
ຂຽນເມື່ອ: May. 25, 2009
| ມີ
19 ຄຳເຫັນ
ແລະ
0 trackback(s)
ສະບາຍດີ ສະມາຊິກພັນລາວທຸກຄົນ, ມື້ນີ້ຮູ້ສຶກເຊັງໆກະເລີຍມາຂຽນໄດອາຣີພໍຊິໄດ້ປຳ້ເງິນ ອິໆໆໆ 
ທ່ານຮູ້ຈັກເກມອັນໜຶ່ງບໍ່? ທີ່ມີຫລາຍຄົນມາອອ້ມວົງມົນກັນ ຈາກນັ້ນກໍ່ພາກັນຫລັບຕາແລ້ວເດ່ແຂນອອກເພື່ອໄປຈັບເອົາ
ມືຂອງຄົນໃດຄົນໜຶ່ງໃນກຸ່ມໂດຍທີ່ເຮົາບໍ່ຮູ້ວ່າແມ່ນໃຜ ຫລັງຈາກທີ່ຕ່າງຄົນຕ່າງຈັບມືຂອງໃຜລາວແລ້ວ ກໍ່ມືນຕາຈະເຫັນວ່າແຂນຂອງ
ແຕ່ລະຄົນຈະສະຫລັບກັນໄປມາ ແລ້ວໃຫ້ຄິດຫາວິທີໃຫ້ແຕ່ລະຄົນເຮັດຈັ່ງໃດເພື່ອໃຫ້ກັບມາເປັນວົງມົນຄືເກົ່າແຕ່ບໍ່ໃຫ້ປະມືທີ່ຈັບກັນເອົາ
ໄວ້ ໂດຍຈະມີການລອດແຂນຫລືຂ້າມຫລືເຮັດແນວໃດກໍ່ແລ້ວແຕ່. ວັນເສົາແລ້ວນີ້ ຂ້າພະເຈົ້າໄດ້ຫລິ້ນເກມນີ້ກັບເພື່ອນຮ່ວມຫ້ອງທີ່ມາຈາກ
ຫລາຍປະເທດ ( ຫວຽດນາມ, ເກົາຫລີ, ໄທ, ກຳປູເຈຍ ລວມທັງອາຈານທີ່ເປັນຄົນຈີນ ) ມ່ວນໆ ມີຮູບມາໃຫ້ເບິ່ງພ້ອມ ເບິ່ງໆ!!!

ຕອນນີ້ກຳລັງພະຍາຍາມຢ່າງໜັກ


ທັງມ່ວນທັງເຈັບ ເຮີໆໆໆ

ໃກ້ຈະຮອດຄວາມຈິງແລ້ວ!!!!!

ໂອ້ຍ!! ເຈັບອີກແລ້ວ ປານໃດຊິແລ້ວຫວະ?? 
ແລະ ໃນທີ່ສຸດ!!!! ກໍ່ປະສົບຜົນສຳເລັດ ດ້ວຍຄວາມຄິດອັນສະຫລາດຫລັກແຫລມຂອງຂ້າພະເຈົ້າເອງ ( ມັນໄດ້ຄິດຕອນໃດຫວະ??
ງົງ!!!
) ຮ່າໆໆໆໆໆ

ເມື່ອຍໆ!!!! ພັກກ່ອນດຽວມາຫລິ້ນຕໍ່ ອິໆໆໆ ມ່ວນດີ 