ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໓ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ຖ້າສົມມຸດບັງເອີນໝູ່ໆເຫັນຄົນບາງຄົນກຳລົງຖີ້ມຂີ້ເຫຍື້ອຊະຊາຍຕາມຖະໜົນຫົນທາງ ຫລື ບອ່ນສາທາລະນະຕ່າງໆ ໝູ່ໆຄິດຈັ່ງໃດກັບຄົນພວກນັ້ນ ແລະ ໝູ່ໆຈະກ້າບອກ ຫລື ແນະນຳໃຫ້ພວກເຂົາບໍ່ຖີ້ມຊະຊາຍຫລືບໍ່? ຖ້າກ້າຈະບອກວ່າຈັ່ງໃດດີ?

໒ ກະທູ້
໑໘໘ ໂພສ
ນັກການກະທູ້
ບໍ່ກ້າ
ຢ້ານກະເຈົ້າໂວຍໃສ່ 55+

ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ

໐ ກະທູ້
໒໒໐ ໂພສ
ນັກການກະທູ້
ເຂົາເຈົ້າຢາກເຮັດແນວໃດກະເລື່ອງຂອງເຂົາຮູ້ແຕ່ວ່າໂຕເອງບໍ່ເຮັດແນວນັ້ນກະພໍແລ້ວ

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ຕ້ອງເບິ່ງສະພາບການບໍ່ ທີ່ເຮົາຄວນຈະບອກກະເຈົ້າໄດ້ຫລື ວ່າບໍ່ບອກບໍ່ໄດ້
ດຽວຢູ່ດີໆໆໄປບອກກະເຈົ້າແລ້ວກະເຈົ້າຈະດ່າເຮົາເອົາ
ຫລື ບໍ່ດັ່ງນັ້ນເຫັນກະເຈົ້າຖິ້ມແລ້ວເຣົາກະໄປເກັບຂີ້ເຫຍື້ອໂຕນັ້ນເຂົ້າຖັງແທນລາວ
ຫລື ວ່າຕອນທີ່ລາວຖິ້ມຂີ້ເຫຍື້ອຊະຊາຍ ແຕ່ລາວຍັງບໍ່ໄປຈາກ ສະຖານທີ່ນັ້ນເຣົາກໍ່ໄປເກັບ
ຂີ້ເຫຍື້ອທີ່ລາວຖິ້ມມາລົງຖັງຂີ້ເຫຍື້ອໂດຍບໍ່ຕ້ອງເວົ້າຫຍັງກໍ່ໄດ້ ຖ້າລາວເຫັນຈັ່ງຊັ້ນແລ້ວລາວຍັງ
ຄິດຫຍັງບໍ່ໄດ້ ກະໂພດລະຕິເບາະ

We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PiZzA ຂຽນວ່າ...

ໄປຖີ້ມຕອນເຂົາເຈົ້າຍັງຢູ່

ແຫ່ງສິບໍ່ຖືກ ສວນເອົາຫວາ?

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນລະຄ້ອຍໃຈ ແຕ່ກະເຮັດຫຍັງບໍ່ໄດ້

ມື້ນັ້ນຂີ່ລົດຕາມຖະໜົນລ້ານຊ້າງ ເຫັນຄົນໜຶ່ງຖິ້ມຖົງເຂົ້າໜົມອອກມາຈາກລົດກະບະ ແບບວ່າເພິ່ນຖິ້ມຕອນລົດກຳລັງແລ່ນຢູ່

ເຮົາຂີ່ລົດມາຂ້າງຂ້າງ ເກືອບວ່າຖົງບິນມາຖືກເຮົາ ປ໊າດດ ໃຈຮ້າຍຂຶ້ນກັບບາດ ຂີ່ລົດເຂົ້າໄປໃກ້ຯແລ້ວຊ່ອງເຂົ້າໄປ ປາກົດວ່າຄົນຜູ້ນັ້ນກໍ່ອາຍຸປະມານ 30ກວ່າປີ ໃນໃຈຄິດວ່າ ໃຫຍ່ປານນັ້ນລະຍັງບໍ່ມີມາລະຍາດ ບໍ່ຮູ້ຄວາມ ລາວຄິດວ່າລາວຖິ້ມຂີ້ເຫຍື້ອແຖວຮ່ອມບ້ານລາວຫວະ??? ຖະໜົນລ້ານຊ້າງມັນເປັນຖະໜົນສາຍຫຼັກຂອງປະເທດເຮົາເລືຍໄດ໋

ໄດ້ແຕ່ຄິດໃນໃຈເຮັດຫຍັງເຂົາກໍ່ບໍ່ໄດ້ ເຫີຯ
ບໍ່ແມ່ນແຕ່ຖະໜົນໃຫຍ່ດ໋ອກ ທຸກສະຖານທີ່ເຮົາກະບໍ່ຄວນເຮັດແບບນັ້ນ ມັນສະແດງເຖິງ ມາລະຍາດຂອງຄົນຜູ້ນັ້ນ

ທ້າວທອງໃສ

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາບອກຊາດມາລະຍາດບອກຕະ******ນ

you will when you believe

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ບໍ່ເຫັນວ່າໃຜສິກ້າ

K.Soubandith

໘ ກະທູ້
໒໘໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ TTXNOTE ຂຽນວ່າ...
ບໍ່ເຫັນວ່າໃຜສິກ້າ

ຖ້າໃຜບໍ່ກ້າທີ່ຈະບອກ(ຖ້າເວົ້າອອກມາລະລຳບາກໃຈ)....ກໍ່ຢາກໃຫ້ກ້າທີ່ຈະເຮັດ(ກ້າທີ່ຈະເກັບຂີ້ເຫຍື້ອນັ້ນຂື້ນເອົາໄປຖີ້ມຖັງ)...ຕໍ່ຫນ້າຄົນໆນັ້ນເລີຍ.
ບາງທີ່ຈະຫນ້າຈະດີກ່ວາທີ່ຈະບອກກົງໆອອກໄປ....ບໍ່ເຊື່ອລອງເບີ່ງ.....ເພາະ ຂພຈ ເຄີຍເຮັດມາແລ້ວ.

[img]null[/img]

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂພຈ ນີ້ລະທີ່ບໍ່ກ້າເຣັດແບບນັ້ນນະ ເຂົາເຈົ້າຍັງນັ່ງຢູ່ຫັ້ນ

ໃຜສິໄປກ້າເອົາຂີ້ເຫຍື້ອເຂົາໄປຖີ້ມ ຖ້າເຂົາໄປແລ້ວກາວ່າໄປຢ່າງ

ມັນກາບໍ່ສົມຄວນຕີ້ ຕາມຂພຈຄິດ ເພາະຍັງບໍ່ແນ່ວ່າເຂົາສິບໍ່ຖີ້ມ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]

໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
bor ka bork dork
phor va lao ka mee sit het jang san u leo
phor va mun maen khong suan luom
thi lao het pai lao art ja khit va lao ja u nai lok nee dai ik bor don dork
phai ja u tor ka hai mun keb huk sa sing vet lorm eng
khao jai bor ^_^ khoi vao yung pai neee ngong ngong!!!1 ^_^ ^_^ !!!!!! hehehe

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PiZzA ຂຽນວ່າ...
ຕ້ອງເບິ່ງສະພາບການບໍ່ ທີ່ເຮົາຄວນຈະບອກກະເຈົ້າໄດ້ຫລື ວ່າບໍ່ບອກບໍ່ໄດ້
ດຽວຢູ່ດີໆໆໄປບອກກະເຈົ້າແລ້ວກະເຈົ້າຈະດ່າເຮົາເອົາ
ຫລື ບໍ່ດັ່ງນັ້ນເຫັນກະເຈົ້າຖິ້ມແລ້ວເຣົາກະໄປເກັບຂີ້ເຫຍື້ອໂຕນັ້ນເຂົ້າຖັງແທນລາວ
ຫລື ວ່າຕອນທີ່ລາວຖິ້ມຂີ້ເຫຍື້ອຊະຊາຍ ແຕ່ລາວຍັງບໍ່ໄປຈາກ ສະຖານທີ່ນັ້ນເຣົາກໍ່ໄປເກັບ
ຂີ້ເຫຍື້ອທີ່ລາວຖິ້ມມາລົງຖັງຂີ້ເຫຍື້ອໂດຍບໍ່ຕ້ອງເວົ້າຫຍັງກໍ່ໄດ້ ຖ້າລາວເຫັນຈັ່ງຊັ້ນແລ້ວລາວຍັງ
ຄິດຫຍັງບໍ່ໄດ້ ກະໂພດລະຕິເບາະ

ໄປຖີ້ມຕອນເຂົາເຈົ້າຍັງຢູ່

ແຫ່ງສິບໍ່ຖືກ ສວນເອົາຫວາ?

ຈະສວນຈັ່ງໃດ ແນວວ່າເຮົາບໍ່ໄດ້ເວົ້າຫຍັງໃຫ້ກະເຈົ້າເນາະ
ແບບວ່າການກະທຳມັນດ່າເອງ ອິອິອິ
ກະເຈົ້າຈະກ້າມາສວນໄດ້ຈັ່ງໃດ ແນວວ່າລາວຖິ້ມ ເຣົາເປັນຄົນເກັບເນາະ
ມາດ່າກະດ່າກັບຕິ ມີປາກ ຢູ່ (ບາດເປັນແທ້ ບົບໄວບໍ່ໄວ ອິອິອິ ຢ້ານກະເຈົ້າສວນກັບຮ່າາາ)

We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ບໍ່ກ້າຄືກັນ ,,,,ຄັນເປັນໝູ່ໂຕເອງລະຊິກ້າບອກຢູ່ ><

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ທາງທີ່ ດີ ບໍ່ ເຫັນຈະ ຢາກ ຫາ ຖັ່ງ ທື່ມໃສ່ລະກໍ່ແລ້ວ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ເຈົ້າຂອງກະທູ້ກາບໍ່ກ້າ ແຫ່ໆ ເລີຍເອົາມາຖາມໝູ່ໆລອງເບິ່ງ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PiZzA ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PiZzA ຂຽນວ່າ...
ຕ້ອງເບິ່ງສະພາບການບໍ່ ທີ່ເຮົາຄວນຈະບອກກະເຈົ້າໄດ້ຫລື ວ່າບໍ່ບອກບໍ່ໄດ້
ດຽວຢູ່ດີໆໆໄປບອກກະເຈົ້າແລ້ວກະເຈົ້າຈະດ່າເຮົາເອົາ
ຫລື ບໍ່ດັ່ງນັ້ນເຫັນກະເຈົ້າຖິ້ມແລ້ວເຣົາກະໄປເກັບຂີ້ເຫຍື້ອໂຕນັ້ນເຂົ້າຖັງແທນລາວ
ຫລື ວ່າຕອນທີ່ລາວຖິ້ມຂີ້ເຫຍື້ອຊະຊາຍ ແຕ່ລາວຍັງບໍ່ໄປຈາກ ສະຖານທີ່ນັ້ນເຣົາກໍ່ໄປເກັບ
ຂີ້ເຫຍື້ອທີ່ລາວຖິ້ມມາລົງຖັງຂີ້ເຫຍື້ອໂດຍບໍ່ຕ້ອງເວົ້າຫຍັງກໍ່ໄດ້ ຖ້າລາວເຫັນຈັ່ງຊັ້ນແລ້ວລາວຍັງ
ຄິດຫຍັງບໍ່ໄດ້ ກະໂພດລະຕິເບາະ

ໄປຖີ້ມຕອນເຂົາເຈົ້າຍັງຢູ່

ແຫ່ງສິບໍ່ຖືກ ສວນເອົາຫວາ?

ຈະສວນຈັ່ງໃດ ແນວວ່າເຮົາບໍ່ໄດ້ເວົ້າຫຍັງໃຫ້ກະເຈົ້າເນາະ
ແບບວ່າການກະທຳມັນດ່າເອງ ອິອິອິ
ກະເຈົ້າຈະກ້າມາສວນໄດ້ຈັ່ງໃດ ແນວວ່າລາວຖິ້ມ ເຣົາເປັນຄົນເກັບເນາະ
ມາດ່າກະດ່າກັບຕິ ມີປາກ ຢູ່ (ບາດເປັນແທ້ ບົບໄວບໍ່ໄວ ອິອິອິ ຢ້ານກະເຈົ້າສວນກັບຮ່າາາ)

ຈັກລະ ຂພຈຖືຄະຕິວ່າຄົນບໍ່ເອີ້ນຢ່າຂານ ຄົນບໍ່ວານຢ່າຊ່ອຍ

ຕອນເຂົາໄປລະຖີ້ມກາບໍ່ຜິດດອກ ແຕ່ເຂົາຍັງຢູ່ນີ້ຕີ້ ຂພຈບໍ່ກ້າແທ້ໆ

ດຽວມີເຣ ບໍ່ມັກ ບໍ່ມັກ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]

໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຖ້າມີເດັກນ້ອຍລູກຫຼານໄປນຳ ກະສິສອນໄປພ້ອມວ່າ ກາຣຖິ້ມຂີ້ເຫຍື້ອຕາມທີ່ສາທາລະນະ ເຊັ່ນ ຖະໜົນຫົນທາງ ຫລື ແມ່ນ້ຳ ເປັນສິ່ງທີ່ບໍ່ດີ ເປັນການປູກຝັງຈິດສຳນຶກການຮັກສາຊັບສົມບັດສາທາລະນະໃຫ້ກັບເດັກນ້ອຍລູກຫຼານອະນາຄົດຂອງຊາດ
ແຕ່ຖ້າເຫັນຖິ້ມຕໍ່ຫນ້າ ຊພຈ ກະສີບໍ່ວ່າຫຍັງລາວດອກ ແຕ່ສິສ່ງສາຍຕາ ພິຄາດ ໄປໃຫ້ຊືຊື (ຄັນລາວບໍ່ໜາວກະແລ້ວໄປ)

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂ້ອຍຄິດວ່າ ກ່ອນເຂົາຊິຖີ້ມເຂົາເຈົ້າກະມີເຫດພົນຂອງເຂົາເຈົ້າ ເຂົາຈຶ່ງຖີ້ມ

ເຫດພົນກໍ່ຄືວ່າ ຖັງຂີເຫຍື້ອຢູ່ໃສ ກະເລີຍວ່າ????????kor bor vaoh

໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ບໍ່ເວົ້າຫຍັງ ໄປເກັບຂີ້ເຫຍື້ອທີ່ລາວຖີ້ມໃຫ້ລາວເຫັນ ອອີອີອີ

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕໍ່ໃຫ້ຖັງຂີ້ເຫຍື້ອບໍ່ມີ ແຕ່ກະເກັບຍັດໄວ້ຖົງໂຕເອງກ່ອນ ອັນນີ້ແມ່ນສິ່ງທີ່ຂ້າພະເຈົ້າເຮັດ

ແຕ່ສຳຫລັບຄົນທີ່ຖີ້ມຊະຊາຍນັ້ນ ບໍ່ເວົ້າຫຍັງຫລາຍ ຢ່າງໄປຫາ ລະກະບອກວ່າ ນີ້ແມ່ນຂີ້ເຫຍື້ອທີ່ເຈົ້າຖີ້ມບໍ່

ຫລື ບໍ່ກະຈັບຖີ້ມໃຫ້ລາວເຫັນເລີຍ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ຂ້ອຍກ້າບອກ ເພາະຂ້ອຍເຄີຍບອກມາແລ້ວ ບັກນັ້ນໜ້າຈ໊ອຍໄປເລີຍ!

.....ເລື່ອງມີຢູ່ວ່າ: ມື້ນັ້ນຄ້າຍແລງຮ້ານຄ້ານ້ອຍຫົວມຸມຕິດຮ້ານ “ມິວສິກເຮົ້າສ໌” ມີຕ່າງປະເທດ(ຜິວດຳ! ເວົ້າລາວໄດ້ດີ), ມັນມາຖາໃຊື້ຢາສູບ ກັບແມ່ຄ້າ ແລ້ວແມ່ຄ້າກໍ່ເອົາມາໃຫ້ມັນ ລາຄາມ່ນ 12000ກີບ/ຊອງ. ພໍໝນັ້ນໄດ້ຢາສູບແລ້ວ ຊອງເປົ່າທີ່ໝໍຖືມານຳເປັນຕົວຢ່າງໃຫ້ແມ່ຄ້າເບິ່ງນັ້ນ ມັນຖິ້ມລົງຫົນທາງຕໍ່ໜ້າຕໍ່ຕາຂ້າພະເຈົ້າອົດບໍ່ໄດ້ເລີຍຍ່າງໄປຖາມມັນວ່າ: “ອ້າຍໆ ! ເຈົ້າເຫັນກະຕ່າຂີ້ເຫຍື້ອຢູ່ແຈຮ້ານຫັ້ນບໍ່ ຄືບໍ່ເອົາໄປຖິ້ມຫັ້ນ? ມັນຕອບຂ້າພະເຈົ້າວ່າ: “ບໍ່ເປັນຫຍັງ ບໍ່ແມ່ນບ້ານມັນຖິ້ມໄດ້! ບໍ່ເປັນຫຍັງດອກ ຊອງຢານ້ອຍໆນື່ງ”, ພໍແຕ່ມັນເວົ້າສຸດ ອ້າຍຄົນລາວເຮົາທີ່ນັ່ງກິນອາຫານແລະເຄື່ອງດື່ມແຖວນັ້ນໄດ້ຍິນເລີຍດອດມາໃສ່ມັນວ່າ: “ຊັ້ນພວກ******ຊິຕີປາກ********* ເພາະຢູ່ນີ້ບໍ່ແມ່ນບ້ານ*********!” ມັນກະຫຼຽວຊ້າຍຫຼຽວຂວາໃຜກະແນມເບິ່ງໜ້າມັນ ມັນເຫັນທ່າທີບໍ່ດີກໍ່ເລີຍຈັບຊອງຢາຂຶ້ນມາຍັດໃສ່ຖົງເສື້ອຄືນ ລະກະຂີ່ລົດໜີໄປເລີຍ...........!!!!

ມີພຽງຮັກແທ້ໃຜແນ່ຊິມາເອົາ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າແມ່ນໝູ່ເຮົາເອງກະຮ້າຍມັນໂລດ ແຕ່ຖ້າແມ່ນຄົນອື່ນບໍ່ກ້າດອກ

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຢາກບອກຢູ່ຫາກບໍ່ກ້າ...ເຫັນແລ້ວກາໄດ້ແຕ່ຄິດໃນໃຈວ່າ:ອຶ..ຈັ່ງແມ່ນບໍ່ຮູ້ຈັກຄວາມນໍ

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ພາສາບອກຊາດ ມາລະຍາດບອກຕະ******ນ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ບໍ່ກ້າຄືກັນ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ແຕ່ອະນາດໃຈ........

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍບອກແຕ່ເຂົາກັບຄິດວ່າເຮົາຫາເຣຶ້ອງໂດຍສະເພາະພວກສູບຢາ!

ຄົນເຮົາຄັນບໍ່ໄດ້ຮັບຄຳສັ່ງສອນມາຈາກພໍ່ແມ່ຄູບາອາຈານມາດີ ກະ ເປັນຈັ່ງຂີ້ລະ ແຕ່ ບອກເຕຶອນກັນໄດ້ແບບ ຈິງແກມຢອກ ໄດ້ຜົນຜ່ານມາທີ່ເຄີຍລ່ວງລ້ຳອະທິປະໄຕຂອງເຂົາເຈົ້າຫຼາຍຄົນກ່າວຄຳຂໍໂທດ ບາງຄົນ ກະເກັບເອົາໄປຖີ້ມໃນກະຕ່າຂີ້ເຫຍຶ່ອ!

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກ້າ ແລະ ກະເຄີຍບອກມາແລ້ວ ..
ຊິເວົ້າສູ່ຟັງ ມີມື້ນຶ່ງໄປນັ່ງຫຼີ້ນຢູ່ສວນສາທາລະນະ ບັກນຶ່ງມັນນັ່ງຂ້າງໆຂ້ອຍມັນກິນປີ້ງລູກຊີ້ນຢູ່ເມື່ອມັນກິນແລ້ວຖົງຢາງແລະໄມ້ປີ້ງມັນກະຖີ້ມໃສ່ບ່ອນນັ້ນເລີຍ
ເມື່ອຂ້ອຍເຫັນຂ້ອຍເລີຍຮ້າຍໃຫ້ມັນວ່າ มืงຄືເຮັດແນວນີ້ ຕາບໍ່ເບິ່ງຫວາ ຖັງຂີ້ເຫຍື່ອຢູ່ໃກ້ໆນະ ມັນພັດຕອບວ່ານີ້ບໍ່ແມ່ນໜ້າບ້ານຂ້ອຍ
ໄດ້ຍິນແນວນັ້ນຂ້ອຍສູນເລີຍ ຍົກຝາມືວ່າຊິຟາດກົກຫູມັນຄັກໆ(ບໍ່ໄດ້ຂີ້ໂມ້) ວ່າຊິຟາດແລ້ວແຕ່ແນມເບິ່ງໜ້າມັນລະເປັນຕາອີ່ຕົນ
ຂ້ອຍກະເລີຍບໍ່ຟາດ ປ່ຽນເປັນຄົນເກັບຂີ້ເຫຍື່ອນັ້ນໄປຖີ້ມແທນ ແລ້ວກໍ່ພາມັນກັບບ້ານ....
( ບັກນັ້ນທີ່ຂ້ອຍວ່ານະ.!ແມ່ນຫລານຂ້ອຍເອງມັນຍັງນ້ອຍຢູ່ແຮະໆໆ)

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑ ກະທູ້
໒໑໓ ໂພສ
ນັກການກະທູ້
ຖ້າແມ່ນເດັກນ້ອຍ ຕີນຢັນເຂົ້າຝາ, ແທງເຂົາ, ສ໋ອຍຄາງແລ້ວບອກວ່າ: ມື້ໜ້າຢ່າເຮັດອີກ , ຖ້າແມ່ນຜູ້ໃຫ່ຍ ອືອືອືອືອືອື ອັນນີ້ຂໍເບີ່ງສະຖານະການກ່ອນເດີ ,,, ດຽວບອກໄປລະຈະຖືກດ່ສກັບ, ວ່າເລືອງຕູ *********ຢ່າສົນ ອິອິອິອິ

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໑ ກະທູ້
໒໑໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ກ້າ ແລະ ກະເຄີຍບອກມາແລ້ວ ..
ຊິເວົ້າສູ່ຟັງ ມີມື້ນຶ່ງໄປນັ່ງຫຼີ້ນຢູ່ສວນສາທາລະນະ ບັກນຶ່ງມັນນັ່ງຂ້າງໆຂ້ອຍມັນກິນປີ້ງລູກຊີ້ນຢູ່ເມື່ອມັນກິນແລ້ວຖົງຢາງແລະໄມ້ປີ້ງມັນກະຖີ້ມໃສ່ບ່ອນນັ້ນເລີຍ
ເມື່ອຂ້ອຍເຫັນຂ້ອຍເລີຍຮ້າຍໃຫ້ມັນວ່າ มืงຄືເຮັດແນວນີ້ ຕາບໍ່ເບິ່ງຫວາ ຖັງຂີ້ເຫຍື່ອຢູ່ໃກ້ໆນະ ມັນພັດຕອບວ່ານີ້ບໍ່ແມ່ນໜ້າບ້ານຂ້ອຍ
ໄດ້ຍິນແນວນັ້ນຂ້ອຍສູນເລີຍ ຍົກຝາມືວ່າຊິຟາດກົກຫູມັນຄັກໆ(ບໍ່ໄດ້ຂີ້ໂມ້) ວ່າຊິຟາດແລ້ວແຕ່ແນມເບິ່ງໜ້າມັນລະເປັນຕາອີ່ຕົນ
ຂ້ອຍກະເລີຍບໍ່ຟາດ ປ່ຽນເປັນຄົນເກັບຂີ້ເຫຍື່ອນັ້ນໄປຖີ້ມແທນ ແລ້ວກໍ່ພາມັນກັບບ້ານ....
( ບັກນັ້ນທີ່ຂ້ອຍວ່ານະ.!ແມ່ນຫລານຂ້ອຍເອງມັນຍັງນ້ອຍຢູ່ແຮະໆໆ)

ຮາຮາຮາຮາ ຕົບໃຫ້ຂະນ້ອຍແດ່ແມ່ ,,,,, ມື້ແລງມາມີງານເຂົ້າໂລດ

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>