................................................................................................
...............................................................................................
ຊົ່ວທີ 1 ( ຫ້ອງພັກເລກທີ 305 )
“ ວັງວຽງ 19.07.09 “
ສຽງຫົວສະອິກສະອ້ອຍຂອງຊາວຕ່າງຊາດທີ່ຢູ່ຕູບທັດໄປຂ້າງໆຟັງແລ້ວຊ່າງມີຄວາມສຸກ
ແຕ່ໃນໃຈຂອງຂ້ອຍຕອນນີ້ຊ່າງຫງຽບສະຫງົບດັ່ງກັບສາຍນໍ້າຊ່ອງຕອນນີ້ໄຫຼໄປ ໄຫຼໄປ…….
ຂ້ອຍມາຮອດວັງວຽງຕັ້ງແຕ່ຕອນ 9 ໂມງເຊົ້າ ແລະຕອນນີ້ ບ່າຍ 2 ໂມງແລ້ວແຕ່ຂ້ອຍ
ຍັງຄົງນັ່ງຢູ່ ບໍ່ເຄີຍນັ່ງສະຫງົບໄດ້ເປັນເວລາດົນປານນີ້ອາດເປັນເພາະຄົນກໍາລັງນ່ັງຄອຍຖ້າສິ່ງໃດ
ສິ່ງໜຶ່ງ ຂ້ອຍແນມເບິ່ງໂມງທີ່ຂໍ້ມືຂ້າງຊ້າຍອີກຄັ້ງ 17:16 ຂ້ອຍຍ່າງກັບຂຶ້ນມານັ່ງແຖວບ້ານພັກໃນຕົວເມືອງ
ແລະນັ່ງລົງທີ່ຮ້ານອາຫານກົງກັນຂ້າມກັບບ້ານພັກ ໃນມູມນັ່ງທີ່ແຄບໆແລ້ວຄອຍຖ້າຕໍ່ໄປ ເວລາຜ່ານໄປບໍ່ດົນ
ສິ່ງທີ່ຂ້ອຍຢ້ານ ແລະ ທັງເປັນສິ່ງທີ່ຄອຍຖ້າກໍ່ປາກົດຂຶ້ນ
ລົດເກ່ງຄັນງາມສີດໍາ ປ້າຍທະບຽນ 6766 ກໍ່ໂຄ້ງເຂົ້າໄປທີ່ປະຕູບ້ານພັກຕາມຄວາມຄາດ
ໝາຍ ໃນລົດຄັນນັ້ນຄືແຟນຂອງຄົນເອງ ກັບຊາຍໜຸ່ມຮູບງາມອີກຄົນໜຶ່ງຢ່າງລົງຈາກລົດ
ດ້ວຍສີໜ້າສົດໃສກ່ອນທີ່ຈະຈູງມືກັນເຊັກອິນທີ່ບ້ານພັກ ຫຼັງນັ້ນ !
ຂ້ອຍອົດໃຈບໍ່ໄຫວ ຂ້ອຍຍ່າງຕາມຂຶ້ນໄປແບບຫ່າງໆ ແລະ ຢຸດທີ່ຊັ້ນສາມຫ້ອງມູມ
ງາມໃຈກາງສີ່ແຍກຂອງເມືອງ ໝາຍເລກ 305 ຊ່າງເໝາະແກ່ການພັກຜ່ອນກັບຄົນຜູ້ເປັນທີ່
ຮູ້ໃຈເປັນຢ່າງຍິ່ງ.
ຄໍ່າຈັກໜ່ອຍກໍ່ເກາະແຂນກັນອອກໄປນັ່ງກິນເຂົ້າຕາມດ້ວຍຍ່າງລົງໄປເລາະທີ່ບາເຫຼົ້າ
ແຄມນໍ້າຊ່ອງ ຊ່າງເປັນພາບຄູ່ບ່າວສາວທີ່ແນມເບິ່ງແລ້ວໜ້າອິດສາ ແຕ່ສໍາຫຼັບຂ້ອຍມັນຊ່າງ
ເປັນພາບທີ່ໂຫດຮ້າຍທີ່ສຸດ ຂ້ອຍເກືອບຈະບໍ່ມີແຮງຍ່າງອີກຕໍ່ໄປແລ້ວ ! ແຕ່ຂ້ອຍຍັງຄົງໂງ່ຈ້ອງ
ເບິ່ງທໍລະມານຫົວໃຈຕົວເອງຕໍ່ໄປ
ເດີກແລ້ວເຖິງເວລາແລ້ວທີ່ຈະຕ້ອງກັບເຂົ້າຫ້ອງແຫ່ງສະຫວັນວິມານ ສຽງອັດປະຕູດັງ
ສັ່ນເຂົ້າໄປໃນຫົວໃຈຂອງຂ້ອຍ ບໍ່ຢາກເຊື່ອເລີຍຄົນທາງໃນນັ້ນຄືຄົນຂອງຂ້ອຍເອງ ຄິດຢາກຈະ
ເຄາະປະຕູໃຈສິຂາດແຕ່ກໍ່ບໍ່ມີປັນຍາ ໄດ້ແຕ່ເອົາຫູແນບຝາປະຕູຟັງສຽງວ່າເຂົາສອງຄົນລົມ
ຫຍັງກັນເຂົາເຮັດຫຍັງກັນແລ້ວນໍ ! ຫົວໃຈຂ້ອຍມັນພັງສະຫຼາຍລົງແລ້ວໜ້າຫ້ອງນັ້ນ !
ຂ້ອຍຍ່າງກົ່ມໜ້າກັບຫ້ອງດ້ວຍນໍ້າຕາທີ່ໄຫລເປັນສາຍ ຫາກຂ້ອຍຍັງຢືນຢູ່ບ່ອນນີ້ອີກຕໍ່ໄປ
ຂ້ອຍຢ້ານວ່າຈະຕ້ອງເຮັດສິ່ງທີ່ບ້າໆອອກມາ.
ນະຄອນຫຼວງວຽງຈັນ 21.07.09
ກັບໄປຢ້ຽມແມ່ຢູ່ບ້ານມາເປັນຈັ່ງໃດ ? ມື້ນີ້ອອກມາຫາຂ້ອຍແນ່ໄດ້ບໍ່ ?
ໂອເຄພົບກັນຢູ່ທີ່ຮ້ານເກົ່າເດີ້ ບາຍ !
ສຽງໂທລະສັບທີ່ຂ້ອຍນັດລາວໃຫ້ອອກມາຫາ ທຸກໆຢ່າງຂ້ອຍເຮັດເໝືອນກັບວ່າບໍ່ມີສິ່ງ
ໃດເກີດຂຶ້ນເລີຍ ຮ້ານອາຫານ Moon The Night ໂຕະທີ່ຂ້ອຍເລືອກນັ່ງຊັ້ນເທິ່ງຕິດຂອບ
ນໍ້າຂອງເລກໂຕະ 305 ລາວຍ່າງເຂົ້າມາດ້ວຍໃບໜ້າທີ່ສົດໃສແລະທ່າທາງທີ່ໝັ່ນໃຈເຫຼືອເກີນ
ວ່າບໍ່ມີໃຜຮູ້ວ່າຕົນເອງໄປເຮັດຫຍັງມາ.
ບົດສົນທະນາເປັນໄປຢ່າງປົກກະຕິ ຈົນອາຫານເທິ່ງໂຕຫວ່າງເປົ່າ ຂ້ອຍຢືນຊ່ອງເອ
ກະສານສີເຫຼືອງໃຫ້ລາວແລ້ວບອກໃຫ້ລາວເປີດອອກເບິ່ງ ສີໜ້າທີ່ຍິ້ມແຍມຂອງລາວຂາວຊີດ
ລົງແລະລາວຈະລຸກອອກຈາກໂຕະ !
ຂ້ອຍຕົບໂຕະສຽງດັງແລ້ວເວົ້າວ່າ :
ເຈົ້າບໍ່ມີສິດຍ່າງອອກໄປຈາກໂຕະນີ້ຖ້າຂ້ອຍຍັງບໍ່ທັນໄດ້ອະນຸຍາດ ສິ່ງທີ່ເຈົ້າເຫັນຢູ່
ນັ້ນມັນເປັນພຽງຮູບພາບ ສ່ວນພາບເຄື່ອນໄຫວຂ້ອຍຈະເຮັດຫຍັງກັບມັນກໍ່ໄດ້ ! ເປັນຫຍັງຕົກໃຈຫວາ !
ຢາກຮູ້ບໍ່ວ່າຂ້ອຍໄດ້ມັນມາໄດ້ແນວໃດ ?
ເຈົ້າມັນຫຼາຍໃຈເຈົ້າຮູ້ບໍ່ ?ຈັກຄົນແລ້ວທີ່ເຈົ້າຫັກອົກມາ ຫ້ອງພັກຫ້ອງນັ້ນຂ້ອຍເປັນຄົນຈ້ອງໃຫ້ເຈົ້າເອງ
ແລະ ຜູ້ຊາຍຄົນທີ່ນອນກັບເຈົ້າມື້ຄືນກ່ອນນັ້ນ ກໍ່ຄືສ່ຽວຮັກຂອງຂ້ອຍເອງ ! ເຈົ້າມັນໂງ່ !
ເຈົ້າຄິດວ່າສິຖິ້ມຂ້ອຍໄດ້ງ່າຍໆຊັ້ນບໍ !ຂ້ອຍມີຂໍ້ສະເໜີໃຫ້ເຈົ້າ ກັບມາຫາຂ້ອຍແລ້ວຮັກ
ຂ້ອຍຄົນດຽວ ຂ້ອຍຈະຍົກໂທດໃຫ້ເຈົ້າ ແລະ ກໍ່ຈະຮັກເຈົ້າຢ່າງທີ່ຂ້ອຍຮັກຕະຫຼອດມາ
ຖ້າເຈົ້າບໍ່ເອົາ ຂ້ອຍຈະສົ່ງຮູບ ແລະ ວິດີໂອໃຫ້ແມ່ຂອງເຈົ້າເບິ່ງ ເຈົ້າຈະວ່າແນວໃດ ?
ໃຫ້ເຈົ້າເລືອກມາຕອນນີ້ ! ກ່ອນທີ່ຂ້ອຍຈະປ່ຽນໃຈ
ໂອ້ ! ຢ່າຮ້ອງໃຫ້ເສຍໃຈໄປເລີຍ ຄົນຊົ່ວຄືເຈົ້າ ກະເໝາະສົມກັບຄົນຊົ່ວຄືຂ້ອຍບໍ່ແມ່ນຫວາ ?
ເຮົາຊ່າງເກີດມາຄູ່ກັນແທ້ໆ ເຮົາສິຢູ່ເປັນຄູ່ກັນຕະຫຼອດໄປ......... !
ຊົ່ວທີ 2 ( ການທວງຄືນຂອງຄໍາສາບານ ) ສະບັບຕໍ່ໄປ...