ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ນອກຈາກບັນຫາພາສາລາວໃນ Internet Explorer 7 ທີ່ເຄີຍຂຽນໄປກ່ອນຫນ້ານີ້ແລ້ວ (ອ່ານບົດຄວາມເກົ່າ) ກໍ່ຍັງມີບັນຫາພາສາລາວໃນ Firefox 2 ນຳອີກ ເຊິ່ງບົດນີ້ຈະມາແນະນຳວິທີການອ່ານພາສາລາວໃນ Firefox 2



ເປີດ Firefox 2 ຂຶ້ນມາແລ້ວໄປທີ່ເມນູ Tools -> Options...



ຈາກນັ້ນໄປທີ່ຫົວຂໍ້ Contents ແລ້ວເລືອກ Default font ເປັນ Saysettha OT (ຫຼືຟອນລາວອື່ນ ໆ ແຕ່ຕ້ອງເປັນ Unicode font) ແລ້ວຄລິກໄປທີ່ Advanced...



ໃຫ້ເລືອກ Other Languages ໃນສ່ວນຂອງ Fonts for ຈາກນັ້ນກໍ່ເລືອກເອົາຕາມພາບປະກອບດ້ານເທິງເລີຍ ຢ່າລືມເອົາເຄື່ອງຫມາຍຖືກອອກຈາກ Allow pages to choose their own fonts, instead of my selections above



ຈາກນັ້ນເລືອກ Thai ໃນຊ່ອງ Fonts for ແລ້ວກໍ່ເລືອກຕາມພາບປະກອບອີກຮອບ ແລ້ວ ໆ ກໍ່ຄລິກ OK -> OK ກໍ່ຈະສາມາດອ່ານພາສາລາວໄດ້ໃນ Firefox 2 ແລ້ວ :D