ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ກ້ອງ ແລະການຖ່າຍຮູບ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ກ້ອງ ແລະການຖ່າຍຮູບ » ຟຣີ ການປະກວດຮູບຖ່າຍແຫ່ງຄວາມພູມໃຈໃນລາວ ປີ 2011

໑໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
http://www.laophotocontest.com ເຂົ້າໄດ້ແລ້ວເດີ້




ການປະກວດຮູບຖ່າຍແຫ່ງຄວາມພູມໃຈ 2011, ຮ່ວມແບ່ງປັນປະສົບການທີ່ໜ້າປະທັບໃຈ ໂດຍການສົ່ງຮູບເຂົ້າປະກວດ ພາຍໃຕ້ຫົວຂໍ້
" ຄວາມພູມໃຈໃນລາວ "
ກ່ຽວກັບສະຖານທີ່ຕ່າງໆ, ວັດທະນະທຳ ຮີດຄອງປະເພນີ ແລະວິຖີຊີວິດຂອງຄົນລາວ. ຮ່ວມຊີງຮາງວັນຫຼາຍກວ່າ 80.000.000 ກີບ

ການປະກວດຮູບຖ່າຍແຫ່ງຄວາມພູມໃຈ ປະຈຳປີ 2011 ມີຈຸດປະສົງດັ່ງນີ້:

1. ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ເກີດຄວາມພາກພູມໃຈໃນຄວາມເປັນລາວຂອງຄົນລາວ ທີ່ມີຕໍ່ປະເທດຊາດ ເພີ່ມທະວີນຳ້ໃຈຮັກຊາດ ຮັກບ້ານເກີດ ເມືອງນອນ ຮັກຜືນແຜ່ນດິນອັນຄົບຖ້ວນ ທີ່ບັນພະບູລຸດ ແລະຄົນຮຸ່ນກ່ອນໄດ້ຕໍ່ສູ້ ແລະປົກປັກຮັກສາເອົາໄວ້ ອະນຸລັກ ຮັກສາວັດທະນະທຳ
ຮີດຄອງປະເພນີ ແລະວິຖີຊີວິດຂອງປະຊາຊົນລາວບັນດາເຜົ່າ ກໍຄືອະນຸລັກຮັກສາສິ່ງແວດລ້ອມທາງທຳມະຊາດອັນສວຍສົດງົດງາມຂອງປະເທດເຮົາ.

2. ເພື່ອເປັນການໂຄສະນາເຜີຍແພ່ຮູບພາບກ່ຽວກັບຄວາມຍິ້ມແຍ້ມແຈ່ມໃສ ຄວາມສະຫງ່າງາມແບບທຳມະຊາດຂອງຄົນລາວບັນດາເຜົ່າ ຄວາມໂດດເດັ່ນ ຂອງວັດທະນະທຳຮີດຄອງປະເພນີທີ່ເປັນເອກະລັກຂອງຄົນລາວ ຂອງຊາດລາວ ໂຄສະນາເຜີຍແພ່ຮູບພາບຄວາມສວຍງາມຂອງທິວທັດ ທຳມະຊາດ ຕໍ່ພາຍໃນກໍຄືຊາວໂລກ ອັນຈະເປັນການປະກອບສ່ວນໂຄສະນາເຜີຍແພ່ແຫຼ່ງທ່ອງທ່ຽວຂອງ ສປປ ລາວ ສູ່ສາຍຕາຂອງຊາວໂລກໃຫ້ນັບມື້ນັບ ກວ້າງຂວາງ ແລະເປັນການສົ່ງເສີມການທ່ອງທ່ຽວພາຍໃນ " ລາວທ່ຽວລາວ " ອີກດ້ວຍ.

3. ເປັນການປຸກລະດົມ ແລະສົ່ງເສີມໃຫ້ຄົນລາວຮັກໃນການຖ່າຍຮູບ ເພື່ອເກັບກຳຄວາມຊົງຈຳແຫ່ງຄວາມພູມໃຈໃນຊີວິດ ຢູ່ຕາມສະຖານທີ່ຕ່າງໆ ທີ່ຕົນເອງໄດ້ໄປສຳຜັດ ແລະທ່ຽວຊົມ.

4. ສ້າງໂອກາດ ແລະປູກຈິດສຳນຶກໃຫ້ຄົນຮຸ່ນໜຸ່ມ ໄດ້ບຸກບືນຕົວເຝຶກຝົນຫຼໍ່ຫຼອມຄຸນສົມບັດ ພັດທະນາຄວາມຮູ້ ຄວາມສາມາດ ມີຄວາມກ້າຫານ ມີຄວາມກ້າວໜ້າ ແລະສ້າງບົດບາດຂອງຕົນເອງໃນເວທີລະດັບຊາດກໍຄືສາກົນ.

ຮາງວັນມູນຄ່າຫຼາຍກວ່າ 80.000.000 ກີບ
1. ຮາງວັນຊະນະເລີດປະເພດຊ່າງພາບມືອາຊີບ.
* ຮາງວັນທີ 1 ກ້ອງຖ່າຍຮູບ ເງິນສົດ ແລະຂອງທີ່ລະນຶກຈາກ ເບຍລາວ ( ມູນຄ່າລວມ 20.000.000 ກີບ )
* ຮາງວັນທີ 2 ກ້ອງຖ່າຍຮູບ ເງິນສົດ ແລະຂອງທີ່ລະນຶກຈາກ ເບຍລາວ
* ຮາງວັນທີ 3 ກ້ອງຖ່າຍຮູບ ເງິນສົດ ແລະຂອງທີ່ລະນຶກຈາກ ເບຍລາວ
* ຮາງວັນທີ 4 ກ້ອງຖ່າຍຮູບ ເງິນສົດ ແລະຂອງທີ່ລະນຶກຈາກ ເບຍລາວ
* ຮາງວັນທີ 5 ກ້ອງຖ່າຍຮູບ ເງິນສົດ ແລະຂອງທີ່ລະນຶກຈາກ ເບຍລາວ

2. ຮາງວັນຊະນະເລີດ ປະເພດຊ່າງພາບມືສະໝັກຫຼີ້ນ
* ຮາງວັນທີ 1 ກ້ອງຖ່າຍຮູບ ເງິນສົດ ແລະຂອງທີ່ລະນຶກຈາກ ເບຍລາວ ( ມູນຄ່າລວມ 15.000.000 ກີບ )
* ຮາງວັນທີ 2 ກ້ອງຖ່າຍຮູບ ເງິນສົດ ແລະຂອງທີ່ລະນຶກຈາກ ເບຍລາວ
* ຮາງວັນທີ 3 ກ້ອງຖ່າຍຮູບ ເງິນສົດ ແລະຂອງທີ່ລະນຶກຈາກ ເບຍລາວ
* ຮາງວັນທີ 4 ກ້ອງຖ່າຍຮູບ ເງິນສົດ ແລະຂອງທີ່ລະນຶກຈາກ ເບຍລາວ
* ຮາງວັນທີ 5 ກ້ອງຖ່າຍຮູບ ເງິນສົດ ແລະຂອງທີ່ລະນຶກຈາກ ເບຍລາວ

3. ສຳລັບຜູ້ທີ່ເຂົ້າຮອບສຸດທ້າຍ ຈຳນວນ 10 ຄົນ ທີ່ບໍ່ໄດ້ຮັບຮາງວັນໄດໆນັ້ນ ຈະໄດ້ຮັບຮາງວັນຊົມເຊີຍ ຄົນລະ 500.000 ກີບ ແລະຂອງທີ່ລະນຶກຈາກ ເບຍລາວ


ໝາຍເຫດ: ຮາງວັນຍັງບໍ່ທັນໄດ້ເປີດເຜີຍຈະແຈ້ງ ແຕ່ທີ່ແນ່ໆ ລວມທັງໝົດແມ່ນ 80.000.000 ກີບ


ເປີດຮັບສະໝັກແຕ່ວັນທີ 9 ກຸມພາ ຫາ 31 ເມສາ 2011 ແລະປະກາດຜົນຮອບຊີງຊະນະເລີດ ວັນທີ 31 ພຶດສະພາ 2011

ອ່ານກະຕິກາ ຄລີກໃສ່ຮູບເພື່ອອ່ານແບບເຕັມ[/size]



[/size]


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ້າວໆໆ ເປັນຕາສົນໃຈ

ຄິດດີ ເວົ້າດີ ເຮັດດີ

໕໓ ກະທູ້
໗໒໙ ໂພສ
ຊຳນານການເວັບບອດ
ຊິໄປຊອກຊື້ກ້ອງມາຖ່າຍຮູບກ່ອນ

ນົກບໍ່ມີຂົນ, ຄົນບໍ່ມີປັນຍາ.... ບໍ່ອາດບິນຂຶ້ນທີ່ສູງໄດ້
ກອງທຶນເພື່ອການສຶກສາຂອງໄວໜຸ່ມລາວ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
oooooo ດີ ໜ້າສົນໃຈ


໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າສົນໃຈເວີ້ຍ....


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິລອງໄປເບິ່ງກ່ອນ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ຖາມແນ່ ຄືເຂົ້າເວບ http://www.laophotocontest.com/ ບໍ່ໄດ້ນາ

♡ເເມ່ລູກອ໋ອນ♡



.

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ມີວຽກເຮັດແລ້ວເຮົາ

ຊົ່ວຢ່າງສ້າງສັນ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເອີ້ ແມ່ນ ເຂົ້າເວັບ laophotocontest.com ບໍ່ໄດ້


໑໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ໄປຖາມເຂົາເຈົ້າແລ້ວ website ຍັງບໍ່ທັນສຳເລັດເທື່ອ ອາທິດໜ້າວ່າຊັ້ນ ແຕ່ບໍ່ຕ້ອງໃຈຮ້ອນ ຍັງມີເວລາ ເລືອກຮູບໄວ້ ແລະເລືອກເອົາເດັດໆສອງຮູບສົ່ງເຂົ້າປະກວດເດີ້!!!!

ຂໍ້ມູນເພີ່ມຕື່ມ ຖ້າຫາກສົ່ງຮູບທີ່ເຄີຍໄດ້ຮາງວັນມາກ່ອນແລ້ວ ຈະຖືກຕັດສິດເດີ້ ໃນນັ້ນບໍ່ໄດ້ລະບຸໄວ້ ແຕ່ຖາມມາແລ້ວວ່າບໍ່ໄດ້

ເປີດເຜີຍຮາງວັນແລ້ວ
ສາຍອາຊີບ:
ຮາງວັນທີ 1 ກ້ອງ Canon EOS 7D + 18-55mm Lens ( 16.985.400 ກີບ ) + ເງິນສົດ 3.000.000 ກີບ
ຮາງວັນທີ 2 ກ້ອງ Canon IXUS 10.1 Pixel ( 4.636.500 ກີບ ) + ເງິນສົດ 1.500.000 ກີບ
ຮາງວັນທີ 3 ກ້ອງ Canon IXUS 14.1 Pixel ( 2.942.500 ກີບ ) + ເງິນສົດ 1.000.000 ກີບ

ສາຍສະໝັກຫຼີ້ນ
ຮາງວັນທີ 1 ກ້ອງ Canon EOS 550D + 18-55mm Lens ( 9.539.640 ກີບ ) + ເງິນສົດ 2.000.000 ກີບ
ຮາງວັນທີ 2 ກ້ອງ Canon IXUS 10.1 Pixel ( 4.636.500 ກີບ ) + ເງິນສົດ 1.500.000 ກີບ
ຮາງວັນທີ 3 ກ້ອງ Canon IXUS 14.1 Pixel ( 2.942.500 ກີບ ) + ເງິນສົດ 1.000.000 ກີບ


online on MSN:
nook-muonglao@hotmail.com


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າສົນ ແຕ່ສີມືການຖ່າຍພາບບໍ່ຄ່ອຍຈະໄດ້ເລື່ອງ

~Vਕਆpïrєی™~

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຫນ້າສົນໃຈ ມີງານເຂົ້າແລ້ວເຮາ


໑ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ດີ ຊິໄປຊື້ກ້ອງ ມາຖ່າຍຮູບກ່ອນ


໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອົດເລືຍເຮົາ ເອົາລ໋ະ!!!ຫວັງວ່າຄົງຈະມີຮອບ 2 ເນາະ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໙ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ໄປຖ່າຍຮູບສ່ວນຂ້າງບ້ານລະໄປ Psຕໍ່ກະນັບຫວາ?