ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ເພື່ອນໆຄິດວ່າຖ້າຄີບອດແບບ QWERTY (ຄີບອດເຕັມ) ມີພາສາລາວແລ້ວມັນຈະມີໜ້າຕາແນວໃດ..?

ຄວາມຈິງຖ້າທຽບໃສ່ພາສາໄທແລ້ວ,ພາສາລາວຈະໄດ້ປຽບກວ່າ ເພາະອັກສອນລາວໜ້ອຍກວ່າອັກສອນໄທ.

ເອົາເປັນວ່າເຮົາມາລອງແຕ້ມຮູບກັນເບິ່ງ... ຕົວຢ່າງຄີບອດຂອງ Nokia E63

ຈາກຄີບອດລາວຂອງຄອມພິວເຕີແລ້ວເຮົາຈະໄດ້ອັກສອນຫຼັກໆດັ່ງລຸ່ມນີ້

ຄີບອດຄອມມີ ສີ່ ແຖວທີ່ມີພາສາລາວ. ລວມ 27 ຕົວ ໂດຍບໍ່ນັບອັກສອນຄວມ ເພາະຕົວຢ່າງ ໜ ເຮົາສາມາດຂຽນ ຫນ ແທນ...

ແຖວ1:  ຢ ຟ ຖ ຄ ຕ ຈ ຂ ຊ

2:  ພ ຮ ຣ ນ ຍ ບ ລ

3:  ຫ ກ ດ ສ ວ ງ

4:  ຜ ປ ອ ທ ມ ຝ

ຈາກນັ້ນມາຈັດໃສ່ຄີບອດແບບ QWERTY , ຄີບອດແບບ QWERTY ສ່ວນໃຫຍ່ຈະມີພຽງ ສາມແຖວຫຼັກເທົ່ານັ້ນ.

ວາງອັກສອນ, ໂດຍຈັດເອົາອັກສອນແຖວເທິງສຸດມາເພີ່ມໃສ່ສາມແຖວລຸ່ມ.

ຈາກນັ້ນ Photoshop ກໍ່ຈະໄດ້:

ສຸດທ້າຍກໍ່ໄດ້ແບບນີ້ລະ -_-"

ຫວັງວ່າຈະມີໂທລະສັບແບບນີ້ (ທີ່ມີຄີບອດລາວແບບເຕັມ) ອອກມາໄວໆນີ້ 

ຈົບ ./.

Delicious Digg Fark Twitter