ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ເມຍຄືໂທລະທັດ ແຕ່ແຟນຄືມືຖື

ໂທລະທັດໄວ້ເບີງຢູ່ເຮືອນ ແຕ່ມືຖືໄວ້ຖືອອກບ້ານ
ໂທລະທັດໄວ້ແກ້ເຫົງາ ແຕ່ມືຖືຕ້ອງຕັ້ງໃຈຫລີ້ນ
ໂທລະທັດເບີງຟຮີຕະຫລອດຊີີວີດ ... ແຕ່ມືຖືລືມຈ່າຍຍາມໃດໝົດໂປຼໂມຊັນທັນທີ
ໂທລະທັດໃຫຍ່ໜັກເກົ່າ ແຕ່ມືຖືງາມບາງ ຖືໄປໄດ້ທຸກເວລາ

ໂທລະທັດຄ່າແປງກະບໍ່ແພງ  ແຕ່ມືຖືແປງກະແພງ ແຖມເພ່ງ່າຍ
ໂທລະທັດໃຊ້ຣີໂມດຢູ່ໄກ່ໆໆກະເບີງໄດ້ ແຕ່ມືຖືຕ້ອງໄລຍະໃກ້ໆເທົ່ານັ້ນ

ມືຖືສາມາດເວົ້າແລະຟັງໄດ້ ແຕ່ໂທລະທັດຟັງຢ່າງດຽວ ຈະຖຽງກັບກະບໍ່ໄດ້
ໂທລະທັດນັ້ນສະອາດປາສະຈາກເຊື້ອ ແຕ່ມືຖືໃຜໆກະຮູ້ວ່າມີໄວຣັດສ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ຜົນດີຂອງການດື່ມນ້ຳເມົາມີ :

1.ຄົນຂາຍລວຍຂື້ນ ພະນັກງານໃນໂຮງງານມີລາຍໄດ້

2.ທ່ານໝໍມີວຽກຫລາຍຂື້ນ

3.ບໍລີສັດຢາແລະເຄື່ອງມື່ແພດມີລາຍໄດ້ສູງຂື້ນ

4.ຕຳຫລວດມີວຽກຫລາຍຂື້ນ

5.ໜັງສື່ພີມຢູ່ໄດ້ຍອ້ນຂ່າວທີ່ມາຈາກນ້ຳເມົານີ້ລະ ປຸ້ນຂ້າຂົ່ມຂືນ

6.ເຫຼົ້າເຮັດໃຫ້ພໍ່ຕາຍຈາກລູກໃນຮູບແບບຕ່າງໆ ເດັກໃນຄອບຄົວກໍ່ຈະຮູ້ຈັກສູ້ຊີວີດຫລາຍຂື້ນ

7.ເຮັດໃຫ້ເຮົາເຫັນຄວາມຮັກອັນສູງສົ່ງທີ່ແມ່ມີຕໍ່ລູກ ຫລາຍຄັ້ງທີ່ແມ່ຖືກລູກເມົາເຫຼົ້າ ເຕາະຕີ ແຕ່ແມ່ກະຍັງຮັກລູກ

8.ເຮັດໃຫ້ປະຊາກອນໂລກນ້ອຍລົງ ຖ້າບໍ່ມີນ້ຳເມົາໂລກຂອງເຮົາຄື່ຊີມີຄົນຫລາຍເກີນໄປ

9.ເປັນອູປະກອນສາກົນທີ່ເຮັດໃຫ້ລາວຈີນເມກາລົມກັນເຂົ້າໃຈໂດຍບໍ່ຕ້ອງແປ

10.ເຮັດໃຫ້ກ້າສະແດງອອກ ກ້າເວົ້າກ້າເຮັດ ສະແດງອອກເຖີ່ງເສລີພາບ