ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2014 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຊີວິດຄືການເປັນຢູ່ວັນໜຶ່ງໆ

ບັດນີ້ອາຍຸກໍ່ລ່ວງເລີຍໄປ...

ເພາະສະນັ້ນຈະເຮັດຫຍັງ

ທີ່ເປັນບຸນກຸສົນກໍ່ໃຫ້ຮີບເຮັດສາ

ໃນຂະນະທີ່ເຮົາຍັງບໍ່ເຈັບບໍ່ໄຂ້

ໃຫ້ຮີບເຮັດສາໃຫ້ໄວໆ

ເພາະຊີວິດຂອງຄົນເຮົາມີໜ້ອຍ

ທີ່ຈະຢູ່ເຖິງຮ້ອຍປີ

 

 

 

ທີ່ມາ: http://www.dhammadelivery.com/teaching-detail.php?tea_id=225

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເກີດມາເປັນຄົນກໍ່ຕ້ອງຮູ້ຈັກປຸງຊີວິດ ການປຸງຊີວິດກໍ່ຄື ປຸງອາລົມຂອງໂຕເອງ

ເພື່ອຈະເຂົ້າໄປຢູ່ກັບຄົນອື່ນ ກໍ່ໃຫ້ຄິດເຖິງແກງ ຄິດເຖິງຂອງກິນທີ່ເຮົາກິນກັບເຂົ້າ

ມັນຈະມີລົດຊາດດຽວບໍ່ໄດ້ ຄົນທີ່ມີອາລົມດຽວເຂົາເອີ້ນວ່າ ” ຄົນທີ່ບໍ່ຮູ້ຈັກປຸງຊີວິດ

ບາງຄົນມີອາລົມສົ້ມຈີດ: ຄືເປັນຄົນແກ່ນກ້າວ ເຂົາເອີ້ນ ” ແກ່ແດດ, ແກ່ລົມ, ແກ່ແຕງ, ແກ່ນ້ຳເຕົ້າ

ແກ່ເພາະກິນເຂົ້າ ເຖົ້າເພາະຢູ່ດົນ” ຄົນທີ່ມີອາລົມສົ້ມຈີດຢູ່ກັບໃຜບໍ່ໄດ້.

ບາງຄົນເຄັມຈັດ: ຄືບໍ່ໃຊ້ຈ່າຍ, ຄົນຂີ້ຖີ່ຂີ້ໜຽວ ເອີ້ນວ່າເຄັມ ບໍ່ມັກໃຊ້ຈ່າຍຫຍັງເລີຍ.

ທ່ານທັງຫຼາຍຄິດເບິ່ງເກືອຫັ້ນດູ ກ້ອນໃຫຍ່ເທົ່າໃດກໍ່ຍິ່ງເຄັມຫຼາຍເທົ່ານັ້ນ ແລ້ວບາງຄົນທີ່ເຄັມພີລຶກພີໂລ

ໃຜຄົບຫາສະມາຄົມນຳເຂົາກໍ່ຈະຮູ້ສຶກເຄັມໄປນຳ ກໍ່ຄືບໍ່ມີການເສຍສະຫຼະຫຍັງທັງສິ້ນ.

ບາງຄົນກໍ່ຫວານເກີນ ມັກມາກຫຼາຍໃຈໂດຍບໍ່ເລືອກໄວອາຍຸຂອງຕົນເອງ ແລະ ບໍ່ເລືອກວ່າໃຜເປັນໃຜ

ທີ່ເຂົາເຈົ້າເວົ້າວ່າຜູ້ຊາຍຈັບເບິ່ງແມ່ຍິງແລ້ວບໍ່ມີຫາງເປັນອັນວ່າໃຊ້ໄດ້ ເປັນແບບນ້ີກໍ່ຫວານເກີນໄປ

ຈົນເປັນທີ່ບໍ່ໄວ້ວາງໃຈ ຄົນທັງຫຼາຍກໍ່ລະແວງ ລະວັງວ່າຄົນໆນີ້ມີນິໄສເຈົ້າຊູ້ຫຼາຍໃຈ.

ບາງຄົນກໍ່ລົດຊາດເຜັດຈັດ: ຄືຂ້ອນຂ້າງຂີ້ຮ້າຍໂມໂຫງ່າຍ ໃຈໂຫດຫ້ຽມ ການທີ່ເປັນຄົນໃຈຮ້າຍ

ຈະໄປຢູ່ກັບໃຜໄດ້ ມັນເຜັດໂພດໃຜກໍ່ຕ້ອງບອກວ່າບໍ່ໄຫວ ບໍ່ໄຫວ ຄືຄົນຜູ້ນີ້ ບໍ່ໄຫວແທ້ໆ ເຜັດໂພດ.

ບາງຄົນກໍ່ຈືດເກີນໄປ: ອາລົມຈືດເກີນໄປຢູ່ກັບໃຜ ໃຜກໍ່ຮູ້ສຶກບໍ່ມີຄວາມມ່ວນຊື່ນ

ມີຄວາມຮູ້ສຶກຊີ່ໆເສີຍໆຈືດຊືດ ຊີວິດບໍ່ມີຫຍັງໜ້າຕື່ນເຕັ້ນ ແລະ ບໍ່ຢາກຢູ່ນຳເລີຍ

ດັ່ງນັ້ນ, ພວກເຮົາທັງຫຼາຍຈຶ່ງເອົາລົດຊາດທັງຫຼາຍນີ້ມາລວມກັນ

ປຸງເປັນລົດຊາດ, ເອົາສົ້ມ, ຫວານ, ມັນ, ເຄັມ, ເຜັດ, ຈືດ ມາລວມເຂົ້າກັນ

ກໍ່ເປັນແກງໝໍ້ໜຶ່ງທີ່ບໍລິໂພກໄດ້ ແລະ ແຊບນົວ.

ຄົນເຮົາກໍ່ເຊັ່ນດຽວກັນຕ້ອງຮູ້ຈັກ ປຸງອາລົມ ຫຼາຍໆສະຖານະການ

ຈຶ່ງຈະເປັນຊີວິດທີ່ເຮັດໃຫ້ຄົນອື່ນສາມາດບໍລິໂພກໄດ້ ກໍ່ຄືສາມາດຢູ່ຮ່ວມກັບເຮົາໄດ້


ໝູ່ເພື່ອນອ້າຍນ້ອງພັນລາວເຮົາເດ ມີສູດປຸງຂອງຊີວິດແນວໃດແດ່?


ທີ່ມາ: dhammadelivery.com



ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ມື້ໜຶ່ງຂະນະທີ່ຂ້ອຍຢືນຖ້າລົດຢູ່ແຄມທາງ ຢູ່ດີໆກໍ່ມີຍິງຄົນໜຶ່ງອາຍຸປະມານ 40 ປາຍປີນີ້ລະ

ຈູງລົດຮອນດາດຣີມສີຂາວແດງ ຕິດປ້າຍໂລໂກ້ ມຊ ຢູ່ທາງໂກບລົດເບື້ອງໜ້າ

ລາວຈູງລົດນັ້ນມາດ້ວຍຄວາມອິດເມື່ອຍເມື່ອມາຮອດບ່ອນຂ້ອຍຢືນຢູ່

ລາວກໍ່ຢຸດລົດແລ້ວຍໍມືຂຶ້ນນົບທັງເວົ້າຂຶ້ນມາວ່າ:

ນາງເອີຍລົດແມ່ນ້ຳມັນໝົດ ແມ່ຂໍເງິນແນ່ຈັກສິບພັນກີບ ແມ່ລືມເອົາກະເປົາເງິນມາ

ຂ້ອຍຕົກສະເງີ້ຢູ່ຄາວໜຶ່ງບໍ່ຈັກຊີຕອບແນວໃດ

ແລ້ວຍິງຄົນນັ້ນກໍ່ເວົ້າຂຶ້ນອີກທັງນົບທັງໄຫວ້ ໃນຂະນະນັ້ນເອງ

ໂທລະສັບຂອງຂ້ອຍກໍ່ດັງຂຶ້ນ ເປັນສັນຍານບອກວ່າຜູ້ທີ່ມາຮັບນັ້ນມາຮອດແລ້ວ

ດ້ວຍຄວາມຟ້າວຟັ່ງແລະຄວາມຄິດທີ່ວ່າ ກ້າຂໍກະກ້າໃຫ້ຂ້ອຍກໍ່ເລີຍເອົາເງິນໃຫ້ຍິງຄົນນັ້ນໄປ

10.000 ກີບ ຕາມທີ່ລາວຂໍໂດຍບໍ່ໄດ້ຄິດຫຍັງຫຼາຍ

ເພາະໂຕເອງກໍ່ເຄີຍພົບສະຖານະການລືມກະເປົາເງິນແລ້ວນ້ຳມັນໝົດເຊັ່ນກັນ

ຫຼັງຈາກນັ້ນ 2 ມື້ຕໍ່ມາ, ມີໝູ່ຄົນໜຶ່ງເລົ່າເລື່ອງໃຫ້ຟັງວ່າ:

ຂະນະທີ່ລາວນັ່ງກິນເຝີຢູ່ຮ້ານ ກໍ່ໄດ້ມີແມ່ຍິງຄົນໜຶ່ງມາຂໍເງິນ 10.000 ກີບ ເພື່ອໄປຈອດຕີນລົດ

ບອກວ່າບໍ່ໄດ້ເອົາກະເປົາເງິນມາ, ແຕ່ໝູ່ຂອງຂ້ອຍລາວຮູ້ທັນວ່າຕ້ອງແມ່ນພວກຂີ້ຕົວະ

ລາວກໍ່ເລີຍເວົ້າໄປວ່າ ຈອດຕີນລົດຈັກ 5.000 ກີບ ກໍ່ພໍແລ້ວ ແຕ່ຍິງຄົນນັ້ນກໍ່ຍັງຊູຊີຊິເອົາ ສິບພັນ

ໝູ່ຂ້ອຍກໍ່ເລີຍຍິ່ງເຂົ້າໃຈຖືກວ່າແມ່ນພວກຕົ້ມຕົວະ  ລາວກໍ່ເລີຍເວົ້າໃຫ້ຍິງຄົນນັ້ນ

ແລ້ວລາວກໍ່ເລີຍວ່າ : ຂ້ອຍເຮັດວຽກໝົດມື້ໝົດເວັນໄດ້ເງິນແຕ່ໜ້ອຍດຽວ,

ອັນນີ້ບໍ່ຮອດ 1 ນາທີ່ເຈົ້າຈະມາຂໍເປັນ 10.000 ພຸ້ນຫວາ

ຂ້ອຍຊິໃຫ້ເຈົ້າ 2.000 ກີບ. ຖ້າເຈົ້າຍັງຊູຊີຂ້ອຍຊິແຈ້ງຕຳຫຼວດຈັບ (ໝູ່ຂ້ອຍວ່າ)

ຍິງຄົນນັ້ນກໍ່ຊູຊີເວົ້າອີກວ່າ ຄັນຊັ້ນໃຫ້ຂ້ອຍ 5.000 ສາ,

ບໍ່ ຂ້ອຍຊິໃຫ້ເຈົ້າສອງພັນເຈົ້າຊິເອົາບໍ? ຖ້າບໍ່ເອົາລະກະແລ້ວ

ຍິງຄົນນັ້ນກໍ່ເຮັດບໍ່ພໍໃຈ ແລ້ວກໍ່ຍ່າງໜີໄປ.

 

ໂອ້! ຂ້ອຍຖືກຕົວະເຕັມໆເລີຍ ສັງຄົມທຸກມື້ນີ້ມັນຈັ່ງແມ່ນຫາຄວາມຈິງໃຈຕໍ່ກັນຍາກແທ້ໆ

ໝູ່ເພື່ອນເດຄິດວ່າຍິງຄົນນັ້ນແມ່ນຄົນຕົ້ມຕົວະຫຼອກເອົາເງິນຄົນບໍ?

 

ຈັ່ງໃດກໍ່ໃຫ້ລະວັງໄວ້ເດີ້ ດຽວຈັກໜ້ອຍຊິກາຍເປັນຄົນໃຈດີຢາກເຮັດບຸນຊ້ຳພັດກາຍເປັນການສະໜັບສະໜູນຄົນເຮັດບໍ່ດີຊ້ຳ

 



ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ຢູ່ທີ່ໂຮງຮຽນເຂດຊົນນະບົດແຫ່ງໜຶ່ງ

ເມື່ອສຽງກະແລັ໋ງດັງຂຶ້ນແລ້ວ ນັກຮຽນທຸກຄົນກໍ່ພາກັນແລ່ນເຂົ້າຫ້ອງຢ່າງໄວວາ

ສາວຄູ ແກ້ວຄູສອນປະຈຳຫ້ອງປໍ 3 ກໍ່ຍ່າງໄປຂຶ້ນຫ້ອງ ກວດຊື່ນັກຮຽນທຸກຄົນປະກົດວ່າຍັງຂາດ

ທ້າວ ດຳ ແລະ ທ້າວ ຂາວສາວຄູກໍ່ຖາມບັນດານັກຮຽນໃນຫ້ອງແຕ່ກໍ່ບໍ່ມີໃຜຮູ້

ທັນໃດນັ້ນບໍ່ດົນ ທ້າວດຳກັບທ້າວຂາວກໍ່ແລ່ນຫົວຊຸກຫົວຊຸນມາ ພ້ອມທັງຕົນໂຕເປິເປື້ອນ

 

ດຳ,ຂາວ: ສະບາຍດີເອື້ອຍຄູ ພວກນ້ອງຂໍເຂົ້າຫ້ອງ

ສາວຄູ: ທ້າວດຳ ທ້າວຂາວ ເປັນຫຍັງພວກນ້ອງຄືມາຊ້າແທ້?

ດຳ: ຕອນພວກນ້ອງຍ່າງມາໂຮງຮຽນກຳລັງວ່າຊິຂ້າມຂົວພັດມີແມ່ປ້າອັນໜຶ່ງລາວກຳລັງຊິຂ້າມຂົວເອົາເຄື່ອງໄປຂາຍ

ສາວຄູ: ພວກນ້ອງກໍ່ເລີຍໃຫ້ລາວຂ້າມກ່ອນ?

ຂາວ: ໂດຍແມ່ນແລ້ວ

ສາວຄູ: ລະເປັນຫຍັງຄືພາກັນປຽກໝົດໂຕແນວນີ້

ດຳ: ພໍດີເຄື່ອງຂອງແມ່ຕູ້ນັ້ນຕົກ

ສາວຄູ: ພວກນ້ອງກໍ່ເລີຍລຸຍນ້ຳໄປເອົາໃຫ້ລາວ?

ຂາວ: ໂດຍ ແມ່ນແລ້ວ

ສາວຄູ: ແຕ່ເປັນຫຍັງຄືມີຂີ້ຕົມເປື້ອນເຕັມຫົວແນວນີ້

ດຳ,ຂາວ: ຄືວ່າແມ່ປ້ານັ້ນເອົາເຄື່ອງໃຫ້ພວກນ້ອງ ເພື່ອຕອບແທນທີ່ພວກນ້ອງຊ່ວຍ

ສາວຄູ: ໂອ້! ດີໆ ເປັນຄົນດີກໍ່ຕ້ອງໄດ້ຮັບຜົນຕອບແທນດີໆ ແຕ່ຄູຍັງສົງໄສລະມັນກ່ຽວຫຍັງກັບຂີ້ຕົມໃນຫົວ

ດຳ, ຂາວ: ປ້ານັ້ນເອົາໃຫ້ແຕ່ອັນດຽວ

 

 

 

 

 

 

ພວກນ້ອງກະເລີຍຍາດກັນຈົນເປັນແນວນີ້

 

ສາວຄູ: ????????

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ຮູ້ບໍວ່າຄົນເຮົາມີເວລາຢູ່ໃນໂລກນີ້ຄົນລະຈັກປີ

ຊີວິດຂອງເຮົານັ້ນມັນແສນສັ້ນກວ່າຢາດນ້ຳໝອກທີ່ຄ້າງໃນໃບໄມ້ຊ້ຳ ຈະຕາຍມື້ນີ້ ມື້ອື່ນຫຼືມື້ໃດ

ບໍ່ມີໃຜຄົນໃດຮູ້ລ່ວງໜ້າເລີຍ ຖ້າເຮົາໃຊ້ເວລາອັນແສນສັ້ນໄປມົວແຕ່ຫຼັບໆຕື່ນໆ

ຢູ່ໃນຄວາມ ຮັກ, ໂລບ, ໂກດ, ຫຼົງ ອິດສາຄົນນັ້ນ, ປື້ມຄົນນີ້, ອິດສາເຈົ້ານາຍ

ໃສ່ຮ້າຍລູກນ້ອງ ປົກປ້ອງພາບພົດ, ຄົນຮຸ່ນໃໝ່ຫຼົງໄຫຼໃນເປືອກຂອງຊີວິດ

ໂດຍລືມໄປເລີຍ ວ່າ ແມ່ນຫຍັງຄືສິ່ງທີ່ຕົນເອງຄວນເຮັດຢ່າງແທ້ຈິງ

ຄິດເບິ່ງດຸວ່າເຮົາຈະຂາດທຶນຫຼາຍເທົ່າໃດ?. ມີບົດກະວີຂອງນັກກະວີທ່ານໜຶ່ງກ່າວວ່າ

”ນ້ຳໄຫຼອາຍຸໄຂກໍ່ໄຫຼລົງ ໃບໄມ້ຫຼົ່ນຊີວິດກໍ່ຮ້າງຢ່າງຄວາມຝັນ

ຂ້າຊີວາຄືຂ້າຄືນວັນ ຈະກຳນັນໂລກນີ້ມີງານໃດ“ 

ຄົນເຮົາບໍ່ຄວນຂ້າເວລາອັນສູງຄ່າດ້ວຍການປ່ອຍຕົວປ່ອຍໃຈໃຫ້ຕົກເປັນທາດ

ຂອງຄວາມມັກ, ຄວາມຊັງຫຼາຍເກີນໄປ ເພາະຖ້າເຮົາແລ່ນຕາມກິເລດ

ກິເລດກໍ່ຈະພາເຮົາແລ່ນໄປເຮັດສິ່ງນັ້ນ ສິ່ງນີ້ ຕໍ່ໄປບໍ່ຮູ້ຈົບ, ກິເລດມັນບໍ່ເຄີຍເມື່ອຍ

ແຕ່ໃຈຄົນເຮົາຫັ້ນຕິຈະເມື່ອຍໜັກໜາສາຫັດເທົ່າໃດກໍ່ບໍ່ຮູ້, ເຮົາຄວນຈະຄິດໃໝ່ວ່າ

ເຮົາບໍ່ໄດ້ເກີດມາເພື່ອທີ່ຈະມັກ ຫຼື ບໍ່ມັກໃຜ ຫຼື ເພື່ອທີ່ຈະໃຫ້ໃຜມາຮັກ ຫຼື ຊັງ

ແຕ່ເຮົາເກີດມາຢູ່ໃນໂລກນີ້ເພື່ອເຮັດໃນສິ່ງທີ່ດີທີ່ສຸດທີ່ມະນຸດຄົນໜຶ່ງຄວນຈະເຮັດ

ເອົາເວລາທີ່ຮູ້ສຶກບໍ່ດີກັບຄົນອື່ນນັ້ນຫັນກັບມາເບິ່ງໂຕເອງດີກວ່າ

ຊີວິດນີ້ເຮົາມີອັນໃດແດ່ທີ່ເປັນແກ່ນສານ ມີວຽກຫຍັງແດ່ທີ່ເຮົາຄວນເຮັດ

ນອກຈາກນັ້ນກໍ່ຄວນເບິ່ງກວ້າງອອກໄປອີກວ່າ ເຮົາໄດ້ເຮັດຫຍັງໃຫ້ແກ່ໂລກແນ່ແລ້ວ

ຄົນທຸກຄົນນັ້ນມີຂໍ້ດີ ແລະ ຂໍ້ເສຍຢູ່ໃນຕົວເອງ ຖ້າເຮົາເລືອກເບິ່ງແຕ່ດ້ານເສຍ

ຂອງເຂົາເຈົ້າ ຈິດໃຈຂອງເຮົາກໍ່ມີແຕ່ຈະຮ້ອນຮົນ ໝົ່ນໝອງ

ເວລາທີ່ເຮົາເສຍໄປເພາະມົວແຕ່ໄປສົນໃຈດ້ານບໍ່ດີຂອງຄົນອື່ນ

ກໍ່ເປັນເວລາທີ່ເສຍໄປໂດຍໄຮ້ປະໂຫຍດ

ບາງທີຄົນທີ່ເຮົາລັກເບິ່ງ ແລະ ລັກຮູ້ສຶກບໍ່ດີກັບເຂົາເຈົ້ານັ້ນ

ເຂົາເຈົ້າອາດບໍ່ຮູ້ສຶກອີຫຍັງເລີຍກັບເຮົາກໍ່ເປັນໄດ້

ເຮົາເຜົາຕົວເອງຢູ່ຝ່າຍດຽວດ້ວຍຄວາມຫງຸດຫງິດ, ຂັດເຄືອງ ແລະ ອາລົມເສຍ

ມື້ນັ້ນມື້ນີ້ຢູ່ພໍສຳ່ານັ້ນ ສະພາບຈິດໃຈແບບນີ້ບໍ່ເຄີຍເຮັດໃຫ້ໃຜມີຄຸນນະພາບຊີວິດດີຂຶ້ນມາເລີຍ

ລອງປ່ຽນວິທີຊີວິດ ວິທີມອງໂລກໃໝ່ຈະດີກວ່າ

ຄິດສາວ່າຄົນເຮົາບໍ່ມີໃຜດີພ້ອມ ຫຼື ຊົ່ວຈົນບໍ່ມີບ່ອນຕິໄປໝົດດອກ

ເຮົາຢູ່ໃນໂລກກັນຄົນລະບໍ່ພໍເທົ່າໃດປີ ບໍ່ດົນກໍ່ລົ້ມຫາຍຕາຍຈາກກັນໄປໝົດແລ້ວ

ຈະມາເສຍເວລາກັບເລື່ອງໄຮ້ປະໂຫຍດເຮັດຫຍັງ ອັນໃດທີ່ຄວນເຮັດກໍ່ຟ້າວເຮັດສາ

ປ່ອຍວາງແນ່ກໍ່ດີ ຄວາມໂມໂຫ ຄວາມຊັງ ນັ້ນບໍ່ມີຄຸນຄ່າຫຍັງຕໍ່ຊີວິດອັນແສນຈະສັ້ນນີ້ເລີຍ

ຍ່າງໄປທາງໜ້າໄປຫາສິ່ງທີ່ມີຄຸນຄ່າໃຫ້ຊີວິດດີງາມດີກວ່າ

ວິທີທີ່ແນະນຳທັງໝົດນັ້ນ ນັກພາວະນາເອີ້ນວ່າ ” ການກັບມາຢູ່ກັບໂຕເອງ “

ໝາຍຄວາມວ່າ ຖ້າເຮົາຫຼີກລ່ຽງບໍ່ໄດ້ທີ່ຈະຕ້ອງຢູ່ກັບຄົນທີ່ເຮົາບໍ່ມັກ

ແທນທີ່ຈະປ່ອຍໃຈໃຫ້ຢູ່ກັບຄວາມຮູ້ສຶກບໍ່ດີນັ້ນຕະຫຼອດໄປ ກໍ່ຄວນຫຼຽວກັບເຂົ້າມາ ”ເບິ່ງດ້ານໃນ“

ແກ້ໄຂທີ່ໂຕເອງ ຢ່າໄປມຸ່ງແກ້ໄຂທີ່ຄົນອື່ນ ເພາະຖ້າພະຍາຍາມແກ້ໄຂຄົນອື່ນ

ມັນກໍ່ຍິ່ງຈະຫຍຸ້ງໄປກັນໃຫຍ່, ຍິ່ງເຮົາໃຫ້ຄວາມສຳຄັນກັບຄົນທີ່ເຮົາຊັງຫຼາຍເທົ່າໃດ

ສະພາບຈິດໃຈກໍ່ຍິ່ງຈະບໍ່ດີລົງເທົ່ານັ້ນ

ວິທີທີ່ດີທີ່ສຸດໃນການຢູ່ກັບຄົນທີ່ເຮົາຮູ້ສຶກບໍ່ດີ ຫຼື ເປັນສັດຕູກັນກໍ່ຄື

ການດຶງຄວາມຮູ້ສຶກຈາກເຂົາເຈົ້າມາຢູ່ໃນຕົວເຮົາທຸກຂະນະ ຫຼື ຖ້າບໍ່ດັ່ງນັ້ນ

ກໍ່ຍ້າຍຕົວເອງອອກໄປຈາກສະພາບແວດລ້ອມທີ່ບໍ່ດີນັ້ນໃຫ້ໄວທີ່ສຸດ

ຢ່າຢູ່ດົນເກີນໄປຈົນຄວາມທຸກນັ້ນບົ່ມເປັນໜອງ ຫຼື ເປັນມະເຮັງຮ້າຍໃນອາລົມ

ປັດສະຍາຈີນບອກວ່າ ” ຖ້າມີພູຜາຂວາງທາງທ່ານຢູ່ທາງໜ້າ

ຢ່າໄດ້ເສຍເວລາຍ້າຍພູຜາ ແຕ່ຈົ່ງຍ້າຍຕົວເອງ“

ດັ່ງນັ້ນ ເຮົາຄວນຈະຍ້າຍພູຜາທີ່ຢູ່ທາງໃນ ຫຼື ຈະຍ້າຍພູຜາທີ່ຢູ່ທາງນອກຕົວເຮົາ?

 

ທີ່ມາ www.dhammadelivery.com/story-detail.php

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 3, 2010 | ມີ 29 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ


ຖ້າເວົ້າເຖິງເລື່ອງລາມົກແລ້ວມັນບໍ່ຄ່ອຍຈະມີສ່ວນດີເລີຍເນາະອ້າຍນ້ອງພັນລາວວ່າບໍ

 

 “ກຳ​ຂອງ​ຊ່າງຖ່າຍໜັງ​ລາມົກ” ນີ້ກໍ່ເປັນບົດເລື່ອງອັນໜຶ່ງທີ່ເປັນຄະຕິສອນໃຈ

 

ໃຫ້ແກ່ບຸກຄົນໃດໜຶ່ງກໍ່ເປັນໄດ້, ລອງອ່ານໆເບິ່ງເນາະ.

 

 

ທ້າວຫລີ່ ມີ​ອາຊີບ​ເປັນ​ຄົນ​ສາຍ​ໜັງ​ລາມົກ ​ໂດຍ​ໄດ້​ກຳ​ໄລ​ຈາກ​ການ​ຖ່າຍ​ໜັງ​ລາມົກ​

ເລີຍ​ໄປ​ທັດສະນາ​ຈອນ​ສະຖາ​ນທີ່​ຕ່າງໆ​ມີ​ຊີວິດຢູ່​ສະບາຍດີ.

ທ້າວຫລີ່​ ມີ​ລູກ​ສາວ​ຄົນ​ໜຶ່ງ ອາຍຸ 14 ປີ ກໍາລັງຮຽນ​ຢູ່​ຊັ້ນມັດທະຍົມ ຢູ່ດີໆ​ເກີດ​ມີ​

ອາການ​ທ້ອງ​ຂຶ້ນຕອນ​ທຳ​ອິດ​ເຂົ້າ​ໃຈ​ວ່າ​ເປັນຫວັດ ຫຼັງ​ຈາກ​ແພດ​ໄດ້​ກວດ​ຮັກສາ​ພົບ​ວ່າ​ລາວ​ຕັ້ງ​ຄັນ

ທ້າວ​ຫລີ່​ກັບ​ພັນ​ລະ​ຍາ​ທຸກ​ໃຈ​ຫຼາຍ ສອບ​ຖາມ​ຈົນ​ໄດ້​ຮູ້​ສາເຫດ​ວ່າ ​ໝູ່​ສະ​ໜິດ​ຂອງ​ທ້າວ​ຫລີ່​​ໄດ້​ສວຍ​

ໂອກາດ​ສາຍ​ໜັງ​ລາມົກ​ໃຫ້​ລູກ​ສາວ​​ພວກເຂົາ​ເບິ່​ງ ຕອນ​ທ້າວ​ຫລີ່​ກັບ​ພັນ​ລະ​ຍາ​ບໍ່ຢູ່​ເຮືອນ ​

ໃນ​ທີ່​ສຸດກໍ່​ໄດ້​ຂົ່ມຂືນ​ລາວ ຈາກ​ເຫດການ​ຄັ້ງນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ຄົນ​ທີ່​ຢືດອາຊີບ​ກ່ຽວ​ກັບ​

ກາມ​ລາມົກ​ນັ້ນຜົນ​ນັ້ນຍ່ອມ​ສະທ້ອນ​ກັບ​ເຂົ້າຫາ​ຕົວ​ເຂົາ​ເອງ.

 


ຄັດຈາກ ຄໍາພີລະກາມ 1

ຮູບປະກອບຈາກ Google

 

 

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 2, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ວວ ມີເລື່ອງມາໃຫ້ອ່ານເບິ່ງເນາະ ສຳຫຼັບຜູ້ທີ່ມີຄວາມສົນໃຈກໍ່ລອງໆອ່ານກັນເບິ່ງ


ບາງເທື່ອເລື່ອງເລົ່ານີ້ມັນອາດຈະມີປະໂຫຍດໃນການດຳລົງຊີວິດຂອງເຮົາໃນປະຈຸບັນກໍ່ເປັນໄດ້

 

ກາມຕັນຫາ​ເປັນຄວາມ​ຊົ່ວ​ອັນ​ດັບ​ທຳ​ອິດຂອງ​ຜົນ​ແຫ່ງ​ກຳ​ໃນ​ປະຈຸ​ບັນ


ຂ້ອຍ​​ເລີ່ມ​ຊັກ​ວ່າວ​ຕັ້ງ​ແຕ່​ຂ້ອຍ​ຮຽນ​ຢູ່​ຊັ້ນປະ​ຖົມ ບ່ອນ​ໃຕ້​ງ່າມ​ຂາ​ຂອງຂ້ອຍ​ບໍ່​ສະອາ​ດສະນັ້ນພາ​

ໃຫ້​​ເກີດ​ໂລກ​ຕ່າງໆ ຕອນຢູ່​ມັດທະ ຍົມ​ປີ​ທີ​ 2 ຂ້ອຍ​ເລີ່ມ​ຄົບ​ເພື່ອນ​ຍິງ ໝົດ​ມື້​ລຸ່ມ​ຫຼົງ​ຢູ່​ກັບ​ຕັນ

ຫາ​ຈົນ​ຮ່າງກາຍ​ອ່ອນ​​ເພຍ​ນອນ​ບໍ່​ຫຼັບ ຝັນ​ປຽກ ຫຼັງ​ຈົບ​ການ​ສຶກສາ​ອອກມາ​ເຮັດ​ວຽກ

ຮ່າງກາຍ​ຊຸດ​ໂຊມ​ລົງ​ຫຼາຍ​ຕ້ອງ​ກິນ​ຢາ​ບຳລຸງ​ຕ​ະຫຼອດ​ເວລາ ແຕ່ຮ່າງກາຍ​ກໍ່​ບໍ່​ສາມາດ​ກັບ​ຄືນ​

ມາ​ຄື​ເກົ່າ​ຄວາມ​ສົມບູນ​ຂອງ​ຮ່າງກາຍ​ເຫຼືອ​ພຽງ​ເສດ​ໜຶ່ງສ່ວນ​ສາມ​ຂອງ​ຄົນ​ໜຸ່ມ​ທົ່ວ​ໄປ

ບໍ່​ກິນ​ຢາ​ບຳລຸງ​ກໍ່​ບໍ່​ໄດ້ ​ເມື່ອ​ອາ​ຍຸ 18 ປີ​​ໄດ້​ຄົບ​ເພື່ອນ​ຍິງ​ອີກ​ຄົນຂ້ອຍ​ຍັງ​ຈົມ​ປັກ​

ຢູ່​ກັບ​ກາມມະລົມ.

 

ເພື່ອນຍິງ​ສອງ​ຄົນ​ເຮັດ​ໃຫ້​ຮ່າງກາຍ​ຂອງ​ຂ້ອຍ​ຈ່ອຍ​ຜອມໂລກ​ຕ່າງໆ​ຕາມ​ມາແຕ່ລະມື້ຮູ້ສຶກ

ອ່ອນເພຍຢາກນອນຕະຫຼອດເວລາແຕ່ນອນກໍ່ນອນບໍ່ຫຼັບກາບໄຫວ້ສິ່ງສັກສິດ ຫຼື

ຫາໝໍກວດກໍ່ບໍ່ໄດ້ຊ່ອຍຫຍັງໃຫ້ດີຂຶ້ນ ວາມຝັນທີ່ເຄີຍຄາດຫວັງໄວ້ໄດ້ຫຼົ່ນຫາຍໄປ

ກິນຢາຄືກິນເຂົ້າ ຊ້ຳຍັງຕ້ອງເຮັດວຽກໝົດມື້ຄວາມທຸກທໍລະມານຍາກທີ່ຈະບັນລະຍາຍ

ຄວາມຄິດທີ່ຈະຂ້າໂຕຕາຍມີຢູ່ໃນສະໝອງເລື້ອຍໆ ​ແຕ່ຂ້ອຍຮັກ​ພໍ່​ແມ່​ຂ້ອຍ​ບໍ່​ຢາກ​

ຈາກ​ໄປ​ຈາກ​ທ່ານ ​ແລະ ​ຕົວ​ເອງ​ກໍ່​ຢ້ານ​ຕາຍ​ຄື​ກັນ ຈຶ່ງ​ຍອມ​ທົນ​ທຸກ​ໄປ​ເລື້ອຍໆ.

 

ພໍ​ອາຍຸ 20 ປີ ຂ້ອຍ​ມີ​ໂອກາດ​ອ່ານໜັງສື​ທຳ​ມະ ຮູ້​ເລື່ອງກົດ​ແຫ່ງ​ກຳ​ເຂົ້າ​ໃຈ​ວ່າ​ຄົນ​

ເຮົາ​ຕ້ອງ​ດິ້ນຮົນ​ຢູ່​ໃນ​ທະ​ເລ​ທຸກ ຄວາມ​ຄິດ​ຂອງ​ຂ້ອຍ​ເລີ່ມຜັນປ່ຽນ ມັນ​ເປັນ​ການ​ຫັກ​ເຫ​

ໃນຊີວິດ​ຂອງ​ຂ້ອຍ​ເຮັດ​ໃຫ້​ຂ້ອຍ​ຮູ້​ວ່າ​ເຖິງ​ແມ້ນຄວາ​ມດີ​ອັນ​ນ້ອຍ​ໜຶ່ງກໍ່​ບໍ່​ຄວນ​ປ່ອຍປະ ​

ແຕ່​ສຸຂະພາບ​ຕົວ​ເອງ​ມີ​ບັນຫາ​ຫິວ​ນອນ​ຕະຫຼອດ​ເວລາຄວາມ​ຄິດ​ທີ່​ຈະ​ເປັນ​ຄົນ​ດີ​ຍັງ

​ເປັນ​ແຕ່​ຄວາມ​ຝັນ​ເທົ່າ​ນັ້ນ.

 

 ພໍ​ອາ​ຍຸ 21 ຂ້ອຍ​ໄດ້​ພົບ​ກັບ​ອາຈານ​ຄົນ​ໜຶ່ງທີ່​ສາມາດ​ແນມ​ເຫັນ​ດ້ວຍ​ວິນ​ຍານ​ເຂົາ​

ບອກ​ວ່າ ສຸຂະພາບ​ຂອງ​ຂ້ອຍ​ໂຊມ​ກວ່າ​ຜູ້​ສູງ​ອາຍຸ​ອີກ ຫາກ​ບໍ່​ໄດ້​ກິນ​ຢາ ​ຊີວິດ​ຈະ​ຈົບ

​ສິ້ນ​ລົງທັນທີ ​ເຂົາ​ເປັນ​ໝໍ​ທີ່​ເກັ່ງ​ຫຼາຍ​ແຕ່​ບໍ່​ສາມາດ​ຮັກສາ​ໂລກ​ຂອງ​ຂ້ອຍ​ໄດ້​.

  

ປະມານ​ໜຶ່ງປີ​ທີ່​ຜ່ານ​ໄປ (ອາຍຸ 26) ຂ້ອຍ​ເລີ່ມ​ສຶກສາ​ພະ​ທຳ​ຢ່າງ​ຈິງ​ຈັງ ​

ເລື່ອງ​ອະດີດ​ຖື​ວ່າ​ໄດ້​ຕາຍ​ຈາກ​ໄປ​ແລ້ວ ​ເລື່ອງອະນາ​ຄົດ​ຖື​ວ່າ​ໄດ້​ເກີດ​ຂຶ້ນ​ມາ​ໃໝ່​ແລ້ວ

ຊີວິດ​ຂອງ​ຂ້ອຍ​ເຖິງ​ຈະ​ລຳບາກ​ຫຼາຍ​ແຕ່​ຂ້ອຍ​ກໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ

ຖ້າ​ຂ້ອຍ​ປະກອບ​ກຳ​ດີ​ສະ​ໝ່ຳ​ສະ​ເໝີບຸນກຸສົນທີ່ເຮັດຢູ່ທຸກມື້ທຸກວັນການໄປຫາໝໍກິນຢາ

​ແລະ​ ຮັກສາ​ໂຕ​ໃຫ້​ດີ​ເຊື່ອ​ວ່າ​ສຸ​ຂະພາບຈະ​ຄ່ອຍໆ​ດີ​ຂຶ້ນ ຢ່າງ​ໜ້ອຍ​ຄວາມ

​ເຈັບ​ປວດ​ກໍ່​ຫຼຸດໜ້ອຍ​ຖອຍ​ລົງ ຕອນ​ນີ້​ຂ້ອຍ​ເລີ່ມ​ຝຶກ​ນັ່ງ​ສະມາທິ​ ແລະ​ ກິນ​ອາຫານ​ເຈ.

 

ຄວາມ​ທໍລະມານ​ທີ່​ມີ​ມາ​ສິບ​ກວ່າ​ປີ ​ເຮັດ​ໃຫ້​ຂ້ອຍ​ເຂົ້າ​ໃຈ​ເຖິງ​ໂທດ​ຂອງ​ການລຸ່ມ​ຫຼົງ​

ໃນ​ກາມມະລົມ​ເປັນ​ການ​ຍາກ​ທີ່​ຈະ​ໃຫ້​ຫຼຸດດພົ້ນອອກ​ຈາກ​ທ​ະ​ເລ​ທຸກ​ ມີ​ຢູ່​ທາງ​ດຽວ

​ຄື​ປະ​ພຶດຕົນ​ຢູ່​ໃນ​ສິນ​ໃນ​ທຳ ໝັ່ນ​ສະ​ສົມ​ບຸນ​ບາ​ລະ​ມີ. ຂ້ອຍ​ຫວັງ​ວ່າ​ເລື່ອງ​ຂອງ​ຂ້ອຍ​

ຈະ​ເປັນ​ຄະຕິ​ເຕືອນ​ໃຈ​ແກ່ມວນມະນຸດໂລກ​ໃຫ້​ລະເວັ້ນກາ​ມຕັນຫາ​ເພື່ອ​ຮັກສາ​ສຸຂະພາບ

​ຊີວິດ​ຄົນ​ເຮົາ​ມີ​ເວລາ​ຈຳກັດ ຄວນ​ເຮັດ​ປະ​ໂຫຍ​ດ​ແກ່​ສ່ວນ​ລວມ​ໃຫ້​​ເຮັດ​ຢູ່​ເລື້ອຍໆ ​

ໂອກາດ​ທີ່​ຈະ​ມີ​ສຸຂະພາບ​ແຂງ​ແຮງ​ຄື​ຊິ​ບໍ່​ໄກ​ເກີນ​ຍື້ເຖິງຂໍ​ໃຫ້​ທຸກ​ຄົນ​ຈົ່ງ​ໄດ້

ລະວັງດ້ວຍເທີ້ນ.

 


ດ້ວຍຮັກ ແລະ ຫວັງດີ ຈາກ ວວ

 

ທີ່ມາ: (ຄັດຈາກປຶ້ມທຳມະ “ ຄຳພີລະກາມ 1”)

ຮູບປະກອບຈາກ Google

 ໝາຍເຫດ: ຂ້ອຍໃນທີ່ນີ້ບໍ່ໄດ້ໝາຍເຖິງ ວວ ເດີ້ ແຕ່ໝາຍເຖິງເຈົ້າຂອງເລື່ອງນີ້  ອິອິ

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2010 | ມີ 30 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ກໍ່ລອງໆອ່ານກັນເບິ່ງເນາະ ສຳຫຼັບອ້າຍນ້ອງຊາຍທີ່ມັກກາຍເປັນນັກລ່າຍິງສາວ


 

ບາບ​ ​ແລະ ສຳນຶກ​ບາບ

ຂ້ອຍຍອມຮັບ​ວ່າ ຂ້ອຍ​ເປັນ​ຜີ​ສາດ​ເປັນ​ຜີ​ຜູ້ຍິງ​​ເປັນ​ຄົນ​ຊົ່ວ​ຊ້າ​ຕໍ່າຊາມ​ເພາະ​ຂ້ອຍ​ໄດ້ ​ທຳລາຍ​ຜູ້ຍິງ​ດີໆ

​ເປັນຈຳນວນ​ຫຼວງຫຼາຍ​ ຂ້ອຍ​ເອງ​ເວລານີ້ບໍ່ຮູ້ ຈະຕ້ອງປະຕິບັດຕົນແນວໃດຈຶ່ງຈະຊົດໃຊ້ບາບກຳ

ທີ່ຂ້ອຍເຄີຍສ້າງໄວ້.ມື້ນີ້ກຳໄດ້ສະໜອງຕົວຂ້ອຍແລ້ວຫວັງວ່າຊາວໂລກຈະເບິ່ງຂ້ອຍເປັນຕົວຢ່າງ

ຢ່າໄດ້ເດີນທາງຜິດຄືຈັ່ງຂ້ອຍ ​ເຊິ່ງກວ່າຈະສຳນຶກຜິດ​ກໍ່​ສວຍ​ເກີນ​ແກ້​ເສຍແລ້ວ. ເມື່ອ​ ຂ້ອຍ​ຍັງ​ໜຸ່ມຢູ່

ຂ້ອຍມີບຸກຄະລິກ​ສະຫງ່າ​ງາມ ວາ​ຈາ​ດີ​ ຖ້າ​ຂ້ອຍ​ພົບ​ເຫັນ​ຍິງ​ສາວ​ທີ່​ຖືກ​ໃຈ ຂ້ອຍ​ຈະ​ເຂົ້າ​ໄປ​ຕີ​ສະ​ໜິດ​

ແລະ​ ໃຫ້​ພວກ​ເຂົາ​ກິນ​ໝາ​ກຝະລັ່ງເຊິ່ງ​ເຮັດ​ຂຶ້ນ​ພິ​ເສດ ​ເມື່ອ​ພວກ​ເຂົາ​ກິນ​ເຂົ້າ​ໄປ​ແລ້ວ

ຈະ​ມີ​ອາການ​ສະລືມສະ​ລື ​ແລ້ວ​ກໍ່​ເສຍ​ຄວາມ​ບໍລິສຸດ​ໃຫ້​ຂ້ອຍ.

      ເດັກ​ຜູ້ຍິງ​ບາງ​ຄົນ​ເຫັນ​ວ່າ​ຈັ່ງ​ໃດ​ກໍ່​ເສຍທ່າ​ໃຫ້​ຂ້ອຍ​ແລ້ວ ຍິນ​ດີ​ຈະ​ແຕ່ງງານ​ກັບ​ຂ້ອຍ

ຂ້ອຍ​ກໍ່​ທຳທ່າ​ດີ​ໃຈ​ຈະ​ໄດ້​ເສບ​ສຸກ​ຈາກ​ຮ່າງກາຍ​ຂອງ​ພວກ​ເຂົາ​ເລື້ອຍໆ ​ເມື່ອ​ພວກ​ເຂົາ​ຕັ້ງ​ຄັນ

ຂ້ອຍ​ກໍ່​ຫາ​ເລື່ອງ​ຕີ​ຈາກ​ແລ້ວ​ພວ​ກ​ເຂົາ​ກໍ່​ຫາ​ທາງ​ອອກ​ໂດຍ​ຍອມ​ແຕ່ງງານ​ ກັບ​ທະຫານ​ທີ່​ກິນ​

ເບ້ຍ​ບຳນານ​ແລ້ວ ​ເມື່ອອອກ​ລູກ​ແລ້ວ​ເພື່ອ​ຄວາມ​ຢູ່​ລອດ ຈຶ່ງ​ມາ​ມີ​ອາຊີ​ບ​ເປັນ​​ໂສ​ເພນີ ຜູ້ຍິງ​ບາງ​

ຄົນ​ບໍ່​ຍອມ​ໃຫ້​ຂ້ອຍ​ປະ​ຖິ້ມ​ເຂົາຈຶ່ງຕາມຕື້ຕະຫຼອດເວລາ ເພື່ອຕັດບັນຫາຫຍຸ້ງຍາກ ຂ້ອຍຫັນ

ໄປທ່ຽວ​ຮ້ານ​ສາວ​ກອດ ຂ້ອຍ​ຕ້ອງການ​ຫາ​ວິທີ​ເອົາ​ເງິ​ນມາ​ໃຊ້ ​ແມ່​ໄດ້​ຕາຍ​ໄປ​ເຫິງ​​ແລ້ວ

ສ່ວນ​ພໍ່​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງວຽກ​ງານ​ຫຍຸ້ງຍາກ​ຫຼາຍ ​ເມື່ອຂ້ອຍ​ຫາ​ຂໍ້​ອ້າງ​ຂໍ​ເງິນພໍ່​ບໍ່​ເຄີຍ​

ສອບ​ຖາມ​ລາຍ​ລະອຽດ ​ໃຫ້​ເງິນຕາມ​ຂໍ​ທຸກ​ເທື່ອ. ມີ​ຄົນ​ເຄີຍ​ເວົ້າ​ເລື່ອງ​ກົດ​ແຫ່ງ​ກຳ​ໃຫ້​ຟັງ

​ແຕ່​ຂ້ອຍ​ບໍ່​ເຊື່ອ​ຂ້ອຍ​ຄິດ​ວ່າ​ນັ້ນ​ເປັນ​ເລື່ອງ​ງົມ​ງວຍ​ເພາະ​ທາງ​ ວິທະຍາສາດ

​ບໍ່​ສາມາດ​ພິສູດ​ໄດ້ ຍັງ​ມີ​ບາງ​ຄົນ​ເວົ້າ​ເຖິງ​ຜີ​ສາງ​ເທວະ​ ດາຂ້ອຍ​ກໍ່ຖາມ​ເຂົາ​ວ່າ

“​ເຈົ້າ​ເຄີຍ​ພົບ​ເຫັນ​ແລ້ວ​ບໍ່ ຖ້າ​ບໍ່​ເຄີຍ​ພົບ​​ເຫັນ​​ໄປ​ເວົ້າ​ເຮັດ​ຫຍັງ?”ບາງ​ຄົນ​ເວົ້າ​ເຖິງ​ຄຸນ​ນະ​ທຳ

ຂ້ອຍ​ກໍ່​ ຖາມ​ວ່າ “ຄຸນ​ນະ​ທຳ​ຕິດ​ຊິງ​ຂາຍ​ໄດ້​ເທົ່າ​ໃດ?” ຂ້ອຍ​ບໍ່​ ເຊື່ອ​ກົດ​ແຫ່ງ​ກຳ

ຂ້ອຍ​ຍັງ​ໃຊ້​ຊີວິດ​ອັນ​ຊົ່ວ​ຊ້າ​ຕໍ່​ໄປ. ຂ້ອຍ​ເປັນ​ຄົນ​ຫົວ​ດື້ ບໍ່​ຮັບ​ຟັງ​ຄຳ​ຊີ້​ນຳ​ຂອງ​ຜູ້​ອື່ນ ​

ເມື່ອ​ເຫດ​ຮ້າຍ​ເກີດ​ຂຶ້ນ​ຂ້ອຍ​ຈື່ງ​ຕິ​ໝູ່ຄູ່​ວ່າ ​ເປັ​ນຫຍັງ​ບໍ່​ແນະນຳ​ຂ້ອຍ​ອ່ານໜັງສື​ທຳ​ມະ ໜັງສື​ທຳ​ມະ

​ເທົ່າ​ນັ້ນທີ່​ຈະ​​ໃຫ້​ແສງ​ ສະຫວ່າງ​ຂ້ອຍ​ໄດ້. ອາດ​ເປັນ​ເພາະ​ຂ້ອຍ​ບໍ່​ໄດ້​ສ້າງ​ບຸນ​ ໄວ້​ຕັ້ງ​ແຕ່​ຊາ​ດກ່ອນ

ຈຶ່ງ​ພາດ​ໂອກາດ​ທີ່​ຈະ​ໄດ້​ສຶກສາ​ທຳ​ມະ ບັດ​ນີ້​ຂ້ອຍ​ຫວັງ​ວ່າຄວາ​ມສຳນຶກ​ຜິດ​ຂອງ​ຂ້ອຍ​ຈະ​ເຮັດ​ໃຫ້

​ມວນມະນຸດໂລກລະວັງ ອາດ​ຫຼຸດບາບກຳ​ຂອງ​ຂ້ອຍ​ທີ່ໄດ້​ກໍ່ຂຶ້ນ​ ກໍ່​ໄດ້.

       ຈື່​ໄດ້​ວ່າ​ຕອນ​ບາ​ບກຳ​ເລີ່ມ​ສະໜອງ ​ບໍ່​ມີ​ລາງ​ເຕືອນ​ໄພ ເຊົ້າມື້​ໜຶ່ງ​ເມື່ອ​ຂ້ອຍ​ຕື່ນ​ນອນ​ປາກົດ​ວ່າ​

ຕົ້ນຂາຊ່ວງ​ເທິງຂອງ​ຂ້ອຍ​ ມີ​ເມັດ​​ແຂງ​ເກີດ​ຂຶ້ນ​ໝູ່​ເວົ້າສະ​ເໝີ ​ວ່າ ​ຊາຍ​ທີ່​ມັກ​ສຳ​ສ່ອນ​ມັກ​ຈະ​ຕິດ​ໂລກ

​ຝີ​ໝາກມ່ວງ​ເປັນ​ສິ່ງ​ທີ່​ຫຼີກ​ລ່ຽງ​ ບໍ່​ໄດ້ດັ່ງນັ້ນຂ້ອຍ​ບໍ່​ໄດ້​ໃຫ້​ຄວາມ ​ສຳຄັນ​ກັບ​ມັນ​ເລີຍ ​ໄປ​ຫາ​ຊື້​ຢາ​

ຕາມ​ຮ້ານ​ມາ​ກິນ​ ອາການ​ດີ​ຂຶ້ນ​ແນ່ ໜັກ​ກວ່າ​ເກົ່າ​ແນ່​ເປັນ​ຢູ່​ແບບ​ນັ້ນ 10 ກວ່າ​ມື້​ອາການ​ໂລກ​ບໍ່

ພຽງ​ບໍ່​ເຊົ່າ ພັດ​ລາມ​ໄປ​ທົ່ວ​ຮ່າງກາຍ ​ເລີ່ມ​ມີ​ຜືນ​ແດງ​ຂຶ້ນ​ຕາມ​ໂຕ​ທັງ​ຄັນ​ທັງ​ເຈັບ ພຽງ​ໄປ​ເກົາ​

ໜ້ອຍ​ໜຶ່ງນ້ຳ​ເຫຼືອງ​ ກໍ່​ໄຫຼອອກມາບາງ​ເທື່ອ​ກໍ່​ເຈັບ​ປວ​ດຫຼາຍ ຟ້າວ​ໄປ​ຫາ​ໝໍ ໝໍ​ບອກ​ຂ້ອຍ​ວ່າ

ນັ້ນບໍ່​ແມ່ນ​ກຳມະ​ໂລກ​ທຳ​ມະ​ດາ ຫາກ​ແຕ່​ເປັນ​ໂລ​ກຊີ​ຟິລິດ​ຊະນິດ​ຮ້າຍ​ ແຮງ ໝໍ​ສັກ​ຢາ​ ແລະ ​

ໃຫ້​ຢາ​ເມືອ​ກິນທັງຍັງເຕືອນດ້ວຍຄວາມຫວັງດີວ່າ “ຄົນ​ໜຸ່ມ​ຄວນ​ຮັກສາ​ໂຕ​ເປັນ​ໂລກ​ຊະນິດ​

ນີ້​ແລ້ວ​ຄວນ​ຢຸດ​ເຊົາສຳ​ສ່ອນ​​ເດີ້ ຖ້າ​ປະ​ມາດ​ອາດ​ເຖິງ​ແກ່​ຊີວິດ​ໄດ້”.

ຂ້ອຍຮັກສາ​ມາ​ສິບ​ກວ່າ​ມື້ ​ເບິ່ງພາຍ​ນອກ​ກໍ່​ວ່າ​ເຊົາ​ເປັນປົກະຕິ ​ເລີຍ​ບໍ່​ຕ້ອງ​ໄປ​ຫາ​ໝໍ​ທີ​ໂຮງໝໍ​ສັກ​ຢາ

ຫຼື ​ກິນ​ຢາ​ອີກ ຈິດ​ໃຈ​ກໍ່ເລີ່ມ​ເບີກບານ​ຂື້ນ. ການໄດ້​ຮັບ​ບົດຮຽນ​ນີ້​ເຮັດ​ໃຫ້​ຂ້ອຍ​ເຊົາ​ສຳ​ສ່ອນ​

ໄລຍະ​ໜຶ່ງ​ແລ້ວ​ຄວາມ​ ຢ້ານ​ກໍ່​ເລີ່ມ​ຈາງ​ຫາຍ​​ໄປ​ ຂ້ອຍ​ເລີ່ມ​ອອກ​ໄປ​ທ່ຽວ​ຕາມ​ຜັບ ​

ໄນ​ຄັບ​ແລ້ວ​ກໍ່​ພາ​ກິ໋ກ​ໄປ​ຫຼັບ​ນອນ ຫາ​ຄວາມ​ສຳລານ​ເຊັ່ນ​ນີ້​ປະມານ​ເດືອນ​ກວ່າໆ​ກາມມະ​ໂລກ

​ທີ່​ເຂົ້າ​ໃຈວຽນກັບມາເປັນອີກ ອອກດອກ​ບານ​ສະພັ່ງ​ທົ່ວ​ຮ່າງກາຍ ​ເລີ່ມ​ວິນ​ຫົວ ຄວາມ​ຮູ້ສຶກ​ເສີຍ​ຊາ

ຮ່າງກາຍ​ເລີ່ມ​ເຢັນ​ຊາ ອາການ​ໜັກ​ກວ່າ​ເທື່ອ​ກ່ອນ​ນີ້​ຫຼາຍ​ ຈຶ່ງ​ຮູ້​ວ່າ​ອາການ​ໜັກ​ໜ່ວງ​ແລ້ວ

ພີ່ນ້ອງ​ຟ້າ​ວ ພາ​ໄປ​ຮັກສາ​ທີ່ໂຮງໝໍ. ຫຼັງ​ຈາກ​ກວດ​ເຊັກ​ແລ້ວ​ໝໍ​ໄດ້​ບອກ​ວ່າ ​ເປັນ​ໂລກ​ຊີ​ຟິດລິດ​

ຂັ້ນທີ​ສອງ​ແລ້ວ ເທື່ອກ່ອນ​ຍັງ​ບໍ່​ເຊົາ​ຂາດ​ແຕ່ໄປ​ທ່ຽວ​ຕໍ່ ​ເລີຍ​ໄປ​ຕິດ​ເຊື້ອ​ໂລກ​ມາ​ອີກ​ບັດ​ນີ້

​ເຊື້ອ​ໂລກ​ໄດ້​ແຊກ​ຊືມ​ເຂົ້າ​ໄປ​ໃນ​ເສັ້ນ​ເລືອດ​ແລ້ວ ລະບົບ​ປະສາດ​ຖືກ​ກະທົບກະ​ເທືອ​ນ

ເຖິງ​ຂັ້ນ​ເປັນ​ຂັ້ນຕາຍ​ເທົ່າ​ກັນ ຫວັງ​ໃຫ້​ເຊົາ​ຂາດ​ຄົງ​ເປັນ​ໄປ​ບໍ່​ໄດ້ ພຽງ​ຂໍ​ໃຫ້​ຮັກສາ​ຊີວິດ​ລອດ​ໄດ້​

ກໍ່​ນັບ​ວ່າ​ເປັນ​ບຸນ​ແລ້ວ.

ອາການ​ເລີ່ມຮຸນແຮງຂຶ້ນ​ທຸກ​ມື້ ຜື່ນ​ແດງ​ເລີ່ມ​ແຕກ​ກາຍ​ເປັນ​​ແຜ​ເປັນ ​ຜົມ​ເທິງ​ຫົວ​ເລີ່ມຫຼົ່ນ

​ໃບ​ໜ້າ, ​ດັງ​ເລີ່ມ​ເນົ່າ​ເປື່ອຍໝໍ​ ພະຍາຍາມ​​ໃຫ້ການ​ຮັກສາ ​ໂອ້....ພ​ະ​ເຈົ້າ ຄົນທີ​ມີ​ຜິວພັນ​

ລະ​ອຽດຂາວ​ສະອາດ​ໃບ​ໜ້າ​ສະຫງ່າ​ງາມ​ຮ່າງກາຍ​ລ່ຳ​າສັນນະ​ນີ້​ໄດ້​ກາຍ​ເປັນ​ຊາກສົບ​ທີ່​ຍ່າງ​ໄດ້ !

ຂ້ອຍແນມ​ເບິ່ງຮູບ​ຖ່າຍ​ສະ​ໄໝ​ເປັນ​​ເດັກນ້ອຍ ຂາວໆ​ອ້ວນໆ​ເປັນຕາ​ໜ້າຮັກໄຮ້​ດຽງສາ

ແຕ່​ຂ້ອຍ​ໃນ​ທຸກ​ມື້​ນີ້​ບໍ່​ຜິດ​ຫຍັງ​ ກັບ​ປີສາດ ​ໃຜ​ເຫັນ​ໃຜ​ກໍ່ຢ້ານ ຊີວິດ​ໄດ້​ປ່ຽນຈາກ​ໜ້າ​ມື​ເປັນ​

ຫຼັງ​ມື ​ເຖິງ​ແມ້ນວ່າ​ມື້​ນີ້​ຂ້ອຍ​ຍັງ​ມີ​ຊີວິດ​ຢູ່ ​ແຕ່​ດ້ານ​ຈິດ​ໃຈ​ທົນ​ ທຸກທໍລະມານຫຼາຍຄືຈັ່ງຕົກ

ນະລົກອະເວຈີຢ່າງໃດຢ່າງນັ້ນແລ້ວ.

ມື້ນີ້ຂ້ອຍໄດ້ຂຽນຄຳສາລະພາບຈາກສ່ວນເລິກຂອງຫົວໃຈດ້ວຍມືທີ່ສັ່ນຍຶກຍັກ ຂ້ອຍຫວັງວ່າ

ບົດຄວາມນີ້ຈະສາມາດຊ່ອຍໃຫ້ຂ້ອຍໄດ້ໄຖ່ບາບໄດ້ແນ່ ແລະ ກໍ່ຫວັງວ່າຄົນທີ່ກຳລັງຍ່າງຢູ່ເທິງ

ເສັ້ນທາງບາບຈະສາມາດຕື່ນຈາກຄວາມຝັນ ຕັດສິນໃຈເຊົາລະຄວາມຊົ່ວທີ່ເຄີຍເຮັດ

ຫັນມາໃຊ້ຊີວິດໃຫມ່ເພື່ອຄວາມສຸກໃນອານາຄົດເຖີດ.

 (ຄັດ​ຈາກ​ ນິຕະຍາ​ສານ​ເຊິ່ງທຽນ)

 


ດ້ວຍຮັກ ແລະ ຫວັງດີຈາກ ວວ

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ພໍ່ແລະແມ່ .......ບໍ່ມີເງິນທອງ .......ຈະກອງໃຫ້

ຈົ່ງຕັ້ງໃຈ..........ພາກພຽນ...........ຮຽນໜັງສື

ເອົາວິຊາ..........ຄວາມຮູ້...............ເປັນຄູ່ມື

ເພື່ອຍຶດຖື........ເປັນຫຼັກໝັ້ນ........ຫຼໍ່ລ້ຽງກາຍ

 

ພໍ່ ແລະ ແມ່..... ມີແຕ່...................ຈະແກ່ເຖົ້າ

ຈະລ້ຽງເຈົ້າ......ເລື້ອຍໄປ.............ນັ້ນຢ່າໝາຍ

ໃຊ້ວິຊາ............ຊ່ວຍຕົນ.............ຈົນວັນຕາຍ

ເຈົ້າສະບາຍ......ພໍ່ແມ່..................ກໍ່ພໍໃຈ

 

ຊີວິດຄົນ..........ບາງຄົນ............ບໍ່ຄິດພໍ້

ຄຳແມ່ພໍ່...........ເວົ້າຈາ..............ເຮັດແໜງໜ່າຍ

ເຮັດລຳຄານ......ໜວກຫູ..........ຍ່າງໜີໄປ

ບາດເພິ່ນຫາຍ....ຈາກໄປ..........ນ້ຳຕາລິນ


ຍາມພໍ່ຮ້າຍ..........ແມ່ດ່າ...........ເຮັດໜ້າຍູ້

ເອົາແຕ່ໝູ່............ແຕ່ເພື່ອນ......ເປັນແກນໃຫຍ່

ພໍ່ແມ່ເວົ້າ.............ບໍ່ເຄີຍ.............ຈະໃສ່ໃຈ

ຜິດພາດໄປ.........ຈຶ່ງໄດ້.............ຄິດຄ່ຳຄວນ

 

ໂດຍ ວວ ວັນວານ

ເຊີນທ່ານຜູ້ອ່ານຕຳນິຕິຕຽນເດີ້    

 


ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ບໍ່ມີຫຍັງດອກ ພຽງແຕ່ຢາກເອົາມາໃຫ້ອ່ານກັນຫຼິ້ນໆ


ຍິງ: ຄິດຮອດຄົນໄກ

ຄິດຮອດເດ..ຄິດຮອດເຈົ້າ.................ຄົນທີ່ຢູ່ແດນໄກ
                   ຄົນທີ່ໄປຈາກກັນ...........ແຕ່ຕອນເຍົານັ້ນ
                   ຄວາມຜູກພັນຄາວກີ້.... ທີ່ເຄີຍມີຍັງຈື່
                   ຍິນຂ່າວລືອວນອ້າຍ......ຫ່າງນ້ອງໄປຕ່າງແດນ.ຊ້ຳເດ

ອ້າຍເອີຍ....ອ້າຍຍັງຄິດຮອດນ້ອງ....ນາງນີ້ຢູ່ຫຼືໃດ
                  ຫຼືໄປມີຄົນຄວງ..............ພາດແຂນຍ່າງຍ້າຍ
                  ຫຼືອ້າຍໄລລືມນ້ອງ..........ນວນອານົງຄົນເກົ່າ
                  ເຈົ້າລືມກັນຈົນສິ້ນ...........ບໍ່ຖະຫວິນແລ້ວຊັ້ນບໍ....


ອ້າຍເອີຍ.....ນາງນີ້ຍັງຈຳໝັ້ນ................ສັນຍາຮັກເຍົາໄວ
                  ຍັງບໍ່ເຄີຍລະລືມ.................ສັນຍາຖຽງນານ້ອຍ
                  ຍັງຄອງຄອຍຫາເຈົ້າ...........ເຊົ້າຄ່ຳແລງບໍ່ຫ່າງ
                  ຫວັງຢາກເຫັນອວນອ້າຍ.....ມາຄຽງໃກ້ດັ່ງເດີມ...ອ້າຍເອີຍ..

ຊາຍ: ສຽງຄວນຈາກຄົນໄກ

 
ຄິດເດຄິດຮອດບ້ານ..........ສະຖານຖິ່ນດິນນາ
ຈາກມານານນັບປີ...............ຢາກຕ່າວຄືນເມືອຫາເຈົ້າ
ຍັງເປັນເງົາຄຽງຂ້າງ............ພາບຄວາມຫຼັງຄາວຄັ້ງກ່ອນ
ຄິດຮອດເດ.....ຕອນທີ່ຄຽງຄູ່ນ້ອງ....... ຖຽງນານັ້ນ ອ້າຍບໍ່ລືມ  ດອກນາ


  ຄວາມຈຳເປັນບັງຄັບໃຫ້........ຕ້ອງຈຳຈາກໄລໜີ
ມາອາໃສບ້ານເມືອງເຂົາ..........ເຫງົາຫົວໃຈບໍ່ມີເອື້ອນ
ແນມແສງເດືອນເທິງຟ້າ...........ຄຳ່ມາໄດ້ແຕ່ຫ່ວງ
ດວງນີອອນແສງເຈີດຈ້າ...........ບໍ່ຫາຍເສົ້າຄິດຮອດນາງ
 

ອ້າຍຜູ້ຢູ່ທາງພີ້.................ຊິຕັ້ງຕໍ່ການງານ
ນານບໍ່ເກີນອີກປີ..............ຊິຕ່າວຄືນເມືອບ້ານ
ຍັງຈົດຈຳຄຳໝັ້ນ...............ສັນຍາເຮົາຢູ່ເດີ້ອຸ່ນ
ຄັ້ນວ່າບຸນຄາດສ້າງ..........ຄົງສົມແມ້ງດັ່ງປະສົງ ແທ້ແລ້ວ
 

ຢ້ານແຕ່ນ້ອງນັ້ນແລ້ວ......ຊິລືມອ້າຍຊາຍຄົນຈົນ
ຢ້ານມີຄົນຄອຍເອົາໃຈ......ສັ່ງຄວາມໃດໄດ້
ເຂົາເຂົ້າມາຊິດໃກ້.............ຢ້ານໃຈນາງເລີ່ມປ່ຽນ

ຢ້ານຫຼາຍເດ່ ....ຍາມເມື່ອມາຮອດບ້ານ....ເຫັນຄົນນັ້ງຄຽງຂ້າງເຈົ້າ......ຄົນນັ້ນນ້ອງເອີ້ນວ່າແຟນ..............

ຍິງ:

ນ້ອງຍັງຄົງຈຳໝັ້ນ............ສັນຍາຮັກຢູ່ຖຽງນາ
ຄອງຄອຍວັນເວລາ...........ພີ່ຊາຍກັບຄືນຢ້າວ
ສາວຍັງຄົງຄອຍຖ້າ...........ເຖິງເວລາຜັນປ່ຽນ
ຍັງວົນວຽນຄິດຮອດເຈົ້າ......ທຸກແລງເຊົ້າຢູ່ບໍ່ວາຍ ອ້າຍເອີຍ

ຢ້ານເດຢ້ານອວນອ້າຍ.......ມີຮັກໃໝ່ໃຈສອງ
ລືມຫ້ວຍຄອງໜອງປາ.......ໄຮ່ນາສວນທາງບ້ານ
ລືມເຮືອນຮ້ານຫຼັງນ້ອຍ.......ມີກອຍໃຈເຮືອນຫຼັງໃຫຍ່
ລືມລະໄລນາງນ້ອງ.............ຜູ້ກຳເນີດຈາກດິນຕົມ ...ນີ້ເດ

ອ້າຍຜູ້ຢູ່ທາງພີ້....................ບໍ່ມີຂ່າວສົ່ງມາ
ວັນເວລາເປັນປີ...................ຈົດໝາຍບໍ່ມີໃຫ້
ແຕ່ໃນໃຈນາງນ້ອງ..............ຍັງຄົງຄອງໝັ້ນແກ່ນ
ພີ່ຢູ່ແດນໄກນັ້ນ...................ຈະຮັກໝັ້ນຢູ່ບໍເດ...


ຊາຍ:

ຈິງບໍ່ເດຄຳເວົ້າ....................ຫວານເປັນເລົາເຂົ້າມາໃສ່  ແທ້ເດ່
ວ່າຄິດຮອດຕັ້ງແຕ່ອ້າຍ.......ຊາຍທາງພີ້ບໍ່ປຽນແປງ
ບໍ່ແມ່ນມາຖະແຫລງຕ່ອຍ....ອອຍໃຈຊາຍໃຫ້ຫລົງເຊື່ອ  ບໍເດ
ຕົວະໃຫ້ຟັນຕົວະເພີ້............ລະເມີຮ້ອງເພາະຫ່ວງຫາ

ອ້າຍຜູ້ມາຢູ່ພີ້......................ຍັງຮັກໜຶ່ງບໍມີສອງ
ແມ່ນມີສາວປອງໝາຍ.........ອ້າຍບໍ່ສົນພໍໜ້ອຍ
ຫົວໃຈຊາຍດວງນີ້...............ມອບໃຫ້ນາງມື້ກ່ອນຈາກ ພຸ້ນເດ
ມາກໍ່ມາຕັ້ງແຕ່ກາຍ....ສ່ວນວ່າໃຈຮ້າງໆ.....ຊາຍວາງໄວ້ຢູ່ບ້ານນາ (ລືມ...)

ຄິດເຫັນຕັ້ງແຕ່ຫນ້າ............ຄິດຮອດທຸກລົມຫາຍໃຈ
ຢາກສົ່ງຂ່າວໄປຫາ..............ແຕ່ເວລາບໍ່ທັນຫວ້າງ
ງານມັນຄອຍຄຸມເຂັ້ມ...........ທັ້ງເຈົ້ານາຍບໍ່ເຄີຍຂາດ
ຫາໂອກາດມື້ລະນ້ອຍ........ຫລີກສາຍຕາຫາບ່ອນຫວ້າງ.......ຊິຂຽນສົ່ງແມ່ນຂ່າວມາ ດອກນາ


ຍິງ:

ນາງເວົ້າຈິງຍິ່ງແທ້.............ຄຳສັນຍາບໍ່ເຄີຍລືມ ແທ້ໃດ
ຍັງຈົດນຳນ້ຳຄຳ................ວ່າເວົ້າກັນຄາວກີ້
ຢ້ານແຕ່ອວນພີ່ອ້າຍ..........ຫຼາຍໃຈມີຄົນອື່ນ
ຄືນວັນວ່າງານລົ້ນ.............ແມ່ນຈິງແທ້ຫຼືໃດ...ຊາຍເອີຍ

ທຸກວັນຄືນຄອງຖ້າ............ຈົດໝາຍຮັກແດນໄກ
ບໍ່ມີໃຜລ່ວງເຫັນ...............ຢາດນ້ຳຕາລິນຍ້ອຍ
ຍັງຄອງຄອຍອວນອ້າຍ....ເຖິງຂ່າວຄາວບໍ່ມີສົ່ງ
ຍັງຄົງນັ່ງຈໍ້ກໍ້....................ລໍຖ້າອ້າຍໃຕ້ຖຽງນາ...ນີ້ແລ້ວ

ອ້າຍຜູ້ຢູ່ທາງພີ້.................ຈະຄືເກົ່າຫຼືໃດ
ຢ້ານຕວົະໃຫ້ນາງຄອງ......ບໍ່ໝາຍປອງຄືນບ້ານ
ວ່າແຕ່ງານຫຼາຍຫຍຸ້ງ.........ຄຸງຄໍຫອຍບໍ່ມີຫວ່າງ
ເປັນຂໍ້ອ້າງບອກນ້ອງ........ຄວາມຈິງແທ້ເພິ່ນລືມ...ບໍ່ຈັກແລ

ນ້ອງຜູ້ຢູ່ທາງພີ້.................ມີຮັກໜຶ່ງໃຈດຽວ
ຊາຍໃດມາກ່ຽວພັນ...........ກໍ່ຫັນໜີເມີນໜ້າ
ສັນຍາຍັງໜຽວແໜ້ນ........ຄອຍຄົນແດນໄກຢູ່
ພູຜາພັງທະລາຍລົ້ມ........ແຕ່ໃຈນາງຮັກໝັ້ນ......ພີ່ຊາຍນັ້ນບໍ່ວາງ ແທ້ດາຍ

 

ກອນຂອງ Lem

ພໍໄດ້ຍິນນາງເວົ້າ................ອ້າຍໂລດຊື່ນໃນຫົວໃຈ ແທ້ເດ່
ສຳລັບຊາຍກໍ່ຄືກັນ..............ບໍ່ເຄີຍຜັນແປປີ້ນ
ແມ່ນເອົາດິນແລະຟ້າ................ມາຊັ່ງຊາບໍ່ປຸນປຽບ
ທຽບກັບຮັກມີຕໍ່ເຈົ້າ................ພູເຂົານັ້ນບໍ່ຫນັກປານ ພຸ້ນແລ້ວ

ນ້ອງເອີຍ! ບໍ່ຕ້ອງຢ້ານ...............ວ່າອວນພີ່ຊິໃຈສອງ
ໃຫ້ນ້ອງຄອງຄວາມຮັກ...............ສອງຄົນເຮົາເອົາໄວ້
ຊາຍຄືຈັ່ງອວນອ້າຍ......................ບໍ່ແມ່ນຊາຍແກມແຮ່
ຊາຍ! ກໍ່ຫາກແມ່ນຊາຍແທ້ໆ...........ຕົມແຮ່ແມ່ນບໍ່ມີ ດອກນາ

ອ້າຍຜູ້ຢູ່ທາງພີ້...............................ນັ້ງກໍ່ຄິດນອນກໍ່ຝັນ
ຢາກເມືອຫາຈອມຂວັນ.....................ສາວບ້ານນາຄົນເຄີຍໃກ້
ເຖິງຂ່າວຄາວນານສົ່ງໃຫ້....................ແຕ່ຫົວໃຈຍັງຮັກຢູ່
ຮັກຜູ້ດຽວຄືຫມ່ອມຊູ້......................ບໍ່ມີມື້ຊິປ່ຽນຜັນ ແທ້ດາຍ

ບໍ່ແມ່ນອ້າຍມາກ່າວອ້າງ......................ພຽງບອກນ້ອງໃຫ້ເຊື່ອໃຈ
ງານມັນຫລາຍອີຫລີ..........................ຈິ່ງບໍ່ມີຂ່າວຄາວໃຫ້
ອາໃສຄວາມຮູ້ຫນ່ອຍ........................ມາຂາຍແຮງລູກຈ້າງເພິ່ນ
ສູ້ກັບງານເພື່ອແລກເງິນ.....ແຖມເຈົ້ານາຍສັ່ງຊີ້.....ບໍ່ມີມື້ໄດ້ພັກເຊົາ ແທ້ແລ້ວ

 

 

ທີ່ມາ http://mahasan.com/forum/index.php?topic=524.0

ຂຽນເມື່ອ ຂຽນເມື່ອ: ມ.ກ.. 14, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ




       ພູມໃຈທີ່ໄດ້ເກີດເປັນຄົນ

ພູມໃຈເກີດມາໄດ້.........ຄົບຖ້ວນສາມສິບສອງ
ໃຈບໍ່ມີມົວໝອງ…………..ບໍ່ສົມປອງຫວັງໄວ້
ໃນຄວາມຈິງທຸກດ້ານ…...ເຫດການໃນຊີວິດ
ສິ່ງທີ່ຄິດວາດໄວ້………....ບໍ່ອາດໄດ້ດັ່ງໝາຍ ກໍ່ຕາມທ້ອນ

ທີ່ໄດ້ເກີດມາແລ້ວ…….....ຢູ່ໃນແຜ່ນດິນຄົນ
ຕົນຕັ້ງຕໍ່ເຮັດດີ…………...ກໍ່ຫາກດີເມືອໜ້າ
ເອງບໍ່ພາເອງພົ້ນ………...ໃຜຊິມາຊູເທີດ
ໄດ້ເກີດເປັນຄົນແລ້ວ…....ຂໍໃຫ້ພາກພູມໃຈ ..ເຈົ້າເອີຍ

ພໍໃຈສິ່ງທີ່ໄດ້………….....ພູມໃຈສິ່ງທີ່ມີ
ໃຈຕົນກໍ່ສຸກຂີ………......ບໍ່ມີກັງວົນຮ້ອນ
ໃນໂລກຮ່ອນຫາໄດ້….....ຊີວິດໃດບໍ່ພົບທຸກ
ສິ່ງໃດທຸກພານພໍ້…….....ຂໍໃຫ້ຄິດວ່າເປັນກຳ ທ່ານເອີຍ

ທີ່ໃດຈະຫາໄດ້…………...ຄວາມສຸກຄົບບໍລິບູນ ບໍ່ມີແລ້ວ
ຕົນເອງເປັນຄົນຫາ………ຊອກມາກໍ່ຫາກໄດ້
ເອງເອງເອົາແຕ່ຮ້ອງ.....ປານໃດຈຶ່ງຊິຮັ່ງ
ມີ
ແລ້ວຍັງຢາກໄດ້………..ເຫດໃດເດ້ຊິສຸກໃຈ


ເປັນມະນຸດເຮົານີ້…………ຢາກບໍ່ມີເມືອງພໍ

ຄົນຂໍທານກໍ່ຢາກມີ……….ຄົນດີໆກໍ່ຢາກໄດ້
ໂຊກບໍ່ໄປດີດ້ວຍ………...ກໍ່ຢາກລວຍນຳໝູ່
ດີແຕ່ຊູຊີສ້າງ…………....ຫວັງຮັ່ງແຕ່ຢ່າງດຽວ ທຸກຕື່ມແລ


ທີ່ໃດໆກໍ່ສຸກໄດ້………...ຫາກໃຈຮູ້ພຽງພໍ
ສຸດ
ຂໍກໍ່ສຸດໃຫ້…………...ສຸດໄປກໍ່ຢຸດຢັ້ງ
ໃນເມື່ອຍັງເວົ້າໄດ້……....ລົມຫາຍໃຈມີຢູ່
ໂລກ
ມີໃຫ້ຮຽນຮູ້………..ຢ່າຊູຄິດແຕ່ຢາກກິນ.

 

       
ເປັນຈັ່ງໃດ ອ່ານແລ້ວ ໃຫ້ຄຳເຫັນແນ່ເດີ້


  ໂດຍ: ວວ ວັນວານ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ປີກາຍນີ້ເຄີຍເອົາລົງແລ້ວເທື່ອໜຶ່ງ ປີນີ້ເອົາມາລົງໃໝ່ເພື່ອມີຄົນສົນໃຈຢາກອ່ານ

ຄວາມເປັນມາຂອງວັນ Christmas

 

ຄຳວ່າ Christmas ມາຈາກພາສາອັງກິດ ບູຮານວ່າ Christes Maesse ແປວ່າ

ບູຊາມິສຊາຂອງພະຄີຣສຕະເຈົ້າຊຶ່ງພົບເຫັນເປັນຄັ້ງທຳອິດໃນ ເອກະສານບູຮານ

ທີ່ເປັນພາສາອັງກິດໃນປີ ຄ.ສ 1038 ແລະ ໃນປະຈຸບັນຄຳນີ້ກໍ້ໄດ້ປ່ຽນມາເປັນຄຳວ່າ

Christmas. ເທດສະການ Christmas ຫຼື  X’Mas ກົງກັບວັນທີ່ 25 ທັນວາ

ຂອງທຸກໆປີ, ຊຶ່ງວັນທີ່ 25 ທັນວານັ້ນເປັນວັນເກີດຂອງພຣະເຢຊູຄຣີສ

ສາດສະດາແຫ່ງສາສະໜາຄຣີສ  ໂດຍອົງພຣະຄຣີສ ໄດ້ປະສູດຢູ່ເມືອງເບັດເລເຮັມ

ແລະ ເຕີບໃຫຍ່ຢູ່ເມືອງ ນາຊາເລດ ເຊິ່ງປະຈຸບັນກໍ່ຄືປະເທດ ອິດສະລາເອລ.

       ຕາມຫຼັກຖານໃນພະຄຳພີໄດ້ບັນທຶກວ່າ ພຣະເຢຊູຄຣີສ ເຈົ້າປະສູດໃນສະໄໝ

ທີ່ຈັກກະພັດ ຊີຊາ ອອກກຸດສະຕຸ ແຫ່ງອານາຈັກໂລມັນເຊິ່ງເພິ່ນໄດ້ສັ່ງໃຫ້

ຈົດທະບຽນສຳມະໂນຄົວທົ່ວທັງແຜ່ນດິນໂດຍຝ່າຍຄີລີນີອັສເຈົ້າເມືອງຊີເລຍກໍ່

ຮັບນະໂຍບາຍໄປປະຕິບັດໃຫ້ມີການຈົດທະບຽນສຳມະໂນຄົວທົ່ວທັ້ງອານາເຂດ,

ແຕ່ໃນພະຄຳພີບໍ່ໄດ້ລະບຸວ່າພຣະເຢຊູປະສູດວັນຫຼືເດືອນອັນໃດເລີຍ.

 

ທາງດ້ານນັກປະຫວັດສາດກໍ່ມີຄວາມເຫັນທີ່ແຕກຕ່າງອອກໄປໂດຍໄດ້ວິເຄາະວ່າ,

ທີຈິງແລ້ວມື້ວັນທີ 25 ທັນວາ ເປັນວັນທີ່ຈັກກະພັດເອົາເລລຽນແຫ່ງໂລມັນ

ກຳນົດໃຫ້ເປັນວັນສະຫຼອງວັນເກີດຂອງສຸລິຍະເທບຕັ້ງແຕ່ປີ ຄ.ສ.274,

ຄົນໂລມັນສ່ວນຫຼາຍນັບຖືເທບພະເຈົ້າສະຫຼອງໃນມື້ນີ້ກໍ່ຄືກັບວ່າເປັນວັນ

ສະຫຼອງຂອງຈັກກະພັດໄປໃນໂຕນຳພ້ອມ, ເພາະຈັກກະພັດກໍ່ປຽບໄດ້ວ່າ

ເປັນດວງຕາເວັນທີ່ໃຫ້ຄວາມແຈ້ງສະຫວ່າງແກ່ຊີວິດມະນຸດ, ແຕ່ວ່າພວກຄົນ 

ຄຣີສທີ່ຢູ່ໃນຈັກກະພັດໂລມັນລວມທັງຄົນໂລມັນທີ່ປ່ຽນໄປນັບຖືສາສະໜາຄຣີສ

ອຶດອັດໃຈທີ່ຈະສະຫຼອງວັນເກີດຂອງສຸລິຍະເທບຈຶ່ງຫັນມາສະຫຼອງວັນເກີດຂອງ

ພຣະເຢຊູເຊິ່ງປຽບທຽບດັ່ງແສງສະຫວ່າງຂອງໂລກ ແລະ ຄືກັບເດືອນ

ທີ່ເປັນແສງສະຫວ່າງໃນຕອນກາງຄືນແທນ, ຫຼັງຈາກທີ່ພວກຄົນຄຣີສ

ຖືກຄວບຄຸມເສລີພາບທາງສາສະໜາຕັ້ງແຕ່ປີ ຄ.ສ.64-313 ຈົນເຖິງ

ວັນທີ 25 ທັນວາ ປີ ຄ.ສ 330 ຜູ້ຄົນຊາວຄຣີສຈຶ່ງໄດ້ເລີ່ມສະເຫຼີມສະຫຼອງວັນ

Christmas ຢ່າງເປັນທາງການ ແລະ ເປີດເຜີຍ.

 

ເທດສະການ ຄຣີສ໌ມາສ໌ ຈຶ່ງເປັນວັນແຫ່ງການສະເຫຼີມສະຫຼອງວັນປະສູດຂອງ

ພຣະເຢຊູຄຣີສ ແລະ ເປັນການສະຫຼອງຄວາມຮັກທີ່ພະເຈົ້າມີຕໍ່ມະນຸດ

 ໂລກເຮົາໂດຍພະເຈົ້າໄດ້ສົ່ງລູກຊາຍຂອງພະອົງຄື “ພຣະເຢຊູ” ລົງມາ

ເກີດເປັນມະນຸດ ເພື່ອຊ່ວຍໄຖ່ບາບ ແລະຊ່ວຍໃຫ້ມະນຸດໂລກຫຼຸດພົ້ນຈາກການ

 ເຮັດຊົ່ວນັ້ນເອງ, ດັ່ງນັ້ນໃນມື້ນີ້ຖືວ່າເປັນມື້ທີ່ມີຄວາມໝາຍສຳຄັນຫຼາຍ

ສຳຫຼັບຜູ້ທີ່ນັບຖືສາສະໜາຄຣີສທົ່ວໂລກ ແລະມີການສົ່ງບັດອວຍພອນ,

ໃຫ້ຂອງ  ຂັວນແກ່ກັນແລະກັນ ລວມທັງປະດັບປະດາຕົກແຕ່ງບ້ານເຮືອນ

ດ້ວຍແສງໄຟ ແລະ ຕົ້ນຄຣີສມາສ ຢ່າງຈົບງາມ.

 

ອົງປະກອບໃນງານວັນ ຄຣີສ໌ມາສ໌

1.   ຊັນຕາຄຣອສ໌

2.   ຖົງຕີນ

 

 

3.   ຕົ້ນ ຄຣີສ໌ມາສ໌

4.   ຕົ້ນຮອລລີ Holly

5.   ດອກໄມ້ ຄຣີສ໌ມາສ໌ ຫຼື Poindettia

 

6.   ດອກໄມ້ ຄຣີສ໌ມາສ໌ Christmas Rose

 

7.   ເພງວັນຄຣີສ໌ມາສ໌

     Merry christmas

Merry, merry, merry, merry Christmas bells,
O sweetly, sweetly chime,
Let your sweetest music on the breezes swell,
O merry, merry Christmas time.

1. Christ is born and he is King,
Let all the earth and angels sing,
While all our hearts and voices blend,
In this our glad refrain; O, 

2.  Banish ev'ry tho't of care,
Let mirth and music fill the air,
Our hearts are full of love and joy,
There's naught can us annoy; O, 

3. We are happy, bright and free,
And we will sing our merry glee,
So come and join us in our song,
And help the mirth along; O, 

8.   ຄຳອວຍພອນວັນຄຣີສ໌ມາສ໌

 

9.   ສີປະຈຳວັນຄຣີສ໌ມາສ໌

 

   - ສີແດງ: ເປັນສີຂອງໝາກຮອນລີ່ ຫຼື ຊັນຕາຄອສ໌, ເປັນສີຂອງເດືອນທັນວາ

 

   - ສີຂຽວ: ເປັນສີຂອງຕົ້ນໄມ້, ສັນຍາລັກຂອງທຳມະຊາດ

 

   - ສີຂາວ: ເປັນສີຂອງຫິມະ ແລະ ເປັນສັນຍາລັກຂອງສາສະໜາ

 

   - ສີທອງ: ເປັນສີຂອງທຽນ ແລະ ດວງດາວ, ເປັນສັນຍາລັກຂອງຕາເວັນ ແລະ ແສງສະຫວ່າງ

 

10. ການເຮັດມິສຊາທ່ຽງຄືນ

 

11. ທຽນ ແລະ ພວງມາໄລ

  

 

12. ລະຄັງວັນຄຣີສ໌ມາສ໌

 

13. ດາວ

 

14. ເຄື່ອງປະດັບ ແລະ ແອັບເປິ້ນ

15. ຂອງຂວັນວັນຄຣີສ໌ມາສ໌

 

 

 

 

 

ເອົາມາຈາກ www.kapook.com

ຂຽນເມື່ອ ຂຽນເມື່ອ: ທ.ວ.. 15, 2009 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ມາແລ້ວເດີ້ ເພງຕອບກັບເພງ ຊັງສາວອອນລາຍ

ວັນວານ ຊິໃສ່ຊື່ເພງວ່າ  .... ຄອຍອ້າຍມາເມັ້ມ...  ... ອິອິອິ

ເປັນຈັ່ງເດີກະອ່ານໆລະກະ ຊ້ອມໆຮ້ອງກັນຫຼິ້ນໆເດີ້ພີ່ນ້ອງ

ແຕ່ງໂດຍ: ອ້າຍເມຍນອນມາອອນລາຍ


* ໃນໂລກໄຊເບີ້ ອ້າຍເສົ້າໝອງເໝີ່ໃນອິນເຕີເນັຕ
ໂລກໄຮ້ຂອບເຂດ ເປັນເຫດໃຫ້ອ້າຍຊ້ຳໃຈ
ຜູ່ສາວເມີນໜ້າ ບໍ່ມາເມັ້ນໃນໂປຣໄຟລ໌
ສົງສານຜູ່ບ່າວອອນໄລນ໌ ຫັນມາສົນໃຈນ້ອງແນ່ເປັນຫຍັງ

** ມາຂຽນຄອມເມັ້ນ ແອັດເປັນໝູ່ແນ່ເດີອ້າຍ
ສາວຄົນອື່ນໜ່າຍ ແຕ່ໂປຣໄຟລ໌ນ້ອງຄົນຈິງຈັງ
ອ້າຍເຄີຍຖືກສາວ ຕົວະເອົາຢ່າເໝົາຊິງຊັງ
ຍິງທີ່ຈິງໃຈຈິງຈັງ ຢາກບອກດັງໆວ່າຍັງຄອຍອ້າຍ

R* ໂປຣໄຟລ໌ຄົນອື່ນ ເຂົາຕື່ມແຕ້ມແຕ່ງສີສັນ
ປ່ຽນຮູບປ່ຽນຊື່ທຸກວັນ ປອມກັນເຫັນມີມາກມາຍ
ແຕ່ແຊັຕກັບນ້ອງ ຮັບຮອງບໍ່ມີໝອງໃຈ
ທັກທາຍໜ້າໄມລ໌ຫລັງໄມລ໌ ດ້ວຍຄວາມເຕັມໃຈຄອຍອ້າຍມາຫາ

ຈິງໃຈນ້ອງບອກ ຄຳຫລອກບໍ່ມີໃຫ້ເຫັນ
ຄອຍອ້າຍມາເມັ້ນ ແຕ່ໂປຣໄຟລ໌ບໍ່ເດັ່ນງາມຕາ
ສົ່ງຄວາມຫ່ວງໃຍ ຜ່ານທາງອອນໄລນ໌ມາຫາ
ຈິງໃຈຈິງຈັງກໍມາ ນັບວັນຕັ້ງຕາອ້າຍມາແຊັຕນຳ%

 

ເປັນຈັ່ງໃດ ຕຳນິຕິກັນເລີຍເດີ້ພີ່ນ້ອງ

ສຽງຕຳນິຂອງຜູ້ຟັງຜູ້ອ່ານ ຄືສຽງສະຫວັນສຳຫຼັບຄົນແຕ່ງ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2009 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ມື້ນີ້ວັນວານມີເພງມາໃຫ້ຊ້ອມຮ້ອງຫຼິ້ນໆ

ພໍດີເຫັນສະມາຊິກພັນລາວບາງຄົນຂຽນໃດອາລີ່ຈົ່ມວ່າ ສາວພັນລາວບໍ່ຈິງໃຈຊັ້ນດອກ

ວວ ກະເລີຍໄປຂໍເພງຈາກອ້າຍເມຍນອນມາໃຫ້ຊ້ອມຮ້ອງກັນຫຼິ້ນໆ ມ່ວນໆ

ອັນນີ້ເປັນສະບັບຂອງຜູ້ຊາຍ ຕໍ່ໄປຈະມີແບບສະບັບຂອງຜູ້ຍິງອອກມາຕອບຄືນ 

ລອງອ່ານກັນຫຼິ້ນໆເນາະ alt

ເພງ: ຊັງສາວອອນໄລນ໌

ເນື້ອຮ້ອງໂດຍ: ອ້າຍເມຍນອນມາອອນລາຍ

* ໃນໂລກໄຊເບີ້ຣ໌...ອ້າຍມານັ່ງເກີ້ຜ່ານອິນເຕີເນັດ

ໂລກໄຮ້ຂອບເຂດ...ມາເຮັດໃຫ້ເຮົາຊ້ຳໃຈ

ໄດ້ຮູ້ຈັກສາວ...ແກ້ມຂາວໃນເວັບອອນໄລນ໌

ນ້ອງແຊັຕມາອ້າຍກໍແຊັຕໄປ....ພໍມີແຮງໃຈ ສູ້ວຽກສູ້ງານ

 

** ວັນເດືອນເຄື່ອນຍ້າຍ ..ກາຍເປັນສ່ວນໜຶ່ງຊີວິດ

ແຊັຕໄປເລີ່ມຕິດ...ສະໜິດໃກ້ຊິດສຳພັນ

ນ້ອງຂຽນຄັອມເມັ້ນ...ແນມເຫັນຍັງເກັບໄປຝັນ

ໜ້າຕາບໍ່ເຄີຍເຫັນກັນ...ມັນບໍ່ສຳຄັນຄົບກັນທີ່ໃຈ

 

R* ແຕ່ມາບັດນີ້ ...ຄົນດີຄືເປັນລາຍຕ່າງ

ໂປໄຟລ໌ອ້າຍກາຍເປັນຄວາມຫຼັງ...ຫຼືນາງຫຼົບຢູ່ຫຼັງໄມຄ໌

ຂໍ້ຄວາມບອກຊີ້...ວ່າຄົນດີກຳລັງອອນໄລນ໌

ກຳລັງອ່ອມບອນກັບໃຜ....ຈຶ່ງປ່ອຍໃຫ້ອ້າຍນັ່ງເຝົ້າຄອຍນາງ

 

*** ຈິງໃຈເຄີຍບອກ...ຄຳຫຼອກຊວນໃຫ້ງົມງາຍ

ຫຼົງເຊື່ອຄົນງ່າຍ...ປ່ອຍໃຈບໍ່ໄດ້ລະວັງ

ຂໍ້ຄວາມຄັອມເມັ້ນ...ເປັນພຽງຄາລົມຫວານນາງ

ຈິງໃຈກັນແນ່ເປັນຫຍັງ...ເກີນເປັນຕາຊັງ ຜູ້ສາວອອນໄລນ໌

 

ເປັນແນວໃດ ຕຳນິຕິກັນເລີຍເດີ້ພີ່ນ້ອງ alt

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2009 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

alt

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ


alt

ກ - ເກັບເຮົາໄວ້ໃນໃຈເຂົາ

ຂ - ເຂົ້າໃຈເຮົາ

ຄ - ຄອຍເປັນກຳລັງໃຈໃຫ້ເຮົາ

ງ - ງໍ້ເຮົາເມື່ອຮູ້ວ່າຂະເຈົ້າຜິດ

ຈ - ຈັບມືເຮົາເມື່ອຕ້ອງການໃຫ້ກຳລັງໃຈ

ສ - ສຶກສານິໄສທີ່ແທ້ຈິງຂອງເຮົາ

ສ - ສັງເກດຄວາມປ່ຽນແປງໃນຕົວເຮົາ

ຊ - ຊື່ໆກັບຄວາມໃຈຮ້ອນຂອງເຮົາ

ຊ - ຊ່ອຍເຫຼືອເຮົາ

ຊ - ຊື່ສັດກັບເຮົາ, ເຮັດດີກັບເຮົາສະເໝີ

ດ - ດີກັບເຮົາ

ຕ - ຕິດຕາມຂ່າວຄາວຄວາມເປັນໄປຂອງເຮົາ

ຖ - ໄຖ່ຖາມທຸກສຸກ

ທ - ທຳມະທຳໂມກັບເຮົາ

ນ - ນັບຖືເຮົາ ແລະ ເປັນຕາຮັກໃນສາຍຕາຂອງເຮົາ

ບ - ບອກຄວາມຈິງແກ່ເຮົາ

ປ - ປອບໃຈເມື່ອເຮົາທໍ້

ຜ - ຜາຍ(ແບ) ມືຕ້ອນຮັບເຮົາສະເໝີ

ຝ - ຝາກຄວາມຈິງໃຈໄວ້ກັບເຮົາ

ພ -  ເພີ່ມພະລັງໃຫ້ແກ່ເຮົາ

ພ - ພູມໃຈໃນຕົວເຮົາ

ຟ - ຟັງເຮົາສະເໝີ

ມ - ມອບສິ່ງດີໆໃຫ້ແກ່ເຮົາ

ຍ - ຍົກໂທດໃຫ້ແກ່ເຮົາ

ຍ - ຍ່າງຄຽງຂ້າງເຮົາ

ຮ - ເຮັດໃຫ້ຊີວິດຂອງເຮົາປ່ຽນໄປ

ຮ - ຮັກເຮົາທີ່ເຮົາເປັນເຮົາ

ຮ - ເຮຮາກັບເຮົາໄດ້ທຸກເວລາ

ລ - ລະອຽດອ່ອນກັບຄວາມຮູ້ສຶກຂອງເຮົາ

ວ - ໄວ້ໃຈເຮົາ

ຫ - ເຫັນຄຸນຄ່າຂອງເຮົາ

ອ - ອະທິບາຍສິ່ງທີ່ເຮົາບໍ່ເຂົ້າໃຈ


ຈາກ Forward mail. ມີຄົນສົ່ງມາໃຫ້ ບອກໃຫ້ສົ່ງຕໍ່ໃຫ້ຄົບ 20 ແລ້ວຈະສົ່ງໃຫ້ໃຜລະນີ້ (alt ຄິດບໍ່ອອກ)

                                          ເອົາມາຂຽນຢູ່ນີ້ຊະໜ້າຈະດີກວ່າ ເຜື່ອມີຄົນຢາກອ່ານ

                                            ຖ້າຊ້ຳກໍ່ກໍອະໄພເດີ້ພີ່ນ້ອງພັນລາວ




ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2009 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


ໃນວັນນີ້ .............ວັນທີ່..........ບໍ່ມີເຈົ້າ

ມັນແສນໂສກ.....ແສນເສົ້າ.......ເຫງົາເຫຼືອຫຼາຍ

ໃນວັນນີ້............ວັນທີ່............ເຈົ້າຈາກໄປ

ນອນຮ້ອງໄຫ້....ນ້ຳຕາໄຫຼ.......ຫລົ່ນລົງມາ

 

ວັນນັ້ນໜາ........ທີ່ເຮົາ............ໄດ້ມາພໍ້

ເຈົ້າຍັງມາ..........ກອດຄໍ..........ພໍໃຈຫຼາຍ

ວັນທີ່ເຮົາ..........ທັງສອງ.........ຄຽງຂ້າງກາຍ

ໄປຫົນໃດ.........ເຮົາໄດ້............ຄຽງຄູ່ກັນ

 

ແຕ່ວັນນີ້..........ເຈົ້ານັ້ນ...........ມາໄລຈາກ

ມາພັດພາກ......ຈາກໄປ...........ໄກສຸດແສນ

ໄປພັກຢູ່..........ບ້ານເພິ່ນ.........ໄກສຸດແດນ

ຂ້ອຍສຸດແສນ...ເສົ້າໃຈ............ອາໄລເອີຍ

 

ເຄີຍຄຽງຄູ່.......ຢູ່ຊ້ອນ...........ນອນຄຽງຂ້າງ

ເຈົ້າມາຫ່າງ......ຫາຍໄປ...........ເໝືອນກັບຝັນ

ຄືນແລະເວັນ....ຄິດເຫັນ..........ໜ້າທຸກວັນ

ມອມແມມນັ້ນ..ຍັງຢູ່ໃນ..........ໃຈວັນວານ .....ອິອິ..

alt

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2009 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເພື່ອນໝູ່ພ້ອງ..................ມີຫຼາກຮ້ອຍພັນ

ກິນນຳກັນ.......................ຫັນເປັນອື່ນໄດ້

ຫາຍາກໄຮ້......................ເພື່ອນຕາຍແທນທີ່

ງ່າຍອີຫຼີ..........................ເພື່ອນທີ່ຮ່ວມກິນ .. ນັ້ນນາ


ເພື່ອນຄຳນີ້.....................ມີຫຼາກຄວາມໝາຍ

ຕາຍຈາກໄປ...................ບໍ່ຫາຍສູນສິ້ນ

ຫາເຫັນພໍ້.......................ບໍ່ອຶດເພື່ອນຢາກ

ຍາກຍິ່ງແທ້.....................ເພື່ອນທີ່ຮັກຈິງ ..ທ່ານເອີຍ

 

alt

                                            ໂດຍ ວວ ວັນວານ

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ຕໍ່ຈາກໄດອາລີ່ກອ່ນ ລວມກັບ 50 ຂໍ້ກ່ອນກະເປັນ 100 ພໍດີ

ບາງຂໍ້ກະຕື່ມໃສ່ເອງແນ່ ບໍ່ຖືກຕາມຕົ້ນສະບັບເດີມປານໃດ

                                ໄປອ່ານກັນເລີຍ

51. ບໍ່ມີໝໍຄົນໃດທີ່ຈະຖ້າໃຫ້ຄົນປ່ວຍໃກ້ຈະຕາຍແລ້ວຈຶ່ງຊ່ວຍ

52. ເພື່ອນເຈົ້າກໍ່ຄືກັນຢ່າປະໃຫ້ເຂົາຕາຍແລ້ວຈຶ່ງໄປຖາມຫາຫຼືເບິ່ງແຍງ

53. ຮ່າງກາຍຄົນບໍ່ແມ່ນເຄື່ອງຈັກ ໃຫ້ມັນພັກຜ່ອນແດ່

54. ເຈົ້າຊື້ໂມງໄດ້ ແຕ່ເຈົ້າບໍ່ສາມາດຊື້ເວລາໄດ້

55. ຕອນນີ້ມີໃຜບາງຄົນຖ້າເຈົ້າຢູ່ຫຼືບໍ່ ຖ້າມີກໍ່ຈົງກັບໄປຫາເຂົາສາ

56. ຕອນນີ້ເຈົ້າກຳລັງລໍຖ້າໃຜບາງຄົນບໍ ແລ້ວຈະລໍຖ້າແບບນີ້ໄປດົນປານໃດ ພະຍາຍາມເຮັດອັນອື່ນແນ່

57. ຢ່າເວົ້າຄຳວ່າຂໍໂທດດຸຫຼາຍ ເພາະມີອີຫຍັງດີໆຕັ້ງຫຼາຍຢ່າງໃຫ້ເຮັດແລ້ວບໍ່ຕ້ອງຕາມໄປຂໍໂທດ

58. ຕອນເຈົ້າທຸກຍາກລຳບາກເຈົ້າຄິດຮອດໃຜ ເຈົ້າຢາກໃຫ້ໃຜຊ່ວຍເຫຼືອ?

59. ຕອນນີ້ເຈົ້າກຳລັງສະບາຍຢູ່ ແລ້ວຄົນທີ່ເຈົ້າຂໍຄວາມຊ່ວຍເຫຼືອຈາກເຂົາເດ ໝົດປະໂຫຍດແລ້ວບໍ?

60. ເຮັດຫຍັງກໍ່ໄດ້ໃຫ້ຕົນເອງມີຄວາມສຸກ ແຕ່ບໍ່ແມ່ນຢູ່ເທິງຄວາມທຸກຂອງຄົນອື່ນ

61. ຕອນນ້ີເຈົ້າກຳລັງອ່ານປະໂຫຍກນີ້ ແລະ ຈົ່ງຈຳໄວ້ວ່າເຈົ້າເປັນຄົນ ແລະ ຍັງມີຊີວິດຢູ່

62. ແມ່ນໃຜເປັນຄົນເຮັດໃຫ້ເຈົ້າມີຊີວິດ ຕອບແທນເຂົາແລ້ວຫຼືຍັງ

63. ບໍ່ຕ້ອງລໍຖ້າຮອດວັນພິເສດໃດໆພຽງແຕ່ເຂົ້າໄປບອກຄຳວ່າຮັກກໍ່ພຽງພໍແລ້ວ

64. ຢ່າຖ້າໃຫ້ຮອດວັນເກີດໝູ່ ແລ້ວຈຶ່ງລົມກັນຫຼືໃຫ້ຂອງຂວັນ

65. ບໍ່ມີກົດໝາຍໃດຫ້າມບໍ່ໃຫ້ຂອງຂວັນໃນວັນທຳມະດາ

66. ຖ້າເປັນເຈົ້າ ຢູ່ດີໆໝູ່ເອົາເຂົ້າໜົມມາໃຫ້ຈະຮູ້ສຶກດີບໍ ຫຼື ຈະເບິ່ງທີ່ລາຄາເຂົ້າໜົມນັ້ນ

67. ເຫຼົ້າເຮັດໃຫ້ເຈົ້າລືມໄດ້ແຕ່ຕອນເມົາ ແຕ່ເພື່ອນເຮັດໃຫ້ເຈົ້າລືມເລື່ອງບໍ່ດີໄດ້ຕະຫຼອດຊີວິດ

68. ຢ່າຄິດວ່າຕົນເອງເປັນຄົນໂຊກຮ້າຍທີ່ສຸດ ແລະ ຢ່າຄິດວ່າຕົນເອງເປັນຄົນໂຊກດີທີ່ສຸດ

69. ຢ່າເວົ້າວ່າເພິ່ນບໍ່ມາເປັນເຮົາບໍ່ຮູ້ດອກ ຖ້າເປັນແນວນັ້ນເຈົ້າກໍ່ບໍ່ຮູ້ເລື່ອງຂອງເຂົາຄືກັນ

70. ຖ້າເມື່ອຍຫຼາຍກໍ່ຢຸດພັກແນ່

71. ຢ່າຄິດວ່າຄົນດີບໍ່ມີໃນສັງຄົມ ເພາະເຈົ້າກໍ່ເປັນຄົນພຽງແຕ່ເຈົ້າຍັງບໍ່ໄດ້ເຮັດອີຫຍັງເທົ່ານັ້ນ

72. ປິດສະໜາໃນເກມເຈົ້າແກ້ໄດ້ ແຕ່ເປັນຫຍັງປິດສະໜາໃນຊີວິດເຈົ້າແກ້ບໍ່ໄດ້ ໃນເມື່ອບົດສະຫຼຸບມັນຢູ່ໃນໂຕເຈົ້າ

73. ເຈົ້າເບິ່ງເພັດຢູ່ຄວາມງາມພາຍໃນ ຫຼື ປ້າຍລາຄາທາງນອກ

74. ຖ້າເຈົ້າກິນອາຫານເຫຼືອ ລອງຄຶດເຖິງເດັກນ້ອຍທີ່ບໍ່ມີຫຍັງກິນແດ່

75. ມີເລື່ອງຫຼາຍເລື່ອງທີ່ບໍ່ໄດ້ຂຽນໃນໜັງສື ລອງຄົ້ນຄວ້າເບິ່ງແລ້ວຈະຮູ້

76. ລູກທະນູທີ່ປ່ອຍອອກຈາກໜ້າໄມ້ ຍັງອັນຕະລາຍໜ້ອຍກວ່າຫອກທີ່ແທງມາຈາກທາງຫຼັງ

77. ການຖືກຫັກຫຼັງເປັນສິ່ງທີ່ເຈັບປວດ ຢ່າໃຫ້ມັນເກີດ

78. ຈະປະໃຫ້ຂີ້ລັກຂຶ້ນບ້ານແລ້ວຈຶ່ງໄປເບິ່ງປະຕູຮົ້ວບໍ?

79. ທຳໃຈກັບສິ່ງຕ່າງໆລ່ວງໜ້າໄວ້ແດ່ກໍ່ດີ

80. ສົມມຸດຄົນທີ່ເຈົ້າຮັກຈາກເຈົ້າໄປໃນຕອນນີ້ ເຈົ້າຄິດວ່າເຈົ້າໄດ້ເຮັດຫຍັງໃຫ້ເຂົາແດ່ແລ້ວ ຫຼືວ່າບໍ່ມີເລີຍ

81. ຢ່າຕອບວ່າ ເຮັດແນວໃດກໍ່ຕອບແທນບໍ່ໝົດ ຂໍຖາມແດ່ວ່າເຮັດຄັ້ງສຸດທ້າຍຕອນໃດ?

82. ເຈົ້າທຳໃຈໄດ້ແລ້ວບໍ ຖ້າມັນເກີດຂຶ້ນ ເຈົ້າໄປຮ້ອງໄຫ້ຂ້າງງານສົບ ແນວໃດເຂົາກໍ່ບໍ່ໄດ້ຍິນ

83. ໂຕຂອງເຈົ້າມີຄ່າຢູ່ແລ້ວ ຢູ່ທີ່ວ່າເຈົ້າຮູ້ຈັກດຶງມັນອອກມາໃຊ້ຫຼືບໍ?

84. ຮຽນເວົ້າກັບໂຕເອງແດ່ ແລ້ວເຈົ້າຈະຮູ້ວ່າມັນມີຫຍັງຕັ້ງຫຼາຍຢ່າງທີ່ເຈົ້າຍັງບໍ່ຮູ້

85. ເຈົ້າໃຊ້ຮ່າງກາຍມາຈັກປີແລ້ວ ໝັ່ນເບິ່ງແຍງມັນແດ່ ຫຼືວ່າເອົາໄວ້ໃຫ້ວິນຍານມີບ່ອນສິງສະຖິດຢູ່ຊື່ໆ

86. ການໃສ່ເສື້ອຜ້າງາມໆ ບໍ່ໄດ້ຊ່ວຍໃຫ້ຮ່າງກາຍດີຂຶ້ນດອກ ທີ່ດີຂຶ້ນເປັນບຸກຄະລິກກະພາບເທົ່ານັ້ນ

87. ຫາຄວາມສຸກຂອງໂຕເອງໃຫ້ພົບ ຮຽນມີຄວາມສຸກແນ່

88. ລອງເຮັດແບບບ້າໆບ໋ອງແດ່ກໍ່ດີ ຢ່າຍຶດຕິດກັບອີຫຍັງຫຼາຍເກີນໄປ

89. ສິ່ງທີ່ເຈົ້າປ່ອຍຜ່ານໆໄປໃນຊີວິດ ຫຼື ເລື່ອງທີ່ເຈົ້າເຫັນວ່າມັນບໍ່ສຳຄັນ ກັບມາເບິ່ງບ່ອນນັ້ນແດ່ກໍ່ດີ

90. ຢ່າໄວ້ໃຈໃຜຫຼາຍເກີນໄປ ບໍ່ໄດ້ສອນໃຫ້ລະແວງບໍ່ໄວ້ໃຈໃຜ ແຕ່ລະວັງແດ່ກໍ່ດີ

91. ຢ່າຕາມເພື່ອນທີ່ມັກກິນເຫຼົ້າ, ຫຼິ້ນໄພ້ ແລະ ມັກຫຼິນສາວ(ບ່າວ) ຫຼາຍຈົນເກີນໄປ

92. ຢາເສບຕິດທຸກຊະນິດຢ່າຄິດຈະລອງເດັດຂາດ

93. ຢ່າເຮັດຕາມໝູ່ເພາະຮ່າງກາຍເຂົາກັບເຮົາມັນຕ່າງກັນ ແນ່ນອນຈິດໃຈກໍ່ຕ່າງກັນ

94. ຜູ້ຊາຍຈັ່ງໃດກໍ່ເປັນຜູ້ຊາຍ ຜູ້ຍິງຈັ່ງໃດກໍ່ເປັນຜູ້ຍິງ

95. ບາງຄັ້ງກາຍຢູ່ຄົນດຽວກໍ່ບໍ່ໄດ້ເລວຮ້າຍສະເໝີໄປ

96. ບໍ່ມີມິດຖາວອນແລະສັດຕູທີ່ແທ້ຈິງ

97. ຈົ່ງເຮັດມື້ນີ້ໃຫ້ດີທີ່ສຸດ ເພື່ອຕົວເຮົາເອງ ຄົນທີ່ເຮົາຮັກ ແລະ ຄົນທີ່ຢູ່ອ້ອມຂ້າງເຮົາ

98. ຢ່າຄິດວ່າຕົນເອງຖືກຕະຫຼອດ

99. ຢ່ານ້ອຍໃຈເກີນເຫດ ເພາະອີຫຍັງທີ່ເກີນໆມັນບໍ່ຄ່ອຍຈະດີ

100. ຢ່າຄິດວ່າຕົນເອງບໍ່ມີໝູ່ ຫຼື ບໍ່ມີໃຜ ຢ່າງໜ້ອຍຖ້າເຈົ້າໄດ້ອ່ານຂໍ້ຄວາມນີ້

         ກໍ່ຈົ່ງຮູ້ໄວ້ວ່າຍັງມີຜູ້ພິມຄົນນີ້ອີກຄົນ

 

ທີ່ມີ http://www.dhammadelivery.com/teaching-detail.php?tea_id=19

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2009 | ມີ 26 ຄຳເຫັນ ແລະ 0 trackback(s)

ຖ້າຊ້ຳກໍ່ຂໍອະໄພມານະທີ່ນີ້ ພໍດີໄປອ່ານພົບມາ

alt

1. ເອົາໃຈເຂົາມາໃສ່ໃຈເຮົາ

2. ເຊື່ອໝັ້ນໂຕເອງ

3. ຢ່າເບິ່ງຄົນອື່ນຢູ່ແຕ່ໜ້າຕາຢ່າງດຽວ

4. ກ້າຄິດ, ກ້າເວົ້າ ແລະ ກ້າເຮັດ

5. ເມື່ອມີບັນຫາ ຈົ່ງໝັ່ນປຶກສາຄົນອື່ນທີ່ເຮົາໄວ້ໃຈ

6. ແລະກໍ່ເປັນທີ່ປຶກສາໃຫ້ຜູ້ອື່ນນຳ

7. ຢ່າຂີ້ຕົວະໃນເລື່ອງທີ່ເຈົ້າຄິດວ່າຜິດ

8. ໄວ້ໃຈບຸກຄົນທີ່ສົມຄວນໄວ້ໃຈ

9. ເປີດໃຈໃຫ້ກວ້າງ

10. ເບິ່ງການໄກ

11. ວາງແຜນອະນາຄົດ

12. ຢ່າໂທດໂຕເອງ

13. ມີຄວາມຮັບຜິດຊອບ

14. ຕອບແທນເມື່ອໄດ້ຮັບ

15. ໃຫ້ໃນສິ່ງທີ່ຜູ້ອື່ນຢາກໄດ້ ແລະ ບໍ່ມີ

16. ຢ່າໃຊ້ແຕ່ອາລົມ ແຕ່ຈົ່ງໃຊ້ຄວາມຄິດ

17. ຄິດເຖິງສ່ວນລວມໃຫ້ຫຼາຍໆ

18. ເບິ່ງແຍງຕົນເອງໃຫ້ເປັນ

19. ຮູ້ຜິດ, ຖືກ, ຊົ່ວ, ດີ

20. ຢ່າປະໃຫ້ເວລາເສຍໄປລ້າໆ

21. ຢ່າເຫັນຄ່າສິ່ງທີ່ຢູ່ກັບເຮົາເມື່ອເຮົາເສຍມັນໄປແລ້ວ

22. ຮູ້ຈັກໂຕເອງຢູ່ສະເໝີວ່າຕອນນີ້ກຳລັງເຮັດຫຍັງ

23. ສິ່ງທີ່ເຮົາເຮັດຢູ່ມີຜົນດີ, ຜົນເສຍ ຫຼື ບໍ່ມີປະໂຫຍດເລີຍ

24. ຢ່າໃຫ້ງົວເສຍແລ້ວຈຶ່ງເຮັດຄອກຂັງໄວ້

25. ໃຫ້ອະໄພແກ່ຕົນເອງ ແລະ ຜູ້ອື່ນ

26. ຢ່າເກັບເອົາອາດີດມາທຳລາຍຕົນເອງ ແຕ່ຈົ່ງຮຽນຮູ້ຈາກມັນ

27. ຄົນທີ່ບໍ່ເຄີຍເຮັດຜິດຄືຄົນທີ່ບໍ່ເຄີຍເຮັດຫຍັງເລີຍ

28. ໄດ້ໜ້າຢ່າລືມຫຼັງ

30. ເຈົ້າບໍ່ແມ່ນເທວະດາ ຢ່າໄປຄິດສ້ອມແປງຄວາມຄິດ ແຕ່ຈົ່ງຄິດທີ່ຈະເບິ່ງແຍງມັນ

31. ຢ່າອ່ານຂໍ້ຄວາມທີ່ມີປະໂຫຍດແບບຜ່ານໄປຊື່ໆ

32. ອ່ານແລ້ວຄິດ, ຄິດແລ້ວເຮັດ, ໝັ່ນພັດທະນາຕົນເອງ

33. ສ້າງປະໂຫຍດໃຫ້ແກ່ສ່ວນລວມແດ່

34. ຢ່າເຫັນແກ່ໂຕ

35. ຢ່າລໍຖ້າໃນສິ່ງທີ່ຍັງມາບໍ່ເຖິງ

36. ຢ່າຢ້ານໃນສິ່ງທີ່ຕົນເອງສາມາດສູ້ ແລະ ປ່ຽນແປງມັນໄດ້

37. ກຳລັງໃຈເປັນສິ່ງທີ່ສຳຄັນ ໝັ່ນຕື່ມໃຫ້ຄົນອື່ນແນ່ ແລ້ວເຂົາຈະກັບມາຕື່ມໃຫ້ເຈົ້າເຊັ່ນກັນ

38. ໝູ່ເພື່ອນບໍ່ຈຳເປັນຕ້ອງພົບໜ້າກັນ ແຕ່ກໍ່ລົມກັນໄດ້

39. ຢ່າຄິດວ່າເຂົາບໍ່ໂທມາ ຖ້າເຈົ້າກໍ່ບໍ່ໂທໄປ

40. ຈົ່ງເປັນຝ່າຍໃຫ້ຫຼາຍກວ່າເປັນຝ່າຍຮັບ

41. ເບິ່ງແຍງພໍ່ແມ່ໃຫ້ດີເມື່ອເຈົ້າມີໂອກາດ ກ່ອນທີ່ຈະບໍ່ມີໂອກາດເບ່ິງແຍງເພິ່ນ

42. ຢ່າເສຍໃຈກັບສິ່ງທີ່ບໍ່ດີ ຫຼືສູນເສຍໄປແລ້ວ ມັນບໍ່ມີທາງກັບມາ ແຕ່ເຈົ້າສາມາດເຮັດມັນໃໝ່ ຫຼືຮຽນຮູ້ຈາກມັນ

43. ຄຳເວົ້າເມື່ອເວົ້າໄປແລ້ວ ບໍ່ສາມາດເອົາກັບຄືນມາໄດ້ ດັ່ງນັ້ນຈົ່ງຄິດກ່ອນເວົ້າ

44. ຢ່າທຸ່ມເທໃນສິ່ງທີ່ບໍ່ມີປະໂຫຍດ

45. ຄຳເວົ້າໃຫ້ກຳລັງໃຈໄດ້, ປອບໃຈໄດ້, ຍຸແຍ່ໃຫ້ຄົນຜິດກັນຫຼື ຂ້າກັນໄດ້, ເຮັດໃຫ້ເສຍຄວາມຮູ້ສຶກໄດ້ ດັ່ງນັ້ນຈົ່ງຮູ້ທີ່ຈະເວົ້າຄຳໃດໃນເວລາໃດ

46. ຊີວິດບໍ່ແມ່ນເກມ, ພາດໄປແລ້ວບໍ່ສາມາດຈະກົດເລີ່ມໃໝ່ ຫຼື ໂຫຼດໃໝ່ໄດ້

47. ຫາຈຸດໝາຍໃຫ້ແກ່ຊີວິດ

48. ຄຽດໄດ້ ແຕ່ຄຽດໃຫ້ເປັນ

49. ຖ້າງົງ ຂຽນໜັງສືໄດ້ ແຕ່ຂຽນໃຫ້ເປັນພາສາ

50. ມື້ໜຶ່ງໆ ເຈົ້າເຮັດຫຍັງແດ່ ທີ່ບໍ່ແມ່ນ ກິນ, ນອນ ລະກະ ຫຼິ້ນ


ມື້ນີ້ ກ່າຍມາ 50 ຂໍ້ກ່ອນ ທໍ່ນີ້ຄົນອ່ານກໍ່ຄືຊິຄ້ານອ່ານລະເນາະ

ທີ່ມາ http://www.dhammadelivery.com/teaching-detail.php?tea_id=19

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2009 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ໄດ້ແຕ່ກາຍໄປລະກະກາຍມາ ມື້ວານນີ້ມີໂອກາດດີກໍ່ເລີຍແວ່ເຂົ້າໄປເບິ່ງ

ວັດທີ່ມີຄຸນຄ່າຫຼາຍຢ່າງທາງດ້ານປະຫວັດສາດ ນັ້ນກໍ່ຄື ວັດສີສະເກດນັ້ນເອງ

ຜ່ານທາງສາຍນີ້ເປັນປະຈຳແຕ່ກໍ່ບໍ່ເຄີຍໄດ້ເຂົ້າໄປເບິ່ງ ມື້ວານນີ້ໄດ້ເຂົ້າໄປເລີຍເອົາຮູບມາຝາກ

ເຊື່ອວ່າຫຼາຍຄົນຄືຊິເຫັນແລ້ວເນາະ

ປະຫວັດຫຍໍ້ ຂອງວັດສີສະເກດ

alt

 

ພະພຸດທະຮູບທີ່ບໍ່ສົມບູນ ແລະ ສິ້ນສ່ວນຕ່າງໆ

(ຖືກທຳລາຍໃນສະໄໝສົງຄາມ ບໍ່ຈື່ວ່າປີໃດ )

alt

 

ອົງພະພຸດທະຮູບອ້ອມຮອບວັດ

alt

 

ພະພຸດທະຮູບນ້ອຍຈຳນວນຫຼວງຫຼາຍຢູ່ໃນຝາຜະໜັງວັດ

alt

 

ບ່ອນປະທັບຂອງອົງພະພຸດທະຮູບ

alt

 

 ບໍ່ໄດ້ຕັ້ງໃຈຖ່າຍຮູບກະເລີຍອອກມາເປັນແນວນີ້ ໄດ້ທໍ່ນີ້

ໃຜຍັງບໍ່ເຄີຍເຂົ້າໄປກໍ່ຫາເວລາເຂົ້າໄປເບິ່ງ ເຂົ້າໄປໃນນັ້ນແລ້ວນຶກພາບເຫັນສະໄໝສົງຄາມ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 21, 2009 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

                           ສຳລັບຄົນທີ່ມີເວລາຫວ່າງໆ ກະອ່ານຫຼິ້ນໆເນາະ

 

ບຸນຄຸນພໍ່ແມ່ນີ້.......................ໜັກເກິ່ງທໍລະນີ

ໃຜຜູ້ຍໍມືນົບ..........................ຫາກຊິດີເມືອໜ້າ

ຄຳວາຈາເພິ່ນເວົ້າ..................ທຸກໆອັນມັນບໍ່ຜິດ

ຄິດໃຫ້ດີກ່ອນເຈົ້າ..................ຊິຈາຮ້າຍພໍ່ແມ່ຕົນ  ..ນັ້ນນາ


ບິດາມານດາເຈົ້າ...................ໃຫ້ກຳເນີດເກີດຕົນມາ

ເປັນເວລາຫຼາຍເດືອນ............ສົ່ງສະເທືອນຢູ່ໃນທ້ອງ

ມານດາຄອງຄອຍໃຫ້...........ດົນປານໃດຊິເຫັນລູກ

ສຸກທຸກມັນທຽບເທົ່າ............ຍາມເກີດເຈົ້າອອກມາ.. ທ່ານເອີຍ


ໃຜເຄີຍຈາດ່າຮ້າຍ...............ໃຫ້ພໍ່ແມ່ຂອງຕົນ

ຂໍຈົງຫົນຫວນຄິດ................ຊີວິດຕອນຍັງນ້ອຍ

ພໍ່ແມ່ຄອຍຫາໃຫ້................ອາຫານໃດທີ່ລູກຢາກ

ເຖິງລຳບາກຍາກແຄ້ນ.........ຂໍໃຫ້ເຈົ້າອີ່ມອຸລາ... ກໍ່ພໍແລ້ວ


ທັງອາພອນຜືນຜ້າ..............ນາໆອັນພັນປະສົງ

ເຈາະຈົງຊອກຫາມາ............ເພື່ອແກ້ວຕາດວງນີ້

ຍາມລູກມີເຈັບໄຂ້................ທຸກກາຍໃຈນອນບໍ່ຫຼັບ

ຄອຍຈັບຄີງຟັງໄຂ້...............ເຊັດກາຍເຈົ້າຢູ່ບໍ່ເຊົາ..ແທ້ເນີ

 

ຍາມເມື່ອລູກໃຫຍ່ຂຶ້ນ..........ມີໜ້າທີ່ການງານ

ຢ່າໄດ້ລະໄລລືມ..................ພໍ່ແມ່ມານດາແກ້ວ

ແນວໃດເພິ່ນຢາກໄດ້...........ອາຫານໃດທີ່ເພິ່ນມັກ

ຝັກໄຝ່ຫາມາໃຫ້.................ຢ່າໄດ້ຄິດວ່າເປືອງ..ເຈົ້າເອີຍ

 

ໂດຍ ວວ ວັນວານ

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 29, 2009 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

alt


ແມວນ້ອຍໆ................ເສົ້າລະທົມ...........ຂົມຂື່ນຈິດ

ເມື່ອຊີວິດ....................ເກີດມາເປັນ..........ລູກກຳພ້າ

ນອນເຫງົາຫງອຍ.......ແສນເສົ້າສ້ອຍ.......ປວດອຸລາ

ວາດສະໜາ................ໂຕແມວນ້ອຍ........ແສນເສົ້າຈິງ

 

ທຸກສິ່ງຢ່າງ................ອານິຈັງ................ເທິງໂລກນີ້

ມັນບໍ່ມີ......................ທຸກສິ່ງທີ່..............ແນ່ນອນໄດ້

ແມ່ນແຕ່ແມ່...............ໃຫ້ເກີດແກ່...........ກາຍແລະໃຈ

ຍັງປະໄດ້...................ປ່ອຍລູກໄວ້..........ຢູ່ລຳພັງ

 

ອານິຈັງ....................ນັ່ງແລະນອນ.........ກໍ່ວອນຮ້ອງ

ສຽງດັງກ້ອງ............ວ່າແມວແມວ...........ຮ້ອງໂຫຍຫາ

ປານໃດໜໍ................ແມ່ຂອງລູກ............ຈະກັບມາ

ຫຼືວ່າແມ່..................ຈາກໄລລາ..............ໂລກແລ້ວເອີຍ

 

ແມ່ເອີຍແມ່.............ແມ່ຮູ້ບໍ...................ວ່າລູກໜາວ

ລູກຫິວເຂົ້າ.............ລູກຫິວນົມ............ລະທົມຮ້ອງ

ອ້ອມອົກແມ່...........ແມ່ເທົ່ານັ້ນ.............ລູກໝາຍປອງ

ລູກເຝົ້າຄອງ..........ລູກເຝົ້າຄອຍ............ເສົ້າສ້ອຍໃຈ .....

 

ໂດຍ ວວ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

 

 

ດວງອາທິດສາດແສ່ງລົງມາດ້ວຍລັດສະໝີອັນຮ້ອນແຮງເຮັດໃຫ້ຖະໜົນຫົນທາງມີມວນອາຍ

ຮ້ອນຄືດັ່ງກັບແປວໄຟເມື່ອເວລາມັນຕ້ອງກັບແສງຕາເວັນ,

ທ້າວ ຕາ ນັ່ງຢູ່ກ້ອງຕະລ່າງເຮືອນຮ້ານຂອງຕົນ ເອົາມືກ່າຍຫົວເຂົ່າທີ່ຕັ້ງຊັນຂຶ້ນ

ພ້ອມທັງເຮັດສີໜ້າອຸກອັ່ງໃຈ ແລະ ຈົ່ມພຶມພຳຢູ່ຄົນດຽວ

ຂະນະດຽວກັນນັ້ນ ທ້າວຈັນກຳລັງຍ່າງມາແຕ່ບ້ານໃຕ້

ເລີຍສອດສາຍຕາມາເຫັນສ່ຽວຂອງຕົນນັ່ງເຮັດຊົງຄືຄົນບໍ່ສະບາຍເລີຍ

ໄດ້ຍ່າງເຂົ້າມາຫາຖາມຂ່າວຖາມຄາວ

 

 

ຈັນ: ເຮີ່ຍ! ຕາ ເປັນຫຍັງສ່ຽວໂຕຄືວ່າມາເຮັດໜ້າຕາປານຄົນຊິລາໂລກແທ້

ແລ້ວລູກເມຍໂຕໄປໃສໝົດຄືວ່າເຮືອນມິດຈີ່ລີ່

 

ຕາ: ໂອ້ຍ! ເຮົາລະອຸກໃຈນຳເມຍເຮົານີ້ລະສ່ຽວເອີ້ຍ ຄຶດວ່າຊິປະກັບລາວໃຫ້ມັນແລ້ວສະບໍ

 

ຈັນ: ຫ່ວຍ! ໝໍນີ້ ຄືມາເວົ້າຈັ່ງຊີ້ ໂຕມີບັນຫາຫຍັງກັບເມຍຈົນເຖິງຂັ້ນຊິປະຊິຖິ້ມກັນ

 

ຕາ: ໂອ້ຍ! ກະເມຍເຮົາມັນກິນເຫຼົ້າ, ຫຼິ້ນໄພ້ ເກືອບທຸກມື້, ວຽກບໍ່ເຮັດ ງານບໍ່ທຳ: ມື້ໃດເສຍມາລະກະມາຜິດກັບເຮົາ

 

ຈັນ: ໂອ້! ແມ່ນແທ້ຫວະສ່ຽວ ລອງຄ່ອຍເວົ້າຄ່ອຍວ່າກັນລາວຫາກຊິປ່ຽນຊິແປງເອງ

 

ຕາ: ໂອ້ຍ! ເຊົາໆໂຕຢ່າເວົ້າເຮີ່ຍ ເອົາກັນມາທໍ່ໃດປີລະບໍ່ເຫັນວ່າລາວຊິປ່ຽນ ຍັງເປັນຄືເກົ່າ


 

ຈັນ: ໂອ້ຍ! ປານນັ້ນໂຕຍັງທົນຢູ່ມາໄດ້ຕັ້ງຫຼາຍປີເນາະສ່ຽວ, ຖ້າເປັນເຮົານີ້ຢ້ານເຮົາປະແຕ່ດົນແລ້ວ


ຕາ: ກະທົນໄດ້ລະເນາະ ແນວເຮົາກະເຮັດແນວນັ້ນຄືກັນ

 

 

ໂດຍ: ວວ ວັນວານ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

 

ຄົນເຈັບຄົນໜຶ່ງຖາມທ່ານໝໍວ່າ:

ຄົນເຈັບ: ທ່ານໝໍ ຂ້ອຍຈະສາມາດຮ້ອງເພງໄດ້ມ່ວນບໍຫຼັງຈາກການຜ່າຕັດຫຼອດລົມຄັ້ງນີ້ແລ້ວ

 

ທ່ານໝໍ: ໄດ້ແນ່ນອນ

 

ຄົນເຈັບ: ແທ້ເບາະ ທ່ານໝໍ , ຂ້ອຍດີໃຈຫຼາຍໆທີ່ໄດ້ຍິນແນວນີ້

   

ເພາະກ່ອນໜ້ານີ້ຂ້ອຍຮ້ອງເພງບໍ່ຖືກຄີຈັກເທື່ອ

 

ທ່ານໝໍ :  # # ##....alt

ຂຽນເມື່ອ ຂຽນເມື່ອ: ພ.ພ.. 14, 2009 | ມີ 25 ຄຳເຫັນ ແລະ 0 trackback(s)


ສອງສ່ຽວ ທ້າວບຸນ ແລະ ທ້າວມາລົມກັນ

 

ບຸນ: ສ່ຽວ ໂຕຮູ້ບໍ່ ການດຳລົງຊີວິດຄູນີ້ມັນສັບປ່ຽນກັນຕະຫຼອດໃດ໋ລະຫວ່າງຜົວກັບເມຍ

 

ມາ: ມັນສັບປ່ຽນກັນແນວໃດຫວະສ່ຽວ ເລື່ອງອີຫຍັງຫວະ?

 

ບຸນ: ກະເລືອງຢູ່ໃນເຮືອນໃນຊານນີ້ລະ

 

ມາ:  ມັນເປັນແນວໃດເວົ້າມາເບິ່ງດຸ ?

 

ບຸນ: ໂຕຮູ້ບໍ ບ່າວສາວເຂົາແຕ່ງງານກັນນະປີທຳອິດທີ່ແຕ່ງງານກັນມັນກະດີຢູ່ ຜູ້ເປັນຜົວມັກຈະເປັນຝ່າຍເວົ້າ ສ່ວນຜູ້ເປັນເມຍມັກຈະຢູ່ຊື່ໆ

       ປີທີ 2 : ຜູ້ເປັນເມຍມັກຈະເປັນຝ່າຍເວົ້າ ແລະ ຜົວມັກຈະເປັນຝ່າຍຟັງ

 

ມາ: ແລ້ວປີຕໍ່ໄປເດລະ ບໍ່ມີໃຜເວົ້າເລີຍບໍ?

 

ບຸນ: ມັນບໍ່ແມ່ນຄືໂຕເຂົ້າໃຈຫັ້ນຕິ, ປີທີ 3 ພວກເຂົາທັງສອງພາກັນເວົ້າ ແລ້ວຄົນຂ້າງບ້ານເປັນຜູ້ຟັງ

ຄົນຂ້າງບ້ານຫັ້ນກະຄືເຮົານີ້ລະ ຟັງຈົນເມື່ອຍຟັງເຂົາຖຽງກັນເກືອບທຸກມື້  ເຮົາຈົນບໍ່ໄດ້ນອນ

 

 

 

 

ໂດຍ ວວ ວັນວານ

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 5, 2009 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ລອງອ່ານເບິ່ງເດີ້ພີ່ນ້ອງທັງຫຼາຍ

 

ຊີວິດມະນຸດນີ້              ມີຫຼາຍສິ່ງຍາກເຫຼືອຫຼາຍ

ວິດທຸກມີສຸກກາຍ         ແວ່ວຽນແວະມາໃກ້    

ຄືດັ່ງລິຂິດໄວ້               ມາໃຫ້ແຕ່ຄາວກ່ອນ     

ການຂໍພອນວຽນໄຫວ້   ອາດບໍ່ໄດ້ດັ່ງໝາຍ ທ່ານເອີຍ


ຕໍ່ໃຫ້ຊີວິດນີ້                ມີແຕ່ທຸກຢູ່ບໍ່ວາງ

ສູ້ໄປທຸກເສັ້ນທາງ         ຢ່າຖອຍຫ່າງໜີໜ້າ

ຮຽນພາຕົນໃຫ້ພົ້ນ       ຈາກໝູ່ໂຈນສັດຕູໃຫຍ່

ຮູ້ຫຼາຍຫຼືຮູ້ໜ້ອຍ           ຈົ່ງຄ່ອຍໄດ້ໝັ່ນພາກພຽນ

 

ແລະທີ່ຂາດບໍ່ໄດ້           ຄືໃຈອົດດ້ວຍຄວາມຫວັງ                      

ເດີນທາງຢ່າງລະວັງ       ບໍ່ຖອຍຫຼັງເຖິງຈະທໍ້

ທາງເດີນມີໃຫ້ພໍ້            ຂໍພຽງໃຈຍັງສູ້ຢູ່

ສູ້ໄປຫາກຈະຮູ້             ຜົນສຳເລັດມີແທ້ຈິງ  ທ່ານເອີຍ

 

 

                                       ໂດຍ wunwan(ວວ ວັນວານ)

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 10, 2009 | ມີ 23 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

    ມື້ວານນີ້ຂຽນແລ້ວບາດໂພສອອກມາລະວ່າເນັດຄ້າງ ມື້ນີ້ບໍ່ຍອມແພ້ ວວ ກໍ່ເລີຍມາຂຽນໃໝ່

ການເວລາຜ່ານພົ້ນ.............ເລີຍລ່ວງກາຍມາ

ພົງພະນາພູເຂົາ.................ກໍ່ປ່ຽນແປງແປປິ້ນ

ເຂດດິນແດນນ່ານນ້ຳ..........ຍັງໂຍກຍ້າຍກາຍເປັນຫາດ

ບາດວ່າໃຈຊາຍນີ້...............ຍັງບໍ່ປິ້ນປ່ຽນແປງ 

 

ທຸກຍາມແລງຄ່ຳເຊົ້າ............ອວນອ້າຍນັ່ງຄວນຫາ

ຄິດຄະນຶງຄວາມຫຼັງ.............ຮັກຝັງໃຈຄາວກີ້

ມີອ້າຍຄຽງຄູ່ນ້ອງ...............ສອງຄົນເຮົາຈາກ່າວ

ໜາວຫົວໃຈເມື່ອຄິດພໍ້...........ນ່ັງຈໍ້ກໍ້ຫຼັງນ້ຳຕາ   ແທ້ເນີ

 

ຂາຕັກແຕນກ່ອນກີ້..............ຄຳທີ່ອ້າຍທວາຍນາງ

ອະດີດຄືຂາຕັກແຕນ.............ອະນາຄົດແມ່ນຫຍັງແທ້

ນາງຍັງຕອບບໍ່ໄດ້................ຄຶດຈັ່ງໃດກໍ່ບໍ່ອອກ

ຈຶ່ງໄດ້ບອກຄຳຕອບເຈົ້າ.........ອະນາຄົດນັ້ນແມ່ນໜວດມັນ  ຊັ້ນເດ

 

ສຳນຽງນາງກ່າວເວົ້າ............ອ້ອຍອິ່ນມ່ວນຫູ

ຝັງຢູ່ໃນໃຈຊາຍ..................ຈື່ຈຳບໍ່ວາງເວັ້ນ

ເຫັນຕັກແຕນໂຕນເຕັ້ນ..........ເຕັມຕົ້ນສາລີແຄມໄຮ່

ຫວັ່ນຫົວໃຈຄິດຮອດນ້ອງ.......ປານໃດເຈົ້າຈຶ່ງຫວນມາ ເດນໍ

 

ໂດຍ wunwan

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 1, 2009 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

       ຕໍ່ຈາກໄດອາຣີ່ກ່ອນ

ຜີກ໋ອງກ່ອຍ     ໃຊ້ອາລົມ     ມັກຈອບຫຼອຍ

ຜີກິນຫອຍ        ໃຊ້ອາລົມ     ທັງຈູບທັງກິນ

ຜີຕາປິ້ນ           ໃຊ້ອາລົມ      ຫຼຽວຊ້າຍຫຼຽວຂວາ

ຜີບາຍຫົວ         ໃຊ້ອາລົມ      ງົມໆທາວໆ

ຜີຜົມຍາວ          ໃຊ້ອາລົມ      ງົມຫາຫວີ

ຜີບໍ່ດີ                 ໃຊ້ອາລົມ      ມີແຕ່ຮ້າຍ

ຜີແມ່ມ້າຍ           ໃຊ້ອາລົມ       ຊອກຫາຜົວ

ຜີບໍ່ມີຫົວ            ໃຊ້ອາລົມ       ເລາະຊອກຫົວໂຕເອງ

ຜີຂົ່ມເຫັງ           ໃຊ້ອາລົມ        ຫຼອກແຕ່ເດັນນ້ອຍ

ຜີມັກປ້ອຍ          ໃຊ້ອາລົມ        ເປັນໃຫຍ່ໃນເຮືອນ

ຜີຕາເບືອນ          ໃຊ້ອາລົມ       ເນັ່ງມູມອົງສາ

ຜີມານຍາ             ໃຊ້ອາລົມ       ຫຼອກຜູ້ຊາຍ

ຜີຂີ້ລ້າຍ               ໃຊ້ອາລົມ        ຕົບແຕ່ງເພດ

ຜີເຜດ                  ໃຊ້ອາລົມ        ຂໍສ່ວນບຸນ

ຜີບໍ່ມີນາມສະກຸນ    ໃຊ້ອາລົມ       ມັກລືມໂຄດເຫງົ້າ

ຜີມັກເຫົ່າມັກຫອນ  ໃຊ້ອາລົມ       ໃຈກ້າໜ້າດ້ານ

ຜີມັກຢ້ານ              ໃຊ້ອາລົມ        ຜີຫຼອກຜີ

ຜີເປັນໜີ້               ໃຊ້ອາລົມ         ຊອກຫາລັກ

ຜີຄໍຫັກ                 ໃຊ້ອາລົມ         ຊູຄໍຂຶ້ນ

ຜີຕາຈື້ນ                ໃຊ້ອາລົມ         ເຊັດນ້ຳຕາ

ຜີຕາຍຮ່າ               ໃຊ້ອາລົມ         ເຜີຍແຜ່ເຊື້ອ

ຜີໜ້າເບື່ອ              ໃຊ້ອາລົມ         ມັກຊູຊີ

ຜີໝົດໜີ້                 ໃຊ້ອາລົມ        ໄປເກີດໄປຂານ

ຜີສົງສານ                ໃຊ້ອາລົມ         ມັກຊ່ວຍເຫຼືອ

ຜີໝົດເຊື້ອ               ໃຊ້ອາລົມ        ໝົດສະມັດຖະພາບ

ຜີເຈົ້າພາບ               ໃຊ້ອາລົມ        ໃຈໃຫຍ່ຄົນດຽວ

ຜີມັກທ່ຽວ              ໃຊ້ອາລົມ        ມັກນອນຕື່ນສວາຍ

ຜີບອກຫວຍ           ໃຊ້ອາລົມ        ມັກຫຼອກມັກຕົວະ

ຜີເຈົ້າຫົວ                ໃຊ້ອາລົມ        ມັກຢອກສາວນ້ອຍ

ຜີມັກປ້ອຍ              ໃຊ້ອາລົມ         ຊອກຫາສ່ວນບຸນ

ຜີບໍ່ມີຄຸນ                 ໃຊ້ອາລົມ        ຫຼົງຕົວເອງ

ຜີອວດເກັ່ງ             ໃຊ້ອາລົມ         ໂຊຄວາມໂງ່ເຂົາ

ຜີຕົວເຈົ້າ                ໃຊ້ອາລົມ         .........??

 

       ທີ່ມາ http://mahasan.com/forum/index.php?topic=237.30

ຂຽນເມື່ອ ຂຽນເມື່ອ: ມ.ນ.. 27, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

alt

 

ຄົນຂີ້ອາຍ    ໃຊ້ອາລົມ    ຢ້ານກົວ

ຄົນເປັນຜົວ   ໃຊ້ອາລົມ   ຂຶ້ນໆລົງໆ

ຄົນໝົດຊົງ    ໃຊ້ອາລົມ   ສິ້ນຄວາມຫວັງ

ຄົນຂ້າງຫຼັງ    ໃຊ້ອາລົມ   ຈົ່ມຄົນທາງນີ້

ຄົນບໍ່ດີ          ໃຊ້ອາລົມ   ຕັດສິນບັນຫາ

ຄົນຢູ່ລ້າໆ      ໃຊ້ອາລົມ   ຢູ່ຊື່ໆ

ຜີກະສື           ໃຊ້ອາລົມ   ຫາກິນໄສ້

ຜີຍັກວາຍ       ໃຊ້ອາລົມ   ລັກຢູ່ລັກິນ

ຜີໃຕ້ດິນ          ໃຊ້ອາລົມ   ກິນຂອງເປີເປື້ອນ

ຜີຕາເບືອນ       ໃຊ້ອາລົມ   ຄອຍຮັບຂອງທານ

ຜີໂພງຜີມານ     ໃຊ້ອາລົມ   ຫາກິນຂອງດິບ

ຜີຕາຫິບ           ໃຊ້ອາລົມ   ຫາອາຫານ

ຜີຕາຫວານ       ໃຊ້ອາລົມ   ຫວ່ານສະເໜ່

ຜີເຈົ້າເລ່            ໃຊ້ອາລົມ   ຫຼອກລວງຄົນ

ຜີຕາໂກນ          ໃຊ້ອາລົມ   ງົມໆທາວໆ

ຜີຫັນຫ້າວ         ໃຊ້ອາລົມ   ຜູນຜັນທັນແລ່ນ

ຜີແຍງແວ່ນ        ໃຊ້ອາລົມ   ຫຼົງຕົວເອງ

ຜີນັກເລງ           ໃຊ້ອາລົມ   ຫຼອກໄປທົ່ວ

ຜີຊົ່ວໆ              ໃຊ້ອາລົມ   ເຮັດແນວບໍ່ດີ

ຜີຕານີ                ໃຊ້ອາລົມ   ເຝົ້າກົກກ້ວຍ

ຜີຢູ່ຫ້ວຍ            ໃຊ້ອາລົມ    ຊອກກິນປາ

ຜີຢູ່ນາ                ໃຊ້ອາລົມ    ຮັກສາເຂົ້າ

ຜີຜູ້ເຖົ້າ              ໃຊ້ອາລົມ    ຫຼອກເດັກນ້ອຍ

ຜີກ໋ອງກ໋ອຍ        ໃຊ້ອາລົມ    ..........????


ໂດຍ wunwan

ທີ່ມາ http://mahasan.com/forum/index.php?topic=237.30


 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 20, 2009 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


alt

 

ຈິດຕະກອນ.....ໃຊ້ອາລົມ......ປະສົມສີ


ນັກດົນຕຣີ.......ໃຊ້ອາລົມ......ປະສົມສຽງ


ນັກຮ້ອງ.........ໃຊ້ອາລົມ......ປະສົມສຳນຽງ


ນອນເທິງຕຽງ...ໃຊ້ອາລົມ.....ປະສົມພັນ

ມາສເຕີ...........ໃຊ້ອາລົມ.....ປະສົມເວັບ


ອັນຄົນເຈັບ......ໃຊ້ອາລົມ......ປະສົມໄຫ້


ຄົນຮັກກັນ.......ໃຊ້ອາລົມ......ປະສານໃຈ


ຄົນຫ່າງໄກ......ໃຊ້ອາລົມ......ຂົ່ມຕານອນ

ຄົນມີຄູ່...........ໃຊ້ອາລົມ.......ໄຮ້ພົມແດນ


ຄົນມີແຟນ......ໃຊ້ອາລົມ........ອັນຫວາດສຽວ


ຄົນໃຈດຽວ......ໃຊ້ອາລົມ........ພູມປັນຍາ

ຄົນສະລາ.......ໃຊ້ອາລົມ........ລະທົມທັ້ງຄືນ

ຄົນອາຍຸຍືນ.....ໃຊ້ອາລົມ........ຂົ່ມຫົວເຂົ່າ


ຄົນເປັນເຈົ້າ.....ໃຊ້ອາລົມ.......ເພື່ອບອກສອນ


ຄົນແຕ່ງກອນ...ໃຊ້ອາລົມ.......ປະສົມສິນ


ຄົນແຕ່ງກິນ.....ໃຊ້ອາລົມ.......ປະສົມອາຫານ


ຄົນຂໍທານ........ໃຊ້ອາລົມ......ຂໍຄວາມເມດຕາ


ຄົນກຳພ້າ........ໃຊ້ອາລົມ.......ຂໍຄວາມສົງສານ


ຄົນຈັນທານ......ໃຊ້ອາລົມ.......ຄວາມຮຸນແຮງ

ຄົນແຂງແຮງ....ໃຊ້ອາລົມ.......ໃນວຽກງານ


ຄົນອັນທະພານ..ໃຊ້ອາລົມ.......ຂົ່ມຄົນອື່ນ


ຄົນກາງຄືນ.......ໃຊ້ອາລົມ.......ເພື່ອຫາກິນ


ຄົນຕິດດິນ........ໃຊ້ອາລົມ.......ເພື່ອຄວາມຢູ່ລອດ

ຄົນຕາບອດ......ໃຊ້ອາລົມ.......ຂໍຄວາມຊ່ວຍເຫລືອ


ຄົນໜ້າເບື່ອ......ໃຊ້ອາລົມ.......ຄວາມຊຶມເສົ້າ


ຄົນຂີ້ເຫງົາ.......ໃຊ້ອາລົມ.......ນັ່ງນອນເຝີ້ຝັນ

ຄົນການພະນັນ..ໃຊ້ອາລົມ......ໃນການຫຼິ້ນ


ຄົນບໍ່ມີກິນ........ໃຊ້ອາລົມ......ເຮັດວຽກໜັກ

ຄົນມີຄວາມຮັກ...ໃຊ້ອາລົມ......ບອກຄວາມຈິງໃຈ


ຄົນເປັນໃຫຍ່......ໃຊ້ອາລົມ......ບັນຊາການ


ຄົນທະຫານ........ໃຊ້ອາລົມ.....ແນໄປທີ່ເປົ້າ

ຄົນເປັນເຈົ້າ........ໃຊ້ອາລົມ.....ຂົ່ມລູກນ້ອງ


ຄົນມີທ້ອງ..........ໃຊ້ອາລົມ......ລົດນ້ຳໜັກກ   ອິອິ


ຄົນອົກຫັກ..........ໃຊ້ອາລົມ......ໃຫ້ລືມເສົ້າ

ຄົນຂີ້ເຫງົາ.........ໃຊ້ອາລົມ.......ບອກເລື່ອນລອຍ


ຄົນເຝົ້າຄອຍ.......ໃຊ້ອາລົມ.......ວັນເວລາເປັນຕົວກຳນົດ


ຄົນຂັບລົດ.........ໃຊ້ອາລົມ........ເຖິງຈຸດໝາຍປາຍທາງ

 ສ່ວນສາວນາງ.....ໃຊ້ອາລົມ.......ລະທົມຄິດເຖິງອ້າຍ


ຄົນຂີ້ຮ້າຍ...........ໃຊ້ອາລົມ.......ຕັດສິນບັນຫາ


ພັນລະຍາ...........ໃຊ້ອາລົມ.......ຈົ່ມທຸກມື້

ຄົນຂີ້ດື້..............ໃຊ້ອາລົມ.......ເອົາແຕ່ໃຈ


ຄົນສົງໄສ...........ໃຊ້ອາລົມ.......ມີແຕ່ຖາມ


ຄົນມັກຖາມ.........ໃຊ້ອາລົມ.......ບໍ່ຮູ້ຄິດ

ຄົນໝົດສິດ..........ໃຊ້ອາລົມ.......ເຊັດນ້ຳຕາ


ຄົນຜີບ້າ..............ໃຊ້ອາລົມ.......ໄປເລື່ອນລອຍ


ຄົນໃຈລອຍ..........ໃຊ້ອາລົມ.......ຄິດໄປເລື້ອຍ


ຄົນສົບເຕື່ອຍ........ໃຊ້ອາລົມ.......ເຊັດນ້ຳລາຍ


ຄົນຂີ້ອາຍ............ໃຊ້ອາລົມ .......????

 

 

ໂດຍ wunwan

ທີ່ມາ

http://mahasan.com/forum/index.php?topic=237.0

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ມື້ນີ້ຟ້າຄື້ມໆຄືກັບລະດູຝົນເລີຍ, ອາກາດປ່ຽນແປງຕະຫຼອດ, ຮັກສາສຸຂະພາບເດີ້ພີ່ນ້ອງພັນລາວ

alt

ແນມເຫັນຟ້າມືດຄື້ມ...............ລະພຶມຈິດຄິດຫວງຫາ

ຝົນຕົກລິນລົງມາ.....................ສຸດໂສພາຢູ່ໃສນ້ອງ

ແລຫຼຽວມອງຫາເຈົ້າ...............ອ້າຍເຫງົາໃຈອາໄລຢູ່

ເຫດໃດນ້ອງຜູ້ຮູ້.....................ຈຶງມາຄ້ອຍຫ່າງໄກ   ເດນໍ

ຍາມເມື່ອຕາເວັນຄ້ອຍ..............ລອຍລັບໄລລາ

ອົກອຸລາອ້າຍລະທົມ.................ສຸດໂສກຕົມແສນເສົ້າ

ເຫງົາບໍ່ມີຫ່າງໄດ້.......................ໃນຫົວໃຈຜູ້ເປັນພີ່

ໜີໄປຢູ່ໃສເດເຈົ້າ......................ປະອ້າຍເສົ້າຢູ່ຜູ້້ດຽວ  ນາງເອີຍ

ເຄີຍຄຽງຄູ່ຢູ່ຊ້ອນ....................ນອນແນບຄຽງກາຍ

ນ້ອງສັງມາໄລລືມ.....................ຫຼອກລວງລາອ້າຍ

ຫຼືໄປມີຄູ່ຊ້ອນ.........................ຊາຍງາມຄົນໃໝ່

ປະໃຫ້ອ້າຍໂສກເສົ້າ..................ນອນຮ້ອງໄຫ້ບໍ່ໄລນາງ ແທ້ແລ້ວ

ຫຼືເປັນເພາະພີ່ອ້າຍ....................ຮູບຮ້າຍທຸກຈົນ

ນ້ອງໜ້າມົນຈຶ່ງຈາກໄປ..............ບໍ່ມີຄຳໃດລາອ້າຍ

ເປັນຈັ່ງໃດເດນໍນ້ອງ..................ນວນອານົງເມື່ອໄກຫ່າງ

ສ່ວນວ່າທາງພີ່ອ້າຍ...................ຍັງຄອງໃຫ້ນ້ອງກັບຄືນ   ແທ້ເນີ

ຮັກບໍ່ເຄີຍສຸດສິ້ນ.......................ຖະຫວິນຫາແຕ່ນວນນາງ

ຍັງຄິດຄວນຄາວເຮົາ..................ຫຼົບຝົນຖຽງນານ້ອຍ

ຍັງຄອງຄອຍຫາເຈົ້າ..................ຫວນຄືນມາຄຽງຄູ່

ຫາກຊູ້ໃໝ່ເຮັດໃຫ້ເຈົ້າ................ໝອງເສົ້າໃຫ້ຕ່າວມາ ນາງເອີຍ

 

 

ໂດຍ wunwan

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ມີຄູ່ບ່າວສາວຄູ່ໜຶ່ງ ຮັກກັນມາດົນແລ້ວ ຢູ່ມາມື້ໜຶ່ງຂະນະທີ່ພວກເຂົາກຳລັງນັ່ງຫຼິ້ນລົມກັນສວນໜ້າບ້ານຂອງຜູ້ສາວ

ຜູ້ບ່າວ!: ທີ່ຮັກ

ຜູ້ສາວ: ແມ່ນຫຍັງອ້າຍ

ຜູ້ບ່າວ: ເຮົາສອງຄົນກໍ່ຄົບກັນມາໄດ້ດົນແລ້ວອ້າຍມີເລື່ອງໜຶ່ງທີ່ຄ້າງຄາໃຈຢາກຈະຖາມນ້ອງ

ຜູ້ສາວ: ມີຫຍັງກະຖາມມາໂລດອ້າຍ

ຜູ້ບ່າວ: ສັນຍາບໍ ວ່ານ້ອງຊິບອກອ້າຍຕາມຄວາມຈິງທຸກຢ່າງ

ຜູ້ສາວ: ແນ່ນອນ

ຜູ້ບ່າວ: ທີ່ຮັກ ນ້ອງເຄີຍຜ່ານຜູ້ຊາຍມາແລ້ວຈັກຄົນ

ຜູ້ສາວ: ຄິດວ່າຊິຖາມເລື່ອງຫຍັງຊັ້ນດອກ, ນ້ອງບອກອ້າຍຕາມຄວາມຈິງວ່າຫຼາຍຄົນແລ້ວ

ຜູ້ບ່າວເຮັດສີໜ້າບໍ່ດີໃຈແຕ່ກະຍັງເຮັດໃຈດີຖາມຕໍ່ ແລ້ວຄັ້ງສຸດທ້າຍເມື່ອໃດ, ແມ່ນໃຜ

ຜູ້ສາວຄຶດຢູ່ບຶດໜຶ່ງແລ້ວຕອບວ່າ: ຄັ້ງສຸດທ້າຍແມ່ນມື້ເຊົ້ານີ້ເດ,

 

ຜູ້ບ່າວ: ຮະ ! ຕົກໃຈຢ່າງແຮງ ແລ້ວມັນແມ່ນໃຜກັນ

 

 

ຜູ້ສາວ: ກະອ້າຍເຂີຍ ຂອງອ້າຍຫັ້ນເດ

 

ຜູ້ບ່າວເວົ້າດ້ວຍຄວາມຢາກຮ້າຍ ແມ່ນແທ້ເບາະ ?

 

 

 

 

 

 

 

ຜູ້ສາວ: ແມ່ນແລ້ວ ນ້ອງຍ່າງຜ່ານລາວມື້ເຊົ້ານີ້

 

 

ຜູ້ບ່າວ: ....????????????

 

ha ha ha ha ha ha ຫົວໃຫ້ແນ່

 

ໂດຍ wunwan

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ


ດົນແລ້ວທີ່ບໍ່ໄດ້ຂຽນໄດອາຣີ່ ມື້ນີ້ໄດ້ໄປອ່ານເຫັນບົດຄວາມທາງທຳມະດີໆ

ກະເລີຍປ່ຽນຈາກພາສາເພື່ອນບ້ານມາເປັນພາສາລາວເຮົາ ມັນຈຶ່ງອ່ານງ່າຍ

ຢາກໃຫ້ໝູ່ເພື່ອນໄດ້ອ່ານນຳກັນ, ສຳຫຼັບຜູ້ທີ່ໄດ້ອ່ານແລ້ວກະຕ້ອງຂໍອະໄພນຳເດີ້

ຊິເຂົ້າເລື່ອງເລີຍເດີ້ພີ່ນ້ອງ ບົດຄວາມຂອງເພິ່ນກະມີດັ່ງນີ້:

alt

ເປັນທຳມະຊາດຂອງມະນຸດເຮົາທີ່ຕ້ອງອາໄສຢູ່ຮ່ວມກັນເປັນກຸ່ມເປັນໝູ່

ໃນສະພາບສັງຄົມທີ່ເກີດການຍາດແຍ່ງຊິງດີກັນ, ເອົາລັດເອົາປຽບກັນ

ຖ້າຫາກເຮົາບໍ່ພະຍາຍາມທີ່ຈະຮຽນຮູ້ ແລະ ຮຽນເຂົ້າໃຈ ທັງຕົນເອງແລະຜູ້ອື່ນ

ກໍ່ອາດຈະເປັນສາເຫດໜຶ່ງທີ່ເຮັດໃຫ້ເຮົາບໍ່ສາມາດຢູ່ຮ່ວມສັງຄົມໄດ້

ອັນໜຶ່ງທີ່ທຳມະຊາດໄດ້ສອນໄວ້...ຄວາມງາມພາຍໃນຈິດໃຈຂອງຄົນເຮົາທຸກຄົນ

ກ່ຽວກັບການຢູ່ຮ່ວມກັນໃນສັງຄົມໄດ້ຢ່າງມີຄວາມສຸກ

ນັ້ນກໍ່ຄື ຫຼັກ ຍົກຕ່ຳ ຫຼຸດສູງ  ຈາກຫຼັກການດັ່ງກ່າວນັ້ນ ເຮັດໃຫ້ເຮົາເກີດມີຄວາມຄິດເຫນໃໝ່

ທີ່ຈະນຳໄປປະຍຸກໃຊ້ໃນຊີວິດປະຈຳວັນຂອງເຮົາໄດ້, ຄືການ ຂົ່ມເພິ່ນຍໍໂຕ,

ມັນບໍ່ເປັນການດີເລີຍເພາະຖ້າເຮົາຍົກຕົນເອງຂົ່ມຄົນອື່ນ, ບໍ່ເຫັນຄວາມສຳຄັນຂອງຄົນອື່ນຫຼາຍເທົ່າໃດ

ເຮົາກໍ່ຈະບໍ່ເຫັນຄຸນຄ່າໃນຕົວຂອງເຮົາຄືກັນ, ແຕ່ຖ້າເຮົາຫຼຸດອັກຂະຕິ, ຫຼຸດຄວາມເຫັນແກ່ຕົວລົງ

ເພີ່ມຄວາມອ່ອນໂຍນ... ມີສຳມາຄາລະວະ(ຄຳນີ້ຄິດວ່າພາສາບ້ານເຮົາກະຄືຊິຄືກັນເນາະ)

ເຮັດໃຫ້ຕົນເອງຕ່ຳລົງເຊື່ອວ່າມັນກໍ່ເປັນການເພີ່ມຄຸນນະທຳໃນຈິດໃຈເຮົາໃຫ້ສູງຂຶ້ນ

ການຍົກຕົວເອງໃຫ້ສູງຂຶ້ນ, ຄົນອື່ນກໍ່ຈະຕ່ຳລົງ, ມັນບໍ່ແມ່ນຄວາມງາມທາງຄຸນນະທຳ

ແຕ່ການຍົກຫຼຸດຕົວເອງໃຫ້ຕ່ຳລົງແລ້ວຍົກຜູ້ອື່ນໃຫ້ສູງຂຶ້ນ...ມັນເປັນຄວາມງາມໃນຈິດໃຈ

ເປັນການເພີ່ມລະດັບຄຸນນະທຳໃນຈິດໃຈໃຫ້ສູງຂຶ້ນ,

ເຮົາຍອມຫຼຸດຕົວເອງຫຍໍ້ເຂົ່າລົງ, ເຮັດໃຫ້ຕົວເອງຕ່ຳລົງ

ດີກວ່າການໃຊ້ຄວາມພະຍາຍາມທີ່ຈະໃຊ້ມືກົດດັນຫົວຄົນອື່ນໃຫ້ຕ່ຳລົງ

ຂໍຂອບໃຈທຸກຄົນທີ່ແວ່ມາອ່ານ

ຄຳໃດ, ປະໂຫຍກໃດບໍ່ຖືກກະຕຳນິຕິຕຽນເລີຍເດີ້ພີ່ນ້ອງພັນລາວ alt

ບົດຄວາມຈາກ http://www.dhammadelivery.com/story-detail.php?sto_id=310

 

ວ ວ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

alt

 

ຫຼັງຈາກແຕ່ງງານກັນໄດ້ບໍ່ພໍຄາວ ຝ່າຍຜູ້ເປັນຜົວກໍ່ເວົ້າກັບເມຍວ່າ:

 

" ສຸດທີ່ຮັກຂອງອ້າຍ ດຽວນີ້ພວກເຮົາກໍ່ເອົາກັນເປັນຜົວເປັນເມຍແລ້ວ,

 

ອ້າຍຕ້ອງການໃຫ້ນ້ອງໄລ່ຄົນຂັບລົດຂອງນ້ອງອອກ"

 

ຝ່າຍເມຍເອີ່ຍຂຶ້ນ: ອ້າວ! ເປັນຫຍັງລະທີ່ຮັກ

 

ອ້າຍເອງກະເຄີຍເປັນຄົນຂັບລົດມາກ່ອນຄືກັນບໍ່ແມ່ນບໍ?

 

ຝ່າຍຜົວ: ກະແມ່ນ,

 

ກະຍ້ອນແນວນັ້ນລະ ອ້າຍຈຶ່ງຢາກໃຫ້ນ້ອງໄລ່ມັນອອກ

 

 

 

ເມຍ: ................

 

 

 

ໂດຍ Wunwan

ຂຽນເມື່ອ ຂຽນເມື່ອ: ມ.ກ.. 23, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

 

alt

ບົດຄວາມໜຶ່ງທີ່ ວວ ຢາກເອົາມາຝາກ

ຮອຍຍິ້ມ ແລະ ສຽງຫົວ, ສຽງເພງ ແລະ ທຳມະຊາດ

ສາມາດສ້າງຄວາມສຸກໃຈ ໃຫ້ກັບຜູ້ທີ່ກຳລັງຕົກຢູ່ໃນຄວາມທຸກໄດ້

ເຊື່ອຫຼ ື ບໍ່ວ່າການຍິ້ມ ແລະ ການຫົວສາມາດເອົາຊະນະຄວາມທຸກຫຼາຍໆຢ່າງຂອງເຮົາໄດ້

ລອງສັງເກດເບິ່ງໂຕເຮົາເອງວ່າ: ເວລາທີ່ເຮົາຕົກຢູ່ໃນພາວະແຫ່ງຄວາມເປັນທຸກ

ຈິດໃຈຂອງເຮົາກໍ່ຫ່ຽວແຫ້ງ, ງ່ວມເຫງົາ, ອາລົມງຸດງິດ,

ຈິດໃຈໝົ່ນໝອງ, ຫົດຫູ່, ທໍ້ແທ້

ແລະ ເບິ່ງທຸກສິ່ງທຸກຢ່າງທີ່ຢູ່ອ້ອມຂ້າງບໍ່ຖືກໃຈໄປໝົດທຸກອັນ

ແຕ່ໃນທາງກົງກັນຂ້າມ, ເວລາທີ່ເຮົາມີຄວາມທຸກເກີດຂຶ້ນກັບເຮົາ

ໃຫ້ເຮົາເຮັດໃຈໃຫ້ສະຫງົບ, ຮຽນຮູ້ມັນ ແລະ ທຳຄວາມເຂົ້າໃຈກັບມັນ

ຕີສະໜິດກັບມັນ, ຫວົເຍາະເຍີ້ຍມັນ, ພະຍາຍາມເຮັດຄວາມຮູ້ສຶກ

ສ້າງຮອຍຍິ້ມໃຫ້ເກີດຂຶ້ນໃນຈິດໃຈຂອງເຮົາ ແລ້ວເວົ້າກັບໂຕເອງວ່າ:

ເອີ້ ! ! ອັນນີ້ບໍທີ່ເຂົາເຈົ້າເອີ້ນວ່າ:​ ຄວາມທຸກ ມັນເປັນແນວນີ້ບໍ ?

ເມື່ອເຮົາຮູ້ຈັກ ແລະ ເຂົ້າໃຈມັນເປັນຢ່າງດີແລ້ວ

ຈິດໃຈໃນສ່ວນທີ່ເປັນທຸກມັນກໍ່ຈະເຫັນວ່າ ເຮົາບໍ່ເປັນທຸກ, ບໍ່ເດືອດຮ້ອນກັບມັນ,

ບໍ່ຫວັ່ນໄຫວກັບມັນ ແລະ ຜົນສຸດທ້າຍ:

ຄວາມທຸກມັນກໍ່ຈະລະອາຍໃຈ,​ ເກີດຄວາມຜິດຫວັງໃນໂຕທຸກຂອງມັນເອງ

ວ່າມັນເຮັດຫຍັງໃຫ້ເຮົາບໍ່ໄດ້, ເພາະຈິດໃຈເຮົາເຂັ້ມແຂງ

ແລະ ຫົວເຍາະເຍີ້ຍມັນ, ລະມັນຫາກຊິໜີໄປຈາກເຮົາເອງ

ຖ້າບໍ່ເຊື່ອກະໃຫ້ໝູ່ເພື່ອນ ທີ່ກຳລັງເປັນທຸກນັ້ນລອງເຮັດເບິ່ງ

ພວກເຮົາມາພາກັນຫົວເຍາະເຍີ້ຍຄວາມທຸກກັນເທາະ

ບໍ່ວ່າຈະມີບັນຫາໃດກໍ່ຈົ່ງຍິ້ມສູ້ມັນຕໍ່ໄປ

ແລ້ວມັນຫາກຈະດີເອງ



ໂດຍ wunwan

 

 

ບົດຄວາມຈາກhttp://www.dhammadelivery.com/story-detail.php?sto_id=300

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2009 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຫຼາຍຄົນບອກວ່າ ເວລາຈະເປັນສິ່ງຊ່ວຍໃຫ້ທຸກຢາງດີຂຶ້ນ

ເວລາຜ່ານໄປເຈົ້າກໍ່ຈະຮຽນເກັ່ງເອງ

ເວລາດົນໄປເຈົ້າກໍ່ຈະປະສົບຜົນສຳເລັດເອງ

ເວລາຈະຊ່ວຍໃຫ້ເຮົາຮຽນຮູ້ຫຼາຍສິ່ງຫຼາຍຢ່າງໄດ້ດີຂຶ້ນ

ເວລາຊ່ວຍເຮັດໃຫ້ເຮົາເປັນຜູ້ໃຫຍ່ຫຼາຍຂຶ້ນ

ເວລາຈະເປັນເຄື່ອງພິສູດຄວາມຮັກຂອງຄົນສອງຄົນ

ເວລາຍາວນານຄວາມຮັກກໍ່ແໜ້ນແຟ້ນ

ເວລາຈະຊ່ວຍໃຫ້ເຮົາຄ່ອຍໆລືມຄວາມຊົງຈຳທີ່ເຈັບປວດໄດ້

ເວລາທີ່ຍາວນານຈະເຮັດໃຫ້ຄວາມຄິດຮອດຄິດເຖິງຈືດຈາງລົງ

ແລະ ອື່ນໆອີກຫຼາຍຢ່າງ

ແຕ່ຄວາມເປັນຈິງແລ້ວຂ້ອຍເອງຄິດວ່າ

ເວລາບໍ່ໄດ້ຊ່ວຍຫຍັງເລີຍ, ເວລາບໍ່ໄດ້ເຮັດໃຫ້ຄົນເຮົາເປັນຄົນດີ ຫຼື ເປັນຄົນຊົ່ວ

ເວລາບໍ່ໄດ້ຊ່ວຍໃຫ້ຄວາມຮັກຂອງຄົນສອງຄົນເພິີ່ມຂຶ້ນ

ເວລາບໍ່ໄດ້ເຮັດໃຫ້ເຮົາເປັນຜູ້ໃຫຍ່ຫຼາຍຂຶ້ນ

ແລະ ເວລາກໍ່ບໍ່ໄດ້ຊ່ວຍໃຫ້ເຮົາລືມສິ່ງທີ່ຢາກລືມໄດ

ເວລາກໍ່ຍັງຄົງເປັນເວລາ, ທຸກສິ່ງທຸກຢ່າງຈະເປັນໄປໃນທາງໃດນັ້ນ

ລ້ວນແລ້ວແຕ່ຂຶ້ນກັບຕົວເຮົາເອງທັງນັ້ນ

ຖ້າເຮົາບໍ່ເຮັດຫຍັງເລີຍ, ເວລາກໍ່ຜ່ານໄປຊື່ໆ ບໍ່ມີຫຍັງເກີດຂຶ້ນ

ບໍ່ມີຫຍັງປ່ຽນແປງ,

ທຸກສິ່ງທຸກຢ່າງຂຶ້ນກັບຕົວເຮົາເອງທັງນັ້ນ

ຈົ່ງຢ່າເວົ້າເທາະວ່າ ອີກ 5ປີ 10 ປີ ຂ້ອຍຈະກາຍເປັນໝໍ, ເປັນນັກການເມືອງ

ຖ້າຫາກວ່າມື້ນີ້ເຈົ້າຫາກບໍ່ໄດ້ເຮັດຫຍັງເລີຍ

ຈົ່ງຢ່າເວົ້າເທາະວ່າ 1 ປີ ຂ້ອຍຈະລືມແຟນເກົ່າໄດ້

ຖ້າຫາກເຈົ້າຍັງບໍ່ຄິດທີ່ຈະລືມມັນ

ຈົ່ງຢ່າເວົ້າເທາະວ່າຫຼັງຈາກຮຽນຈົບ, ຂ້ອຍຈະຕ້ອງເຮັດວຽກໄດ້ເງິນດີໆ

ເປັນເສດຖີໃນອະນາຄົດ.........ຖ້າຫາກມື້ນີ້ເຈົ້າບໍ່ຄິດຈະຕັ້ງໃຈຮຽນ

ທຸກສິ່ງທຸກຢ່າງຂຶ້ນກັບຕົວເຮົາເອງ ຄຳວ່າເວລາມັນເປັນພຽງແຕ່

ຄຳເວົ້າປອບໃຈໃຫ້ແກ່ຄົນທີ່ທໍ້ແທ້ຜິດຫວັງເທົ່ານັ້ນເອງແລ

 

 

ຜິດພາດປະການໃດກໍ່ຂໍອະໄພດ້ວຍ

 

ຂຽນໂດຍ wunwan


 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

 

alt

 

 

ເຫັນບົດຄວາມດີໆ ກໍ່ເລີຍຢາກເອົາມາແບ່ງປັນໝູ່ເພື່ອນອ່ານ

ເຖິງແມ່ນວ່າເຮົາຈະລົ້າລົງ ຂໍຈົ່ງຮູ້ວ່າ ນັ້ນຄືການເລີ່ມຕົ້ນຂອງຊີວິດທີ່ເຂັ້ມແຂງ

ຂໍແຕ່ເຮົາເງີຍໜ້າຂຶ້ນ.....ແທນການກົ້ມໜ້າໜີ

 

ແລະ ຕ້ອງຢືນຂຶ້ນ....ແທນການນັ່ງແຊ່ຢູ່ກັບບ່ອນ

 

ເຖິງວ່າເຮົາຊິລົ້ມເປັນຮ້ອຍ ເປັນພັນເທ່ືອ

 

ກໍ່ບໍ່ອາດໜວ່ງໜ່ຽວເຮັດໃຫ້ຊີວິດເຮົາພ່າຍແພ້ໄດ້ໃນມື້ນີ້

 

ເຮົາເຄີຍເຫັນເດັກນ້ອຍແລ່ນລົ້ມມາຫຼາຍເທື່ອແລ້ວ

 

ແຕ່ເຮົາຍັງບໍ່ທັນເຄີຍເຫັນເດັກນ້ອຍຜູ້ໃດທີ່ລົ້ມແລ້ວນອນແຊ່ຢູ່ແບບນັ້ນຈົນຂ້າມຄືນໂດຍບໍ່ຍອມລຸກຂຶ້ນມາ..

 

ຢ່າງຫຼາຍກະຮ້ອງໄຫ້ຍ້ອນຄວາມເຈັບ...

 

ແຕ່ອັນນັ້ນມັນກໍ່ເປັນຄວາມຮູ້ສຶກທຳມະດາຂອງເດັກນ້ອຍທຸກຄົນ

 

ອັນນັ້ນຄືສິ່ງສະທ້ອນໃຫ້ເຮົາເບິ່ງເຫັນສັດຈະທຳຂອງຊີວິດ.

 

ມື້ໜຶ່ງເມື່ອເດັກນ້ອຍນັ້ນໃຫຍ່ຂຶ້ນມາ. ການລົ້ມຂອງພວກເຂົາບໍ່ແມ່ນເປັນພຽງແຕ່ການລົ້ມເທົ່ານັ້ນ

 

ອາດຈະເປັນເລື່ອງຂອງຊີວິດ, ເຊັ່ນ: ໜ້າທີ່ວຽກງານ, ການຮຽນ,

 

ຄວາມຮັກ, ຄອບຄົວ, ເພື່ອນ, ສັງຄົມ, ເປົ້າໝາຍຊີວິດ...

 

ຫຼືອີກຫຼາຍເລື່ອງກໍ່ແລ້ວແຕ່ຊີວິດຂອງແຕ່ລະຄົນ

 

ທຸກຄວາມຕ້ອງການໃນຊີວິດຂອງຄົນເຮົາບໍ່ແມ່ນຈະສຳເລັດ ລຸລ່ວງໄປດ້ວຍດີໝົດທຸກເລື່ອງ

 

ບາງເລື່ອງເຮົາອາດຈະພ່າຍແພ້ ແລະ ບາງຢ່າງເຮົາອາດຜິດຫວັງ

 

ເຊິ່ງຈະສະທ້ອນເປັນຮູບພາບປຽບທຽບຄືກັບປະສົບການທີ່ເຄີຍລົ້ມມາ

 

ໃນຕອນທີ່ຍັງເປັນເດັກນ້ອຍແລ່ນຫຼິ້ນຢູ່ເດີ່ນຫຍ້າ

 

ເມື່ອເດັກນ້ອຍລົ້ມພວກເຂົາກໍ່ຟ້າວລຸກຂຶ້ນມາແລ່ນໃໝ່ຢ່າງມີຄວາມສຸກອີກເທື່ອໜຶ່ງແບບໃດ

 

ເມື່ອເຮົາລົ້ມຫຼືຜິດພາດໃນເລື່ອງໃດເລື່ອງໜຶ່ງ ກໍ່ຢ່າຈົມຢູ່ກັບຄວາມຜິດຫວັງອັນນັ້ນ

 

ຈົ່ງຢືນຂຶ້ນແລ້ວເລີ່ມຕົ້ນໃໝ່ອີກເທື່ອໜຶ່ງ

 

ຈົ່ງເປັນຄືກ້ອນຫີນທີ່ແຂງ, ທົນທານ ແລະ ໜັກແໜ້ນ

ບໍ່ແມ່ນເປັນຄືກັບນ້ຳແຂງທີ່ລະລາຍ ແລະ ແຫຼວກາຍເປັນນ້ຳ

 

ຖ້າຫາກເຈົ້າເປັນຄົນໜຶ່ງທີ່ຢູ່ໃນສະຖານະການແບບນີ້

 

ໃຫ້ເຈົ້າລອງຢືນຂຶ້ນອີກເທື່ອໜຶ່ງ...ແລ້ວກຳມືຂອງເຈົ້າໃຫ້ແໜ້ນໆ

 

ເພື່ອເອີ້ນພະລັງ ຂອງການເລີ່ມຕົ້ນໃໝ່ອີກເທື່ອໜຶ່ງໃຫ້ກັບຄືນມາ

 

 

ຈົ່ງຈື່ໄວ້ວ່າ ເຈົ້າ.......

 

ບໍ່ຄູ່ຄວນກັບຄວາມຝັນ ແລະ ຜົນສຳເລັດທີ່ຕັ້ງໄວ້

 

ຖ້າເຈົ້າລົ້ມລົງ ຫຼື ຜິດຫວັງແລ້ວ ເຈົ້າປ່ອຍປະໃຫ້ມັນເປັນການລົ້ມ ຫຼື ຜິດຫວັງຢູ່ແບບນັ້ນ

 

 

 



ທີ່ມາ :http://www.dhammadelivery.com/story-detail.php?sto_id=294

 

 

 

ໂດຍ wunwan

ຂຽນເມື່ອ ຂຽນເມື່ອ: ມ.ກ.. 14, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

ໃກ້ຄ້ອຍຄ່ຳແມ່ ຂັນ ກໍ່ບອກລູກສາວນ້ອຍ ອາຍຸ 11 ປີຜູ້ໜ້າຮັກໄປອາບນ້ຳ

ແມ່ຂັນ: ນ້ອຍໆ ໄປອາບນ້ຳທະແມລູກ ຄ່ຳລະຈັກໜ້ອຍຊິໜາວໃດ໋ຫັ້ນ

 

ຕັ້ງແຕ່ເລີ່ມໜາວມາແມ່ບໍ່ເຫັນລູກອາບນ້ຳມາ ສາມມື້ແລ້ວໃດ໋

ນ້ອຍ: ໂອ້ຍ! ອີແມ່ມັນໜາວນະ ບໍ່ອາບກະໄດ້, ລູກຢູ່ແຕ່ເຮືອນບໍ່ໄດ້ໄປໃສ

ແມ່ຂັນ: ຢູ່ເຮືອນກະຕ້ອງອາບ ຈັ່ງແມ່ນສົກກະປົກຫຼາຍລູກກະດາຍ

ນ້ອຍ: ມັນໜາວນະອີແມ່ ລູກບໍ່ອາບດອກຈັກໜ້ອຍຊິແຂງຕາຍ

ແມ່ຂັນ: ຢ່າພິລຶກພິໂລຫຼາຍ, ເປັນອີສັງຄືມາຄ້ານອາບນ້ຳແທ້,

 

ແມ່ນມຶງໄດ້ແນວໃຜເກາະອີ້ອັນນີ້ນະ?

ນ້ອຍ: ! ! ! ກະໄດ້ແນວອີແມ່ຫັ້ນລະ

                 

ອີແມ່ຍັງບໍ່ອາບໄດ້ຕັ້ງ 5 ມື້ລະ

ແມ່ຂັນ: ?????????

 

 

 

ຮ່າາາາາາາາາາ

 

 

ອ້າວ ບໍ່ຫົວຊ້ຳ ບໍ່ຫົວກະຍິ້ມໃຫ້ແດ່ຈັກໜ້ອຍ

 

ຂຽນໂດຍ wunwan

ຂຽນເມື່ອ ຂຽນເມື່ອ: ມ.ກ.. 14, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

ເລື່ອງມີຢູ່ວ່າ

 

ຂະນະທີ່ລຸງ ພວງກຳລັງນັ່ງຂາຍໝາກໄມ້ຢູ່ໜ້າຕະຫຼາດຂົວດິນ, ໄດ້ມີຝຣັ່ງຜູ້ໜຶ່ງເຂົ້າມາຖາມຊື້ໝາກໄມ້ນຳລາວ

ຝຣັ່ງ: ດີສ໌ ອິສ໌ ແມັງໂກສະຕີນ( This is magosteen)

 

ລຸງພວງ: ບໍ່ແມ່ນ ນີ້ແມ່ນໝາກມັງຄຸດ, ບໍ່ແມ່ນໝາກມ່ວງ

ລຸງພວງຕອບໄປຕາມພາຄົນບໍ່ໄດ້ພາສາອັງກິດ

ໄດ້ຍິນແຕ່ເຂົາເວົ້າວ່າ ແມັງໂກ ແປວ່າໝາກມ່ວງ ກະພໍຈື່ໆສ່ຳນັ້ນ

 

ຝຣັ່ງ: ແມັງໂກສະຕຣີນ ກິໂລ..ລະ..ທໍ່ດາຍ? ຝຣັ່ງກະເວົ້າພາສາລາວປົນອັງກິດອອກມາ

 

ລຸງພວງ: ກະຍັງວ່າບໍ່ແມ່ນ ໝາກມ່ວງອັນນີ້ໝາກມັງຄຸດ

 

ຝຣັ່ງ: ແມັງໂກສະຕຣີນ! ຝຣັ່ງມັນກະຖາມຢູ່ຫັນລະຂອງແນວວ່າມັນຢາກກິນ

ຖາມຫຼາຍເທື່ອກະບໍ່ເຫັນລຸງພວງບອກລາຄາມັນກະຄິດວ່າລຸງພວງບໍ່ຂາຍໃຫ້ກະເລີຍຍ່າງໜີ

 

ເມື່ອຝຣັ່ງຍ່າງໜີ ລຸງພວງກະເວົ້າອອກມາບັກແຮງໆດ້ວຍຄວາມໃຈຮ້າຍ

 

ຍັງວ່າໝາກມັງຄຸດ ຍັງຊິມາເວົ້າແມັງໂກ ແມັງເກຢູ່ນີ້

ມີແຕ່ແມັງໂກສົ້ນຕີນ (mangosonteen) ກູນີ້ລະ

 

ຝຣັ່ງໄດ້ຍິນແນວນັ້ນກໍ່ຫັນໜ້າກັບມາ

 

Oh !! yes, mangosteen


ຂ້ອຍ..ຕ້ອງ...ການ 1 ກີ..ໂລ

 

ຝຣັ່ງກະທັງເວົ້າທັງສະແດງທ່າທາງ

 

ສຸດທ້າຍລຸງພວງກະເລີຍໄດ້ຂາຍໝາກມັງຄຸດຕາມວາດ


ອິອິອິ

 


ຈື່ເຂົາມາ ຂຽນໂດຍ Wunwan

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

ຫຼານນ້ອຍອາຍຸ 4 ປີພວມກຳລັງຂີ້ດື້ຊື່ວ່າ ມີນ ກຳລັງເກັບກ້ອນຂີ້ດິນໃສ່ຖົງຢາງຢູ່

ພໍນາງປິ່ນ ອາຂອງຫຼານນ້ອຍມາເຫັນກໍ່ຟ້າວຮ້ອງໃສ່ໂລດ

ປິ່ນ: ມີ່ນເຮັດຫຍັງຫັ້ນນາ, ມັນເປື້ອນໃດ໋ຫັ້ນ

ຕາມພາສາເດັກນ້ອຍ ນ້ອງມີ່ນກະບໍ່ໄດ້ສົນໃຈຕັ້ງໜ້າເກັບກ້ອນດິນໃສ່ຖົງຢາງ

ພໍເກັບໄດ້ກາງຖົງແລ້ວກໍ່ແກ່ລາກຂີ້ດິນໄປ ຂີ້ຝຸ່ນກຸ້ມຂຶ້ນ

ປິ່ນ: ມີ່ນ ເຊົາແມມັນເປື້ອນຫັ້ນນາ, ແມ່ພະຍາດຊິເຂົ້າໂຕເຈົ້າຫັ້ນນາຫຼານ

ແມ່ນຫຼານຊິລາກມັນໄປໃສ່ຫັ້ນນາ        ປິ່ນຮ້ອງມາໃສ່ຫຼານດ້ວຍຄວາມໃຈຮ້າຍ

 

 

 

 

 

ມີ່ນ: ຢ່າຂ້ອຍທະແມ,

 

 

 

ອາປິ່ນຮູ້ບໍນີ້ລະ  " ຫຼໍ່ລາກດິນ "

 

 

ປິ່ນ: !!!????????

 

ບໍ່ຫົວກະຍິ້ມໃຫ້ແນ່ໜ້ອຍໜຶ່ງ

 

ຂຽນໂດຍ wunwan

ຂຽນເມື່ອ ຂຽນເມື່ອ: ມ.ກ.. 6, 2009 | ມີ 25 ຄຳເຫັນ ແລະ 0 trackback(s)

ເລື່ອງ ຍ້າວຍາວ ຖ້າຄ້ານບໍ່ອ່ານກະບໍ່ເປັນຫຍັງເດີພີ່ນ້ອງ

 

ຈະເວົ້າວ່າຊີວິດນີ້ເກີດມາໃຊ້ເວນເກີດມາໃຊ້ກຳມັນກະຄືຊິແມ່ນສຳລັບເດັກຍິງຄົນນີ້

ແຫຼ້ ເດັກນ້ອຍຄົນໜຶ່ງທີ່ອາໄສຢູ່ບ້ານນອກຄອກຄະນາ, ພໍ່ແມ່ມີອາຊີບເປັນປະຊາຊົນທຳມະດາ,

ເຮັດໄຮ່ເຮັດນາເຊິ່ງມີເນື້ອທີ່ແຕ່ໜ້ອຍດຽວ, ແຕ່ລະປີເຂົ້າທີ່ໄດ້ຮັບຈາກການເຮັດໄຮ່ເຮັດນາຮອດບໍ່ພໍກິນຊ້ຳ

ແຫຼ້ເປັນລູກສາວກົກ, ມີນ້ອງຊາຍສອງຄົນ ແລະ ນ້ອງສາວຫຼ້າຄົນໜຶ່ງ,

ພໍອາຍຸຍ່າງເຂົ້າ 8 ປີ ແມ່ຂອງແຫຼ້ກໍ່ເສຍຊີວິດດ້ວຍໂລກລິ້ນຫົວໃຈຮົ່ວ,

ປ່ອຍໃຫ້ແຫຼ້ ກັບ ພໍ່ ແລະ ນ້ອງໆພາກັນຢູ່ພຽງລຳພັງ.

ເມື່ອບໍ່ມີແມ່ຄອບຄົວກະຄືກັບວ່າຂາດຫຼັກຂາດເສົາໃຫ້ເພິ່ງພິງ

ພໍ່ຂອງແຫຼ້ເປັນຄົນຂີ້ຄ້ານແດ່, ຫຼັງຈາກເມຍຕາຍໄປລາວກະບໍ່ໄດ້ວ່າຊິມີຈິດມີໃຈຫາຢູ່ຫາກິນມາລ້ຽງລູກ

ແຕ່ລະມື້ລະວັນກະເອົາແຕ່ກິນເຫຼົ້າລະກະເລາະກາງບ້ານຢູ່ພໍສ່ຳນັ້ນ

ຫຼາຍວັນຜ່ານໄປເງິນຄຳທີ່ເຫຼືອຢູ່ຈາກການເຮັດງານສົບເມຍລາວກໍ່ເອົາມາຖົມໃສ່ເຫຼົ້າຈົນໝົດ

ແຫຼ້ຜູ້ເປັນເອື້ອຍກົກຈຶ່ງໄດ້ຕັດສິນໃຈອອກໂຮງຮຽນເພື່ອເຂົ້າປ່າຫາຢູ່ຫາກິນ, ຫາເກັບຜັກຫັກໜໍ່, ເອົາຮາກໄມ້ຮາກຢາ.....ເມື່ອຫາມາໄດ້ກໍ່ຕ້ອງໄດ້ເອົາໄປຂາຍຢູ່ຕະຫຼາດຝັ່ງໄທພຸ້ນຂ້າມນ້ຳຂອງທີ່ແສນກວ້າງໄປເພື່ອເອົາເງິນມາຊື້ຢາ,

ຊຶ້ເຂົ້າ, ຊື້ເຂົ້າຕົ້ມເຂົ້າໜົມ ແລະ ອາຫານການກິນຕ່າງໆມາລ້ຽງນ້ອງທັງສາມ ແລະ ພໍ່,

ເງິນທີເຫຼືອມາທັງໝົດກໍເອົາໃຫ້ພໍ່ເກັບໄວ້ໃຊ້ໃນຍາມຈຳເປັນ

ຄືກັບວ່າວາດສະໜາບໍ່ເຂົ້າຂ້າງນາງນ້ອຍແຫຼ້ຜູ້ໜ້າສົງສານຊ້ຳ

ເງິນທີ່ຫາມາໄດ້ຝາກພໍ່ໄວ້ພໍຍາມຈຳເປັນໃຊ້ຖາມເອົານຳພໍ່ຊ້ຳພັດວ່າບໍ່ມີ, ເອົາໄປກິນເຫຼົ້າໝົດ

ນອກຈາກພໍ່ແລ້ວ ນອກສາວຫຼ້າຂອງນາງເຊິ່ງມີອາຍຸພຽງແຕ່ 2 ປີນັ້ນ, ທຸກໆຄືນກໍ່ເອົາແຕ່ຮ້ອງໄຫ້ຫາແມ່

ກວ່າທີ່ຈະອອຍໃຫ້ເຊົາໄດ້ກໍ່ວ່າຈົນເດິກຈົນດື່ນພຸ້ນລະ

ໄທບ້ານກໍ່ພາກັນຊ່ວຍຍື່ນຂອງຢູ່ຂອງກິນໃຫ້ນາງນ້ອຍແຫຼ້ບໍ່ໄດ້ຂາດ,

ແຕ່ກະຄືວ່າຫັ້ນລະຄອບຄົວບ້ານນອກກະຊ່ວຍກັນໄດ້ເລັກໆນ້ອຍໆຫັ້ນລະ

ເມື່ອປ້າຂອງແຫຼ້ເຫັນນ້ອງເຂີຍຕົນເອງເປັນແບບນີ້ອົດບໍ່ໄດ້ຈຶ່ງໄດ້ເອີ້ນນ້ອງເຂີຍມາລົມ

ເມື່ອຖືກອົບຮົມບົ່ມສອນແທນທີ່ລາວຈະປ່ຽນແປງຊ້ຳພັດຫອບເຄື່ອງຂອງໜີຈາກລູກທັງສີ່ກັບໄປບ້ານເກີດຕົວເອງຈ້ອຍເລີຍ

ຕອນນີ້ເຮືອນຫຼັງກະຕູບນ້ອຍໆແຄມທົ່ງນາກະເຫຼືອພຽງແຕ່ສີ່ເອື້ອຍນ້ອງເທົ່ານັ້ນ

ເມື່ອເປັນດັ່ງນັ້ນປ້າຂອງນາງນ້ອຍແຫຼ້ກໍ່ຮັບເອົາຫຼານທັງສີ່ໄປລ້ຽງ

ແຫຼ້ອາໄສຢູ່ນຳປ້າກໍ່ໄດ້ເຮັດວຽກເຮັດງານທຸກຢ່າງຊ່ວຍປ້າ,

ຫຼັງຈາກຢູ່ນຳປ້າໄດ້ປະມານສອງເດືອນພໍ່ຂອງນາງນ້ອຍແຫຼ້ກໍ່ກັບມາບ້ານ

ມາຂາຍດິນ ແລະ ເຮືອນກະຕູບນ້ອຍໆອັນນັ້ນ, ນາງນ້ອຍແຫຼ້ບໍ່ຢາກຂາຍແຕ່ລູກກໍ່ຕ້ອງຟັງຄວາມພໍ່ຫັ້ນລະ

ເດັກນ້ອຍອາຍຸດ້າມ 8 ປີ ຊິຖຽງຜູ້ໃຫຍ່ກໍ່ບໍ່ໄດ້

ຫຼັງຈາກຂາຍດິນແລ້ວ ພໍ່ກໍ່ໄດ້ພາແຫຼ້ ແລະ ນ້ອງໆໄປຢູ່ບ້ານເກີດຂອງພໍ່ນຳກັນ

ເມື່ອມາຮອດບ້ານພໍ່ນາງນ້ອຍແຫຼ້ຈຶ່ງໄດ້ຮູ້ວ່າພໍ່ຂອງຕົນຂາຍດິນຂາຍເຮືອນ ເພື່ອເອົາເງິນມາໃຫ້ເມຍໃໝ່

ນາງນ້ອຍແຫຼ້ທຸກໃຈຫຼາຍ, ມາຢູ່ນຳແມ່ນ້າເພິ່ນໃຊ້ວຽກໜັກເອົາແທ້ເອົາວ່າ, ນ້ອງຊາຍຜູ້ຖັດຍັງນ້ອຍໆກະຕ້ອງໄດ້ເຮັດວຽກນຳອີກ

ບໍ່ຈັກກ້ານກົບກ້ານຂຽດ, ຫາຢູ່ຫາກິນ, ວຽກໄຮ່ວຽກນາ, ວຽກເຮືອນວຽກຊານ, ເຮັດໝົດທຸກຢ່າງ

ລວມທັງຫາຂອງໄປຂາຍຢູ່ຕະຫຼາດ, ໄດ້ເງິນມາກະແມ່ໃໝ່ເອົາໝົດ

ສອງປີເຕັມທີ່ນາງນ້ອຍແຫຼ້ຢູ່ກັບແມ່ນ້າ, ນາງນ້ອຍແຫຼ້ຈຶ່ງໄດ້ຕັດສິນໃຈໄປເຮັດວຽກຕ່າງບ້ານຕ່າງເມືອງ

ກະຄືປະເທດໄທຫັ້ນລະຕອນນັ້ນອາຍຸກະປະມານ 10 ປີນີ້ລະ

ໄປເຮັດວຽກໄດ້ເງິນກະຝາກມາໃຫ້ນ້ອງໃຊ້, ໃຫ້ພໍ່ສ້າງເຮືອນໃໝ່

ຊີວິດການເຮັດວຽກຢູ່ເມືອງໄທມັນຈັ່ງແມ່ນທຸກແທ້ໆ, ຖືກເຂົາປ້ອຍເຂົາດ່າທຸກມື້,

ເຮັດວຽກບໍ່ໄດ້ພັກໄດ້ຜ່ອນພໍທໍ່ໃດ, ນອນມື້ໜຶ່ງກະບໍ່ຮອດ 4 ຊົ່ວໂມງຊ້ຳ

ຫຼັງຈາກເຮັດວຽກຢູ່ເມືອງໄທໄດ້ 5 ປີ ກໍ່ພໍດີໃຫຍ່ເປັນສາວ

ລາວໄດ້ກັບມາບ້ານ ແລະ ໄດ້ແຕ່ງງານກັບຊາຍຄົນໜຶ່ງຢູ່ບ້ານດຽວກັນ, ຍຶດອາຊີບເຮັດໄຮ່ເຮັດນາ,

ລະກະຮັບພາລະເບິ່ງແຍງສົ່ງເສຍນ້ອງຮຽນໄປນຳ

 

ຕັ້ງແຕ່ນັ້ນມາຂ້ອຍເອງກະຍັງບໍ່ທັນໄດ້ເຫັນນາງນ້ອຍແຫຼ້ຄົນນັ້ນອີກເລີຍວ່າລາວເປັນແນວໃດແລ້ວ

ແຕ່ຂ້ອຍຍັງຈື່ບໍ່ລືມໃນມື້ນັ້ນ, ຕອນຂ້ອຍຮຽນຢູ່ ມໍ 4ນີ້ລະ

ນາງນ້ອຍແຫຼ້ເອົາໝາກແຕງໄຮ່ມາໃຫ້ສູ່ຂ້ອຍກິນແລ້ວເວົ້າອອກມາດ້ວຍສີນ້າເສົ້າໝອງວ່າ

ຂ້ອຍຢາກຮຽນໜັງສືຄືເຈົ້າເດ ແຕ່ຂ້ອຍຄືຊິບໍ່ໄດ້ຮຽນແລ້ວ, ເອື້ອຍຕັ້ງໃຈຮຽນໃຫ້ສູງໆເດີ້

ຄິດເຖິງຄຳນີ້ຍາມໃດລະຍັງຄິດລະອາຍໃຈຢູ່ທີ່ໂຕເອງບໍ່ຕັ້ງໃຈຮຽນໜັງສື

 

ຢາກໃຫ້ໝູ່ເພື່ອນສະມາຊິກພັນລາວຜູ້ທີ່ມີໂອກາດໄດ້ສຶກສາຮ້ຳຮຽນຕັ້ງໃຈໃສ່ໃນໂອກາດນັ້ນຫຼາຍໆ

 

 

 

ໂອ້ຍ ! ! !ຂຽນຍາວໂພດລະຂ້ອຍນະ

 

 

 

 

ຂຽນໂດຍ wunwan 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 5, 2009 | ມີ 31 ຄຳເຫັນ ແລະ 0 trackback(s)

ທິ້ງ ກັບ ລຸນ ເປັນຄູ່ຮັກກັນມາໄດ້ຫຼາຍເດືອນແລ້ວ ພໍຮອດວັນວາເລັນທາຍປີນີ້

 

ລຸນກໍ່ໄດ້ເອົາຂອງຂວັນໃຫ້ຍິງສາວທີ່ຕົນຮັກເປັນສາຍຄໍຄຳຝະຣັ່ງ ເສັ້ນໜຶ່ງ

 

ລຸນ: ທິ້ງ! ອ້າຍມີສິ່ງໜຶ່ງຢາກບອກ, ທິ້ງອ້າຍຮັກນ້ອງ,

ນ້ອງເປັນຄົນຮັກຄົນທຳອິດຂອງອ້າຍ ແລະ ນ້ອງກໍ່ເປັນຄົນທຳອິດທີ່ອ້າຍບອກຮັກ

 

ທິ້ງ: ແມ່ນແທ້ຫວາ ອ້າຍລຸນ?

 

ລຸນ: ອ້າຍເວົ້າແທ້ໆໃດ໋ທິ້ງ, ມື້ນີ້ອ້າຍມີຂອງຂວັນມາໃຫ້ນ້ອງ,

 

ອັນນີ້ກໍ່ເປັນຂອງຂວັນອັນທຳອິດທີ່ອ້າຍໄດ້ມອບໃຫ້ກັບຜູ້ຍິງ

 

ທິ້ງ: ແມ່ນແທ້ຫວາ? ນ້ອງດີໃຈແທ້ໆເລີຍ

 

ທິ້ງຮັບເອົາຂອງຂັວນພ້ອມດ້ວຍຮອຍຍິ້ມທີ່ມີຄວາມສຸກ


ຫຼັງຈາກນັ້ນ 1 ອາທິດຜ່ານໄປ ທິ້ງໄດ້ເອົາສາຍຄໍເສັ້ນນັ້ນມາຖິ້ມໃສ່ໜ້າຂອງລຸນໝົດແຮງ

 

ລຸນ: ແມ່ນຫຍັງນີ້?

 

ທິ້ງ: ເອົາສາຍຄໍຂອງເຈົ້າຄືນໄປ, ໝູ່ຂອງຂ້ອຍໃຜໆຕ່າງກໍ່ຈື່ສາຍຄໍເສັ້ນນີ້ໄດ້ເກືອບໝົດທຸກຄົນ



  ?????????





ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2008 | ມີ 18 ຄຳເຫັນ ແລະ 0 trackback(s)


ສອງສ່ຽວ ແກ້ວ ແລະ ມີ ນັ່ງລົມກັນຢູ່ທີ່ກ້ອງຮົ່ມໄມ້ໜ້າບ້ານ


ແກ້ວ: ເຮີ່ຍ ! ມີ ສິ່ງທຳອິດທີ່ເມຍໂຕມັກເຮັດໃນຍາມມື້ເຊົ້າແມ່ນຫຍັງ?


ມີ: ເມຍເຮົາເບາະ ! ສິ່ງທີ່ລາວມັກເຮັດຫຼັງຈາກຕື່ນນອນມາແມ່ນໄຂ ແລະ ອັດປະຕູຫ້ອງຢ່າງແຮງ


ແລ້ວເມຍໂຕເດສ່ຽວ?


ແກ້ວ: ເມຍເຮົາເບາະ!

 

ລາວມັກຝົນປາຍລິ້ນຂອງລາວໃຫ້ແຫຼມຄົມ

 

 

ຫ້າ ຫ້າ ຫ້າ ຫົວໃຫ້ແນ່.........

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2008 | ມີ 15 ຄຳເຫັນ ແລະ 0 trackback(s)

ຄຳແພງ ຫາກໍ່ແຕ່ງດອງມາໄດ້ບໍ່ພໍເທົ່າໃດເດືອນ ນາງກໍ່ມານັ່ງຈົ່ມທຸກຈົ່ມຍາກສູ່ໝູ່ຟັງວ່າ:

 

" ສ່ຽວເອີຍ ເຮົາເກືອບເປັນລົມເມື່ອຊວດຮູ້ເມື່ອວ່າຜົວຂອງເຮົາເປັນຄົນຂີ້ຕົວະຫຼອກລວງ "

 

ອ້າວ! ແລ້ວໂຕຮູ້ໄດ້ແນວໃດລະສ່ຽວ ? ໝູ່ລາວຖາມ

 

ວັນທິດຫຼັງຜ່ານມາຜົວເຮົາບອກວ່າລາວໄປກິນລ້ຽງກັບ ທ້າວຈັນ

 

ພະນັກງານພະແນກດຽວກັບເຮົາ,

 

ແຕ່ຕົວຈິງແລ້ວແມ່ນເຮົາເອງທີ່ໄປກັບທ້າວຈັນ

 

?????????????

 

wunwan

ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2008 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຈາກພາກທີ່ໜຶ່ງ ເລົ່າຕໍ່ກັນເລີຍເນາະພີ່ນ້ອງ ອາດຈະຍາວແດ່ ໝັ່ນກໍ່ອ່ານ ຄ້ານກໍ່ບໍ່ອ່ານ ບໍ່ວ່າກັນ

 

ຕັ້ງແຕ່ອົກຫັກມາ ໂນ່ກໍ່ມີແຕ່ຊຶມເສົ້າທຸກໆວັນ, ໝູ່ເພື່ອນທຸກຄົນຍິ່ງຮູ້ສຶກເປັນຫວ່ງໂນ່ຫຼາຍ, ແຕ່ກໍ່ບໍ່ຮູ້ສາເຫດ ຖາມຫຍັງໂນ່ກໍ່ບໍ່ບອກ,

ພວກເຂົາຈຶ່ງພາກັນເດົາເອົາວ່າຄົງເປັນເພາະ ດາວ ແນ່ນອນ, ພວກໝູ່ເພື່ອນໄດ້ພາກັນພະຍາຍາມຖາມດາວ, ແຕ່ດາວກໍ່ບໍ່ໄດ້ໃຫ້ຄຳຕອບແຕ່ຢ່າງໃດ,

ມີແຕ່ບອກວ່າຝາກເບິ່ງແຍງໂນ່ແດ່

ອາທິດໜ້າຈະເສັງແລ້ວໃດ໋ໂນ່ເປັນຫຍັງໂຕຄືບໍ່ເບິ່ງບົດຮຽນແດ່ວະສ່ຽວ,

ມີຫຍັງກໍ່ປຶກສານຳໝູ່ຄູ່ແມ, ເກັບໄວ້ຄົນດຽວມັນກໍ່ທຸກຢູ່ຄົນດຽວ

ເຮົາມາຮຽນໜັງສືເດີ້ສ່ຽວ ຢ່າໃຫ້ເລື່ອງອື່ນມາເຮັດໃຫ້ການຮຽນຂອງໂຕເສຍແມ 

ວັນໄຊ ເວົ້າປອບໃຈໂນ່ດ້ວຍຄວາມເປັນຫວ່ງໃນຖານະເພື່ອນຮັກກັນ

ການສອບເສັງໄປຮຽນຕໍ່ຈີນໄດ້ກ້າວເຂົ້າມາເຖິງ

ດາວ ! ທີ່ເຈົ້າຈາກຂ້ອຍໄປກໍ່ເພາະວ່າຂ້ອຍມັນຈົນແມ່ນບໍ?

ຖ້າຫາກມື້ນີ້ຂ້ອຍມີທຸກສິ່ງທຸກຢ່າງເຈົ້າກະຄືຊິມາອວຍພອນໃຫ້ຂ້ອຍໃນວັນສອບເສັງໃນຄັ້ງນີ້

ເຖິງແມ່ນວ່າວັນນີ້ຂ້ອຍຈະບໍ່ມີເຈົ້າຢູ່ຄຽງຂ້າງກໍ່ຕາມແຕ່ຂ້ອຍກໍ່ຈະຕ້ອງກ້າວເດີນໄປທາງໜ້າ,

ດາວ ! ຂ້ອຍຈະເຮັດໃຫ້ເຈົ້າໄດ້ເຫັນວ່າຄົນຈົນໆຄົນນີ້, ຄົນທີ່ເຈົ້າຖິ້ມໄປ, ເຖິງຈະອົກຫັກເສຍໃຈເທົ່າໃດ,

ຂ້ອຍກໍ່ຈະບໍ່ຍອມຖິ້ມຄວາມຝັນ ແລະ ອຸດົມການຂອງຂ້ອຍ,

ດາວ ! ເຖິງວັນນີ້ເຈົ້າຈະຈາກຂ້ອຍໄປແຕ່ຂ້ອຍກໍ່ຍັງຫວັງວ່າວັນໜຶ່ງເຮົາອາດຈະກັບມາພົບກັນອີກ

ໃນວັນທີ່ຂ້ອຍມີທຸກສິ່ງທຸກຢ່າງ

ອ້າວ ! ໂນ່ ນັ່ງຄຶດຫຍັງຢູ່ນີ້ໄປ໋ ໄປ ໃກ້ຊິຮອດໂມງເສັງແລ້ວເດ ວັນໄຊຮ້ອງມາໃສ່ພ້ອມທັງຍ່າງຂຶ້ນຫ້ອງ

 

ຫຼັງຈາກການສອບເສັງສິ້ນສຸດລົງ, ຜົນປະກົດອອກມາວ່າໂນ່ຕິດອັນດັບຕົ້ນໆຂອງລາຍຊື່ນັກສຶກສາທີ່ເສັງໄດ້

 

ການສຶກສາທີ່ປະເທດຈີນເປັນເວລາຫຼາຍເດືອນຜ່ານໄປ ໂນ່ໄດ້ຕັ້ງໃຈໃສ່ການຮ່ຳຮຽນເປັນຢ່າງດີ, ຜົນການຮຽນຂອງລາວດີຂຶ້ນເລື້ອຍໆ

ຈົນໝູ່ຄູ່ໃຜໆກໍ່ຍ້ອງ,

ຢູ່ມາວັນໜຶ່ງໂນ່ກໍ່ໄດ້ຮັບຂ່າວຈາກໝູ່ ວ່າດາວໄດ້ແຕ່ງງານແລ້ວ,

ຄວາມຫວັງທີ່ຂ້ອຍຈະໄດ້ພົບກັບເຈົ້າອີກມັນຄືຊິເປັນໄປບໍ່ໄດ້ແລ້ວແມ່ນບໍດາວ ? ໂນ່ ພຶມພຳອອກມາພ້ອມຢາດນ້ຳຕາໄຫຼອາບໜ້າ

ຄວາມຮູ້ສຶກເຈັບປວດມັນໄດ້ກັບຄືນມາຫາໂນ່ອີກຄັ້ງໜຶ່ງ, ເປັນເວລາຫຼາຍວັນກວ່າທີ່ລາວຈະທຳໃຈໄດ້

 

 

ແຕ່ໂຊກຮ້າຍກໍ່ບໍ່ໄດ້ຢູ່ກັບໂນ່ສະເໝີໄປ

ຢູ່ທີ່ສະຖາບັນການສຶກສານີ້ເອງໄດ້ເຮັດໃຫ້ໂນ່ພົບກັນຜູ້ຍິງຄົນໜຶ່ງ, ເປັນນັກສຶກສາຈາກປະເທດລາວຄືກັນ

ໃຈ ເປັນນັກຮຽນທຶນຄືກັນກັບໂນ່, ຖານະຄອບຄົວປານກາງ, ໄດ້ທຶນມາຮຽນຍ້ອນຄວາມຮູ້ຄວາມສາມາດຂອງຕົນເອງ

ລາວເປັນຄົນງາມແບບທຳມະຊາດບໍ່ແພ້ດາວແຟນເກົ່າຂອງໂນ່ເລີຍ, ໃຈ ເປັນຄົນອາລົມດີ, ຕະຫຼົກເປັນບາງເວລາ,ມັກມ່ວນຊື່ນ,

ດ້ວຍເຫດນີ້ຈຶ່ງເຮັດໃຫ້ໂນ່ຜູ້ທີ່ມີແຕ່ຄວາມງຽບເຫງົາເພາະບໍ່ເຄີຍລືມຄົນຮັກເກົ່າ, ຮູ້ສຶກມີຄວາມສຸກທີ່ຢູ່ກັບນາງ,

ຄວາມໃກ້ຊິດສະໜິດສະໜົມກັນຈາກໝູ່ເພື່ອນນັບມື້ນັບຫຼາຍຂຶ້ນໄດ້ເຮັດໃຫ້ກໍ່ເກີດເປັນຄວາມຮັກ,

 

ວັນເວລາຜ່ານໄປ ຄວາມຮັກ ແລະ ຄວາມຫວັງດີທີ່ ໃຈ ມີໃຫ້ ໂນ່ໄດ້ເຮັດໃຫ້ຫົວໃຈທີ່ເຄີຍເຈັບປວດແລະແສນທໍລະມານ

ມາເປັນເວລາຫຼາຍປີນັ້ນໄດ້ກັບຄືນມາມີຊີວິດຊີວາໃໝ່ອີກຄັ້ງໜຶ່ງ

 

ເມື່ອເສັ້ນທາງການສຶກສາສິ້ນສຸດລົງ ຜົນຕອບແທນກໍ່ຄືໃບປະກາດທີ່ໄດ້ຮັບມາເພື່ອເປັນການຢັ້ງຢືນເຖິງຜົນສຳເລັດ

ຫຼັງຈາກຮຽນຈົບແລ້ວ ໂນ່ ກໍ່ໄດ້ກັບມາປະເທດລາວ, ຕັ້ງຈິດຕັ້ງໃຈໃສ່ວຽກງານ ເປັນເວລາ ສອງປີ ແລ້ວກໍ່ໄດ້ແຕ່ງງານກັບໃຈ

 

ສຸດທ້າຍວັນນີທີ່ຂ້ອຍລໍຄອຍມັນກໍ່ມາເຖິງ, ແຕ່ຄົນທີ່ຮ່ວມພາຂວັນນຳຂ້ອຍພັດບໍ່ແມ່ນເຈົ້າຊ້ຳດາວ,

 

ແຕ່ຂ້ອຍກໍ່ຈະຮັກ ແລະ ເບິ່ງແຍງລາວໄປຕະຫຼອດຊີວິດຂອງຂ້ອຍ, ມາເຖິງວັນນີ້ຂ້ອຍຄິດວ່າຂ້ອຍຄວນຈະຂອບໃຈເຈົ້າທີ່ຖິ້ມຂ້ອຍໄປ

ເຮັດໃຫ້ຂ້ອຍໄດ້ພົບກັບຄວາມສຳເລັດ, ແລະ ໄດ້ພົບກັບຄົນທີ່ຮັກຂ້ອຍຢ່າງແທ້ຈິງ

ຄອບຄົວທີ່ອົບອຸ່ນ, ຄອບຄົວທີ່ເຕັມໄປດ້ວຍຄວາມຮັກ, ສິ່ງນີ້ລະທີ່ຂ້ອຍລໍຄອຍມາເປັນເວລາຍາວນານ

 (ໂນ່ຄິດຢູ່ໃນໃຈຂະນະທີ່ກຳລັງກຽມຕົວເຂົ້າພິທີແຕ່ງງານ)

 

 

 

 

 

 

ຈົບແລ້ວເດີພີ່ນ້ອງທັງຫຼາຍ

ຜິດພາດປະການໃດຂໍອະໄພມານະທີ່ນີ້ດ້ວຍ

 

 

ຂຽນໂດຍ wunwan

 

 

 

 


ຂຽນເມື່ອ ຂຽນເມື່ອ: ທ.ວ.. 28, 2008 | ມີ 29 ຄຳເຫັນ ແລະ 0 trackback(s)

ຢ່າຄິດເລິກເດີ່ພີ່ນ້ອງ ອ່ານເບິ່ງດີໆກ່ອນເດີ້

 

ຟັງເພງຢູ່ດີໆ ກໍ່ໄດ້ຍິນເພງໜຶ່ງທີ່ຟັງແລ້ວຮູ້ສຶກວ່າມັນກິນໃຈຫຼາຍ

ກໍ່ເລີຍຢາກຈະຂຽນບົດຄວາມໜຶ່ງຂຶ້ນມາ

 

 ຫຼາຍຄົນເມື່ອເຕີບໃຫຍ່ເປັນຜູ້ໃຫຍ່ແລ້ວ, ຈະບໍ່ມັກໃຫ້ມີໃຜມາບອກມາສອນຕົນເອງ,

 

" ຂ້ອຍໃຫຍ່ແລ້ວ ບໍ່ຕ້ອງມາບອກຂ້ອຍບໍ່ມັກ"

ຄຳນີ້ບາງຄົນອາດຈະເຄີຍເວົ້າເມື່ອເວລາທີ່ພໍ່ແມ່ກ່າວຄຳຕັກເຕືອນ,

 

ແຕ່ບາງຄົນກໍ່ອາດຈະບໍ່ເຄີຍເວົ້າ

 

ຖ້າຫາກທ່ານເຄີຍເວົ້າຄຳນີ້ ຢາກໃຫ້ທ່ານຄິດຫວນຄືນເຖິງເລື່ອງລາວຕ່າງໆທີ່ຜ່ານມາເບິ່ງ

 

ທ່ານເຄີຍຄິດບໍວ່າກ່ອນທີ່ຈະມາເປັນທ່ານໃນວັນນີ້,

 

ມີໃຜຄົນໜຶ່ງທີ່ຕ້ອງເມື່ອຍແລະທຸກຍາກລຳບາກເທົ່າໃດເພື່ອໃຫ້ທ່ານໄດ້ມີວັນນີ້,

 

ມີໃຜຄົນໜຶ່ງທີ່ຄອຍເຮັດທຸກສິ່ງທຸກຢ່າງເພື່ອທ່ານ, ຄອຍເຊັດຕົນໂຕໃນເວລາທີ່ທ່ານເປັນໄຂ້,

 

ຄອຍຫົ່ມຜ້າໃຫ້ໃນເວລາທີ່ທ່ານນອນໜາວ, ໃຜຄົນໜຶ່ງຄອຍໃຫ້ກຳລັງໃຈໃນເວລາທີ່ທ່ານທໍ້ແທ້,

 

ຄອຍປົກປ້ອງທ່ານຈາກອັນຕລາຍຕ່າງໆນາໆ, ຄອຍຫາເຂົ້າຫານ້ຳໃຫ້ທ່ານກິນ...............

 

ຄົນໆນັ້ນເຂົາບໍ່ຮູ້ລ່ວງໜ້າເລີຍວ່າເມື່ອທ່ານເຕີບໃຫຍ່ຂຶ້ນມາທ່ານຈະເປັນແນວໃດ,

 

ຄົນໆນັ້ນເຂົາບໍ່ໄດ້ຫວັງຫຍັງຫຼາຍຈາກຕົວທ່ານເລີຍ,

 

ສິ່ງທີ່ເຂົາຄົນນັ້ນຫວັງກໍ່ຄືຢາກເຫັນທ່ານເປັນຄົນດີ, ຢາກເຫັນທ່ານມີຊີວິດທີ່ດີ,

 

ຢາກເຫັນທ່ານມີຄວາມສຸກ.


ສະນັ້ນກ່ອນທີ່ທ່ານຈະຕັດສິນໃຈເຮັດສິ່ງໃດສິ່ງໜຶ່ງ

 

ຢາກໃຫ້ທ່ານຄິດກ່ອນທີ່ທ່ານຈະກ້າວຍ່າງບາດຕີນຂອງທ່ານອອກໄປເຮັດສິ່ງໆນັ້ນ,

 

ຢາກໃຫ້ທ່ານຄິດສະເໝີວ່າ ຕີນທີ່ທ່ານກຳລັງໃຊ້ຍ່າງ, ໃຊ້ຢຽບໂລກໜ່ວຍນີ້,

 

ໃຊ້ພາທ່ານໄປໃນທຸກທີ່ຢູ່ຕອນນີ້

ແຕ່ກ່ອນໜ້ານັ້ນມີຄົນທີ່ຮັກທ່ານທີ່ສຸດ ຈູບມັນດ້ວຍຄວາມຮັກ,

 

ຄວາມຫ່ວງໄຍ ແລະ ຖະນຸຖະໜອມເປັນຢ່າງດີ

 

ຄົນໆນັ້ນຫວັງຢູ່ສະເໝີວ່າ ສອງຕີນນ້ອຍໆທີ່ເຂົາຈູບມັນນັ້ນ,

 

ເມື່ອເຕີບໃຫຍ່ຂຶ້ນມາແລ້ວຈະ່ເຮັດໃນສິ່ງທີ່່ດີ ແລະ ມີປະໂຫຍດແກ່ສັງຄົມ

 

ສິ່ງນີ້ເທົ່ານັ້ນລະທີ່ເຂົາຄົນນັ້ນຕ້ອງການ


ໃນວັນນີ້ທ່ານໄດ້ຄິດເຖິງຈຸດນີ້ ຫຼື ບໍ່, ຖ້າຫາກຍັງຂໍໃຫ້ທ່ານຄິດຫວນຄືນອີກຈັກຄັ້ງໜຶ່ງ ໄດ້ ຫຼື ບໍ໋ ?

 

 

 

ຜິດພາດປະການດ ຂໍອະໄພມານະທີ່ນີ້ດ້ວຍ

 

ດ້ວຍຮັກແລະຫ່ວງໄຍ

 

ຂຽນໂດຍ wunwan

ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2008 | ມີ 28 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ນີ້້ເປັນເລື່ອງຄວາມຮັກຂອງຄົນສອງຄົນ ທີ່ຖານະແຕກຕ່າງກັນ


ຮັກຂອງເຂົາເຈົ້າທັງສອງຈະສົມຫວັງ ຫຼື ບໍ່ມາຊ່ວຍກັນລຸ້ນເດີພີ່ນ້ອງພັນລາວ


ຢູ່ທີ່ສວນສາທາລະນະແຄມແມ່ນ້ຳຂອງ


ໂນ່ ! ຂ້ອຍຄິວ່າເຮົາສອງຄົນເລີກກັນເທາະ, ເລື່ອງລະຫວ່າງເຈົ້າ ແລະ ຂ້ອຍມັນຄືຊິເປັນໄປບໍ່ໄດ້ແລ້ວ  ດາວ ເວົ້າອອກມາພ້ອມກັບນ້ຳຕາ

ດາວ ! ເປັນຫຍັງເຈົ້າຈຶ່ງວ່າຈັ່ງຊັ້ນ, ເຈົ້າກໍ່ຮູ້ວ່າຂ້ອຍຮັກເຈົ້າຫຼາຍເທົ່າໃດ, ຂ້ອຍຂໍຮ້ອງລະດາວ ເຈົ້າຢ່າເວົ້າຄຳນີ້ອີກໄດ້ບໍ, ເຈົ້າຮູ້ບໍວ່າຂ້ອຍເຈັບປວດເທົ່າໃດທີ່ໄດ້ຍິນຄຳໆນີ້, ດາວ ! ! ຂ້ອຍຮັກເຈົ້າຄົນດຽວ ແລະມີເຈົ້າພຽງຄົນດຽວເຈົ້າກໍ່ຮູ້  ໂນ່ ເວ້າອອກມາດ້ວຍສີໜ້າທີ່ແສນເສົ້າ ພ້ອມທັງນ້ຳຕາຊຶມ

ດາວ:  ແຕ່ຂ້ອຍເມື່ອຍນະໂນ່, ຄວາມຮັກຂອງເຮົານັບວັນຍິ່ງຈະມີບັນຫາຫຼາຍຂຶ້ນທຸກວັນ.

ໂນ່ : ດາວ ! ແຕ່ເຮົາສັນຍາແລ້ວວ່າຈະພາກັນສູ້ໃຫ້ຜ່ານຜ່າອຸປະສັກໄປນຳກັນ, ແຕ່ເປັນຫຍັງມື້ນີ້ເຈົ້າຈຶ່ງເວົ້າແບບນີ້

ດາວ: ໂນ່, ຂ້ອຍຖາມແນ່, ມື້ນີ້ເຈົ້າໄປໃສມາລະ, ໝູ່ຂ້ອຍບອກວ່າເຫັນເຈົ້າໄປກັບຜູ້ຍິງຄົນໜຶ່ງ, ວັນເສົາກ່ອນເຂົາກໍ່ວ່າເຫັນເຈົ້າໄປດື່ມເບຍຢູ່ຮ້ານຈົນມຶນເມົາ.

ໂນ່: ດາວ ! ຍິງຄົນນັ້ນເປັນໝູ່ຮຽນຫ້ອງດຽວກັນທຳມະດາ, ມັນບໍ່ແມ່ນດັ່ງທີ່ເຈົ້າຄິດເຈົ້າກໍ່ຮູ້

ໂນ່ ຄິດຢູ່ໜ້ອຍໜຶ່ງແລ້ວເວົ້າອອກມາ ດາວ! ທີ່ເຈົ້າເວົ້າມານີ້ເພາະຢາກເລີກັບຂ້ອຍແມ່ນບໍ?, ເປັນເພາະຂ້ອຍເປັນຄົນຈົນແມ່ນບໍ?

ແມ່ນແລ້ວ ຂ້ອຍມັນບໍ່ມີຫຍັງເລີຍ, ຖານະຄອບຄົວກໍ່ພໍສ່ຳນັ້ນ ແຕກຕ່າງກັບເຈົ້າ, ເຈົ້າຄືຊິເບື່ອຂ້ອຍແລ້ວແມ່ນບໍ?

ໂນ່ທັງເວົ້າທັງນ້ຳຕາຊຶມເບົ້າ

ມັນບໍ່ແມ່ນແນວນັ້ນ, ຂ້ອຍບໍ່ໄດ້ສົນໃຈເລື່ອງນັ້ນເຈົ້າກໍ່ຮູ້ ............ດາວເວົ້າໄດ້ພຽງແຕ່ເທົ່ານັ້ນ, ນາງບໍ່ສາມາດເວົ້າຫຍັງຕໍ່ໄປໄດ້ອີກ. ເມື່ອໂທລະສັບດັງຂຶ້ນ

ໂນ່ຂ້ອຍຈະກັບບ້ານກ່ອນເດີ,​ ເບິ່ງແຍງໂຕເອງດີໆລະ, ຂ້ອຍເປັນຫວ່ງ... ດາວເວົ້າອອກມາພ້ອມກັບນ້ຳຕາໄຫຼລິນລົງມາເທິງໃບໜ້າ, ເມື່ອເວົ້າສຸດ ດາວກໍ່ຍ່າງຂຶ້ນລົດ ກັບບ້ານໄປ  ປ່ອຍໃຫ້ໂນ່ຢູ່ຄົນດຽວຕາມລຳພັງ.

ຄືນນີ້ໂນ່ນອນບໍ່ລັບມົດຄືນ, ເບິ່ງຄືວ່າໂລກນີ້ບໍ່ມີຫຍັງເຫຼືອເລີຍ, ຊີວິດຄືກັບວ່າຂາດສິ່ງໃດສິ່ງໜຶ່ງໄປ, ຮ່າງກາຍກໍ່ອ່ອນເພຍໄປໝົດ, ເຂົ້ານ້ຳກໍ່ກິນບໍ່ລົງເລີຍ

ເໝືອນກັບວ່າຄວາມອ້າງວ້າງ, ຄວາມງຽບເຫງົາມັນຈເຂົ້າມາໂຮມຢູ່ທີ່ໂນ່ພຽງຄົນດຽວ

 

ໂນ່ ແລະ ດາວ ເປັນຄູ່ຮັກກັນມາໄດ້ 1 ປີແລ້ວ, ແຕ່ເນື່ອງຈາກວ່າຖານະຄອບຄົວແຕກຕ່າງກັນ, ດາວເປັນລູກສາວດຽວຂອງຄອບຄົວ, ປ້າພັນ ແລະ ລຸງ ສອນ ເຊິ່ງເປັນຄົນຮັ່ງມີທີ່ສຸດໃນບ້ານນັ້ນກໍ່ວ່າໄດ້

ໂນ່ເປັນນັກຮຽນທຶນຈາກຕ່າງແຂວງ, ໄດ້ທຶນການສຶກສາຈາກລັດຖະບານມາຮຽນກຽມ, ແຕ່ເນື່ອງຈາກວ່າໂນ່ເກີດມາໃນຄອບຄົວທຸກຈົນຈຶ່ງເຮັດໃຫ້ພໍ່ແມ່ຂອງດາວ ບໍ່ພໍໃຈທີ່ດາວ ຄົບກັບໂນ່, ຈຶ່ງໄດ້ຫ້າມບໍ່ໃຫ້ດາວມາພົວພັນກັບໂນ່ອີກ,  ຊ້ຳບໍ່ພໍ ຍັງມີຜູ້ຊາຍທີ່ມີຖານະໜ້າຕາດີມາສົນໃຈດາວອີກ, ພໍ່ແມ່ຂອງດາວກໍ່ເຫັນພ້ອມຢາກໃຫ້ດາວຄົບກັບຊາຍຄົນນັ້ນ, ແຕ່ດາວເອງກໍ່ບໍ່ໄດ້ຮັກຜູ້ຊາຍຄົນນັ້ນ ຄືກັບທີ່ດາວຮັກໂນ່ເລີຍ, ທຸກຄັ້ງທີ່ຈະມາພົບກັບໂນ່ດາວກໍ່ໄດ້ລັກມາຫາເພາະຖ້າພໍ່ແມ່ຮູ້ດາວຈະຖືກຮ້າຍ

ເຖິງຈະມີອຸປະສັກຫຼາຍຢ່າງເຂົ້າມາແຕ່ກໍ່ບໍ່ໄດ້ເຮັດໃຫ້ຄວາມຮັກຂອງເຂົາເຈົ້າທັງສອງສັ່ນຄອນແຕ່ຢ່າງໃດ, ມີແຕ່ຍິ່ງເຮັດໃຫ້ຮັກກັນຫຼາຍຂຶ້ນ

ແຕ່ມາເຖິງມື້ນີ້ ດາວ ໄດ້ຕັດສິນໃຈເວົ້າຄຳນີ້ອອກມາຈາກປາກຂອງນາງເຊິ່ງສາເຫດມາຈາກອັນໃດ ໂນ່ບໍ່ຮູ້ເລີຍ

ດາວ ! ດາວ ! ເປັນຫຍັງມື້ນີ້ເຈົ້າຈຶ່່ງເວົ້າຄຳນີ້ອອກມາ! ຂ້ອຍບໍ່ເຊື່ອວ່າຍ້ອນຂ້ອຍໄປກັບໝູ່ຜູ້ຍິງຄົນນັ້ນຈະເຮັດໃຫ້ເຈົ້າເວົ້າຄຳນີ້ອອກມາ,

ດາວ! ຫຼືວ່າເຈົ້າບໍ່ຮັກຂອ້ຍແລ້ວ ໂນ່ໄດ້ແຕ່ພຶມພຳຖາມຕົວເອງດ້ວຍຄວາມເຈັບປວດທີ່ອອກມາຈາກຫົວໃຈ, ຄືນນັ້ນທັງຄືນໂນ່ໄດ້ໂທຫາດາວຕັ້ງຫຼາຍເທື່ອແຕ່ດາວກໍ່ປິດເຄື່ອງ

ພໍຮຸ່ງເຊົ້າມາໂນ່ໄດ້ຕັດສິນໃຈໄປຫາດາວຢູ່ບ້ານ, ແຕ່ຄົນໃນຄອບຄົວກໍ່ບອກວ່າດາວບໍ່ຢູ່, ບໍ່ຮູ້ວ່າໄປໃສ. ແລ້ວກໍ່ບອກໂນ່ວ່າບໍ່ຕ້ອງມາຫາດາວອີກ.

ໂນ່ຮູ້ແລ້ວວ່າເຂົາເຈົ້າຕົວະແຕ່ຈະເຮັດແນວໃດໄດ້, ໄດ້ແຕ່ຍ່າງກັບບ້ານດ້ວຍຄວາມຜິດຫວັງ, ດັ່ງເຊັ່ນຄົນໄຮ້ວິນຍານ

ການສອບເສັງໄປຈີນຈະເລີ່ມໃນອາທິດໜ້ານີ້ແລ້ວ, ແຕ່ໂນ່ຍັງບໍ່ມີກະຈິດກະໃຈຈະຮຽນໜັງສືຊ້ຳ, ທຸກມື້ກໍ່ໄດ້ແຕ່ນັ່ງໃຈລອຍໄປລອຍມາ ບາງເທື່ອກໍ່ນຳ້ຕາໄຫຼ, ໝູ່ໃນຫ້ອງພັກດຽວກັນກໍ່ສົງໄສວ່າໂນ່ເປັນຫຍັງຄືມາແປກແທ້, ປົກກະຕິແລ້ວໂນ່ເປັນຄົນມັກຮຽນໜັງສືເອົາແທ້ເອົາວ່າ, ແຕ່ໜຶ່ງອາທິດຜ່ານມານີ້ແຮ່ງໃກ້ຊິເສັງໂນ່ຊ້ຳພັດບໍ່ຈັບຮອດປຶ້ມມາອ່ານຊ້ຳ, ໝູ່ທຸກຄົນພາກັນຖາມໂນ່ກໍ່ບໍ່ໄດ້ເວົ້າຫຍັງສູ່ຟັງຫຼາຍມີແຕ່ບອກວ່າມີບັນຫາໜ້ອຍໜຶ່ງເທົ່ານັ້ນ


 

ເສັ້ນທາງການສຶກສາ ແລະ ຄວາມຮັກຂອງໂນ່ຈະເປັນແນວໃດ ຕິດຕາມອ່ານໃນຕອນຕໍ່ໄປເດີພີ່ນ້ອງ

ຢາກໃຫ້ຊີວິດຂອງໂນ່ເປັນແນວໃດກໍ່ສາມາດອອກຄວາມເຫັນມາໄດ້ເດີ


ຂຽນໂດຍ wunwan


ຂຽນເມື່ອ ຂຽນເມື່ອ: ທ.ວ.. 25, 2008 | ມີ 19 ຄຳເຫັນ ແລະ 0 trackback(s)

 

 

ຄວາມເປັນມາຂອງວັນ Christmas

 

ຄຳວ່າ Christmas ມາຈາກພາສາອັງກິດ ບູຮານວ່າ Christes Maesse ແປວ່າ “ ບູຊາມິສຊາຂອງພະຄີຣສຕະເຈົ້າ

ຊຶ່ງພົບເຫັນເປັນຄັ້ງທຳອິດໃນ ເອກະສານບູຮານທີ່ເປັນພາສາອັງກິດໃນປີ ຄ.ສ 1038 ແລະ ໃນປະຈຸບັນຄຳນີ້ກໍ້ໄດ້ປ່ຽນມາເປັນຄຳວ່າ Christmas

ເທດສະການ Christmas ຫຼື  X’Mas ກົງກັບວັນທີ່ 25 ທັນວາ ຂອງທຸກໆປີ, ຊຶ່ງວັນທີ່ 25 ທັນວານັ້ນເປັນວັນເກີດຂອງພ ຣະເຢຊູຄຣີສ ສາດສະດາ ແຫ່ງສາສະໜາຄຣີສ  ໂດຍອົງພຣະຄຣີສ ໄດ້ປະສູດຢູ່ເມືອງເບັດເລເຮັມ ແລະ ເຕີບໃຫຍ່ຢູ່ເມືອງ ນາຊາເລດ

ເຊິ່ງປະຈຸບັນກໍ່ຄືປະເທດ ອິດສະລາເອລ

ຕາມຫຼັກຖານໃນພະຄຳພີໄດ້ບັນທຶກວ່າ ພຣະເຢຊູຄຣີສ ເຈົ້າປະສູດໃນສະໄໝທີ່ຈັກກະພັດ ຊີຊາ ອອກກຸດສະຕຸ ແຫ່ງອານາຈັກໂລມັນເຊິ່ງເພິ່ນໄດ້ສັ່ງໃຫ້

ຈົດທະບຽນສຳມະໂນຄົວທົ່ວທັງແຜ່ນດິນໂດຍຝ່າຍຄີລີນີອັສເຈົ້າເມືອງຊີເລຍກໍ່ຮັບນະໂຍບາຍໄປປະຕິບັດໃຫ້ມີການຈົດທະບຽນສຳມະໂນຄົວທົ່ວທັ້ງອານາ

ເຂດ, ແຕ່ໃນພະຄຳພີບໍ່ໄດ້ລະບຸວ່າພຣະເຢຊູປະສູດວັນຫຼືເດືອນອັນໃດເລີຍ.

ທາງດ້ານນັກປະຫວັດສາດກໍ່ມີຄວາມເຫັນທີ່ແຕກຕ່າງອອກໄປໂດຍໄດ້ວິເຄາະວ່າ, ທີຈິງແລ້ວມື້ວັນທີ 25 ທັນວາ ເປັນວັນທີ່ຈັກກະພັດເອົາເລລຽນແຫ່ງ

ໂລມັນກຳນົດໃຫ້ເປັນວັນສະຫຼອງວັນເກີດຂອງສຸລິຍະເທບຕັ້ງແຕ່ປີ ຄ.ສ.274, ຄົນໂລມັນສ່ວນຫຼາຍນັບຖືເທບພະເຈົ້າສະຫຼອງໃນມື້ນີ້ກໍ່ຄືກັບວ່າເປັນວັນ

ສະຫຼອງຂອງຈັກກະພັດໄປໃນໂຕນຳພ້ອມ, ເພາະຈັກກະພັດກໍ່ປຽບໄດ້ວ່າເປັນດວງຕາເວັນທີ່ໃຫ້ຄວາມແຈ້ງສະຫວ່າງແກ່ຊີວິດມະນຸດ, ແຕ່ວ່າພວກຄົນ 

ຄຣີສທີ່ຢູ່ໃນຈັກກະພັດໂລມັນລວມທັງຄົນໂລມັນທີ່ປ່ຽນໄປນັບຖືສາສະໜາຄຣີສອຶດອັດໃຈທີ່ຈະສະຫຼອງວັນເກີດຂອງສຸລິຍະເທບຈຶ່ງຫັນມາສະຫຼອງວັນເກີດຂອງ 

ພຣະເຢຊູເຊິ່ງປຽບທຽບດັ່ງແສງສະຫວ່າງຂອງໂລກ ແລະ ຄືກັບເດືອນທີ່ເປັນແສງສະຫວ່າງໃນຕອນກາງຄືນແທນ, ຫຼັງຈາກທີ່ພວກຄົນຄຣີສ

ຖືກຄວບຄຸມເສລີພາບທາງສາສະໜາຕັ້ງແຕ່ປີ ຄ.ສ.64-313 ຈົນເຖິງວັນທີ 25 ທັນວາ ປີ ຄ.ສ 330 ຜູ້ຄົນຊາວຄຣີສຈຶ່ງໄດ້ເລີ່ມສະເຫຼີມສະຫຼອງວັນ

Christmas ຢ່າງເປັນທາງການ ແລະ ເປີດເຜີຍ.

 

ເທດສະການ ຄຣີສມາສ ຈຶ່ງເປັນວັນແຫ່ງການສະເຫຼີມສະຫຼອງວັນປະສູດຂອງພຣະເຢຊູຄຣີສ ແລະ ເປັນການສະຫຼອງຄວາມຮັກທີ່ພະເຈົ້າມີຕໍ່ມະນຸດ

 ໂລກເຮົາໂດຍພະເຈົ້າໄດ້ສົ່ງລູກຊາຍຂອງພະອົງຄື “ພຣະເຢຊູ” ລົງມາເກີດເປັນມະນຸດ ເພື່ອຊ່ວຍໄຖ່ບາບ ແລະຊ່ວຍໃຫ້ມະນຸດໂລກຫຼຸດພົ້ນຈາກການ

 ເຮັດຊົ່ວນັ້ນເອງ, ດັ່ງນັ້ນໃນມື້ນີ້ຖືວ່າເປັນມື້ທີ່ມີຄວາມໝາຍສຳຄັນຫຼາຍສຳຫຼັບຜູ້ທີ່ນັບຖືສາສະໜາຄຣີສທົ່ວໂລກ ແລະມີການສົ່ງບັດອວຍພອນ, ໃຫ້ຂອງ

 ຂັວນແກ່ກັນແລະກັນ ລວມທັງປະດັບປະດາຕົກແຕ່ງບ້ານເຮືອນດ້ວຍແສງໄຟ ແລະ ຕົ້ນຄຣີສມາສ ຢ່າງຈົບງາມ.

 

 

ອົງປະກອບໃນງານວັນ ຄຣີສ໌ມາສ໌

 

1.   ຊັນຕາຄຣອສ໌

 

2.   ຖົງຕີນ

 

3.   ຕົ້ນ ຄຣີສ໌ມາສ໌

 

4.   ຕົ້ນຮອນລີ

 

5.   ດອກໄມ້ ຄຣີສ໌ມາສ໌ ຫຼື Poindettia

 

6.   ດອກ ຄຣີສ໌ມາສ໌ Christmas Rose

 

7.   ເພງວັນຄຣີສ໌ມາສ໌

 

8.   ຄຳອວຍພອນວັນຄຣີສ໌ມາສ໌

 

9.   ສີປປະຈຳວັນຄຣີສ໌ມາສ໌

 

   - ສີແດງ: ເປັນສີຂອງໝາກຮອນລີ່ ຫຼື ຊັນຕາຄອສ໌, ເປັນສີຂອງເດືອນທັນວາ

 

   - ສີຂຽວ: ເປັນສີຂອງຕົ້ນໄມ້, ສັນຍາລັກຂອງທຳມະຊາດ

 

   - ສີຂາວ: ເປັນສີຂອງຫິມະ ແລະ ເປັນສັນຍາລັກຂອງສາສະໜາ

 

   - ສີທອງ: ເປັນສີຂອງທຽນ ແລະ ດວງດາວ, ເປັນສັນຍາລັກຂອງຕາເວັນ ແລະ ແສງສະຫວ່າງ

 

10. ການເຮັດມິສຊາທ່ຽງຄືນ

 

11. ທຽນ ແລະ ພວງມາໄລ

 

12. ລະຄັງວັນຄຣີສ໌ມາສ໌

 

13. ດາວ

 

14. ເຄື່ອງປະດັບ ແລະ ແອັບເປິ້ນ

15. ຂອງຂວັນວັນຄຣີສ໌ມາສ໌

 

 

 

 

 

 

ແປມາຈາກ www.kapook.com

 

 

ໂດຍ wunwan

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 25, 2008 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເນື່ອງໃນວັນ Christmas ແລະ ວັນປີໃໝ່ສາກົນທີ່ຈະມາເຖິງນີ້

wunwan ເອງກະມີພຽງແຕ່ຄຳອວຍພອນນີ້ລະທີ່ຈະມອບໃຫ້ໝູ່ເພື່ອນສະມາຊິກພັນລາວທຸກໆຄົນ

ຂໍອວຍພອນ                   ເປັນຄຳກອນວີ່ວອນມາ

ເຖິງບັນດາ                      ໝູ່ເພື່ອນພັນລາວນີ້

ຂໍຈົງໃຫ້                          ມີຄວາມສຸກໃນທຸກທີ່

ທັງປີນີ້                            ປີໜ້າ ແລະ ຕະຫຼອດໄປ

 

ຂໍໃຫ້ແຄ້ວ                       ໃຫ້ຄາດພະຍາດໂລຄາ

ສຸກອຸລາ                         ເກັ່ງກ້າວິຊາຄວາມຮູ້

ຂໍຈົງໃຫ້                          ຄວາມທຸກໃຈຢ່າເຫຼືອຢູ່

ໃຫ້ໝູ່ຄູ່                           ທຸກໆຄົນຢ່າໝົ່ນໃຈ   ແທ້ແລ້ວ

 

ແຫວນແລະແກ້ວ             ເງິນຄຳເຂົ້າມາຫາ

ໂຊກດີມາ                        ວາດສະໜາໃຫ້ດີຂຶ້ນ

ນອນຫຼັບແລ້ວ                 ຝັນວ່າໄດ້ຈັບເງິນໝື່ນ

ຍາມຕື່ນຂຶ້ນ                    ເງິນໝື່ນໝາຍກາຍເປັນ ຮ້ອຍລ້ານ ພຸ້ນແລ

 

ເວົ້າແທ້ໆ                       ອອກຈາກໃຈຂອງ ວັນວານ

ດົນບັນດານ                   ໃຫ້ເປັນແທ້ດັ່ງໃຈໝາຍ

ໃຫ້ໝູ່ເພື່ອນ                   ມີຄວາມສຸກທັ້ງກາຍໃຈ

ສິ່ງທີ່ໝາຍ                     ວາດຫວັງໄວ້ໃຫ້ເປັນຈິງ  ແທ້ໆເນີ

ແຕ່ງໂດຍ wunwan 


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 85  |  ໜ້າຕໍ່ໄປ »