ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ເກມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ເກມ » ໜອນ​​ Virus ຈ້ອງ​ໂຈມ​ຕີ​ຜູ້​ຫລິ້ນ​ເກມອອນ​ໄລນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜອນ​​ Virus ຈ້ອງ​ໂຈມ​ຕີ​ຜູ້​ຫລິ້ນ​ເກມອອນ​ໄລນ
Microsoft ເຕືອນ​ຜູ້​ຫລິ້ນ​ເກມສ໌​ອອນ​ໄລນ໌​ກຳ​ລັງ​ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ໜອນ​ໄວ​ ຣັດ(Virus)ດ​ຄອມພິວເຕີ​ທີ່​ຈ້ອງ​ໂຈມ​ຕີ ເພື່ອ​ລັກເອົາ​ຂໍ້​ມູນ​ສ່ວນ​ຕົວ ໂດຍ​ລ່າ​ສຸດ ໜອນ Taterf ໄດ້​ແພ່​ກະ​ຈາຍ​ຕິດ​ໄປ​ຍັງ​ຜູ້​ໃຊ້​ຫລາຍກວ່າ 4.9 ລ້ານ​ລາຍ​ພາຍ​ໃນ​ໄລ​ຍະ​ເວລາ 6 ເດືອນ ຫລື​ຄິດ​ເປັນ​ອັດຕາ​ການ​ເຕີບໂຕ 156% ທຽບ​ກັບ​ຫົກ​ເດືອນ​ກ່ອນ​ໜ້າ​ນັ້ນ

ໃນ​ຂະນະ​ທີ່​ໜອນ​ກຳ​ລັງ​ເປັນ​ໄພ​ຄຸກ​ຄາມ​ຮ້າຍແຮງ​ທີ່​ມີ​ອັດຕາ​ການ​ເຕີບໂຕ​ ເກືອບ​ສອງ​ເທົ່າ ໄພ​ຄຸກ​ຄາມ​ອື່ນໆ ຢ່າງ​ເຊັ່ນ ໂທຣ​ຈັນ ແລະ​ແອດ​ແວລ໌ ກັບ​ມີ​ແນວ​ໂນ້ມ​ຂອງ​ການ​ໂຈມ​ຕີ​ລຸດລົງ Microsoft Security Intelligence Report ກ່າວ​ວ່າ ໂດ​ຍສະຖິ​ຕິ​ໃນ​ຊ່ວງ​ຫົກ​ເດືອນທຳອິດ​ຂອງ​ປີ 2009 ໂດຍ​ເສ​ລີ່ຍ​ພົບ​ວ່າ ໃນ​ທຸກ​ໆ ໜຶ່ງ​ຊົ່ວ​ໂມງ​ຈະ​ມີ​ຄອມພິວເຕີ​ໃນ​ອັງ​ກິດ​​ທີ່​ຕິດ​ໜອນ​ໄວ​ລັດ 7 ເຄື່ອງ​ນຳກັນ ຊຶ່ງ​ໜອນ​ຮ້າຍ Taterf ໂຕນີ້ມີ​ເປົ້າ​ໝາຍ​ຂອງ​ການ​ໂຈມ​ຕີ​ຢູ່​ທີ່ ເກມສ໌​ອອນ​ໄລນ໌​ທີ່​ຫລິ້ນ​ພ້ອມ​ກັນ​ຫລາຍ​ຄົນ ຫລື MMORPGs (Massively Multiplayer Online Role-Playing Games)

ສຳລັບ​ເກມສ໌​ອອນ​ໄລນ໌​ຫລັກໆ ທີ່​ຕົກ​ເປັນ​ເປົ້າ​ໂຈມ​ຕີ​ໄດ້​ແກ່ World of Warcraft, Rainbow Island, Lineage, Gamania ແລະ Cabal Online ໂດຍ​ນອກ​ຈາກ​ໜອນ​ພວກ​ນີ້​ຈະ​ກຳ​ລັງ​ລັກ​ຂໍ້​ມູນ​ສ່ວນ​ຕົວ​ຈາກ​ເຄື່ອງ​ຂອງ​ ຜູ້​ຫລິ້ນ​ເກມສ໌​ແລ້ວ ມັນ​ຍັງ​ສາມາດ​ແພ່​ກະ​ຈາຍ​ຕົວ​ເອງ​ຜ່ານ​ທາງ​ແຟຣັດ​ໄດ​ລົຟ໌​ທີ່​ສຽບ​ທາງ​ຊ່ອງ USB ເພື່ອ​ໂຈມ​ຕີ​ຄອມພິວເຕີ​ທີ່​ຢູ່​ເທິງ​ເຄືອ​ຂ່າຍ​ທັງ​ທີ​ບອນເຮັດວຽກ ແລະ​ທີ່​ເຮືອນ​ໄດ້​ອີກ​ດ້ວຍ



Vinny Gulluto ຜູ້​ບໍລິຫານ​ລະບົບ​ຮັກສາ​ຄວາມ​ປອດ​ໄພ​ຈາກ Microsoft ​ກ່າວ​ວ່າ "ມັນ​ມີ​ວິທີ​ຕ່າງໆ ຫລວງຫລາຍ​ທີ່​ເກມ​ເມີລ໌ ແລະ​ຜູ້​ໃຊ້​ເວັບ​ສາມາດ​ປົກ​ປ້ອງ​ຄອມພິວເຕີ​ຂອງ​ພວກ​ເຂົາ​ໄດ້ ເນື່ອງ​ຈາກ​ການ​ປ່ຽນ​ແປງ​ສາຍ​ພັນ​ຂອງ​ໜອນ​ໄວ​ລັດ​ເກີດ​ຂຶ້ນ​ຕະຫລອດ​ເວລາ ຜູ້​ໃຊ້​ຕ້ອງ​ແນ່​ໃຈ​ວ່າ ແອບ​ພິ​ເຄ​ຊັນ (ປ້ອງ​ກັນ​ໄວ​ລັດ ຫລື​ແອບ​ພິ​ເຄ​ຊັນ​ມີ​ຊ່ອງ​ໂຫວ່) ໄດ້ຮັບ​ການ​ອັບ​ເດດ​ຕະຫລອດ​ເວລາ ລວມ​ເຖິງ​ການ​ມີ​ໄຟລ໌​ວອນ(firewall)​ດ້ວຍ" ຍິ່ງ​ອິນ​ເທີລ໌​ເນັດ​(internet)ມີ​ຄວາມ​ໄວ​ສູງ​ຫລາຍ​ເທົ່າ​ໃດ ໂອ​ກາດ​ທີ່​ຜູ້​ໃຊ້​ຈະ​ຕິດ​ໄວ​ລັດ​ຈະ​ສູງ​ຂຶ້ນ​ໄປ​ຕາມ​ນັ້ນ​ດ້ວຍ

ນອກ​ເໜືອ​ຈາກ​ໜອນ Taterf ແລ້ວ Conficker ທີ່​ມີ​ເປົ້າ​ໝາຍ​ໂຈມ​ຕີ Server​ ຂອງ​ທຸລະກິດ​ດ້ວຍ​ເທກ​ນິກ DDOS ດ້ວຍ​ສ້າງ​ເຄືອ​ຂ່າຍ Bot ຫລື​ຄອມພິວເຕີ​ຊອມ​ບີ້ ກໍ​ເປັນ​ໄພ​ຄຸກ​ຄາມ​ອີກ​ຕົວ​ໜຶ່ງ​ທີ່​ຍັງ​ຄົງ​ແພ່​ກະ​ຈາຍ​ຕໍ່​ເນື່ອງ​ຕາບ​ ຈົນ​ທຸກ​ມື້​ນີ້ ລ່າ​ສຸດ​ມັນ​ໄດ້​ແພ່​ກະ​ຈາຍ​ໄປ​ຍັງ​ຄອມພິວເຕີ​ທົ່ວ​ໂລກ​ແລ້ວ​ກວ່າ 5.2 ລ້ານ​ເຄື່ອງ (ບາງ​ລາຍ​ງານ​ລະ​ບຸ​ວ່າ 7 ລ້ານ​ເຄື່ອງ) ຊຶ່ງ​ຫລາຍ​ພໍ​ທີ່​ຈະ​ໃຊ້​ເປັນ​ອາ​ວຸດ​ໃນ​ການ​ຖະ​ຫລົ່ມ Server​ ​ຂອງ​ອົງກອນ​ທຸລະກິດ​ໄດ້​ຢ່າງ​ງ່າຍ​ດາຍ

ບໍມີວັນໄດ້ຮັກກັນ

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
kai dair bor mak lin ....hahahaha

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໓ ກະທູ້
໒໕໐ ໂພສ
ນັກການກະທູ້
ບໍ່ແມ່ນໄປ Copy ຫຼື ໄປເອົາຂອງຜູ້ອື່ນມາແປ ເອົາ
ໜ້າຈະມີ Credit ແດ່
ຍາກແດ່ ທີ່ຈະຂຽນຂ່າວດ້ວຍຕົນເອງ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືມາເປັນຕາຍ້ານແທ້ ຮ້ານເກມສິບໍເຈັ້ງຊຳເບາະບາດນິ


໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ່າໆໆໆໆ

ບໍມີວັນໄດ້ຮັກກັນ

໑ ກະທູ້
໒໙໒ ໂພສ
ນັກການກະທູ້
ໂຫ!!!!! ໂຫດຫຼາຍ Game Yulgang online ແລະ Game Runes of Magic online ບໍ່ເປັນຍັງຕິ!!!!!!


໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ນຳເດີ

ບໍມີວັນໄດ້ຮັກກັນ

໑໔ ກະທູ້
໔໓໒ ໂພສ
ຊຳນານການເວັບບອດ
ຂ່າວດົນແລ້ວ

DarkEnCieL

໒໕ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ເປັນຕາຢ້ານແທ້, ບາດນີ້ສິໄດ້ງົດການຫຼີ້ນເກມຕິເນາະ, ແລ້ວເຮົາສິເປັນຈັງໄດ໋ຖ້າບໍ່ໄດ້ຫຼີ້ນເກມ ບໍ່ເປັນຫຍັງກັບມາຫຼີ້ນເກມແຜ່ນຄືເກົ່າຈະດີກວ່າ