ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Sep. 17, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເລື່ອງມັນກໍ່ມີຢູ່ວ່າ........................ເມື່ອຕອນຕົ້ນປີ 2007 ຂ້ອຍໄດ້ໄປນອນຢູ່ຫໍພັກໝູ່ຂອງຂ້ອຍ, ມື້ນັ້ນເປັນມື້ວັນສິນ 14 ຄຳ່ , ພໍເລີກຮຽນຕອນທ່ຽງຂ້ອຍ ແລະ ໝູ່ຂອງຂ້ອຍ ປະ ມານ 5 ຄົນ ໄດ້ໄປກິນເຂົ້າປຽກຢູ່ໃກ້ຫໍພັກຂອງໝູ່ອີກຄົນໜຶ່ງ  ພໍກິນເຂົ້າປຽກແລ້ວກໍ່ພ້ອມກັນມານອນຫຼີ້ນຢູ່ຫໍພັກ, ພໍນອນຫຼີ້ນໄປໄດ້ໜ້ອຍໜຶ່ງຂ້ອຍກໍ່ພັດນອນຫຼັບ, ພໍແຕ່ຫຼັບໄປຂ້ອຍກໍ່ຝັນເຫັນຜູ້ຍິງ ແລະ ຜູ້ຊາຍນຸ່ງເສື້ອສີຂາວມານັ່ງເຝົ່າຂ້ອຍແລະຊວນຂ້ອຍໄປຫຼີ້ນຢູ່ບ້ານລາວ ຂ້ອຍກໍ່ເລີຍໄປຫຼີ້ນຢູ່ບ້ານລາວ,ຕາມທາງທີ່ຂີ່ລົດໄປບ້ານລາວ(ໃນຄວາມຝັນ) ຂ້ອຍປະກົດວ່າສອງຟາກທາງມີໝູ່ບ້ານນ້ອຍໆຕັ້ງເຮືອນເປັນຕູບເປັນຕູບນ້ອຍໆຢູ່ ຂ້ອຍກໍ່ເລີຍຖາມລາວວ່າພວກເຈົ້າເປັນໃຜ? ມາຈາກບ້ານໃສ? ລາວທັງສອງຄົນກໍ່ຕອບຂ້ອຍວ່າ ພວກລາວເປັນຄົນຢູ່ບ້ານທີ່ບໍ່ມີໃຜໄປເຖິງໄດ້ຖ້າບໍ່ເຖິງເວລາ, ຂ້ອຍກໍ່ເລີຍສົງໃສວ່າພວກລາວຢູ່ບ້ານໃດກັນແທ້ ແຕ່ກໍ່ບໍ່ທັນໄດ້ຄິດຫັຍງຫຼາຍ ພໍຂີີ່ລົດ(ໃນຄວາມຝັນ) ໄປໄດ້ດົນເຕີບ ບໍ່ຮອດບ້ານລາວຈັກເທື່ອ ຂ້ອຍກໍ່ເລີຍຖາມຜູ້ຍິງຄົນນັ້ນວ່າ ຍັງດົນບໍ່ຈຶ່ງຈະຮອດບ້ານພວກເຈົ້າ? ລາວກໍ່ຕອບຂ້ອຍວ່າຍັງບໍ່ດົນດອກອີກສອງພູ ພໍແຕ່ລາວເວົ້າສຸດຂ້ອຍກໍ່ບອກລາວໄປວ່າໄກແທ້ , ບັງເອີນຂ້ອຍພັດເບິ່ງໂມງທີ່ແຂນພໍດີ 12:45 ໂມງ ຂ້ອຍກໍ່ເລີຍບອກລາວວ່າອຸ້ຍ ຂ້ອຍບໍ່ໄປຫຼີ້ນບ້ານເຈົ້າແລ້ວເດີເພາະວ່າມື້ນີ້ຂອ້ຍມີເສັງຕອນ 13:00ໂມງ ດຽວຊີບໍ່ທັນເຂົ້າຫ້ອງເສັງ ຂ້ອຍຈະກັບແລ້ວ ພໍແຕ່ຂ້ອຍເວົ້າວ່າຂ້ອຍຈະກັບແລ້ວກໍ່ພໍດີສະດຸ້ງຕື່ນຂື້ນມາ. ພໍແຕ່ຂ້ອຍສະດຸ້ງຕື່ນຂື້ນມາຂ້ອຍກໍ່ຮູ້ສຶກຂົນຫົວລຸກ ແລະຂ້ອຍກໍ່ບໍ່ໄດ້ສົນໃຈຫັຍງຫຼາຍເພາະຟ້າວຊີໄປເສັງກໍ່ເລີຍຊວນໝູ່ໄປໂຮງຮຽນ( ໂຮງຮຽນຢູ່ໃກ້ກັບຫໍພັກຂອງໝູ່ປະມານ 150 ແມັດນີ້ແຫຼະ. ພໍເສັງແລ້ວ ປະມານ 14:45 ໂມງ ຂ້ອຍກໍ່ກັບບ້ານພໍ ໄປຮອດບ້ານຂ້ອຍກໍ່ເລີຍເລົ່າເລື່ອງທີ່ຂ້ອຍຝັນສູ່ເອື້ອຍໄພ້ (ເມຍຂອງອ້າຍ)ຟັງລາວກໍ່ເວົ້າວ່າຝັກແປກນໍ, ມື້ຕໍ່ມາ ຕອນກາງຄືນຂອ້ຍນອນຢູ່ບ້ານຂອງຂ້ອຍເອງຂ້ອຍກໍ່ຝັນເຫັນຜູ້ຍິງແລະຜູ້ຊາຍສອງຄົນນັ້ນອີກ ຂ້ອຍຝັນວ່າພວກລາວມາຊວນຂ້ອຍໄປຫຼີ້ນບ້ານຂອງພວກລາວອີກ ຂ້ອຍກໍ່ໄປອີກບໍ່ໄປຮອດດິນວ່າງບອ່ນໜຶ່ງພວກລາວທັງສອງຄົນພັດກາຍເປັນຜູ້ເຖົ້າສອງຄົນມາເວົ້າກັບຂ້ອຍວ່າຫຼານເອີ້ຍໄປຢູ່ນຳພໍ່ເຖົ້າແມ່ເຖົ້າບໍ່? ຂອ້ຍກໍ່ຕອບເພີ່ນໄປວ່າ ໄປກະໄປ ແຕ່ພໍໄປຮອດບ້ານຂອງເພີ່ນ ຂອງກໍ່ໄດ້ເຫັນບ້ານຂອງເພີ່ນເປັນເຮືອນໄມ້ບັກງາມໆເລີຍແລະກໍ່ມີທົ່ງເປັນສວນດອກໄມ້ງາມແລະກໍ່ຫອມ, ມີແມງກະເບື້ອບິນຢູ່ເຕັມສວນດອກໄມ້ ເລີຍ ແຕ່ວ່າບ້ານຂອງເພີ່ນຢູ່ເທິງພູຂ້ອຍຢ້ານໄປໂຮງຮຽນບໍ່ທັນຂອງກໍ່ເລີຍບອກເພີ່ນວ່າພໍ່ເຖົ້າແມ່ນເຖົ້າເອີຍຫຼານຢ້ານໄປໂຮງຮຽນບໍ່ທັນ ຫຼານບໍ່ຢູ່ແລ້ວເດີ ພໍ່ເຖົ້າເພີ່ນກໍ່ບອກຂ້ອຍວ່າ ບໍ່ເປັນຫັຍງຫຼານບໍ່ຢາກຢູ່ກະບໍເປັນຫັຍງຖ້າຫຼານຢາກຢູ່ພໍ່ເຖົ້າແລະແມ່ເຖົ້າຈະລົງໄປຮັບຫຼານຢູ່ໂຮງຮຽນເດີ ຫຼັງຈາກນັ້ນຂ້ອຍກໍ່ ໄປໂຮງຮຽນ ພໍໄປຮອດໂຮງຮຽນພັດເຫັນມີໜູ່ທີ່ເຄີຍຮຽນຢູ່ມັດທະຍົມນຳກັນມາຢືນຖ້າຢູ່ ແລ້ວລາວກໍ່ເວົ້າວ່າເຂົາມາຮັບເອົາເພີ່ນຢ້ານເພີ່ນເມື່ອບໍ່ຖືກຫຼັງຈາກນັ້ນຂ້ອຍກໍ່ຂີ່ລົດຈັກຊ້ອນທ້າຍກັບລາວເມືອເຮືອນຫຼັງຈາກນັ້ນຂ້ອຍກໍ່ສະດຸ້ງຕື່ນຂື້ນມາ....ແລ້ວກໍ່ເອົາຄວາມຝັນທີ່ຂ້ອຍຝັນມາເລົ່າສູ່ຄົນຢູ່ໃນຄອບຄົວແລະໝູ່ເພື່ອນຟັງໝູ່ຂອງຂ້ອຍກໍ່ເລີຍບອກໃຫ້ໄປສູ່ລົດນຳ້ເບິ່ງ, ແຕ່ຂ້ອຍກໍ່ບໍ່ໄດ້ເຮັດຕາມທີ່ໝູ່ຂ້ອຍບອກດອກເພາະວ່າ ຂອງບໍ່ໄດ້ ນັບຖືສາດສະໜາພຸດ ກໍ່ເລີຍບໍ່ຄ່ອຍຮູ້ເລື່ອງ ກ່ຽວກັບການເຂົ້າວັດ, ສູດລົດນຳ້ປານໃດກໍ່ເລີຍບໍ່ໄດ້ເຮັດຕາມໝູ່ແນະນຳ.

ຕໍ່ມາບໍ່ດົນຂ້ອຍກໍ່ຝັນເຫັນຜູ້ເຖົ້ານຸ່ງຊຸດຂາວຕະຫຼອດເກືອບວ່າທຸກສາມຫາສີ່ມື້ເລີຍ ຂອ້ຍກໍ່ເລີຍຮູ້ສຶກແປກໆ ກໍ່ເລີຍໄປເລົ່າໃຫ້ແມ່ຟັງແລະແມ່ກໍ່ເລົ່າສູ່ພໍ່ຟັງ, ແລະພໍ່ກໍ່ເລີຍຖາມໝູ່ຂອງພໍ່ທີ່ເພີ່ນນັບຖືສາດສະໜາພຸດວ່າຖ້າເຮົາຝັນແນວນ້ີຈະເຮັດແນວໃດ? ເພີ່ນກໍ່ບອກໃຫ້ໄປຜູກຂາວຢູ່ວັດ ພໍ່ຂອງຂ້ອຍກໍ່ເລີຍພາໄປ ຜູກແຂນຢູ່ວັດ ເລື່ອງທີ່ຂ້ອຍຄິດວ່າບໍ່ເປັນຕາເຊື່ອມັນກໍ່ໄດ້ສະແດງໃຫ້ຂ້ອຍເຊື່ອວ່າເລື່ອງວິນຍານມີຢູ່ແທ້ໃນໂລກນີ້ ກໍຄືວ່າ ນັບຕັ້ງແຕ່ມື້ພໍ່ຂອງຂ້ອຍພາໄປຜູກແຂນຂ້ອຍກໍ່ບໍ່ຝັນເຫັນຜູ້ເຖົ້ານຸ່ງຊຸດຂາວເລີຍ, ແຕ່ພໍມາມື້ໜຶ່ງຝ້າຍຜູກແຂກທີ່ໄດ້ມາແຕ່ວັດມື້ນັ້ນມັນດຳຂ້ອຍກໍ່ເລີຍແກ້ມັນອອກແລະກໍ່ລືມມັດເສັ້ນຝ້າຍໃໝ່ໃສ່ໃນຄືນນັ້ນເອງຂ້ອຍກໍ່ພັດຝັນເຫັນຜູ້ເຖົ້ານຸ່ງຊຸດຂາວອີກ, ແລະທຸກຄັ້ງທີ່ຂ້ອຍລືມໝັດຝ້າຍຜູກແຂນຂ້ອຍກໍ່ຈະຝັນເຫັນຜູ້ເຖົ້າສຸດຂາວນັ້ນຕະຫຼອດ.

ເຖິງວ່າເລື່ອງຄວາມຝັນນີ້ມັນອາດຈະຟັງແລ້ວເຫຼືອເຊື່ອ ແຕ່ມັນກໍ່ເປັນຄວາມຈິງທີ່ເກີດຂື້ນກັບຂ້ອຍໂດຍທີ່ຂ້ອຍເອງກໍ່ຍັງແປກໃຈຢູ່ ,ແຕ່ບາງຄັ້ງຂ້ອຍກໍ່ຄິດວ່າຜູ້ເຖົ້າທີ່ນຸ່ງຊຸດຂາວນັ້ນອາດເປັນຜູ້ທີ່ມາປົກປັກຮັກສາແລະຄຸ້ມຄອງຂ້ອຍກໍ່ໄດ້.

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່