ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ເຈົ້າພາບງານມະຫາກຳກິລາແຫ່ງຊາດ ກັບ ການເປັນເຈົ້າຫຼຽນຄຳທ່ານຄິດແນວໃດກັບເລື່ອງນີ້?

໑ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ຕາມທີ່ຂ້າພະເຈົ້າເຄີຍເຫັນມາ ຂອງເຈົ້າພາບງານມະຫາກຳກິລາແຫ່ງຊາດຂອງແຕ່ລະແຂວງ, ແຂວງໃດກໍ່ຢາກຈະເປັນເຈົ້າຫຼຽນຄຳ ແຕ່ການພັດທະນານັກກິລາພາຍໃນແຂວງບໍ່ໄດ້ຮັບການຈັດການຢ່າງເປັນລະບົບ, ກໍ່ເລີຍຕ້ອງໄດ້ຊື້ຈ້າງນັກກິລາຈາກສູນກາງ(ນັກກິລານະຄອນຫຼວງ) ຖືກວ່າເປັນທີມຊາດຫັ້ນແລະ ມາແຂ່ງໃນງານມະຫາກຳກິລາ ອັນນີ້ກະເຫັນດີນຳ ແຕ່ຖ້າເບິ່ງອີກດ້ານໜຶ່ງ ແລ້ວນັກກິລາພາຍໃນແຂວງຂອງເຈົ້າພາບຈະມີການພັດທະນາຝີມືບໍ່ ຖ້າຫາກຈ້າງນັກກິລາມາແຂ່ງໃຫ້ ຖ້າໃຫ້ເຂົາເຈົ້າມາແຂ່ງໃຫ້ເມື່ອຈົບງານມະຫາກຳກິລາເຂົາເຈົ້າກໍ່ກັບຄືນໄປ ແລ້ວແມ່ນໃຜຈະເປັນຜູ້ສືບທອດໃຫ້ແຂວງຕໍ່ໄປໃນການພັດທະນາຝີມືໃຫ້ລຸ້ນສືບທອດຕໍ່ໄປ.....ການຈັດງານກິລາແຫ່ງຊາດນີ້ຈັດຂຶ້ນເພື່ອເອົາສື່ສຽງໃຫ້ແຂວງ ຫຼື ພັດທະນານັກກິລາລາວ ທ່ານຄິດວ່າຈຸດປະສົງຂອງການຈັດງານມະຫາກຳກິລານີ້ແມ່ນເພື່ອຫຍັງກັນແທ້?

-->-->-->

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເປີດສົດກ່ອນ........


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະໄປແຂ່ງກິລານອນທົນ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັກ​ເດີ ບໍ່ຮູ້​ນຳ​ແທ້ໆ​ເລື່ອງ​ແນວ​ນີ້​ນ່າ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ
ຈັກນຳ


໑ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ຫຼວງພະບາງຈ້າງນັກກິລາຈາກນະຄອນຫຼວງເກືອບທຸກປະເພດ ເພື່ອເປັນເຈົ້າຫຼຽນຄຳ....ແຕ່ລະແຂວງຊິເອົາຫຍັງມາສູ້...ຮຸຮຸ

-->-->-->

໗ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ມັນເປັນປະເພນີຂອງບ້ານແລ້ວ ຄວາມຢາກໄດ້ໜ້າໄດ້ຕາເຮັດໃຫ້ຫຼາຍໆແຂງຕັດສິນໃຈຈ້າງນັກກິລາຈາກບ່ອນອື່ນມາຍາດຫຼຽນໃຫ້ແຂວງຕົນ ຈົນລືມຄຳນຶງເຖິງ ການພັດທະນານັກກິລາພາຍໃນຂອງຕົນເອງ.

ແນວໃດກະດຄິດວ່າເພີ່ນຄືຊິເອົານັກກິລາພາຍໃນແຂວງສ່ວນໃດສ່ວນນຶ່ງເຂົ້າຮ່ວມເອົາປະສົບການຖອດຖອນບົດນຳຢູ່ຕິ.

ບຸນຄຸນເປັນຕ້ອງຊົດໃຊ້ ແລະ ຈຳເປັນທີ່ສຸດ ແຕ່ກໍ່ບໍ່ໝາຍຄວາມວ່າເຮົາຕ້ອງ ເປັນທາດຮັບໃຊ້ ເຂົາ[/size]