 ຂຽນເມື່ອ: Dec. 8, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ຊີວິດຄືການເດີນທາງ ຊີວິດເຮົາເກີດມາໃນໂລກໃບນີ້ກໍ່ເຫມືອນກັບການເດີນທາງ ໃນການເດີນທາງຄັ້ງນີ້ເຮົາອາດບໍ່ຮູ້ວ່າຈະຕ້ອງພົບຫຍັງອີກໃນວັນຂ້າງຫນ້າ ວັນນັ້ນຈະເປັນຈັງໃດກໍ່ຕາມແຕ່ເຮົາກໍ່ສາມາດຜ່ານພົ້ນມັນໄປໄດ້ ຈະເປັນການໄດ້ຮັບຄວາມຊ່ວຍເຫລືອຈາກຄົນອື່ນຫລືດ້ວຍຕົນເອງກໍ່ຕາມ ສິ່ງທີ່ຈະຕ້ອງໄດພົບນັ້ນກໍ່ຍ່ອມມີທັງຄວາມສຸກແລະຄວາມເຈັບປວດທໍລະມານ ບາງຄົນພະຍາຍາມທີ່ຈະລືມທຸກຢ່າງທີ່ເກີດຂຶ້ນລະຫວ່າງທາງ ແຕ່ບາງຄົນນັ້ນພະຍາຍາມຈົດຈຳແລະຮຽນຮູ້ຈາກສິ່ງຕ່າງໆທີ່ຕົນພົບລະຫວ່າງທາງເພື່ອການກຽມພ້ອມໃນການເລີ່ມກ້າວຂອງວັນໃຫມ່ທີ່ກຳລັງຈະມາເຖິງ ສັງຄົມທຸກຊົນຊັ້ນບໍ່ວ່າຈະເປັນສັງຄົມສີວິໄລຫລືຊົນນະບົດກໍ່ປາສະຈາກສິ່ງເຫລົ່ານີ້ໄປບໍ່ໄດ້ແລະທ່ານໄດ້ພົບມັນມາແລ້ວ ແລະທ່ານຈໄດ້ພົບມັນອີກໄປເລື້ອຍໆຈົນກວ່າຊີວິດຈະເຫລືອແຕ່ຄວາມວ່າງເປົ່າ ທຸກຄົນບໍ່ວ່າຈະລວຍຫລືຈົນກໍ່ຈະຕ້ອງເດີນທາງຫາຈຸດຈົບທີ່ເຫມືອນກັນຄືຄວາມຕາຍແລະສູນຊິ້ນທຸກຢ່າງທີ່ສຳຜັດໄດ້ດ້ວຍຜະສາດສຳຜັດທັງຫ້າ ນັ້ນຄືປາຍທາງຂອງການເດີນທາງ ຊີວິດທີ່ມີຄວາມສຸກນັ້ນຄືການເດີນທາງຢ່າງມີ ເສຣີພາບມາກກວ່າ ຄວາມຮັກ ຄວາມຄຽດແຄ້ນ ເງິນທອງ ສັດທາ ຊື່ສຽງ ອຳນາດ ແລະການໄດ້ຄອບຄອງ, ຄວາມຮັກ ຄວາມຄຽດແຄ້ນ ເງິນທອງ ສັດທາ ຊື່ສຽງ ອຳນາດ ແລະການໄດ້ຄອບຄອງ ສິ່ງເຫລ່ານີ້ຈະເຮັດໃຫ້ເຮົາມີຄວາມທຸກແລະສູນເສຍເສຣີພາບເມື່ອເຮົາໄປຢຶດຕິດແລະຈະເປັນທຸກມາກເມື່ອສູນເສຍມັນໄປ ທຸກຢ່າງທີ່ເຮົາຄອບຄອງຍ່ອມລໍວັນທີ່ພັດພາກຈາກໄປການເດີນທາງຂອງຊີິດນັ້ນມີເວລາຈຳກັດຊີວິດທີ່ມີຄ່ານັ້ນຄືການດຳລົງຢູ່ຢ່າງເປັນສຸກທ່າມກາງເສຣີພາບແລະການບໍ່ບຽດບຽນເປັນອິດສະຣະຈາກສິ່ງທີ່ຈະເຮັດໃຫ້ເປັນທຸກ ຊີິວິດເຮົາບໍ່ມີຫຍັງມີຄ່າມາກໄປກວ່າການມີຊີວິດຢູ່ໃນໂລກໃບນີ້ຢ່າງມີສຸກແລະຢູ່ຢ່າງມີເສຣີພາບ ສັງຄົມທີ່ມີຄວາມສີວິໄລທີ່ຫລາຍຄົນຄິດວ່າມັນຈະນຳຄວາມສຸກມາໃຫ້ນັ້ນແຕ່ເຕັມໄປດ້ວຍຄວາມວາດລະແວງແລະເຕັມໄປດ້ວຍແຮງຜັກດັນໃຫ້ເຮົາກະທຳສິ່ງຕ່າງໆບໍ່ມີວັນຈົບວັນສິ້ນແລະໄລ່ຕາມສິ່ງທີ່ມີຄວາມປ່ຽນແປງຢູ່ຕະລອດເວລາຈົນເຮັດໃຫ້ສູນເສຍເສຣີພາບແລະຄວາມສຸກໃນການເດີນທາງຂອງຊີວິດ ເພາະອີກບໍ່ນານວັນເວລາທີ່ລໍຄອຍທີ່ນານແສນນານທີ່ເຮົາຈະໄປຈາກໂລກໃບນີ້ກໍ່ຈະມາເຖິງຢ່າງແນ່ນອນແລະເຮົາກໍ່ຈະໄປຈາກສັງຄົມທີ່ມີຄວາມສີວິໄລເຫລົ່ານັ້ນໄປສູ່ຄວາມວ່າງເປົ່າທີ່ບໍ່ເຫລືອຫຍັງໃຫ້ຄອບຄອງເຖິງວ່າສິ່ງນັ້ນຈະໃຊ້ເວລາທັງຊີວິດເພື່ອຫາມັນມາ ແລະເປັນສິ່ງທີ່ຮັກແລະຫວງແຫນມາກເທ່າໃດກໍ່ຕາມກໍ່ຈະຈາກເຮົາໄປຫລືເຮົາຈາກມັນໄປ ແມ່ນຫຍັງຄືເປົ້າຫມາຍໃນການເດິນທາງຂອງຊີວິດທ່ານ ຄວາມຮັກ ຄວາມຄຽດຊັງ ເງິນທອງ ອຳນາດ ຊື່ສຽງ ສັດທາ ການໄດ້ຄອບຄອງສິ່ງທີ່ຮັກ ສິ່ງເຫລ່ານີ້ຈະເຮັດໃຫ້ມີຄວາມສຸກຕອນທີ່ໄດ້ມັນມາໃຫມ່ໆ ແຕ່ມັນຈະເຮັດໃຫ້ເຮົາເປັນທຸກເມື່ອເຮົາໄປຫລົງຍຶດຕິດແລະຕອນທີ່ມັນຈາກໄປເພາະທຸກສິ່ງທຸກຢ່າງມີຄວາມປ່ຽນແປງແລະມີການເສີ່ອມສະພາບຢູ່ຕະຫຼອດເວລາ ທຸກສິ່ງທີ່ໄດ້ຄອບຄອງນັ້ນຍ່ອມລໍວັນຈາກໄປແລະບາງທີ່ເຮົາອາດຈະຈາກມັນໄປກໍ່ໄດ້ໃນທີ່ສຸດເຮົາກໍ່ຈະເດີນເຂົ້າຫາຄວາມວ່າງເປົ່າ ຊີວິດເຮົາມາຈາກສູນຫລືຄວາມວ່າງເປົ່າເຮົາຈະເດີນໄປເຖິງທີ່ໃດກໍ່ຕາມແຕ່ສຸດທ້າຍເຮົາກໍ່ຈະຈົບທີ່ສູນຄວາມວ່າງເປົ່າລໍເຮົາຢູ່ ຄວາມສຸກຈະມີຄ່າມາກຂຶ້ນຖ້າຄວາມສຸກນັ້ນຖືກແບ່ງປັນ
|
|
|