ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຜູ້ໃຊ້ບາງທ່ານ ອາດຈະພົບບັນຫາພາສາລາວໃນ Internet Explorer 7 (ຫຼືເວີຊັນອື່ນ ໆ) ວ່າ ບໍ່ສາມາດອ່ານພາສາລາວໄດ້ ເນື່ອງຈາກພາສາລາວກາຍເປັນສີ່ຫລ່ຽມໄປ ເຊິ່ງໃນບົດນີ້ເຮົາຈະມີຮຽນວິທີການແກ້ໄຂບັນຫານີ້ກັນ



ກ່ອນອື່ນຫມົດ ເປີດ Internet Explorer 7 (ຕໍ່ໄປນີ້ຈະຂຽນສັ້ນ ໆ ວ່າ “IE7”) ຂຶ້ນມາກ່ອນ ແລ້ວໄປທີ່ເມນູ Tools -> Internet Options ຕາມລູກສອນຊີ້ໃນຮູບ



ຈະມີຫນ້າຕ່າງໃຫມ່ຂຶ້ນມາ ໃຫ້ຄລິກທີ່ Fonts



ເລືອກ Lao ຈາກຊ່ອງ Language script



ຈາກນັ້ນກໍ່ຈະມີລາຍຊື່ຟອນຕ໌ຂຶ້ນມາທາງຊ້າຍມື ໃນກໍລະນີນີ້ຄື Saysettha OT ຫາກວ່າທ່ານຕິດຕັ້ງຟອນຕ໌ລາວອື່ນ ໆ ນຳ ກໍ່ອາດຈະມີຊື່ອື່ນ ໆ ເຂົ້າມານຳ ກໍ່ເລືອກແບບທີ່ມັກ ແລ້ວຄລິກທີ່ OK



ກໍ່ຈະປະກົດວ່າ ສາມາດອ່ານພາສາລາວໄດ້ແລ້ວ ເຢ້ ~