ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ຊາຍໜຸ່ມຄົນໜື່ງເຂົ້າມາໃນຮ້ານຕັດຜົມ ແລ້ວກໍ່ຖາມຊ່າງຕັດຜົມວ່າ: ຂ້ອຍຕ້ອງຖ່າດົນປານໃດຈື່ງເຖິງຄິວຂອງຂ້ອຍ? ຊ່າງຕັດຜົມຫຼຽວເບິ່ງຄົນໃນຮ້ານແລະຕອບວ່າ: "ປະມານ2ຊົ່ວໂມງ" ຊາຍໜຸ່ມໄດ້ຍິນຄຳຕອບກໍ່ຟ້າວຢ່າງໜີທັນທີ.

ມື້ຕໍ່ມາຊາຍໜຸ່ມກໍ່ມາຖາມຊ່າງຕັດຜົມດ້ວຍຄຳຖາມເກົ່າ ແລະ ຊ່າງຕັດຜົມກໍ່ຕອບວ່າ: "ຖ້າປະມານ2ຊົ່ວໂມງ" ຄືເກົ່າ. ຊາຍໜຸ່ມໄດ້ຍິນກໍ່ຍ່າງໜີຄືເກົ່າ.

ມື້ຕໍ່ມາອີກຊາຍໜຸ່ມກໍ່ມາຖາມຊ່າງຕັດຜົມອີກວ່າ: ດ້ວຍຄຳຖາມເກົ່າ ຊ່າງຕັດຜົມກໍ່ຕອບວ່າ: "ອີກປະມານ1ຊົ່ວໂມງ" ເມື່ອໄດ້ຍິນແນວນັ້ນ ຊາຍຄົນນັ້ນກໍ່ຍ່າງໄປທາງເກົ່າອີກ

ຊ່າງຕັດຜົມຮູ້ສຶກແປກໆ ເລີຍບອກໃຫ້ໝູ່ຍ່າງຕາມຊາຍຄົນນັ້ນໄປເບິ່ງ.....

ແລ້ວປະມານ50 ນາທີໝູ່ຂອງຊ່າງຕັດຜົມກໍ່ກັບມາດ້ວຍທ່າທາງງົງໆ...ຊ່າງຕັດຜົມເລີຍຖາມໝູ່ລາວວ່າ: "ມືງຄືໄປດົນແທ້..."

ໝູ່ຄົນນັ້ນເລີຍຕອບວ່າ: "ມືງຟັງກູເວົ້າເດີ້ສ່ຽວ...! ກູເຫັນບັກໜຸ່ມຫຼໍ່ຄົນນັ້ນຍ່າງເຂົ້າໄປເຮືອນມືງ ແລ້ວເມຍມືງກໍ່ເປີດປະຕູເອົາ ແລ້ວປະມານ40ນາທີບັກໜຸ່ມຫຼໍ່ຄົນນັ້ນກໍ່ອອກມາສ່ຽວ....(0j0) "

Delicious Digg Fark Twitter