ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ທ່ານວ່າບັດຊົມເຕະບານ Suzuki cup ຮອບຄັດເລືອກເໝາະສົມແລ້ວບໍ່

໑໙ ກະທູ້
໑໖໐ ໂພສ
ນັກການກະທູ້
ຫຼັງຈາກວົງການບານເຕະບ້ານເຮົາກັບມາມີຊີວິດຊີວາອີກເທື່ອໜຶ່ງຈາກຜົນງານໃນຊີເກມທີ່ມີຜູ້ຊົມເຂົ້າຊົມແບບລົ້ນສະໜາມ,
ອີກບໍ່ເຖິງສອງອາທິດຂ້າລາວເຮົາຈະໄດ້ຮັບກຽດເປັນເຈົ້າພາບບານເຕະ Suzuki cup ຮອບຄັດເລືອກ. ແຕ່ເມື່ອອາທິດທີ່ຜ່ານມາ
ໄດ້ມີການປະກາດລາຄາປີ້ເຂົ້າຊົມການແຂ່ງຂັນທີ່ມີລາຄາເລີ່ມແຕ່ 50.000 ກີບຂຶ້ນໄປ, ເຊິ່ງວ່າເປັນລາຄາດຽວກັນກັບຕອນແຂ່ງຂັນຊີເກມ
ແຕ່ມາທຽບໃສ່ລາຍໄດ້ຂອງຄົນລາວ, ນັກຮຽນ-ນັກສຶກສາ ແລະ ພະນັກງານລັດທົ່ວໄປແລ້ວ ຂພຈ ວ່າຍັງເປັນລາຄາທີ່ຂ້ອນຂ້າແພງຢູ່. ເຊື່ອແນ່ວ່າຄົນລາວທຸກຄົນກໍ່ລ້ວນແຕ່ຕ້ອງການຢາກໄປເຊຍທີມຊາດຕົນເອງເຖິງຂອບສະໜາມແຕ່ຖ້າເບິ່ງລາຄາປີ້ແລ້ວອາດເຮັດ
ໃຫ້ຫຼາຍໆຄົນບໍ່ສາມາດເຂົ້າໄປຊົມໄດ້ຖ້າເປັນໄປໄດ້ລາຄາປີຢູ່ໃນລະດັບ 20.000 ຫາ 30.000 ກີບກໍ່ຖືວ່າເໝາະສົມແລ້ວ. ສະມາຊິກພັນລາວ
ເດທ່ານຄິດແນວໃດ


໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ຖ້າເປັນນັກຮຽນນັກສືກສາຫນ້າຈະໄດ້ລາຄາຫລຸດລົງນໍ
ຫລືລາຄາພິເສດ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຳຫລັບນັກຮຽນນັກສຶກສາ ກໍ່ນ່າຈະຫລຸດລາຄາໃຫ້ເຄິ່ງຄ່າ


໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
...


໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ຄວນຫຼຸຸດລາຄາລົງແດ່ ເພາະວ່າຄົນມີເງິນໜ້ອຍກໍຢາກເຂົ້າເບິ່ງຄືກັນ

ຊົ່ວຢ່າງສ້າງສັນ

໑໙ ກະທູ້
໑໖໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ kharm ຂຽນວ່າ...
ຄວນຫຼຸຸດລາຄາລົງແດ່ ເພາະວ່າຄົນມີເງິນໜ້ອຍກໍຢາກເຂົ້າເບິ່ງຄືກັນ



ເຫັນດີນຳເພາະວ່າຢາກສົ່ງເສີມໃຫ້ເຍົາວະຊົນຮັກກິລາຕ້ອງປູກຝັງເລີ່ມຕັ້ງແຕ່ການເຂົ້າຊົມກິລາ
ແຕ່ລາຄາກະເປັນປັດໄຈໜຶ່ງທີ່ສຳຄັນເຮັດໃຫ້ເຂົາເຈົ້າບໍ່ສາມາເຂົ້າໄປເບິ່ງໄດ້


໙ ກະທູ້
໙໔ ໂພສ
ນັກການກະທູ້
ຢາກຫຼຸຸດລາຄາລົງຄືກັນ

ເສົ້າໃຈທີ່ເຫັນຄົນລາວ "ຍອມແພ້"