ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ເກມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ເກມ » Sony ເປີດໂຕເຄື່ອງ PlayStation 4

໑໑ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
Sony ເປີດໂຕເຄື່ອງ PlayStation 4 ໃນງານ Playstation Meeting 2013


Sony ໄດ້ເປີດໂຕ PlayStation 4 ຢ່າງເປັນທາງການແລ້ວ ເຊິ່ງຈະວາງຈໍາຫນ່າຍປາຍປີ 2013 ໂດຍມີສະເປັກດັ່ງນີ້
Specs

Main Processor
•CPU: X86-64 AMD Jaguar 8 cores
•GPU: AMD next-generation Radeon ໂດຍມີພະລັງການປະມວນຜົນເຖິງ 1.84 TFLOPS (ປະມວນຜົນທົດສະນິຍົມໄດ້ 1.84 ລ້ານລ້ານຕໍາແຫນ່ງໃນ 1 ວິນາທີ)

Memory
•8 GB GDDR5

Storage & Ports
•ມີ Hard disk ໃນຕົວ

Optical Drive (ອ່ານຢ່າງດຽວ)
•Blu-ray ຄວາມໄວ 6X (ສາມາດອ່ານ DVD ໄດ້ 8X)
• I/O
•USB 3.0, AUX

Communication
•Ethernet (ມາດຕະຖານຄວາມໄວ 10BASE-T, 100BASE-TX, 1000BASE-T)
•IEEE 802.11 b/g/n
•Bluetooth 2.1(EDR)

AV Output
•HDMI
•Analog ສາຍ AV
•Digital Output(optical)


Dual Shock 4



ຍັງຄົງລະບົບຈັບການເຄື່ອນໄຫວແບບ Six-axis
•ມີ Touchpad ໃນໂຕຄອນໂທຣເລີ້
•ມີແຖບແສງເທິງຈອຍເພື່ອຢືນຢັນຕົວຕົນຜູ້ຫລິ້ນ ສາມາດສະແດງໃຫ້ເຫມາະກັບສະຖານະການຂອງຕົວເກມໄດ້ ເຊັ່ນຫາກຕົວລະຄອນທີ່ທ່ານບັງຄັບກໍ່າລັງຖືກໂຈມຕີຢ່າງຫນັກຫນ່ວງ ຄອນໂທຣເລີ້ກໍ່ຈະສ່ອງແສງກະພິບ ເປັນຕົ້ນ
•ມີ Speaker ໃນຕົວ ເຮັດໃຫ້ສຽງຂອງເກມສາມາດສົ່ງຜ່ານ TV ແລະຄອນໂທຣເລີ້ໄດ້
•ມີຮູສຽບຫູຟັງ Speaker ເພື່ອໃຊ້ໃນການແຊັດກັບຜູ້ຫລິ້ນຄົນອື່ນ
•ປຸ່ມ Option ທີ່ມຸມຂວາຂອງ Touchpad ມີໄວ້ເພື່ອແທນປຸ່ມ Start ແລະ Select
•ປຸ່ມ Share ເປັນປຸ່ມທີ່ໃຫ້ເກມເມີ້ສາມາດແຊຮູບ ແຊວິດີໂອ ລວມໄປເຖິງແຊພາບການຫລິ້ນສົດໆ ຂອງຕົວເກມຜ່ານທາງ Facebook ແລະUstream ໄດ້ໂດຍຕົງ
•ປຸ່ມຕ່າງໆ ປັບປຸງໃຫ້ເຫມະສົມ ເຮັດໃຫ້ຜູ້ຫລິ້ນມີປະສົບການທີ່ດີຂຶ້ນ ໃນການຄວບຄຸມຄອນໂທຣເລີ້

PlayStation 4 Eye

•ກ້ອງມຸມກ້ວງ ( ຄອບຄຸມພື້ນທີ່ດ້ວຍມຸມ 85 ອົງສາ) ສາມາດກວດຈັບໄລຍະເລິກຕ່າງໆຂອງວັດທຸໄດ້ ເຮັດໃຫ້ສາມາດລະບຸຕໍ່າແຫນ່ງຂອງຜູ້ຫລິ້ນໄດ້ຢ່າງແມ້ນຍໍາຍິ່ງຂຶ້ນ
•ວາງຈໍາຫນ່າຍພ້ອມເຄື່ອງ PlayStation 4
•ສາມາດໃຊ້ຮ່ວມກັບລະບົບກວດຈັບໃບຫນ້າໃນການ log-in ເຂົ້າໃຊ້ PlayStation 4 ໄດ້
•ທໍາງານຮ່ວມກັບແຖບແສງ Dual Shock 4 ໃນການຈັບຕໍາແຫນ່ງຄອນໂທຣເລີ້ຂອງຜູ້ໃຊ້ແຕ່ລະຄົນ
•ຮອງຮັບ PlayStation Move ໂດຍມີຄວາມລະອຽດທີ່ແມ້ນຍໍາຍິ່ງກວ່າການໃຊ້ກ້ອງ Eye Toy

User interface ໃຫມ່




ພາບເກມ Killzone: Shadow Fall





Sony ຍັງບໍ່ທັນໄດ້ເປີດຕົວເຄື່ອງເທື່ອຄົງຈະກັກໄວ້ໂຊໃນງານE3ກໍ່ເປັນໄດ້
ແຫລ່ງຂ່າວທີ່ມາແລະຂໍ້ມູນເພີ່ມເຕີມ
http://www.gconsole.com/cgi-bin2/show.php?page=news&id=15175
http://men.kapook.com/view57169.html
http://www.gamespot.com/
http://www.ign.com/




໑໑ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ດັບເບິ້ນໂຜສຈ້ອຍ ແອດມິນຊ່ວຍລຶບໃຫ້ແນ່ ຂໍຂອບໃຈ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນເກມບໍ? ງົງນະ ບໍ່ເຄີຍຫຼິ້ນ
ເຈົ້າຢາກລຶບກະທູ້ນີ້ບໍ? ບໍ່ແນ່ໃຈວ່າແອັດມິນເພິ່ນຢູ່ບໍ່
ຂ້ອຍວ່າເຈົ້າແກ້ໄຂເອົາກໍ່ໄດ້


໑໑ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ແມ່ນເກມບໍ? ງົງນະ ບໍ່ເຄີຍຫຼິ້ນ
ເຈົ້າຢາກລຶບກະທູ້ນີ້ບໍ? ບໍ່ແນ່ໃຈວ່າແອັດມິນເພິ່ນຢູ່ບໍ່
ຂ້ອຍວ່າເຈົ້າແກ້ໄຂເອົາກໍ່ໄດ້




ມັນຂຶ້ນ2ກະທູ້ ຕາມກົດຂໍ້ທີ5 ຕັ້ງແລ້ວລຶບບໍ່ໄດ້ມີແຕ່ແກ້ໄຂໄດ້ ກໍ່ເລີຍຢາກໃຫ້ລຶບອອກອັນຫນຶ່ງ ຫລືຈະປະໄວ້ກໍ່ໄດ້ຖ້າເພິ່ນບໍ່ວ່າຫຍັງ