ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ເລດີ້    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ເລດີ້ » ສິ່ງທີ່ຜູ້ຍິງຕ້ອງການຫຼາຍທີ່ສຸດແມ່ນ....??????????????????????????

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນິທານແມ່ມົດ....... ຖ້າເຈົ້າອ່ານຈົບລະເຈົ້າຈະເລືອກແບບໃດ໋???

ເລື່ອງນີ້ຂ້ອຍອ່ານລະຮູ້ສືກວ່າມ່ວນດີ ອ່ານໃຫ້ຈົບລະ


ມັນມ່ວນຈິງໆໆ(ສຳລັບບາງຄົນ ກັກໆໆໆ)

ເອົ້າເລີມ!! ກາລະຄັ້ງໜື່ງດົນນານມາແລ້ວ....ອາເຖີ ຖືກຈັບແລະຈະຖືກປະຫານຊີວິດ

ແຕ່ກະສັດສະເໜີໃຫ້ລາວເປັນອິດສະຫຼະຖ້າຫາກລາວສາມາດຕອບປັນຫາແສນຍາກຂໍ້ໜື່ງນີ້ໄດ້ຖືກຕ້ອງ

ອາເເຖີມີເວລາຫາຄຳຕອບ1ປີເຕັມ

ຖ້າລາວຍັງບໍ່ຕອບໄດ້ລາວກໍຈະຖືກປະຫານຊີວິດ

ຄຳຖາມນັ້ນກໍຄື...


"ສິ່ງທີ່ຜູ້ຍິງຕ້ອງການຈິງໆໆແມ່ນຫຍັງ???"

ປັນຫາດັ່ງກ່າວຊ່າງຍາກເຢັນເຫຼືອເກີນຈົນແມ້ແຕ່ນັກປາດຜູ້ທີ່ສະຫຼາດປາດປ່ຽວຍັງບໍ່ຮູ້ຄຳຕອບ

ອາເຖີກັບໄປອານາຈັກຂອງຕົວເອງເພື່ອເລີ່ມຫາຄຳຕອບຈາກທຸກຄົນ ແຕ່ກໍບໍ່ໄດ້ຄຳຕອບທີ່ຕົວເອງພື່ງພໍໃຈເທື່ອ

ຄົນສ່ວນຫຼາຍເນະນຳໃຫ້ລາວໄປປືກສາປັນຫານີ້ກັບນາງແມ່ມົດເຖົ້າ ເຊິ່ງເປັນພຽງຜູ້ດຽວທີ່ໜ້າຈະຮູ້ຄຳຕອບ

ແຕ່ລາຄາຄ່າປືກສານັ້ນຄົງຈະແສນແພງໆໆ

ແລ້ວວັນສິ້ນປີກໍມາຮອດ...ອາເຖີບໍ່ມີທາງເລືອກອື່

ແມ່ມົດຕົກລົງຈະໃຫ້ຄຳຕອບແຕ່ອາເທີຕ້ອງຍອມຮັບເງື່ອນໄຂແລກປ່ຽນກ່ອນ

ນາງແມ່ມົດຕ້ອງການແຕ່ງງານກັບ ກາເວນ ອັດສະວິນຜູ້ສົງກຽດສູງສຸດຂອງບັນດາອັດສະວິນໂຕະກົມ

ແລະເປັນເພື່ອນສະນິດທີ່ສຸດຂອງອາເຖີ

ອາເຖີໄດ້ຍິນແນວນັ້ນຈົນເຖີງຂັ້ນຂົ່ນໜາວລຸກ ສະຍົດສະຫຍອງ

ເພາະ ນາງແມ່ມົດແກ່ຫຼັງກົງ ເໝັນກໍ່ເໝັນ ມີແຂ້ວເຫຼືອແຕ່ເຫຼັ້ມດຽວ

ຄີງກໍ່ເໝັນປານຫ້ອງນ້ຳເນົ່າ ມັກເຮັດສຽງປະຫຼາດໜ້າລັງກຽດ

ອາເທີຈື່ງປະຕິເສດທີ່ຈະໃຫ້ເພື່ອນຮັກຂອງຕົນແຕ່ງງານກັບນາງແມ່ມົດນີ້

ຝ່າຍກາເວນພໍໄດ້ຮັບຮູ້ເຖິງຂໍ້ສະເໜີດັ່ງກ່າວ ລາວຍອມແຕ່ງງານ ເພື່ອຊິວິດຂອງອາເຖີ

ແລະການດຳລົງຢູ່ຂອງບັນດາອັດສະວິນໂຕະກົມ

ແລະນາງແມ່ມົດກໍ່ໄດ້ໃຫ້ຄຳຕອບຕໍ່ຄຳຖາມຂອງອາເຖີ ສິ່ງທີ່ຜູ້ຍິງຕ້ອງການຈິງໆໆ ກໍ່ຄື:
v
v
v
v
v
v
v
v
v
"ການໄດ້ເປັນຕົວຂອງຕົວເອງ ":e85:

ທຸກຄົນຮູ້ທັນທີວ່ານາງແມ່ມົດນີ້ໄດ້ກ່າວວາຈາອັນຍິ່ງໃຫ່ຍ

ແລະອາເຖີກໍ່ຫຼອດພົ້ນຈາກການປະຫານຊີວິດແນ່ນອນແລະມັນກໍ່ເປັນເຊັ່ນນັ້ນຈິງ!

ແຕ່ວ່າງານແຕ່ງງານຂອງກາເວນກັບນາງແມ່ມົດ ຊ່າງເປັນເລື່ອງທີ່ຮັບບໍ່ໄດ້ແທ້ໆໆ

ເພາະ ກາເວນທັ້ງສະຫງ່າຜ່າເຜີຍເຊັ່ນປົກກະຕິ ທັ້ງສຸພາບ ອ່ອນນອມ

ສ່ວນຝ່າຍນາງແມ່ມົດເຖົ້ານັ້ນອອກລາຍນິໃສເລວສຸດລິດ ທັ້ງກິນມູນມາມດ້ວຍສອງມື ທຸກຄົນຕ່າງຮູ້ສືກອືດອັດ

ແລະແລ້ວຍາມຄ່ຳຂອງວັນສົ່ງຕົວກໍ່ມາຮອດ....ກາເວນໄດ້ປອບໃຈຕົນເອງພ້ອມຮັບມືກັບຄືນທີ່ສະຫຍອງ

ກາເວນກ້າວຂາສູ່ຫ້ອງນອນວິວາ....oh! my god ຊ່າງບໍ່ໜ້າເຊື້ອສາຍຕາຕົນເອງ!!!!

ຍິງສາວແສນງາມທີ່ສຸດທີ່ເຄຍພົບພໍພານນອນຖ້າຢູ່ເບື້ອງໜ້າ

ກາເວນເລີ່ມງົງ???(ຜູ້ຂຽນກາງົງ555+)

ສາວແສນງາມນີ້ໄດ້ສະເລຍວ່າ ເພາະກາເວນຊ່າງແສນດີກັບຕົນເອງ(ເມື່ອຍາມເປັນແມ່ມົດ)ດັງນັ້ນເຄິ່ງໜື່ງຂອງວັນ


"ນາງຈະຢູ່ໃນສະພາບພິກົນພິການໜ້າລັງກຽດ ສ່ວນອີກເຄິ່ງມື້ນາງຈະຢູ່ໃນຮ່າງແສນງາມນີ້

ແລະໃຫ້ກາເວນເລືອກວ່າ ກາງວັນກາເວນຢາກໃຫ້ລາວເປັນແບບໃດ ກາງຄືນເປັນແບບໃດ???"


ມັນເປັນຄຳຖາມທີ່ຊ່າງໂຫດຮ້າຍ!!!!

ກາເວນເລີ່ມຄິດໄຕ່ຕອງ ຍິງສາວແສນງາມຍາມກາງວັນເພື່ອໄວ້ອວດໝູ່ເພື່ອນ

ແຕ່ກາງຄືນເມື່ອຢູ່ນຳກັນ2ຕໍ່2ເປັນນາງແມ່ມົດ??

ຫຼືວ່າຕົວເອງຄວນຈະເລືອກເປັນນາງແມ່ມົດຕອນກາງຄືນແລ້ວໄດ້ສາວງາມເພື່ອເລີງລະບຳຍາມຄ່ຳຄືນດີ??

ເປັນເຈົ້າລະເຈົ້າຈະເລືອກໃຜ??

ກາລຸນນາຢຸດຄິດຈັກໜ່ອຍໜື່ງ

ເມື່ອຕັດສິນໃຈແລ້ວ......ໄປເບິ່ງຄຳຕອບກັນ!!
















ກາເວນຕອບວ່າ ລາວມອບໃຫ້ນາງແມ່ມົດເປັນຜູ້ຕັດສິນໃຈທີ່ຈະເລືອກເອງ ເມື່ອນາງແມ່ມົດໄດ້ຍິນແນວນັ້ນ ນາງຈື່ງປະກາດກ້ອງວ່າ

" ນາງຈະງາມແບບນີ້ຕະຫຼອດເວລາ ເພາະກາເວນໄດ້ໃຫ້ຄວາມເຄົາລົບແລະໃຫ້ນາງໄດ້ເປັນຕົວຂອງຕົວເອງ"

ນິທານເລື່ອງນີ້ສອນໃຫ້ຮູ້ວ່າ....

1.ຜູ້ຍິງບໍ່ວ່າຈະງາມຫຼືຂີ້ຮ້າຍ ລືກໆໆ ຂ້າງໃນຂອງລາວກໍ່ຄື ແມ່ມົດ

2.ຜູ້ຍິງຈະກາຍຮ່າງເປັນແມ່ມົດ ຫຼືເປັນນາງສາວແສນງາມຕອນໃດ໋ນັ້ນ ຂື້ນຢູ່ກັບຄວາມປະພືກຂອງຜູ້ຊາຍ

ຂອບໃຈທີ່ອ່ານຈົນຈົບ^____________^

ແປຈາກເວບ http://atcloud.com



***************************************************************************

ແລ້ວເຈົ້າຄິດວ່າ ສິ່ງທີ່ເຈົ້າຕ້ອງການຈິງໆໆລະແມ່ນຫຍັງ?????

21 3-15-13-16-12-5-20-5 13-5


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
2.ຜູ້ຍິງຈະກາຍຮ່າງເປັນແມ່ມົດ ຫຼືເປັນນາງສາວແສນງາມຕອນໃດ໋ນັ້ນ ຂື້ນຢູ່ກັບຄວາມປະພືກຂອງຜູ້ຊາຍ




ຂອບໃຈ


໑ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ບໍ່ຮູ້ຈະເວົ້າຫຍັງເລີຍ


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
555+ ມັນບໍ່ເຂົ້າເລື່ອງວ່າ ຫຼືແນວໃດ໋ນິ ກັກໆໆໆ

21 3-15-13-16-12-5-20-5 13-5


໑໒ ກະທູ້
໒໘໘ ໂພສ
ນັກການກະທູ້
ບອກໃດ້ເລີຍວ່າຈັ່ງແມ່ນຍາວວວວວວວວວວວວວວ ເລີຍບໍ່ໃດ້ອ່ານ

ໝາຂອງຂ້ອຍເດີ ນາງແພ່ງແຜ໋ວ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ຍິງຕອ້ງການຄວາມສວຍງາມ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າຈ໋າຍຍຍ ລະ ຂອບຈ໋າຍຍຍຍຍຍຍ ຈະ ຈຸບໆໆໆໆໆໆ


໔ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ

YOU R MY LOVE,I AM YOUR LIFE

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍອ່ານໂຕເປັນພາສາໄທຫລາຍເທື່ອແລ້ວ ຫາກໍເຫັນເວີຊັ່ນພາສາລາວ
ຢາກບອກວ່າ...... ພອຍດຸຫລາຍ!!! ຂອບໃຈທີ່ແປມາໃຫ້ອ່ານອີກ
ອ່ານຍາມໃດຍັງຖືກໃຈກັບຄຳວ່າ ການເປັນຕົວຂອງຕົວເອງ ແມ່ນສິ່ງທີ່ຜູ່ຍິງຕ້ອງການທີ່ສຸດ
ຮະຮະ ຖືກໃຈ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໑໓ ກະທູ້
໒໕໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
KH mux ni tharn lg niii veiiii

pen y fan kh kue bor sai jai kh jung c nae nc


໑ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHOYLIN ຂຽນວ່າ...
555+ ມັນບໍ່ເຂົ້າເລື່ອງວ່າ ຫຼືແນວໃດ໋ນິ ກັກໆໆໆ


ບໍ່ແມນດອກ ຈ້າ
ແຕ່ຄັນຕ້ອງການຂ້ອຍກາບອກເດີ້ ອິອິ


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gtalove5566 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHOYLIN ຂຽນວ່າ...
555+ ມັນບໍ່ເຂົ້າເລື່ອງວ່າ ຫຼືແນວໃດ໋ນິ ກັກໆໆໆ


ບໍ່ແມນດອກ ຈ້າ
ແຕ່ຄັນຕ້ອງການຂ້ອຍກາບອກເດີ້ ອິອິ




ກຳ! ເວົ້າປານຕົວເອງບໍ່ມີຄ່າ

21 3-15-13-16-12-5-20-5 13-5


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍອ່ານແລ້ວ ດົນໆໆໆໆ ຈົນລືມ ຮະຮະ

ແມ່ນໆ ຜູ້ຍິງພຽງແຕ່ຕ້ອງການຄວາມເປັນຕົວເອງ ແລະ ມີສິດໃນການອອກຄຳເຫັນ
ຖ້າຜູ້ຊາຍທົ່ວໂລກ ມີນິໄສຄືກາເວນກໍຄົງຈະດີເນາະ


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ເຄີຍອ່ານໂຕເປັນພາສາໄທຫລາຍເທື່ອແລ້ວ ຫາກໍເຫັນເວີຊັ່ນພາສາລາວ
ຢາກບອກວ່າ...... ພອຍດຸຫລາຍ!!! ຂອບໃຈທີ່ແປມາໃຫ້ອ່ານອີກ
ອ່ານຍາມໃດຍັງຖືກໃຈກັບຄຳວ່າ ການເປັນຕົວຂອງຕົວເອງ ແມ່ນສິ່ງທີ່ຜູ່ຍິງຕ້ອງການທີ່ສຸດ
ຮະຮະ ຖືກໃຈ



ດຸຫຼາຍແປວ່າຮ້າຍຫຼາຍຫວາເອື້ອຍຫຼ້າ

21 3-15-13-16-12-5-20-5 13-5


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1.ຜູ້ຍິງບໍ່ວ່າຈະງາມຫຼືຂີ້ຮ້າຍ ລືກໆໆ ຂ້າງໃນຂອງລາວກໍ່ຄື ແມ່ມົດ
-------------------------
ມັກປະໂຫຍກນີ້
ຜູ້ຍິງທຸກຄົນ ເຖິງວ່າພາຍນອກຈະງາມປານນາງຟ້າ ແຕ່ພາຍໃນກໍຄືແມ່ມົດດີໆນີ້ເອງ



໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ amay ຂຽນວ່າ...
ເຄີຍອ່ານແລ້ວ ດົນໆໆໆໆ ຈົນລືມ ຮະຮະ

ແມ່ນໆ ຜູ້ຍິງພຽງແຕ່ຕ້ອງການຄວາມເປັນຕົວເອງ ແລະ ມີສິດໃນການອອກຄຳເຫັນ
ຖ້າຜູ້ຊາຍທົ່ວໂລກ ມີນິໄສຄືກາເວນກໍຄົງຈະດີເນາະ



ແມ່ນເຂົາສິຈັບບໍ່ປ່ອຍເລີຍລະ ກັກໆໆໆ555+

21 3-15-13-16-12-5-20-5 13-5


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໐ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ປົກກະຕິອ້າຍບໍ່ອ່ານເລື່ອງໄຮ້ສາລະແບບນີ້ ເຫັນວ່ານ້ອງຟ່າມຕັ້ງໃຈພິມ ເລີຍອ່ານ
ອ້າຍວ່າຜູ້ຍິງຕ້ອງການຜູ້ຊາຍບໍ່ແມ່ນບໍ່?
ຄືກັບຜູ້ຊາຍກໍ່ຕ້ອງການຜູ້ຍິງເຊັ່ນກັນ ຫິຫິ


໐ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ອ້າຍລະອົດຫົວບໍ່ໄດ້ກັບພາບປະກອບຂອງນ້ອງຟ່າມ ຮະຮະຮະຄິດໄດ້ແນວໃດ


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mcu ຂຽນວ່າ...
ອ້າຍລະອົດຫົວບໍ່ໄດ້ກັບພາບປະກອບຂອງນ້ອງຟ່າມ ຮະຮະຮະຄິດໄດ້ແນວໃດ



ໜ້າຮັກດີອ້າຍ ຄິຄິ

21 3-15-13-16-12-5-20-5 13-5


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ຍິງຕ້ອງການຢ່າງວ່າ(ຄວາມເປັນຕົວຂອງຕົວເອງຢ່າງວ່າໄວ້)

~Vਕਆpïrєی™~

໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູບເຈົ້າຄັກດີນໍ້

21 3-15-13-16-12-5-20-5 13-5


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລິກໆແລ້ວ ພອຍກໍຄືແມ່ມົດ


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ເລິກໆແລ້ວ ພອຍກໍຄືແມ່ມົດ



ກຳ! 5555+

ຂ້ອຍຍັງງົງວ່າມັນແມ່ນຫຍັງອັນ2ຂໍ້ຫັນນາ ກັກໆໆໆ

21 3-15-13-16-12-5-20-5 13-5


໑ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ງົງ ໃຜຮູ້ຫຍັງຕິດຕໍ່ບອກແນ່


໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Phu ying tong garn ກະປູຫົວຟູ 부 ຄອບຄົວຕົວປ່ວນ F1

ເຮົາຄົບກັນສອງປີແລ້ວ.. ^_^

໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
Phu ying tong garn ກະປູຫົວຟູ 부 ຄອບຄົວຕົວປ່ວນ F1




5555555555+ ກ້າເວົ້າເນາະອ້າຍປູ

21 3-15-13-16-12-5-20-5 13-5


໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສິ່ງທີ່ຜູ້ຍິງຕອ້ງການຫຼາຍທີ່ສຸດແມ່ນຜົວ


໐ ກະທູ້
໑໑໒ ໂພສ
ນັກການກະທູ້
ຄວາມງາມ ເວລາເຮົາແກ່ຫລືຕາຍມັນກໍ່ບໍ່ໄດ້ໄປນຳ


໐ ກະທູ້
໙໘ ໂພສ
ຂາປະຈຳເວັບບອດ
ຄວາມສວຍຄວາມງາມ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>