ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 26, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

           ຄຳວ່າ "ຄວາມສຸກ" ໝາຍເຖິງຫຍັງ? ຫາໄດ້ຈາກໃສ? ຄົນທົ່ວໄປເຂົ້າໃຈວ່າຄວາມສຸກແມ່ນການທີ່ມີເງິນຫຼາຍໆ,ມີຖານະດີໆ...,ມີອຳນາດເໜືອກວ່າຄົນອື່ນໆ....ນັ້ນກໍ່ແມ່ນຄວາມສຸກ. ແຕ່ມັນເປັນຄວາມສຸກທີ່ບໍ່ຍາວນານ. ການທີ່ເຮົາຈະມີຄວາມສຸກໄດ້ຍາວນານນັ້ນແມ່ນເຮົາຫາໄດ້ຈາກຄວາມສຸກໃນການໃຫ້ຜູ້ອື່ນ ຫຼື ການໃຫ້ດ້ວຍໃຈອັນປະເສີດ ດ້ວຍໃຈສັດທາ ໃນສິ່ງນັ້ນໆ. ບໍ່ແມ່ນໃຫ້ດ້ວຍການບັງຄັບ ຫຼື ດ້ວຍຄວາມລຳບາກໃຈ...
           ສິ່ງທີ່ໃຫ້ໄປຈະກາຍເປັນຄວາມສຸກໄດ້ກໍ່ຕໍ່ເມື່ອໃຫ້ໂດຍບໍ່ຫວັງສິ່ງຕອບແທນໃດໝົດ . ຄວາມສຸກເຮົາສາມາດຫາໄດ້ທຸກມື້ຫາໄດ້ທຸກເວລາ. ອັນນີ້ແມ່ນຂື້ນກັບໃຈເຮົາເອງທີ່ຈະຮັບເອົາຄວາມສຸກ.

ສະຫຼຸບແລ້ວວ່າ: ຄວາມສຸກບໍ່ແມ່ນຢູ່ທີ່ເງິນຄຳກຳແກ້ວຍົດຖາບັນດາສັກ, ແຕ່ຄວາມສຸກມັນຂື້ນຢູ່ທີ່ໃຈຄົນເຮົາຕ່າງຫາກ.

Delicious Digg Fark Twitter