ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຄິດຈັ່ງໃດກັບປະຫວັດວັນຂີ້ຕວົະ
ສ້າງເມື່ອ ມ.ສ.. 1, 2011 10 ຄົນໂຫວດ, 15 ຄຳເຫັນ, ອ່ານ 741 ເທື່ອ
ວັນຂີ້ຕົວະ ຫຼື April's Fool Day ປະຫວັດຂອງວັນນີ້ ເລີ່ມຕົ້ນທີ່ປະເທດຝຣັ່ງ ໃນຍຸກສັດຕະວັດ ທີ16 ຕອນນັ້ນ ຊາວຝຣັ່ງ ມີວັນປີໃໝ່ ກົງກັບວັນທີ 1 ເມສາ ຈົນມາເຖິງ ຄສ 1562 ໂປບ ເກນກໍລີ ຈິ່ງກຳນົດໃຫ້ຊາວ ຄິສ໌ຕຽນ ທົ່ວໂລກ ສະຫຼອງວັນປີໃໝ່ ພ້ອມກັນກັບ ວັນທີ 1 ມັງກອນ(ມັກກະດາຄົມ).ຄາວແຕ່ກີ້ ສະໃໝກ່ອນ ຂ່າວສານ ບໍ່ໄດ້ກະຈາຍໄວ ຄືດຽວນີ້ ຄົນບ້ານນອກ ຂອງຝຣັ່ງ ຍັງບໍ່ຮູ້ ແຖມບາງຄົນຮູ້ ແຕ່ບໍ່ເຊື່ອ ເຊິ່ງພວກເຂົາສະເຫຼີມສະຫຼອງປີໃໝ່ ວັນທີ 1ເມສາເໝືອນເດີມ ດ້ວຍເຫດນີ້ ຈິ່ງເຮັດໃຫ້ພວກບໍ່ຕົກຍຸກ(ຄົນໃນເມືອງ) ເຍີ້ອຍຫຍັນ ພວກຕົກຍຸກ ວ່າ “ພວກເຮົາໂງ່” ແຖມຍັງພະຍາຍາມ ແກ້ງ ຫຼອກລວງ ຄົນບ້ານນອກ ເພື່ອຄວາມສະໜຸກສະໜານ ອີກດ້ວຍ, ດັ່ງນັ້ນ ວັນທີ 1ເມສາ ກໍເລີຍກາຍເປັນວັນທີ່ຄົນໃຊ້ຂີ້ຕົວະກັນ ດ້ວຍການແຕ່ງເລື່ອງອັນໃດ ກໍໄດ້ ແລະ ຕ້ອງສະເຫຼີຍໃນຕອນທ້າຍ ເຊິ່ງເລື້ອງທີ່ເອົາມາຕົວະ ນັ້ນ ຕ້ອງບໍ່ເຮັດໃຫ້ຜູ້ອື່ນເລືອດຕົກ ຢາງອອກ ແລະ ຄົນທີ່ຖືກຕົວະນັ້ນ ຕ້ອງບໍ່ຄຽດໃຫ້ໝູ່ເດ ເພາະຖືວ່າ ວັນນີ້ ເປັນວັນພິເສດ. ເລື້ອງນີ້ມາຈາກ..... ''Friday Freeman''