ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ເປັນໄປໄດ້ບໍ່
ສ້າງເມື່ອ ຕ.ລ.. 21, 2010 17 ຄົນໂຫວດ, 10 ຄຳເຫັນ, ອ່ານ 215 ເທື່ອ
ເວົ້າເຖິງເຫດການປະຕິຫານ ໃນສະໃໝນັ້ນປະຊາຊົນໄດ້ຊຸກເຊື່ອງສິ່ງຂອງມີຄ່າໄວ້ກັບທາດ ຖິ້ມລົງນ້ຳສ້າງ ຝັງດິນ ຫຼື ຖິ້ມລົງແມ່ນ້ຳ ບໍ່ຢາກໃຫ້ສະຫຍາມປຸ້ນເອົາໄປ, ມາດຽວນີ້ຫຼາຍຢ່າງໃນວຽງຈັນຖືກຄົ້ນພົບໃນໄລຍະນີ້. ກ່ຽວກັບການຖິ້ມຂອງມີຄ່າລົງນ້ຳນັ້ນ, ຍັງມີສິ່ງມີຄ່າອີກອັນໜຶ່ງຄື ພຣະສຸກ ຢູ່ທີ່ວັງບ້ານເວີນສຸກ (ເມືອງປາກງື່ມ ສະຫຍາມຈະປຸ້ນເອົາໄປ, ພໍໄປຮອດເວີນສຸກ ເກີດພາຍຸຟ້າຝົນລົມແດງ ພັດແພແຕກພຣະສຸກ ພຣະໃສ, ພຣະເສີມ ຈົມລົງພື້ນນ້ຳ, ພວກສະຫຍາມພາກັນງົມຂຶ້ນມາໄດ້ ແຕ່ພຣະໃສດຽວນີ້ຢູ່ໜອງຄາຍ ແລະ ພຣະເສີມຢູ່ ກຸງເທບ(ບາງກອກ) ສວນພຣະສຸກຍັງຈົມຢູ່ເວີນສຸກ(ນ້ຳງື່ມ) ສະຫຍາມພະຍາຍາມຈົນໝົດຄວາມສາມາດ ແຕ່ເອົາຂຶ້ນມາບໍ່ໄດ້, ກ່າວກັນວ່າ ສະຫຍາມເອົາງົວ, ເອົາຊ້າງມາແກ່ກໍ່ບໍ່ຂຶ້ນ, ອັນນີ້ເປັນປະຕິຫານຫຼື ບັງເອີນ. ແຕ່ຮອດເວລາແລ້ວບໍ່ ’’ທີ່ພວກເຮົາຊາວລາວຈະໄປອັງເຊີນພຣະສຸກຂຶ້ນມາປະດິດສະຖານໄວ້ນະທີ່ເດີມເພື່ອເປັນສຣີຣິມຸງຄຸນຕໍ່ກັບການກັບຄືນວຽງຈັນຂອງເຈົ້າອະນຸວົງ’’ ເນື່ອງໃນໂອກາດເລີກງາມຍາມດີທີ່ສຸດ ໃນການສະເຫລີມສະຫລອງວຽງຈັນເປັນນະຄອນຫຼວງຄົບຮອບ 450 ປີນີ້, ເຊື່ອວ່າ ພຣະສຸກສົມບັດຂອງວຽງຈັນລ້ານຊ້າງ ກໍ່ຢາກມາຮ່ວມສະຫຼອງໄຊ 450 ປີ ‘’ກຣຸງສຣີສັຕະນາຄະນາຫຸດ ອຸຕະມະ ຣາຊະທານີ’’ ເຊັ່ນດຽວກັນ. ເພາະເພິ່ນຖືກສັກດີນາສະຫຍາມປຸ້ນເອົາໄປ, ເພິ່ນບໍ່ໄປຈຶ່ງໜີໄປຢູ່ພື້ນນ້ຳຖ້າພວກເຮົາຊາວລາວໄປອັງເຊີນຂຶ້ນມາວຽງຈັນ ‘’ ຈັນທະບູຣີສຣີສັຕະນາຄະນາຫຸດ ອຸດຕະມະຣາຊະມານີ’’