 ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເຈົ້າຄິດແນວໃດ ກັບແມນຍູ ທີ່ຕ້ອງລົງມາຫຼີ້ນໃນຖ້ວຍຍູໂລປ້າລີກ ເຈົ້າຄິດວ່າແມນຍູກະຊິຈິງຈັງກັບຖ່້ວຍນີ້ບໍ
ຖ້າຫາກແມນຍູຈິງຈັງກັບຖ້ວຍນີ້ຈິງໆ ນັ້ນກໍ່ໝາຍຄວາມວ່າຕ້ອງສົງບັນດາຜູ້ຫຼີ້ນຕົວຈິງລົງໄປຫຼີ້ນ ແຕ່ປັນຫາມັນຢູ່ບ່ອນວ່າ ຍູໂລປ້າລີກຕ້ອງເຕະກັນໃນວັນພະຫັດ ບານລີກບາງນັດພັດເຕະວັນເສົາ
ນັດໃດທີ່ໄດ້ຫຼີ້ນໃນບ້ານກໍ່ໄຄແນ່ ແຕ່ຖ້ານັດໃດທີ່ໄດ້ອອກນອກບ້ານ ຂ້ອຍວ່ານ່າຈະມີປັນຫາ
ຖ້ານັດໃດທີ່ອອກນອກບ້ານ ກະຕ້ອງອອກເດີນທາງ ກ່ອນແຂ່ງ ນື່ງຫຼືສອງວັນ ວັນແຂ່ງວັນພະຫັດ ວັນສຸກກັບ ວັນເສົາແຂ່ງບານລີກ
ນັກເຕະບໍ່ມີເວລາພັກຜ່ອນເລີຍ ສະພາບຮ່າງກາຍ ຄວາມຟິດ ຂອງນັກເຕະ ຊິໄຫວບໍ
ຖ້າແມນຍູ ບໍ່ຈິງຈັງກັບຖ້ວຍນີ້ປານໃດ ໄດ້ກະເອົາ ບໍ່ໄດ້ກະບໍ່ເອົາ ແລ້ວສົ່ງບັນດາຕົວສຳຮອງລົງໄປຫຼີ່ນ ແລ້ວມາເນັ້ນທີ່ບານລີກ ແບບນີ້ ຊິດີກວ່າບໍ
ທ່ານເຊີ້ ເພິ່ນຊິເອົາແນວໃດ ເຮົາກະບໍ່ຮູ້ ຮູ້ແຕ່ວ່າຖ້າຊິເອົາທັງບານລິີກ ບານຖ້ວຍ ຂ້ອຍວ່າຍາກ
ຫຼືບໍ່ ອາດຈະບໍ່ໄດ້ຈັກຢ່າງເລີຍກະເປັນໄດ້
|