ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ເລດີ້    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ເລດີ້ » ເທັກ​ນິກ​ນຸ່ງ​ເຄື່ອງ​ໃຫ້​ຈ່ອຍ​ງາມ

໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ເທັກ​ນິກ​ນຸ່ງ​ເຄື່ອງ​ໃຫ້​ຈ່ອຍ​ງາມ
ສາວໆ ສະໄໝ​ນີ້​ກໍ​ຢາກ​ຈະຈ່ອຍ​ພຽວ​ງາມ​ກັນ​ແນ່ນອນ​ຢູ່​ແລ້ວ ບໍ່​ດັ່ງນັ້ນ​ທຸລະ​ກິດ​ກ່ຽວ​ກັບ​ການຫຼຸດຜ່ອນ​ຄວາມ​ຕຸ້ຍ ຫຼືຫຼຸດນ້ຳໜັກ ຈະ​ບໍ່​ໂຜ່ມາ​ຫຼວງຫຼາຍພາຍ​ມາກ​ແມ່ນ​ບໍ.

ແຕ່​ຫາກຫ​ລຸດ​ລຳ​ບາກ​ຍາກ​ເຂັນ ກໍລອງ​ໃຊ້​ເທັກ​ນິກ​ງ່າຍໆ ເຫລົ່າ​ນີ້ ພາງ​ສາຍ​ຕາ​ໃຫ້​ເບິ່ງຈ່ອຍ​ຜອມ​ພຽວ​ນຳ​ກັນ​ເບິ່ງ.

- ນຸ່ງ​ເຄື່ອງ​ສີ​ເຂັ້ມຫລື​ຊຸດ​ສີ​ດຳ

ຊ່ວຍ​ພາງ​ຮູບ​ຮ່າງ​ໄດ້ ແຕ່​ກ່ອນທີ່ຈະ​ໄປ​ຊື້​ມາ​ນຸ່ງ ຄວນ​ສຳ​ລວດ​ວ່າ​ລະດູ​ການ​​ນີ້​ເຄື່ອງນຸ່ງ​ສີ​ເຂ້ມ​ສີ​ໃດ​ທີ່​ມາ​ແຮງ ອາດຈະ​ເປັນ​ສີ​ນ້ຳ​ເງິນ​ເຂັ້ມ​ຫລື​ເທົາ​ເຂັ້ມ​ກໍ​ໄດ້.

- ​ເກີບ​ສົ້ນ​ສູງ

ມີ​ສ່ວນ​ຊ່ວຍ​ຫລາຍ ເພາະ​ຈະ​ເຮັດໃຫ້​ຂາ​ເບິ່ງ​​ແຮ​ວ​ຂຶ້ນ​ແລະ​ຊ່ວຍ​ຍົກ​ກະ​ໂພກ​ຂຶ້ນ​ໄດ້​ເລັກນ້ອຍ

- ຫັດ​ສາຍ​​​ແອວ​ເສັ້ນ​ໃຫຍ່

ຄວາມ​ມະຫັດສະຈັນ​ຂອງສາຍ​ແອວ​ເສັ້ນ​ໃຫຍ່ ເພາະພຽງ​ແຕ່ຂະໜາດ​ຕ່າງ​ກັນ ກໍ​ເຮັດໃຫ້​ເຮືອນ​ຮ່າງ​ປ່ຽນ​ໄດ້​ເຊັ່ນ​ກັນ.

- ຜິວ​ສີ​ແທນ

ຫາ​ຄີມ​ທາ​ຜິວ​ສີ​ແທນ ມາ​ທາ​ສ່ວນ​ເກີນຈັກ​ໜ້ອຍ ຢ່າ​ທາ​ທັງ​ຕົວ ແຕ່​ໃຫ້​ນຶກ​ເຖິງ​ການເຮັດ​ໄຮ​ໄລ໊ເຂົ້າ​ໄວ້​ແລ້ວ​ເຮືອນ​ຮ່າງ​ຈະ​ເບິ່ງ​ມີ​ມິ​ຕິ​ຂຶ້ນ.

- ຫາ​ຈຸດ​ເດັ່ນ​ຂອງ​ຕົວ​ເອງ​ແລະ​ເຜີຍ​ໃຫ້​ເບິ່ງ​ໂດດ​ເດັ່ນ​ທີ່ສຸດ

ຖ້າ​ເປັນ​ຄົນ​ມີ​ໜ້າ​​ເອິກ​ກໍ​ໃຫ້​ໃສ່​ຊຸດ​ເຂົ້າ​ຮູບ​ເລັກນ້ອຍ ຫລື​ຖ້າ​ເປັນ​ສາວ​ຂາ​​ແຮ​ວ​ເລືອກ​ໃສ່​ສະ​ກິນ​ນີ່ຈະ​ດີ​ທີ່ສຸດ ເພາະ​ເມື່ອ​ຈຸດ​ເດັ່ນ​ຊັດເຈນ ຈຸດ​ດ້ອຍ​ຈະ​ຈາງ​ຫາຍ​ໄປ​ທັນ​ທີ.

ພຽງ​ເທົ່າ​ນີ້​ກໍ​ສາມາດ​ເລືອກ​ນຸ່ງ​ເສື້ອ​ຜ້າ​ໃຫ້​ເບິ່ງ​ຜອມ​ພຽວ​ກັນ​ໄດ້​ແລ້ວ.


໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ມາເປິດສົດ.........ຂ້ອບໃຈເດີທີ່ແນະນຳ

ຮັກແທ້ເປັນແນວໃດ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກແທ້ຄືແມ່

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ຢາກຮູ້ວິທີນຸ່ງເຄື່ອງໃຫ້ເບິ່ງຂາວຂຶ້ນນຳນະເຮັດແນວໃດ

"no one is perfect"

໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ceng ຂຽນວ່າ...
ຢາກຮູ້ວິທີນຸ່ງເຄື່ອງໃຫ້ເບິ່ງຂາວຂຶ້ນນຳນະເຮັດແນວໃດ



ຢາກຮູ້ຄືກັນ


໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ແລ້ວຊິຫາມາໃຫ້ເດີ ຈະພະຍາຍາມ


໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ຫລື​ຖ້າ​ເປັນ​ສາວ​ຂາ​​ແຮ​ວ​ເລືອກ​ໃສ່​ບີ​ກິນ​ນີ່ຈະ​ດີ​ທີ່ສຸດ
ຂໍແປງເລັກນ້ອຍ ອິອິ


໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
-*-


໕ ກະທູ້
໓໙໔ ໂພສ
ຊຳນານການເວັບບອດ
ດີ2222222 ຊິໄປໃຊ້ເບີ່ງເດີ້

ຮັກນີ້ຂໍໃຫ້ຈິງຈັງໄດ້ບໍ່??

໐ ກະທູ້
໓໑໔ ໂພສ
ຊຳນານການເວັບບອດ
ແວະມາຈອບເບິ່ງຈື່ໆ

try do see

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາຈ່ອຍແລ້ວເດ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຈ່ອຍຢູ່ນິ

I believe in the IMPOSSIBLE

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ຢາກຈ່ອຍຢູ່ນິ


ດ໋ຽວຈະພາໄປລົດຄວາມອ້ວນ..


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ຢາກຈ່ອຍຢູ່ນິ


ດ໋ຽວຈະພາໄປລົດຄວາມອ້ວນ..



ຢູ່ໃສ ແອນເດິ ເວລາໃດດີທ່ານເບວ

I believe in the IMPOSSIBLE

໒ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ມາຈອບເບິ່ງ

..........................................................................
..........................................................................

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ຢາກຈ່ອຍຢູ່ນິ


ດ໋ຽວຈະພາໄປລົດຄວາມອ້ວນ..



ຢູ່ໃສ ແອນເດິ ເວລາໃດດີທ່ານເບວ


ວ່າງຍາມໃດ ກະໄປຍາມນັ້ນເລີຍ..


໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ເຂົາຈ່ອຍແລ້ວເດ



ຊຳນີ້ພໍດີແລ້ວສາວ
ນ້ຳຫວານ