ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຜູ້ຊາຍຫຼໍ ໜ້າຕາດີ ຄາໃຈ
ສ້າງເມື່ອ ທ.ວ.. 30, 2010 28 ຄົນໂຫວດ, 27 ຄຳເຫັນ, ອ່ານ 499 ເທື່ອ
ບໍ່ແມ່ຂ້ອຍເປັນກະເທີຍໃດ໋ ມາສອບຖາມສະມາຊິກເຮົາເບິ່ງຊື່ໆ
ຂ້ອຍມີໝູ່ຄົນຫນຶ່ງ ລາວຂ່ອນຂ້າງເປັນຄົນຂີ້ອາຍ ເກັງໃຈ ບໍ່ມັກເວົ້າຂີ້ໂມ້ ແລະກໍຂ່ອນຂ້າງເກັບຕົວ ລາວເປັນຄົນຂ່ອນຂ້າງໜ້າຕາດີສຳວ່າຜູ້ຍິງເຫັນແລ້ວຕິດອົກຕິດໃຈກັບລາວຫັ້ນລະ ເສຍແຕ່ວ່າມັກອາຍ ເວລາໄປທ່ຽວນຳໝູ່ຄູ່
ຈະມີຄົນແຊວລາວວ່າ ລາວເປັນກະເທີຍ ລາວກໍ່ອາຍ ແທ້ຈິງແລ້ວລາວບໍ່ໄດ້ແມ່ກະເທີຍ ເວລາຢູ່ນຳໝູ່ທີ່ສະໜິດກັນ ລາວອາດເປັນຄົນ
ຕະຫລົກ ມັກມ່ວນ ຖ້າເວົ້າເລື່ອງສາວໆ ລາວສຸດຍອດເລີຍ ສຸດລາມົກເລີຍວ່າຊັ້ນສາ ແຕ່ລາວກໍ່ມີແຟນ ແຟນຊວນໄປທ່ຽວກໍ່ຮູ້ກີ່ຄັ້ງ ເພາະວ່າ
ລາວໜ້າຕາດີ ແຟນລາວກໍ່ຮັກລາວຫລາຍ ແຕ່ເສຍຢ່າງດຽວເວລາມີໝູ່ເວົ້າໃຫ້ລາວ ວ່າເປັນກະເທີຍແຕ່ລາວອາດຈະບໍ່ຕອບຊື້ງໆ ຢູ່ຫັ້ນລະ
ແລະບໍ່ມັກເວົ້າຕົວະເວົ້າແຕ່ຄວາມຈິງ ບໍ່ເຄີຍຕົວະໝູ່ເລີຍ ລາວເປັນຄົນມີນ້ຳໃຈຫລາຍ ໃນເມື່ອລາວບໍ່ຄ່ອຍເວົ້າ ຄົນສ່ວນຫລາຍອາດຈະເວົ້າວ່າ
ເປັນກະເທີຍ ແຕ່ຂ້ອຍຄາໃຈ ລາວມີແຟນ ບໍ່ປະພຶດຕົວແບບກະເທີຍ ລາວກໍ່ປົກກະຕິດີ ແບບຊາຍຫັ້ນລະ ສະມາຊິກເຮົາວ່າຈັງໃດ