝັນ


໕ ກະທູ້
໓໙໔ ໂພສ
ຊຳນານການເວັບບອດ
ແຟນເກົ່າຂ້ອຍເຄີຍເວົ້າວ່າ=ລາວຮັກດຽວໃຈດຽວກັບທຸກໆຄົນ=

ເຫດຜົນນີ້ທີ່ຂ້ອຍເລີກກັບລາວ

ຮັກນີ້ຂໍໃຫ້ຈິງຈັງໄດ້ບໍ່??

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມເປັນຈິງ.. ບໍ່ຜິດ.. ແຕ່ບໍ່ຮັກໂຕເອງ.. ຜິດ..

ເຮົາຄົບກັນສອງປີແລ້ວ.. ^_^

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>