ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ໝູ່ບ້ານແຫ່ງນື່ງມີການແຂ່ງຂັນປະກວດຄົນຂີ້ຄ້ານສຸດໃນໝູ່ບ້ານ

ມີສາມລາງວັນທີ ໑ ຫາທີ ໓ ງານປະກວດຜ່ານໄປສາມມື້ສາມຄືນ

ຜົນປະກົດວ່າມີສາມຄົນຖືກຄັດເລືອກຮອບສຸດທ້າຍ

ແລະ ໄດ້ອັນດັບທີ ນື່ງ ສອງຄົນຍ້ອນວ່າສອງຄົນນີ້ຄ້ານທໍ່ກັນດັ່ງນີ້:

1.ທ. ບຸນເພັງ

1.   ທ. ບຸນລອດ

 3.   ທ. ບຸນເຫຼືອ

ແຕ່ຮອດມື້ປະກາດຮັບລາງວັນ,ໂຄສົກປະກາດລາງວັນທີ  3  ກ່ອນ  ທ.ບຸນເຫຼືອ ກໍ່ມາຮັບ

ແຕ່ຮອດທີນື່ງສອງຄົນໂຄສົກປະກາດສອງຄົນພ້ອມກັນວ່າ:

ທ.ບຸນເພັງ ແລະ ທ້າວບຸນລອດ ແຕ່ເກີດເຫດການບໍ່ຄາດຄິດ

ທ. ບຸນລອດ ບໍ່ມາດັ່ງນັ້ນໂຄສົກກໍ່ເລີຍປະກາດຍົກໃຫ້ ທ. ບຸນລອດຍ້ອນວ່າ:

ລາວຂີ້ຄ້ານມາຮັບລາງວັນ   ເລີຍສົມກຽດຮັບລາງວັນທີ ນື່ງແຕ່ພຽງຜູ້ດຽວ.

(ໂດຍປານີຫຼານທິດຝອຍ)

Delicious Digg Fark Twitter