ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ປີໜ້າຈະຈັດຫາວຽກເຮັດ ໃຫ້ໄດ້ 96.489 ຄົນ
ສ້າງເມື່ອ ຕ.ລ.. 28, 2010 13 ຄົນໂຫວດ, 7 ຄຳເຫັນ, ອ່ານ 375 ເທື່ອ
ກອງປະຊຸມວຽກງານແຮງງານ ແລະ ສະຫວັດດີການ-ສັງຄົມທົ່ວປະເທດ ປະຈຳປີ 2010 ໄດ້ດຳເນີນມາເປັນເວລາ 3 ວັນ ໂດຍເປັນປະທານຂອງທ່ານນາງ ອ່ອນຈັນ ທຳມະວົງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ມາຮອດຕອນແລງວັນທີ 22 ຕຸລາ 2010 ໄດ້ອັດລົງດ້ວຍຜົນສຳເລັດ.ແລະພ້ອມນີ້ ທ່ານຍັງສະເໜີໃຫ້ແຕ່ລະພາກສ່ວນຮີບຮ້ອນຜັນຂະຫຍາຍບັນດາຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້ເປັນແຜນການ ສົກປີ 2010-2011 ໃຫ້ເປັນແຜນງານໂຄງການ ແລະ ກິດຈະກຳ ຕ້ອງເຮັດໃຫ້ອັດຕາສ່ວນແຮງງານທີ່ມີວຽກເຮັດງານທຳໃນຂົງເຂດກະສິກຳ ຫຼຸດລົງຈາກ 75,1% ມາເປັນ 74,1% ຂົງເຂດອຸດສາຫະກຳ-ກໍ່ສ້າງຈະເພີ່ມຂຶ້ນຈາກ 5,5% ມາ ເປັນ 5,7% ແລະ ຂົງເຂດບໍລິການຈະເພີ່ມຂຶ້ນຈາກ 19,4% ມາເປັນ 20% ແລະ ຈັດຫາວຽກເຮັດງານທຳໃຫ້ໄດ້ທັງໝົດ 96.489 ຄົນ.ເພືອນໆຄິດວ່າຈະເຮັດໄດ້ ບໍ?