ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

Punlao.com -- ພັນລາວ.ຄອມ ກໍ່ຕັ້ງຂຶ້ນໃນເດືອນມີນາ ປີ 2008 ດ້ວຍແນວຄິດທີ່ຈະເປັນຜູ່ໃຫ້ບໍລິການເວັບໄຊປະເພດ Social Networking ຂອງປະເທດລາວ ແລະຈະເປັນຊ່ອງທາງ ເພື່ອເຊື່ອມຕໍ່ຄົນລາວທີ່ອາໄສຢູ່ທົ່ວໂລກ ພ້ອມທີ່ຈະໃຫ້ສະມາຊິກແບ່ງປັນຄວາມຄິດເຫັນ ແລະເລື່ອງຕ່າງ ໆ ທີ່ຢາກບອກເລົ່າໄດ້ຜ່ານໄດອາຣີ່ ແລະອັລບັ້ມຮູບພາບ ແລະສົນທະນາກັນຜ່ານລະບົບສົນທະນາພາຍໃນເວັບພັນລາວ.


ພັນລາວໃຊ້ເວລາເປີດໂຕບໍ່ຮອດສອງເດືອນ ກໍ່ມີສະມາຊິກເຂົ້າຮ່ວມຫລາຍກວ່າ 400 ຄົນ ສະຖິຕິໃນເດືອນທຳອິດຂອງການເປີດໂຕມີ Unique Visitors ສູງເຖິງ 5,416 ຄົນ ແລະ Page views ກວ່າ 71,198 ຄັ້ງ* (ນັບລວມຊ່ວງເວລາ Downtime) ປັດຈຸບັນ ເວັບໄຊພັນລາວມີສະມາຊິກທັງໝົດຈຳນວນ 16524 ຄົນ ອີກທັງມີແນວໂນ້ມຈະເພີ່ມຂຶ້ນເລື້ອຍ ໆ ໃນອະນາຄົດອັນໃກ້ນີ້.

ສະຖິຕິແຕ່ລະເດືອນຂອງພັນລາວ

ປີ ໒໐໐໘

ປີ ໒໐໐໙

ກຸ່ມເປົ້າຫມາຍຂອງພັນລາວ ມີຕັ້ງແຕ່ນັກຮຽນ ນັກສຶກສາ (ມີອັດຕາສ່ວນກວ່າ 80% ຂອງສະມາຊິກທັງຫມົດ) ໄປຈົນຮອດລະດັບພະນັກງານ ຄອບຄຸມທັງຍິງ ແລະຊາຍ ເຫມາະສຳຫລັບການໂຄສະນາປະຊາສຳພັນກ່ຽວກັບຜະລິດຕະພັນ ຫຼືສິນຄ້າທີ່ມີກຸ່ມເປົ້າຫມາຍເປັນໄວລຸ້ນ.

ເນື້ອຫາພາຍໃນເວັບໄຊພັນລາວ ໂດຍຫລັກແລ້ວຈະເປັນ User generated content ກ່າວຄືຜູ່ໃຊ້ງານເປັນຜູ່ຮ່ວມສ້າງສັນເນື້ອຫາດ້ວຍຕົນເອງ ບໍ່ວ່າຈະເປັນໄດອາຣີ່ ອັລບັ້ມພາບ ຄຳຄິດເຫັນຕ່າງ ໆ ເປັນຕົ້ນ ທີມງານພັນລາວຈະມີຫນ້າທີ່ກວດສອບຄວາມເປັນລະບຽບຮຽບຮ້ອຍ ແລະປັບປຸງການໃຊ້ງານຂອງລະບົບ ລວມເຖິງຈັດສັນຫມວດຫມູ່ໃຫມ່ ໆ ເພື່ອສ້າງປະສົບການທີ່ດີຕໍ່ຜູ່ໃຊ້ໃຫ້ດີຍິ່ງຂຶ້ນ.

Punlao.com ມີຄວາມຍິນດີທີ່ຈະຮັບປະຊາສຳພັນຜະລິດຕະພັນ ແລະສິນຄ້າຂອງທ່ານໃຫ້ເປັນທີ່ຮູ້ຈັກໄດ້ໃນຮູບແບບຂອງ ໂຄສະນາ ຫຼືກິດຈະກຳພາຍໃນພັນລາວແຫ່ງນີ້ໄດ້.

ອັດຕາຄ່າໂຄສະນາ


Punlao Ads

Punlao Ads

Punlao Ads

ໃນເວລານີ້ ພັນລາວໃຫ້ທ່ານສາມາດລົງໂຄສະນາສິນຄ້າ ຫຼືບໍລິການຂອງທ່ານໄດ້ 4 ຈຸດ ດັ່ງນີ້:

  1. ຈຸດທີ່ 1: ໃນໜ້າເຫດການໃໝ່ ໜ້ານີ້ເປັນໜ້າທີ່ມີຄົນເບິ່ງຫຼາຍເປັນອັນດັບ 2 ເນື່ອງຈາກສາມາດເບິ່ງເຫັນເຫດການຕ່າງ ໆ ທີ່ເກີດຂຶ້ນພາຍໃນເວັບໄຊພັນລາວໄດ້. ຂະໜາດ Banner ທີ່ 635x85 pixel
  2. ຈຸດທີ່ 2: ຈຸດນີ້ ປ້າຍໂຄສະນາຂອງທ່ານຈະຖືກສະແດງໃນສ່ວນຂອງກ່ອງສຳລັບຂຽນຄຳເຫັນ ເມື່ອສະມາຊິກຈະຂຽນຄຳເຫັນຕ່າງ ໆ ໃນໄດອາຣີ່ ຫຼືແບບສຳຫຼວດ (ແຕ່ບໍ່ລວມໜ້າໂປຣໄຟລ໌ຂອງສະມາຊິກ) ກໍ່ຈະເຫັນໂຄສະນານີ້ໄປນຳ. ຂະໜາດ Banner 685x90 pixel
  3. ຈຸດທີ່ 3: ຈະສະແດງຢູ່ດ້ານລຸ່ມສຸດຂອງເວັບໄຊ.
  4. ຈຸດທີ່ 4: ໜ້າຫຼັກ ເປັນສ່ວນທີ່ມີຄົນເປີດຫຼາຍທີ່ສຸດ. ຂະໜາດ Banner 680x100 pixel

ໝາຍເຫດ: ການສະແດງ Banner ໂຄສະນານີ້ ເປັນການເໝົາຈ່າຍຕໍ່ເດືອນ ແລະຈະບໍ່ມີການປ່ຽນເປັນໂຄສະນາອື່ນຈົນກວ່າຈະຄົບເດືອນ.



ຕິດຕໍ່ລົງໂຄສະນາ, ສອບຖາມອັດຕາຄ່າໂຄສະນາ ຫຼືສອບຖາມຂໍ້ມູນເພີ່ມເຕີມ
  • ອີເມລ marketing@punlao.com


*ໃຊ້ Google Analytics ເປັນເຄື່ອງມືໃນການຈັບສະຖິຕິ.