![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ສະຫະພັນບານເຕະແຫ່ງຊາດລາວ ໄດ້ຖະແຫລງຕໍ່ສື່ມວນຊົນໃນບາຍວັນນີ້(6ມັງກອນ) ທີ່ສູນຝຶກກິລາແຫ່ງຊາດ (ຫ້ວຍຫົງ) ເຖິງບົດລົງໂທດຄູຝຶກ ແລະ ນັກເຕະບານທີມແຂວງຫລວງພະບາງ ວ່າ: ເຊີນອ່ານຕາມລິ້ງ http://www.senotimes.com/textDetail.php?textID=441 ນີ້ຄືວີດີໂອຄຣິບ ທີ່ເກີດຂື້ນຢູ່ຫລວງພະບາງ http://www.youtube.com/watch?v=SPqLesUsMbU ![]() |
|
![]() ຜ່ານໄປດົນໆລະ ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ... ສະຫະພັນບານເຕະແຫ່ງຊາດລາວ ໄດ້ຖະແຫລງຕໍ່ສື່ມວນຊົນໃນບາຍວັນນີ້(6ມັງກອນ) ທີ່ສູນຝຶກກິລາແຫ່ງຊາດ (ຫ້ວຍຫົງ) ເຖິງບົດລົງໂທດຄູຝຶກ ແລະ ນັກເຕະບານທີມແຂວງຫລວງພະບາງ ວ່າ:ເຊີນອ່ານຕາມລິ້ງ http://www.senotimes.com/textDetail.php?textID=441 ນີ້ຄືວີດີໂອຄຣິບ ທີ່ເກີດຂື້ນຢູ່ຫລວງພະບາງ http://www.youtube.com/watch?v=SPqLesUsMbU ຂອບໃຈ ທີ່ເອົາຂ່າວນີ້ ມາເຜີຍແຜ່ |
|
![]() ລາງຄົນກະເວົ້າວ່າ ນັກກິລາຫລວງພະບາງນີ້ ເຮັດສົມຄວນແລ້ວ. ລາງຄົນກະວ່າ ນັກກິລາຄະນະນີ້ ເຮັດຜິດ ສົມຄວນຖືກລົງໂທດ. ສຳລັບຂ້ອຍເອງ ຢາກວ່າ ສົມມຸດວ່າ ກຳມະການໃນເດີ່ນ ຈະຕັດສິນ ຜິດແທ້ ກໍ່ຕາມ, ແຕ່ການທີ່ຫລາຍຄົນຈະໄປຫຸ້ມຕີ ຜູ່ກ່ຽວນັ້ນ ມັນບໍ່ແມ່ນການແກ້ບັນຫາ ທີ່ຖືກຕ້ອງ. ຄັນວ່າ 1 ຕໍ່ 1 ກະຍັງແຄນແດ່ ![]() |
|
![]() ຖືກຫລືຜິດ ແຕ່ກະຄິດວ່າເປັນບົດຮຽນໃຫ້ທັງນັກເຕະແລະກຳມະການ ວ່າເທື່ອຫນ້າອັນໃດຄວນຫລືບໍ່ຄວນເຮັດ ຄືຶທີ່ເຮົາເຫັນກັນ(ໃນຄລິບ) ກຳມະການກະຖືກໄລ່ເຕະດາກປົບເຕິະ ປົບເຕີ່ນ, ສ່ວນນັກເຕະກະຖືກຫ້າມເຄື່ອນໄຫວໃນວົງການກິລາ.
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
![]() ຮູ້ເຮັດເອງກະຕ້ອງຮູ້ຮັບຜິດຊອບເອງ ຖ້າກຳມະການຕັດສິນບໍ່ຖືກ ກະຕ້ອງໃຫ້ສະຫະພັນລົງໂທດເອງ ບໍ່ແມ່ນໃຊ້ລະບົບສານເຕ້ຍ |
|
![]() ຄຣິບວິດີໂອ ຂາຍຂີ້ຫນ້າ ປະຊາຊົນລາວ ສ້າງຄວາມເສິ່ມເສີຍພາບລັກ ຈາກພຶດຕິກຳນັກເຕາະຫລວງພະບາງ 555555555555555555555555555555555555555555555555555555555555555555555555555555555555555555++++++ ຢາກຫົວຈົນແຂ້ວແຫ້ງ ເບິ່ງຄິບແລ້ວເປັນຕາຫນ້າອາຍ ຊາວໂລກເພິ່ນແທ້ໆ ຖ່າຍທອດສົດທັ້ງສອງຊ່ອງພຸ້ນນ່າ ສະແດງຄວາມຖ່ອຍ ຊົ່ວ ຂາດວຸດຕິພາວະ ໃຊ້ອາລົມມາກ່ອນເຫດຜົນ ບໍ່ເຄົາລົບກົດທີ່ມີຢູ່ ປະເທດດ້ອຍພັດທະນາຈະເປັນແບບນີ້ແຫລະ ອີກຫລາຍຮ້ອຍປີລາວຄົງບໍ່ທັນປະເທດອື່ນດອກຖ້າ ຄົນໃນສັງຄົມຍັງເປັນແບບນີ້ ທີມຊາດສະແດງວ່າ ເປັນຄົນແຖວຫນ້າລະດັບທ໊ອບຂອງ ປະເທດ ຍັງມີຄວາມຖ່ອຍແບບນີ້ ແລ້ວຈະຫວັງຫຍັງອີກລະ ອະນາຄົດຂອງປະເທດ ຕັດສິນໂທດເທົ່ານີ້ຂ້ອຍຖືວ່າ ບໍ່ສົມຄວນແກ່ເຫດຖ້າທຽບໃສ່ຄວາມເສີຍຫາຍ ພາບພົດຫນ້າຕາຂອງປະເທດແລ້ວ ຄືຕັດສິດຄົນຕົ້ນເຫດບໍ່ໃຫ້ຮ່ວມກິດຈະກຳທາງດ້ານກິລາທີ່ເປັນທາງການເປັນເວລາ 3 ປີ ຂ້ອຍຄິດວ່າ ນ່າຈະໄລ່ອອກແລະຕັດສິດ ໄປຕະຫລອດເລຍດີກວ່າ ແຕ່ກໍ່ຍັງວ່າ ເປັນການໃຫ້ໂອກາດ ຕັດສິດສາມປີ ກໍ່ໂອເຄ ໂຄດບໍ່ອົມລົມລະບຽບວິນັຍການເປັນນັກເຕະແດ່ບໍ່ ຂຶ້ນຊື່ເມືອງມໍລະດົກໂລກແທ້ໆ "ຄຳວ່າ ທິວທັດດີ ຜູ້ຄົນຈິດໃຈງາມ" ຄົງບໍ່ ເຫມາະເສີຍແລ້ວແຫລະເມືອງຫລວງພະບາງ |
|
![]() ຟັງຄຳວ່າໄລ່ເຕະກົ້ນກໍ່ຮາຈົນຂີ້ຈະແຕກແລ້ວ ໆໆ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
![]() oh som num nar dae ..... |
|
![]() ![]() |
|
![]() ບໍ່ຮູ້ວ່າກ່ຽວກັບກຳມະການເດເພີ່ນພິຈາລະນາແນວໃດ ຖ້າຈະເວົ້າຕາມທີ່ໄດ້ເຫັນໃນພາບວິດີໂອ ກຳມະການເອງກໍ່ຕັດສິນຜິດພາດເຊັ່ນກັນ ດັ່ງນັ້ນກໍ່ຄວນຊີ້ແຈ້ງ ເຖິງການຕັດສິນໃນເວລານັ້ນວ່າກຳມະການຕັດສິນຜິດ ຫຼື ຖຶກ ເພາະນີ້ກໍ່ເປັນໂຈດໜຶ່ງທີ່ສັງຄົມສົນໃຈຫຼາຍພໍສົມຄວນ ( ໄດ້ຍິນເຂົາເຈົ້າວ່າກຳມະການຫາກໍ່ຈົບ ມາໃໝ່ໆແມ່ນຢູ່ບໍ ). ສ່ວນນັກກິລາ ແລະ ທີມງານຂອງບານເຕະຂອງຫຼວງພະບາງທີ່ໄດ້ຮັບໂທດກໍ່ເຫັນວ່າສົມຄວນແລ້ວ ຜິດພາດປະການໃດກໍ່ຂໍອາໄພ ![]() |
|
![]() ບາງທ່ານເວົ້າເຈາະຈົງວ່າ: ຄົນຫຼວງພະບາງ (ຄວາມຈິງມີຢູ່ໃນທີມບໍ່ຮອດສິບ ສ່ວນຫຼາຍແມ່ນຊື້ມາແຕ່ບ່ອນອື່ນ) ຂ້າພະເຈົ້າກະຫຼວງພະບາງ ແຕ່ມັນບໍ່ກ່ຽວວ່າຄົນແຂວງໃດດ໋ອກອັນເລື່ອງແນວນີ້ ເຮົາມັນກະຄົນລາວກັນໝົດຫັ້ນແລ້ວ ຜິດແລ້ວກະຄືຜິດ ແຕ່ຄົນທີ່ເຮັດຜິດກະຢາກໃຫ້ທຸກຄົນເຫັນໃຈຄືກັນ ກັບເວລາເຮົາເຮັດຜິດ. ບົດຮຽນອັນລ້ຳຄ່າ |
|
![]() ![]() ![]() ![]() |
|
![]() ເບິງແລ້ວກະອາຍແທນ ໃຊ້ສານເຕ້ຍ ບໍມີນ້ຳໃຈນັກກິລາ
ຮັກແທ້ຄືແມ່
|
|
![]() ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ... ເບິງແລ້ວກະອາຍແທນ ໃຊ້ສານເຕ້ຍ ບໍມີນ້ຳໃຈນັກກິລາ ງົງ...??? ສານເຕ້ຍ ![]() ![]() ![]() ![]() |
|
![]() ໂດນກັນໝົດເລີຍເນາະ ເຫັນຖະແຫລ່ງກະ ກ່ຽວກັບບົດລົງໂທດແລ້ວ ໂດນກັນ ທົ່ວໜ້າ ນັກເຕະ ໄປຈົນເຖິງຄູ ຝຶກ ຕົວສຳຮອງກະບໍເວັ້ນ ບາດກຳມະການ ເດຊະນະ ບໍເຫັນ ວ່າ ແນວໃດ ? ກັບລາວ ເລື່ອງນີ້ ກຳມະການກະຕ້ອງມີບົດລົງໂທດຄືກັນ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
![]() ບໍ່ມີນ້ຳໃຈນັກກຶລາເລີຍ ເອົາແຕ່ໃຈໂຕເອງ ກຳມະການເຂົາກໍ່ບໍ່ມີຕາທິບ ບໍ່ມີຕາວິເສດ ພໍວ່າຊິເຫັນໝົດທຸກຢ່າງ ໃນໂລກນີ້ບໍ່ມີກຳມະການຢູ່ໃສດອກຊິບໍ່ມີການຜິດພາດ ຂະໜາດລະດັບໂລກແທ້ໆກໍ່ຍັງຜິດພາດເລີຍ ຕອນບານໂລກ2010ກີ່ນີ່ ຕອນເຢຍລະມັນພົບກັບອັງກິດໃນຮອບ16ທິມສຸດທ້າຍ ລູກທີ່ອັງກິດເຕະບານຂັາມເສັ້ນປະຕູໄປແລ້ວ ແຕ່ບໍ່ໄດ້ເປັນປະຕູ ເພາະວ່າກຳມະການບໍ່ເຫັນ ທັງທີ່ໃຜໆເຫັນວ່າມັນເຂົ້າໄປແລ້ວ ເຫັນເບາະ ຂະໜາດເຂົາລະດັບໂລກ ເຂົາກໍ່ຍັງຜິດ ແຕ່ພວກເຂົາກໍ່ໃຫ້ອະໄພກັນ ຖ້ານັກກິລາເຕະບານໃນລາວເຮົາຫາກຄຶດວ່າ ຖ້າກຳມະການຕັດສິນຜິດແລ້ວຕ້ອງຖືກລົງໂທດແບບນັ້ນ ຕ້ອງຖືກໄລ່ຕີແບບນັ້ນ ຕໍ່ໄປນີ້ມັນຮອດຊິບໍ່ມີໃຜຢາກມາເປັນກຳມະການພຸ້ນລະ ເປັນຂ້ອຍກໍ່ບໍ່ເອົາຄືກັນ ຊິມາຈ້າງໄປເປັນແສນເປັນລ້ານ ທໍ່ໃດກໍ່ບໍ່ເອົາ |
|
![]() ບໍ່ສົມຄວນເປັນນັກກິລາເລີຍ ![]() ![]() ![]()
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ແຕ່ກຳມະການກະ ໂພດ ເກມດຽວຕັດສິນ ຜິດໄປດ້ ຕັ້ງຫລາຍຄັ້ງ ກ່ອນຈະຈັດການແຂ່ງຂັນກະຄວນ ຝຶກກຳມະການໄປກ່ອນ ຄັດເລືອກຜູ້ ທີ່ມີຄວາມສາມາດ ແລະເໝາະສົມ ເພືອ່ໃຫ້ ເກີດຄວາມຜິດ ພາດ ໜ້ອຍທີ່ສຸດ ກຳມະການຄົນນີ້ນະ ບໍຢາກເວົ້າ ກອ່ນທີ່ ລາວ ຈະໄປງານກິລາ ແຫ່ງຊາດ ລາວ ກະໄດ້ ມາຕັດສິນ ແບບ ຫລັບຫູ ຫລັບຕາ ເຮັດໜ້າທີ່ ໃຫ້ ຫ້ອງການເຮົາ ແບບວ່າ ຂາດ ຄວາມສາມາດສຸດໆໆ ລົງນັດໃດ ນັກກິລາ ແລະ ຜູ້ ຊົມ ໂຫ່ ເປັນແຖວ ເລີຍ ຕອນທີ່ເຫັນ ລາວ ຖຶກ ໄລ່ ຖີບນະ ຄົນໃນ ຫ້ອງການ ໂຮ ເປັນ ແຖວ ບອກວ່າ ສົມຄວນແລ້ວ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
![]() ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ... ແຕ່ກຳມະການກະ ໂພດ ເກມດຽວຕັດສິນ ຜິດໄປດ້ ຕັ້ງຫລາຍຄັ້ງກ່ອນຈະຈັດການແຂ່ງຂັນກະຄວນ ຝຶກກຳມະການໄປກ່ອນ ຄັດເລືອກຜູ້ ທີ່ມີຄວາມສາມາດ ແລະເໝາະສົມ ເພືອ່ໃຫ້ ເກີດຄວາມຜິດ ພາດ ໜ້ອຍທີ່ສຸດ ກຳມະການຄົນນີ້ນະ ບໍຢາກເວົ້າ ກອ່ນທີ່ ລາວ ຈະໄປງານກິລາ ແຫ່ງຊາດ ລາວ ກະໄດ້ ມາຕັດສິນ ແບບ ຫລັບຫູ ຫລັບຕາ ເຮັດໜ້າທີ່ ໃຫ້ ຫ້ອງການເຮົາ ແບບວ່າ ຂາດ ຄວາມສາມາດສຸດໆໆ ລົງນັດໃດ ນັກກິລາ ແລະ ຜູ້ ຊົມ ໂຫ່ ເປັນແຖວ ເລີຍ ຕອນທີ່ເຫັນ ລາວ ຖຶກ ໄລ່ ຖີບນະ ຄົນໃນ ຫ້ອງການ ໂຮ ເປັນ ແຖວ ບອກວ່າ ສົມຄວນແລ້ວ ແມ່ນຄວາມເພີ່ນວ່າແທ້ແລະ |
|
![]() ບໍ່ຈັກຊິເວົ້າແທ້ໆແຫຼະອາຍຕາງ ມີແຕ່ຜູ້ໃຫຍ່ຜູ້ໂຕພັນໂທເຈົ້ານາຍທັງນັ້ນນັ່ງຢູ່ຫັນກ້າເຮັດ ........ຍັງບໍ່ພໍຖ່າຍທອດສົດອີກ........ອາຍໆ ກະຍ້ອນເປັນຄົນລາວ ນຳກັນກະເລີຍອາຍ ................. ການໃສ່ໂທດໃນຄັ້ງນີ້ບໍ່ໄດ້ກ່ຽວວ່າກຳມະການຫັນຜິດດອກຕາມ ຂພຈ ອ່ານເບິ່ງຂ່າວຫັ້ນນາ ມັນຫັນກ່ຽວກັບການປະພຶດຂອງນັກກິລາ ການມີນຳໃຈຂອງນັກກິລາ ຈັນຍາບັນຂອງນັກກິລາ ຖາກຳມະການເຂົາຜິດແທ້ ທາງຄະນະຮັບຜິດຊອບເພິ່ນກະຊິອອກມາແຈ້ງມັນກະມີໃຫ້ເຫັນຢູ່ບໍ່ວ່າປະເທດ ໃດໆສະໂມສອນໃດໆ ບໍ່ແມ່ນກຳມະການຕັດສິນຜິດລະຢຸດເວລາໄລ່ຕີໂລດຊັນຫວາ ແລ້ວຄ່ອຍມາເຕະບານກັນໃໝ່...........ເຮີໆໆໆ ບໍ່ຢາກຈະເວົ້າ .... |
|
![]() ກໍາມະການໄດ້ລາງວັນພິເສດ |
|
![]() ດີໃຈ ທີ່ ໄປເຊຍບານ ງານນີ້ ເພີ່ນບໍໄດ້ ເຊີນ ກຳມະການຄົນ ນີ້ເຂົ້າ ຮ່ວມນຳ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|