ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 23, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

 

alt

 

ຂ້ອຍມີ ເພື່ອນທີ່ຢູ່ບໍ່ໄກ

ໃນເມືອງ ໃຫຍ່ທີ່ບໍ່ມີວັນຫລັບໄຫລ

ແລະ ເວລາກໍ່ຍັງຄົງຜ່ານໄປ

ຂ້ອຍບໍ່ ເຄີຍຮູ້ວ່າດົນນານສຳໃດ

ແຕ່ຂ້ອຍ ບໍ່ເຄີຍເຈິເພື່ອນເກົ່າຄົນນັ້ນ

ເພາະຊີວິດທີ່ມີແຕ່ການປ່ຽນແປງ ແລະ ແຂ່ງຂັນ  

ຮູ້ແຕ່ວ່າ ເຂົາຄືຈະສະບາຍດີເຊັ່ນກັນ

ຈົນວັນຫນຶ່ງ ຢາກລອງໄປຫາເບິ່ງຈັກເທື່ອ

ເພື່ອນ ທີ່ເຮົາເຄີຍມີຄວາມຮູ້ສຶກດີ ໆ

ແຕ່ຕອນນີ້ ເຮົາຍຸ້ງ ແລະ ເຫມື່ອຍລ້າ

ຕ້ອງ ຟັນຜ່າກັບເກມອັນຫລາກຫລາຍ

ເບື່ອຫນ່າຍ ກັບການສ້າງຊື່

ມື້ອື່ນ ແລ້ວກັນຊະ ຂ້ອຍຈະໂທຫາ

ປອບຕົວເອງວ່າ ເຮົາຍັງມີເພື່ອນໃຫ້ຄິດຮອດຢູ່

ແຕ່ມື້ອື່ນ ຜ່ານມາແລ້ວກໍ່ຜ່ານໄປ

ໄລຍະທາງ ລະຫວ່າງເຮົາຍິ່ງໄກ

ເພື່ອນ ທີ່ຢູ່ໃກ້ກັບຄືຢູ່ໄກເປັນຮ້ອຍໄ

ຈົນໄດ້ຂ່າວວ່າ ເພື່ອນຈາກເຮົາໄປ

ນີ້ຄື ສິ່ງທີ່ເຮົາສົມຄວນໄດ້ ຫລື ຢ່າງໃດ

ທີ່ບ່ອນນັ້ນບໍ່ໄກ ແຕ່ວ່າເພື່ອນຂ້ອຍບໍ່ຢູ່ອີກຕໍ່ໄປ

ຈົງເວົ້າຢ່າງທີ່ໃຈຄິດ

ຖ້າເຈົ້າ ຮັກໃຜຈັກຄົນກໍ່ບອກເຂົາໄປ

ຢ່າ ຢ້ານທີ່ຈະເຜີຍຄວາມຮູ້ສຶກ

ເປີດໃຈ ແລະ ບອກຄົນທີ່ມີຄວາມຫມາຍກັບເຈົ້າ

ເພາະຫາກເຈົ້າຖ້າຈົນເຖິງເວລາທີ່ເຫມາະສົມ ວັນນັ້ນອາດຈະຊ້າໄປ

 ຫາໂອກາດ ໃນວັນນີ້ ແລ້ວເຈົ້າຈະບໍ່ມີວັນເສຍໃຈທີຫລັງ

 ສິ່ງທີ່ສຳຄັນທີ່ສຸດ ຈົງຢ່າລະເລີຍເພື່ອນ ແລະ ຄອບຄົວ

ເພາະພວກເຂົາເຮັດໃຫ້ເຈົ້າເປັນຢ່າງທີ່ເຈົ້າເປັນ ທຸກວັນນີ້

 

ຈົງຍິ້ມ ເຂົ້າໄວ້ ເຖິງວັນທີ່ມີນ້ຳຕາ ^_^

 

Delicious Digg Fark Twitter