....ແຕ້ມກະຕູນ,ຂຽນຫນັງກະຕູນ,ອອກແບບມາກະຫລາຍລະ ...ມື້ຫນຶ່ງເລີຍຄິດຢາກເຮັດແບບຫນັງໃນຈໍເບິ່ງຈັກບາດ ເລີຍຈັບກ້ອງມາຖ່າຍຮູບແລ້ວ
ລອງຄິດຫຍັງແປກໆ ....ເມື່ອຄຣີເອຖີຟອອກມາແລ້ວກະເລີຍວ່າ ...ອະ! ລອງເອົາແບບຫນັງ ສະຕາຍຈິນຕະນາການແຟນຕາຊີນິລະວະນິ
(ເສື່ອບໍ່ວ່າ...ທັງຫມດທີ່ທ່ານເຫັນແມ່ນຜົນງານ ມາຈາກກ້ອງດີຈີຕ້ອນທຳມະດ໋າທຳມະດາ)
..ຂ້າພະເຈົ້າບໍ່ເຄີຍຮຽນອອກແບບ ,ບໍ່ເຄີຍຮຽນແຕ້ມຮູບ ບໍ່ມັກທັ້ງແຕ້ມ ແລະ ອອກແບບ ເພາະເມື່ອຍ... ຂ້າພະເຈົ້າຈົບບໍລິຫານທຸລະກິດ
ຜົນງານທີ່ຂ້າພະເຈົ້າສ້າງຂຶ້ນເປັນການຖ່າຍທອດປະສົບການໄຫ້ເພື່ອນໆໄດ້ຮູ້ວ່າ ຄົນເຮົານັ້ນບໍ່ຈຳເປັນຕ້ອງເກ່ງດ້ານນັ້ນໆ ແຕ່ກໍ່ສາມາດເຮັດສິ່ງນັ້ນໄດ້
ແຄ້ເຮົາ ລອງເຮັດມັນ....ກະແຄ່ນັ້ນ.................
.................ຂ້າພະເຈົ້າພູມໃຈທີ່ຈະນຳສະເຫນີ ຜົນງານກຣາຟິກ ຝີມືຄົນລາວ...........
( ຮູບສອງນັກຮົບສາວ2ໃນ5ບໍດີກາດຂອງແມ່ທັບjoehunt ) ຂ້າພະເຈົ້າຈ້າງມາເພື່ອງານນີ້ໂດຍຊະເພາະ
ສັງເກດສາວທາງຂວາມື ຈະຕ້ອງຮ້ອງເປັນສຽງດຽວກັນວ່າ....ໂອ້ໂຫ່........

( NaOmi ຫົວຫນ້າຫນ່ວຍຮົບຫຸ້ມເກາະ IVAM ) ຕ້ອງຖ່າຍຫລາຍເທື່ອກວ່າຈະໄດ້ຟິວ...

(NaOmi ກັບແມ່ທັບ Joehunt ຜູ້ບັນຊາການຂອງກອງທັບ Protastan )...ອື໋ຍຍຍຍຫຍ໋າາາາາາາຮູບນີ້ຊົ່ວຊິກ່ອມໄຫ້ລາວເອື່ອຍຂ້າງ
ຕ້ອງພາໄປລ້ຽງຈົນເກີບກະເປົ໋າຈີກ ..... ແຕ່ກະຍັງດີທີ່ຖ່າຍອອກມາໄດ້ ເຮິເຮິເຮິ ຢາກໄຫ້ເອື່ອຍບ່າເຮົາດົນດົນເດດດດດດດດ

( Joehunt ຜູ້ບັນຊາການຂອງກອງທັບ Protastan ເຜົ່າພັນມະນຸດດັດແປງ ທີ່ຕ້ອງອົບພະໄປອາໃສຢູ່ດາວແກຣດີສ
ຫລືດາວໄຮ້ຄ່າ....ຫລັງຈາກທີ່ໂລກຖືກຕາເວັນເຜົາ ) .....ໂອ້ເກັກເກືອບຕາຍເດີພີ່ນ້ອງ .....
ເວລາໃສ່ວິກທໍລະມານຊ່ຳໃດ ຂ້າພະເຈົ້າຫາກໍ່ຕັດສະຮູ້.......ຄັນນນນນນນນນນນນນນນ!!!!!!


(FOGX (ຟອຣ໌ຄຊ໌) ມະນຸດໝອກ..ມະນຸດໝອກພິດແຫ່ງດາວແກຣນດິສ ດາບຫຼືອາວຸດເລເຊີ້ບໍ່ສາມາດຈັດການກັບມະນຸດໝອກໄດ້...
ຫາກຈຸດອ່ອນຂອງມະນຸດໝອກພັດແມ່ນແພ້ນ້ຳ ((ນ້ຳຕັດໝອກ)) ...
ຮູບນີ້ລົງທຶນທາສິແດງໃສ່ໂຕແຖມຍັງແຕ້ມເສັ້ນກ້າມພ້ອມ ຈັກກະຈີຫຼາຍເດີ ຮິຮິຮິ ...

( Cyclo ນັກຮົບເຜົ່າພັນມານຸດຍຸກສຸດທ້າຍ...ຍ້ອນເປັນມະນຸດ ເຊັ່ນດຽວກັບ joehunt ທັງ 2 ຈຶ່ງເປັນພັນທະມິດກັນ)....
ຮູບນີ້ຕ້ອງຈ້າງຄົນຖຶງ 8 ຄົນແຕ່ສອງຫມໍທາງຫລັງຕ້ອງເສຍທັ້ງເບຍເສຍທັ້ງໂອອີຊິ ຍ້ອນມັນບໍ່ພໍໃຈທີ່ອຸສ່າໃສ່ຊຸດ ແຕ່ຖ່າຍແຕ່ເຄິ່ງໂຕ....ໄວລຸ້ນເຊັງ

( ຮູບນີ້ເຮັດຫນ້າປົກ ຄັນຊາດໃດຊາດຫນຶ່ງໄດ້ ສ້າງຫນັງ ເຮິເຮິເຮິ ຊາດຫນ້າພູນນນ )....
....ຮູບນີ້ຖ່າຍເກືອບຕາຍນອກຈາກຊຸດຈະທັງຫນັກທັງແພງແລ້ວ ຍັງຮ້ອນອີກ.....ແຕ່ດີທີ່ຜົນງານອອກມາດີ

( ດາວແກຣນດິສ ,ດາວໄຮ້ຄ່າທີ່ເຕັມໄປດ້ວຍ ສັດຮ້າຍຕ່າງດາວແລະແກສພິດ... )....

ເມື່ອຍທີ່ສຸດ ສຳລັບ ຜົນງານແຕ່ລະຊິ້ນ ,ຜົນງານທັງຫມົດແມ່ນຂ້າພະເຈົ້າເປັນຄົນ ຄຣິເອດເອງ ເບິ່ງມຸມກ້ອງເອງ ....
ຕົວລະຄອນໃນຮູບທຸກໆຄົນແມ່ນຄົນລາວແທ້ໆ ແຕ່ແຕ່ງຫນ້າໄຫ້ຄືຕ່າງປະເທດ........
ແຕ່ງຮູບເອງ , ແຕ່ງຕົວລະຄອນເອງ,ແຕ່ງສຕໍຣີ້ເອງ ຖືວ່າອຳນວຍການສ້າງວ່າຊັ້ນເຖາະ ແຕ່ກະພູມໃຈທີ່ໄດ້ເຮັດອອກມາ
.............................ໄຫ້ສາກົນຮູ້ວ່າ ຄົນລາວກະເກ່ງຄືກັນ.....................
.............................ຂ້ອບໃຈ.....................