ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ຊາວລາວຍິ້ມບານກັນທົ່ວໜ້າ ທ່ານ ສົມ​ສະຫວາດຄອນເຟີມ ສະໜາມກິລາສໍາເລັດມີນານີ້

໓ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ


ສະຖານທີ່ ເພື່ອໃຊ້ ໃນການຈັດ ການແຂ່ງຂັນກິລາ ເອເຊັຍ ຕາເວັນອອກສຽງໃຕ້ ຫລື SEA Games ຄັ້ງທີ 25 ຢູ່ລາວ ໃນປີນີ້ ຈະສໍາເລັດ ໃນເດືອນ ມີນາ.

ຮອງ​ນາຍົກ ​ລັດຖະມົນຕີ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ປະທານ ກໍາມະການ ຈັດການ​ແຂ່ງຂັນ ​ກິລາ SEA Games ຂອງ​ລາວ ​​ໄດ້ເປີດ​ເຜີຍ ​ໃນ​​ຖ​ະແຫລ​ງການ ​ຢູ່ກອງ​ປະຊຸມ ຂອງ ສະຫະພັນ ກິລາ ຢູ່ ນະຄອນຫລວງ​ວຽງ​ຈັນ.

ທ່ານ​ໄດ້ ​ເຜີຍ​ແຜ່ ​ທາງ​ເວັບ​​ໄຊ ຂອງທາງ​ການ ກິລາ​ວ່າ ສນາມກິລາ​ເຕະບານ ທີ່​ຈະ​ໃຊ້​ເປັນ​ບ່ອນ ​ເປີດ ​ແລະ ອັດພິທີ ການ​ແຂ່ງຂັນ ກິລາ​​ນີ້ ​ໄດ້​ແລ້ວ​ໄປຮອດ ​60 ຫາ 70 ສ່ວນ​ຮ້ອຍ​ແລ້ວ. ດັ່ງ ທ່ານ ຄໍາ​ມຸ່ຍ ​ແກ້ວມະນີ ​ຄະນະ​ ກໍາມະການ ກິລາ​ໂອ​ລິ​ມປິກ ລາວ ໄດ້​ເປີດ​ເຜີຍ ​ກ່ຽວ​ກັບ ​ເລື່ອງນີ້ ຕື່ມ​ວ່າ:

“ສະໜາມກິລາ ​ຂອງ​ພວກ​ເຮົາ ​ຈະ​ແລ້ວ ກ່ອນ​ກໍານົດ ຄື​ ຈະ​ແລ້ວ​ ເດືອນມີນາ ດຽວ​ນີ້​ ຖື​ວ່າ ​ເກີດ 65% ​ແລ້ວ. ມີ ສະໜາມ​ຫລັກ ສອງ​ໝື່ນ​ຄົນ ມີ ສະ​ລອຍ​ນໍ້າ ມີ ສະໜາມ​ຍິງ​ປືນ ມີ​ເດີ່ນ ​ໃນ​ຮົ່ມ​ອີກ ສອງ​ເດີ່ນ ​ແຕ່​ຄົງ​ຈະ​ເປັນ ​ເດືອນ​ມີ​ຖຸນາ ຈຶ່ງ​ຈະ​ໄດ້​ຮັບ​ບໍລິບູນ.”

ສະຖານ​ທີ່ ອໍານວຍ ​ຄວາມ​ສະດວກ ​ໃນ​ການ​ແຂ່ງຂັນ​ກິລາ ກໍາລັງ​ຖືກ​ ກໍ່ສ້າງ ​ໃນ​ພື້ນ​ທີ່ ກວ້າງ 1,000 ​ເຮັກຕາ ​ໃນ​ໝູ່​ບ້ານ ດອນສ້າງຫີນ ​ເມືອງ​ໄຊ​ທານີ, 16 ກິ​ໂລ​ແມັດ ທາງ​ໃຕ້​ ຂອງ ນະຄອນຫລວງ.
ການ​ກໍ່ສ້າງ ສະຖານ​ທີ່ ​ເພື່ອ​ການ​ແຂ່ງຂັນ​ກິລາ ຍັງ​ເຫລືອ ຈໍາກັດ​​ຢູ່ ​ແຕ່​ໃນນະຄອນຫລວງ​ວຽງ​ຈັນ ຫລັງ​ຈາກ ຝົນຕົກ​ໜັກ ​ແລະ ​ເກີດ​ເຫດ​ນໍ້າ​ຖ້ວມ ​ຢ່າງ​ຮ້າຍ​ແຮງ ທົ່ວ​ໄປ ​ພາຍ​ໃນ​ປະ​ເທດ ​ເມື່ອສອງ​ເດືອນ​ກ່ອນ ຈົນ​ເຮັດ​ໃຫ້ ກັມມະການ​ ຈັດການ​ກິລາ ຕ້ອງ​ໄດ້ ຍົກ​ເລີກ​ ແຜນການ​ ທີ່​ຈະຈັດການ​ແຂ່ງຂັນ ຢູ່​ໃນ ສອງ​ແຂວງ​ອື່ນ.

ທີ່ມາ http://www.rfa.org/lao/

ໄດ້ເວລາເປັນເຈົ້າພາບທີ່ດີຂອງພວກເຮົາເເລ້ວ

<a href="http://upic.me/show.php?id=86716508524d022f74fd05e4f5ca0fa7" target="_blank"><img border="0" src="http://upic.me/i/dt/j2010.gif"></a>

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈະແລ້ວເດືອນ ມີນາ ແທ້ບໍ່ເນາະ ຖ້າແລ້ວທັນກະດີ ອິອິອິ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໘ ກະທູ້
໒໘໕ ໂພສ
ນັກການກະທູ້
ແຮະ222...ຄອມເຟີມແບບນີ້...ກໍ່ຫມັ້ນໃຈໄດ້ລະ...ກຽມໃຈເປັນເຈົ້າບ້ານດີ2ລະ.
ແຕ່ຫນ້າຈະມາແຂ່ງຢູ່ສະຫວັນ....ເດີ່ນກິລາກໍ່ມີແລ້ວ...ງາມທີ່ສຸດໃນລາວເລີຍລະ...(ສະເພາະຕອນນີ້ເດີ້).

[img]null[/img]

໒ ກະທູ້
໙໙ ໂພສ
ນັກການກະທູ້
ມື້ນີ້ວັນທີ 2 ເດືອນ ມີນາ ແລ້ວ

ແມ່ນເດືອນມີນາ ແທ້ເບາະຫລື ມິຖຸນາ ເອົາດີໆໃດຜູ້ຕັ້ງກະທູ້ ເອິກໆໆ

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໓ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ HITMII ຂຽນວ່າ...
ມື້ນີ້ວັນທີ 2 ເດືອນ ມີນາ ແລ້ວ

ແມ່ນເດືອນມີນາ ແທ້ເບາະຫລື ມິຖຸນາ ເອົາດີໆໃດຜູ້ຕັ້ງກະທູ້ ເອິກໆໆ



“ສະໜາມກິລາ ​ຂອງ​ພວກ​ເຮົາ ​ຈະ​ແລ້ວ ກ່ອນ​ກໍານົດ ຄື​ ຈະ​ແລ້ວ​ ເດືອນມີນາ ດຽວ​ນີ້​ ຖື​ວ່າ ​ເກີດ 65% ​ແລ້ວ. ມີ ສະໜາມ​ຫລັກ ສອງ​ໝື່ນ​ຄົນ ມີ ສະ​ລອຍ​ນໍ້າ ມີ ສະໜາມ​ຍິງ​ປືນ ມີ​ເດີ່ນ ​ໃນ​ຮົ່ມ​ອີກ ສອງ​ເດີ່ນ ​ແຕ່​ຄົງ​ຈະ​ເປັນ ​ເດືອນ​ມີ​ຖຸນາ ຈຶ່ງ​ຈະ​ໄດ້​ຮັບ​ບໍລິບູນ.”

ກະຂຽນບອກຢູ່ເດ ອ່ານເບິ່ງດີໆ ກ່ອນເເມ໋

<a href="http://upic.me/show.php?id=86716508524d022f74fd05e4f5ca0fa7" target="_blank"><img border="0" src="http://upic.me/i/dt/j2010.gif"></a>

໒ ກະທູ້
໒໑໗ ໂພສ
ນັກການກະທູ້
ແລ້ວໄວໄວກະດີ...^^....!!!!!!!!!! ຈັ່ງມີເວລາຕຽມໂຕເຮັດອັນອື່ນ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັກລະເດ ຊັ້ນນະ..

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂ້ອຍຄິດວ່າບໍ່ແລ້ວ 100%


໒ ກະທູ້
໙໙ ໂພສ
ນັກການກະທູ້
ຈັກລະເນາະ ແນວເຫັນພາດຫົວຂໍ້ວ່າ "ສຳເລັດມີນານີ້" ຄັນວ່າສຳເລັດກະຫມາຍຄວາມວ່າແລ້ວແມ່ນບໍ່ ຫຸຫຸ

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຄັນແລ້ວແຕ່ສະໜາມໃຫຍ່ກະຄືຊິພໍຟັງ
ແຕ່ສະໜາມທີ່ໃຊ້ແຂ່ງອັນອື່ນຄືຊິຍັງບໍ່ແລ້ວ


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ olloDKDollo ຂຽນວ່າ...
ແຮະ222...ຄອມເຟີມແບບນີ້...ກໍ່ຫມັ້ນໃຈໄດ້ລະ...ກຽມໃຈເປັນເຈົ້າບ້ານດີ2ລະ.
ແຕ່ຫນ້າຈະມາແຂ່ງຢູ່ສະຫວັນ....ເດີ່ນກິລາກໍ່ມີແລ້ວ...ງາມທີ່ສຸດໃນລາວເລີຍລະ...(ສະເພາະຕອນນີ້ເດີ້).




ໄດ້ຍິນເພີ່ນວ່າ ສະໜາມກິລາ ຢູ່ແຂວງສະຫວັນນະເຂດໃຫຍ່ ແຕ່ບໍ່ໄດ້ມາດຕະຖານ ວ່າຊັ້ນ

ທ້າວທອງໃສ

໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ka MARCH la dae ni -"-

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈົນເດືອນເມສາແລ້ວແຕ່ຍັງບໍ່ທັນໄດ້ຍິນວີ່ແວວຫຍັງ

you will when you believe

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວບໄຊຂອງກິລາຊີເກມຄັ້ງນີ້ແມ່ນຫຍັງ

ໃຜຮູ້ກະລຸນາບອກແດ່ເດີ້

you will when you believe

໘ ກະທູ້
໒໘໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ soutthiphong ຂຽນວ່າ...
ເວບໄຊຂອງກິລາຊີເກມຄັ້ງນີ້ແມ່ນຫຍັງ
ໃຜຮູ້ກະລຸນາບອກແດ່ເດີ້



ວານນີ້ເບີ່ງຂ່າວກິລາ(ຫວຽດນາມ)ເຂົາໄປຖ່າຍສະຫມາມກິລາ(ກໍ່ທໍ່ໆສະຫມາມຢູ່ສະຫວັນ)...ສະລອຍນ້ຳ(ຫາກໍ່ຕິດພື້ນກະໂລ)...ເຫັນແລ້ວກໍ່ງາມດີ...ມີແຕ່ແນວປະເທດເພື່ອນບ້ານໄປຊ່ວຍສ້າງໃຫ້.....ເຂົາເຈົ້າກໍ່ວ່າ...ຈະສ້າງສຳເລັດເດືອນ6ນີ້....
ຂພຈ ກໍ່ເລີຍມາຂໍຄອມເຟີມນຳເພີ່ນອີກເດີ້...ຕາມທີ່ໄດ້ເບີ່ງໃນໂທລະພາບຫັ້ນດອກ.....


ສ່ວນເວັບໄຊ http://www.laosoc.com/

[img]null[/img]

໖ ກະທູ້
໒໘໐ ໂພສ
ນັກການກະທູ້
ລາວສູ້ສູ້ ເປັນກຳລັງໃຈໄຫ້ທຸກຫນ່ວຍງານ


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ olloDKDollo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ soutthiphong ຂຽນວ່າ...
ເວບໄຊຂອງກິລາຊີເກມຄັ້ງນີ້ແມ່ນຫຍັງ
ໃຜຮູ້ກະລຸນາບອກແດ່ເດີ້



ວານນີ້ເບີ່ງຂ່າວກິລາ(ຫວຽດນາມ)ເຂົາໄປຖ່າຍສະຫມາມກິລາ(ກໍ່ທໍ່ໆສະຫມາມຢູ່ສະຫວັນ)...ສະລອຍນ້ຳ(ຫາກໍ່ຕິດພື້ນກະໂລ)...ເຫັນແລ້ວກໍ່ງາມດີ...ມີແຕ່ແນວປະເທດເພື່ອນບ້ານໄປຊ່ວຍສ້າງໃຫ້.....ເຂົາເຈົ້າກໍ່ວ່າ...ຈະສ້າງສຳເລັດເດືອນ6ນີ້....
ຂພຈ ກໍ່ເລີຍມາຂໍຄອມເຟີມນຳເພີ່ນອີກເດີ້...ຕາມທີ່ໄດ້ເບີ່ງໃນໂທລະພາບຫັ້ນດອກ.....


ສ່ວນເວັບໄຊ http://www.laosoc.com/


ອືມ ແມ່ນຫວະ
ຢາກໃຫ້ແລ້ວໄວໆເດ
ຄັນໄຟບໍ່ຈີ້ກົ້ນ ກະເລີຍຊິບໍ່ແລ້ວນໍ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປຮອດໃສແລ້ວ

you will when you believe

໑ ກະທູ້
໒໑໓ ໂພສ
ນັກການກະທູ້
ລາວເຮົາບໍ່ເຮັດໃຫ້ຜິດຫວັງ ແນ່ນອນ ,,,, ຢ້ານແຕ່ຈະຜິດຜີ ອິອິອິອິ

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໐ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
tok long wa h leo2 leu y ?


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຽວນີ້ເດືອນ ເມສາແລ້ວ ຍັງບໍ່ເຫັນຊິມີຄວາມຄຶບໜ້າຫຍັງ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ດຽວນີ້ແລ້ວຈັກເປີເຊັນແລ້ວ!!!


໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ແນນອນຕ້ອງໄຫ້ແລ້ວ

ຄົນໄກບ້ານ........ຍາກກັບບ້ານເດ່

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອິດີໃຈນຳ,ຂໍໃຫ້ແລ້ວກຣອນເວລາກະດີຢ່າງນ້ອຍຈັກຫ້າມື້!!


໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຂໍໃຫ້ແລ້ວໄວຯ

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເຮີ່ໆ ຫວັງວ່າ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ເຂົາຍາກເຫັນເດ

ຄົນໄກບ້ານ........ຍາກກັບບ້ານເດ່

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກເຫັນຄືກັນ

ໃຜໄດ້ໄປເບິ່ງ ກະຢ່າລືມເກັບພາບມາຝາກກັນແນ່ເດີ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກັບໄປຊິແວະເບິ່ງ

you will when you believe