ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ບົດນີ້ຂໍເລົ່າຄວາມປະທັບໃຈຕໍ່ອ້າຍຄົນລາວຄົນໜຶ່ງ
ອ້າຍຄົນນັ້ນຊື່ ໝອນ ນັ່ງລົດເມຄັນດຽວກັນ
ຂ້າພະເຈົ້າແລະໝູ່ອີກ 5ຄົນ ສຶກສາທີ່ແຂວງຖາຍຫວ່ຽນ ປະເທດຫວຽດນາມ ຫ່າງຈາກຮ່າໂນ່ຍ 80ກມ
ວັນທີ 13/02/2014
ຂ້າພະເຈົ້າເດີນທາງຈາກຄິວລົດສາຍໃຕ້, ນະຄອນຫຼວງວຽງຈັນມຸ່ງໜ້າໄປສູ່ ຮ່າໂນ້ຍ
ເນື່ອງຈາກເປັນການກັບຄືນໂຮງຮຽນເທື່ອທໍາອິດ ຫຼັງຈາກພັກປີໃໝ່ຫວຽດນາມພາສາຫວຽດກໍເວົ້າບໍ່ໄດ້
ໃນລະຫວ່າງການຢູ່ເທິງລົດໄດ້ລົມກັນໜ້ອຍໜຶ່ງກັບຄົນລາວຢູ່ເທິງລົດ 2ຄົນ ໜຶ່ງໃນນັ້ນແມ່ອ້າຍໝອນ
ວັນທີ 14/02/2014
ແວ່ກິນເຂົ້າສວາຍ ເປັນຕາມຄາດ ບໍ່ມີໃຜສັ່ງເຂົ້າເປັນ ອ້າຍໝອນໄດ້ສັ່ງໃຫ້ກິນ
ຮອດຄິວລົດທີ່ຮ່າໂນ້ຍ 5.30
ທັນທີທີ່ໄປຮອດໃນຫົວຄິດຢູ່ສະເໝີວ່າຈະກັບເມືອໂຮງຮຽນຈັ່ງໃດ ພາສາຫວຽດກະບໍ່ຮູ້ ເລີຍຕັດສິນໃຈຂໍຄວາມຊ່ວຍເຫຼືອຈາກອ້າຍ
ຂ້ອຍ:ອ້າຍພວກນ້ອງບໍ່ມີໃຜຮູ້ພາສາ ລົບກວນອ້າຍຊ່ວຍລັດລົດໃຫ້ແນ່
ອ້າຍ:ພວກນ້ອງຊິເມືອໂຮງຮຽນຈັ່ງໃດ
ຂ້ອຍ:ຮູ້ແຕ່ຕ້ອງເມືອນໍາຕັກຊີ ແຕ່ບໍ່ຮູ້ຊິລັດລົດ ບໍ່ຮູ້ຖາມ ຮູ້ບອກ ອ້າຍຊ່ວຍພວກນ້ອງແດ່
ອ້າຍ:ຊັ້ນພາກັນຂົນເຄື່ອງໄປໜ້າໂຮງຮຽນແລ້ວໄປລັດລົດ
ຕອນຫິ້ວເຄື່ອງໄປໜ້າລົດອ້າຍເວົ້າວ່າລາວຮຽນວິຈິດສິນໃກ້ຈະຈົບແລ້ວ ຖ້າແຕ່ຂຽນບົດ ໂຮງຮຽນຂອງລາວບໍ່ໄກຂີ່ລົດປະມານ 15-20ນທ ກໍຮອດ
ຫລັງຈາກອອກໄປໜ້າຄິວລົດ ເຫັນແຕ່ລົດຕັກຊີ 4ບ່ອນນັ່ງ ບໍ່ອຶດ
ອ້າຍຄົນນັ້ນພະຍາຍາມລັດລົດຕັກຊີ 7ບ່ອນນັ່ງໃຫ້ ຈຶ່ງຊິພໍຄົນແລະເຄື່ອງ
ເນື່ອງຈາກເປັນຕອນຄໍ່າ ໂທລະສັບແບັດໝົດ ບໍ່ມີລົດຄັນໃດຢາກອອກໄປນອກເມືອງແລ້ວ
ໃຊ້ເວລາຈາກ 10ນາທີ 20ນາທີ ຈົນຟ້າມືດ ຈົນຮອດເວລາ ປະມານ 7ມ ໃຊ້ເວລາລັດລົດປະມານ 1ຊມ 15ນທ ຈຶ່ງໄດ້ລົດ
ກ່ອນຈະກັບອ້າຍໃຫ້ເບີໄວ້ວ່າຖ້າມີຫຍັງໃຫ້ໂທຫາ ບອກຊື່ໄວ້ວ່າຊື່ອ້າຍໝອນ
ພວກນ້ອງກ່າວຂອບໃຈແລ້ວຂຶ້ນລົດໄປ
7.30 ຕັກຊີອອກຈາກຕົວເມືອງຮ່າໂນ້ຍ ພ້ອມຄວາມຫວັງຂອງນັກສຶກສາ 6ຄົນ(ທີ່ບໍ່ຮູ້ຫົນທາງເລີຍ)
9ມ ຮອດຫໍພັກໂຮງຮຽນຢ່າງປອດໄພ
ຫຼັງຈາກກັບມາໄດ້ສົ່ງຂໍ້ຄວາມບອກວ່າຮອດແລ້ວ ອ້າຍຍັງໂທຖາມ ພ້ອມທັງໃຫ້ເຟດບຸກ
ຈຶ່ງໄດ້ໂອກາດຂອບໃຈລາວຢູ່ເຟດບຸກອີກຄັ້ງ
ສໍາຫຼັບຂ້າພະເຈົ້າການໄດ້ຮັບຄວາມຊ່ວຍເຫຼືອຈາກຄົນທີ່ບໍ່ຮູ້ຈັກກັນມາກ່ອນ
ລາວເສຍເວລາຕັ້ງຫຼາຍກວ່າ 1ຊມ ມາຊ່ວຍ ທັງໆທີ່ໃຊ້ເວລາຂີ່ລົດຈາກ ວຽງຈັນໄປຮ່າໂນ້ຍ 23ຊົ່ວໂມງເຕັມໆ ເວລານັ້ນໃຜໆກໍຄົງຈະເມື່ອຍຢາກເມືອພັກຜ່ອນ
ແຕ່ລາວເຕັມໃຈຊ່ວຍໂດຍບໍ່ຫວັງສິ່ງຕອບແທນ
ເວລານັ້ນຖ້າບໍ່ອ້າຍຄົນນັ້ນມມາຊ່ວຍຄົງຊິເຮັດຫຍັງບໍ່ເປັນເລີຍ
ບໍ່ຮູ້ວ່າຊິຕອບແທນອ້າຍໄດ້ຈັ່ງໃດອີກ
ຂໍຂອບໃຈຫຼາຍໆອ້າຍສາຍສະໝອນ
|