ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ວົງການກິລາໃນບ້ານເຮົາປະຈຸບັນຖືວ່າສ້າງຜົນງານໄດ້ໂດດເດັ່ນ ທີ່ຮູ້ຈັກກັນດີກໍ່ຄືການແຂ່ງຂັນ ບານເຕະ ອາຍຸບໍ່ເກີນ 16 ປີ. ກອງເຊຍ U-16 ລາວ ຫັນໃຈເກືອບຈະບໍ່ທົ່ວທ້ອງ ເມື່ອຊາບຜົນ U-16 ສ.ເກົາຫຼີ ເອົາຊະນະ ກຳປູເຈຍ 10-0 ແລະ ຍີ່ປຸ່ນ ເອົາຊະນະ ຫວຽດນາມ 5-2 ລາວເຮົາຕ້ອງຕົກຮອບແນ່ນອນ ແຕ່ຍັງໂຊກດີເມື່ອຜົນການແຂ່ງຂັນຂອງກຸ່ມ G ອົດສະຕຣາລີ ເອົາຊະນະ ອິນໂດເນເຊຍ ໄປ 5-2 ແລະ U-16 ລາວ ເອົາຊະນະ ໄຕ້ຫວັນ 5-0 ມີ 10 ຄະແນນ ເໜືອອິນໂດເນເຊຍ ຢູ່ 1 ຄະແນນ ເລີຍໄດ້ສິດຜ່ານເຂົ້າຮອບໄປຢ່າງຫວຸດຫວິດ (ອັນນີ້ບໍ່ກ່ຽວກັບຫົວຂໍ້.. ແຕ່ຢາກອັບເດດ.. ອິອິ)
-------------------------------------------------------------------------------------------------------------------------------
ທ້າວ ອຸ່ນເຮືອນ ເທບວົງສາ ສາມາດຄ້ວາອັນດັບ 1 ມາຄອງໄດ້ຢ່າງຍິ່ງໃຫຍ່ ໃນການແຂ່ງຂັນຖີບລົດທີ່ຊຽງໃໝ່ ປະເທດໄທ ວັນທີ 18 ກັນຍາ 2011 ຜ່ານມານີ້ ໃນລາຍການ Doi Suthep 2011.
ທ່ານ ວິນເຟຣດ ເດດທິບົວ (ວິນລີ່) ຄູເຝິກ ແລະ ຜູ້ປະສານງານທາງດ້ານການຕ່າງປະເທດ ຂອງສະຫະພັນຖີບລົດແຫ່ງຊາດລາວ ໄດ້ແຈ້ງໃຫ້ຮູ້ວ່າ: ການແຂ່ງຂັນຖີບລົດທີ່ຊຽງໃໝ່ຄັ້ງນີ້ ກໍຖືໄດ້ວ່າເປັນຄັ້ງໃຫຍ່ສົມຄວນ ຊຶ່ງມີນັກຖີບລົດໃນອາຊີ ເອີຣົບ ອາເມລິກາ ມາເຂົ້າຮ່ວມແຂ່ງຂັນຢ່າງຫຼວງຫຼາຍ ສະເພາະນັກຖີບລົດຂອງລາວເຮົາ ໄດ້ສົ່ງເຂົ້າຮ່ວມພຽງແຕ່ 2 ຄົນເທົ່ານັ້ນ ແລະ ກໍສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນຄືທ້າວ ອຸ່ນເຮືອນ ເທບວົງສາ ສາມາດຄ້ວາອັນດັບ 1 ມາຄອງໄດ້ຢ່າງຍິ່ງໃຫຍ່ ໃນການຖີບລົດ 11 ກິໂລແມັດ ໃຊ້ເວລາ 31 ນາທີ ກັບ 21 ວິນາທີ ອັນດັບ 2 ແມ່ນນັກຖີບລົດຈາກ ສປປ ລາວ ເຮົາອີກ ຄື ທ້າວ ສຸລິວົງ ປ່ຽມປັນຍາ ໃຊ້ເວລາ 31 ນາທີ ກັບ 55 ວິນາທີ ອັນດັບ 3 ແມ່ນ Nicolas MAGNAN ຈາກການາດາ ໃຊ້ເວລາ 33 ນາທີ ກັບ 01 ວິນາທີ ອັນດັບ 4 ແມ່ນ Thomas WIEGAND ຈາກເຢຍລະມັນ ໃຊ້ເວລາ 33 ນາທີ ກັບ 13 ວິນາທີ ແລະ ອັນດັບ 5 ແມ່ນ ນັນທະວັດ ຈາກໄທ ເຈົ້າພາບ ໃຊ້ເວລາ 33 ນາທີ ກັບ 22 ວິນາທີ.
ນຳສະເໜີໂດຍ: ຄົນໃຈດີ
ຂໍ້ມູນຈາກໜັງສືພິມວຽງຈັນໃໝ່ ສະບັບວັນທີ 26 ກັນຍາ 2011
<-----ຄົນໃຈດີແຟນຄລັບ
|