ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ສິບອັນດັບໂຮງແຮມທີ່ມີຫ້ອງຊຸດແພງທີ່ສຸດໃນໂລກ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ

ອັນດັບຫນຶ່ງ ຢູ່Geneva ແມ່ນໂຮງແຮມPresident wilson ເປັນຫ້ອງຊຸດທີ່ຫລູຫລາລະດັບຫ້ອງພະລາຊາເລີຍວ່າຊັ້ນ ຄັນຈະຈອງກໍຢາກທີ່ຈະຈອງໄດ້ ສ່ວນຫລາຍຈະແມ່ນດາຣາບໍ່ຊັ້ນກະລະດັບລັດຖະບານຂັ້ນສູງມາພັກ ມູນຄ່າຂອງຫ້ອງຫັ້ນບໍ່ຢາກວ່າເລີຍ ແພງຫລາຍ!!!65000$ຕໍ່ຄືນອີກໃດ໋ຫັ້ນ



ອັນດັບສອງ ຢູ່ນິວຢອກ ແມ່ນໂຮງແຮມທີ່ມີຊື່ແປວ່າສີ່ລະດູ ເຊິ່ງເລີ່ມດຳເນີນກິດຈະການແຕ່ປີ2007ແລະກໍ່ເຫັນວ່າໄດ້ເປັນທີ່ນິຍົມຊົມຊອບໃຫ້ລູກຄ້າຫລາຍ ເຫັນວ່າພິເສດມີສວນດອກໄມ້ທັງພາຍໃນແລະນອກ ພ້ອມທັງມີຫໍສະຫມຸດທີ່ມີເປຍໂນໃຫ້ຫລິ້ນນຳ ລາຄາ35000$ຕໍ່ຄືນ



ອັນດັບສາມ ແມ່ນໂຮງແຮມCala di Volpeຕັ້ງຢູ່ຫມູ່ເກາະຫນຶ່ງໃນປະເທດອິດຕະລີ້ ເຫັນວ່າລາຄາປົກກະຕິແມ່ນ34000$ຕໍ່ຄືນ ແຕ່ຮອດHigh Season ລະເຈົ້າເອີ້ຍ ລາຄາສູງຂຶ້ນເຖິງ45000$ຕໍ່ຄືນເລີຍເບິ່ງລາຄາກະຈົນອອກຮ້ອນ ແຕ່ເນື້ອທີ່ຂອງຫ້ອງຫັ້ນ2250ຕາລາງແມັດ



ອັນດັບສີ່ ແມ່ນຢູ່ເມືອງຫລວງອິດຕາລີ້ ເຊິ່ງແມ່ນໂຣມນັ້ນເອງເນາະ!westin excelsior hotel ເປັນຫ້ອງຊຸດທີ່ຢູ່ຊັ້ນຫ້າແລະຊັ້ນຫົກ ເປັນຫ້ອງໂອໂຖງ 54898ຕາລາງແມັດ ລາຄາ31000$ຕໍ່ຄືນ



ອັນດັບຫ້າຢູ່ໂຕກຽວ ປະເທດຍີ່ປຸ່ນ ໂຮງແຮມThe Ritz-Carlton【丽兹-卡尔顿(ລີ້ຈື ຄາເອີຕຸ້ນ)】ຂ້ອຍອ່ານຕາມສຽງຈີນເດີ້!! ເຊິ່ງຫ້ອງຊຸດນີ້ມີຄວາມກວ້າງໃຫຍ່ແລະກໍ່ຢູ່ເຖິງສຸດຂອງໂຮງແຮມ ທີ່ສຳຄັນຈະເຫັນພູເຂົາຟູຈິແລະຕົວເມືອງ六本木(ຄິດວ່າແມ່ນຕົວເມືອງຍີ່ປຸ່ນໃດ໋ແຕ່ອ່ານເປັນສຽງຍີ່ປຸ່ນບໍ່ເປັນ)ໄດ້ດີເລີຍ ລາຄາ25000$ຕໍ່ຄືນ



ອັນດັບຫົກຢູ່ຫມູ່ເກາະBahamasເອີ້ນໄດ້ວ່າເປັນຫມູ່ເກາະທີ່ງາມທີ່ສຸດອີກຫມູ່ເກາະຫນຶ່ກະວ່າໄດ້ ເຊິ່ງໂຮງແຮມມີຊື່ວ່າatlantis the palm ລາຄາ22000$(ຈະມີວາດສະຫນາບໍ່ນໍ້)



ອັນດັບເຈັດແມ່ນຢູ່ເມືອງໂຣແມນຕິກທີ່ນະຄອນຫລວງຂອງຝຣັ່ງເສດ ແມ່ນແລ້ວ ປາຣີດນັ້ນເອງເນາະ ໂຮງແຮມPARK HYATT VENDOME ເຊິ່ງແນ່ນອນໃຜທີ່ຢາກຊ້ຳພັດເຖິງກິນອາຍແບບຣາຊະວົງ ທີ່ໂຮງແຮມນີ້ແຫລະຈະບອກເຖິງບັນຍາກາດນັ້ນໄດ້ເປັນຢ່າງດີ ລາຄາຕໍ່ຄືນ20000$



ອັນດັບທີແປດທີ່ປະເທດດູໄບ ຊື່ໂຮງແຮມBurj Al Arab ເຊິ່ງຫ້ອງຊຸດຢູ່ຊັ້ນທີ່ຊາວຫ້າ ເບິ່ງແຕ່ຮູບກະເຫັນເຖິງຄວາມອາລັງການແລ້ວເນາະ ຖ້າໄດ້ສຳພັດກັບຕົວຈິງຈັກຈະເປັນແນວໃດເດ້ ແຕ່ລາຄາຫັ້ນຕີ້ຄືນລະ19600$ ແຕ່ວ່າຫ້ອງຊຸດດັ່ງກ່າວແມ່ນຫ້ອງຊຸດທີ່ເອີ້ນໄດ້ວ່າຫ້ອງລາຊາພຸ້ນແຫລະ



ອັນດັບທີເກົ້າແລ້ວເນາະ ອິອິອິ ທີ່Genevaອີກແລ້ວ ນັ້ນກໍ່ຄືໂຮງແຮມLe Richemond ເປັນຫ້ອງຊຸດທີ່ເອີ້ນວ່າRoyal Armleder ສຸດບັນຍາຍເລີຍ ຖ້າເວົ້າຫລາຍດຽວຈະວ່າໂຄສະນາໃຫ້ ຮ່າຮ່າຮ່າ ເອົາເປັນວ່າຄືນຫນຶ່ງລາຄາ18900ດອນລາ



ອັນດັບສິບຖືກສຸດໃນນີ້ ທີ່ຣັດເຊຍ ມົດສໂກນັ້ນເອງເນາະ ເຊິ່ງແມ່ນໂຮງແຮມThe Ritz-Carlton (ຢູ່ຍີ່ປຸ່ນຫ້ອງຊຸດໂຮງແຮມນີ້ກະແພງຕິດອັນດັບ ຢູ່ຣັດເຊຍກະແພງເຊັ່ນກັນເນາະ) ລາຄາຖືກສຸດກວ່າຫມູ່16500$


ຂໍ້ມູນດັ່ງກ່າວເອົາມາຈາກເວັບNBD ຫວັງວ່າຈະແມ່ນສາລະຫນຶ່ງທີ່ເປັນຂໍ້ມູນໃຫ້ແກ່ຜູ້ອ່ານທຸກຄົນເນາະ

ມັກລັກແນມແຟນຄົນອື່ນ ອິອິອິ

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ໝົດປັນຍາ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອມາຍຍຍຍກອດດດດ ຈັ່ງແມ່ນແພງງງ

ຮັກນ້ອງຕອນເມົາ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ແຕ່ເບິ່ງ 555

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເອົາ 65000$ ຕໍ່ຄືນ ມັນບໍ່ຄັກ
ເອົາໂຕ 65000K ຕໍ່ຄືນ ແຖວບ້ານເຮົານິສຸດຍອດເລີຍ


໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ຂອງລາວແພງສຸດເດ

ທໍ່ໃດຫວາ

♡ເເມ່ລູກອ໋ອນ♡



.

໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ວັ່ງກີ້ເອົາລົງຮູບດຽວ
ເອົາລົງຕື່ມອີກແລ້ວ ມີຫລາຍລາຄາໃຫ້ເລືອກໃດ໋ ອິອິອິ

ມັກລັກແນມແຟນຄົນອື່ນ ອິອິອິ

໐ ກະທູ້
໘໓໘ ໂພສ
ຊຳນານການເວັບບອດ
อันดับที่11อยู่ที่..........
ใครตอบได้ครับ


໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Bungting ຂຽນວ່າ...
อันดับที่11อยู่ที่..........
ใครตอบได้ครับ


ຕອບບໍ່ໄດ້ຄືກັນ ແຕ່ຄືຈະມີຫລາຍບ່ອນທີ່ເປັນອັນດັບສິບເອັດແລະລາຄາເທົ່າໆກັນ

ມັກລັກແນມແຟນຄົນອື່ນ ອິອິອິ

໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ kydett ຂຽນວ່າ...
ບໍ່ເອົາ 65000$ ຕໍ່ຄືນ ມັນບໍ່ຄັກ
ເອົາໂຕ 65000K ຕໍ່ຄືນ ແຖວບ້ານເຮົານິສຸດຍອດເລີຍ


ຮ່າຮ່າຮ່າ ຫັ້ນແຫລະເນາະ ຕົວເລກກະຄືກັນປານນັ້ນ

ມັກລັກແນມແຟນຄົນອື່ນ ອິອິອິ

໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
ຂະໜາດຖືກສຸດຍັງບໍ່ມີປັນຍາລະ


໐ ກະທູ້
໘໓໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thidalath ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Bungting ຂຽນວ່າ...
อันดับที่11อยู่ที่..........
ใครตอบได้ครับ


ຕອບບໍ່ໄດ້ຄືກັນ ແຕ່ຄືຈະມີຫລາຍບ່ອນທີ່ເປັນອັນດັບສິບເອັດແລະລາຄາເທົ່າໆກັນ


ยกตัวอย่างเช่น..................


໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັ່ງແມ່ນແພງ

★★★★★★★★

໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີປັນຍາໄດ້ນອນດອກ...ແພງໂພດ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄ່າພັກຄືນດຽວ ເທົ່າລາຄາເຮືອນເຮົາເປັນຫຼັງເລີຍເນາະ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໐ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
10 hotel ni!!! kh pai phuk ma mod leoooooooooooo tt

br hen si khuk thor thiang na barn hao sum hahaha ^^

ພວກເຈ້າຄີດວ່າຜູ້ຊາຍກັບຜູ້ຍີງໃຜຫລາຍໃຈກ່ວາກັນ?

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກເບິ່ງຮູບໂຮງແຮມ ວ່າຊິງາມ ປານໃດ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ຄືຊິນອນຫຼັບດີເນາະ ລາຄາແພງປານນັ້ນ

ຊົ່ວຢ່າງສ້າງສັນ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂາຍດີນອີພອີແມ່່ໃສ່ກະຍັງບໍພໍຄ່າຫ້ອງຄືນຫນຶ່ງຊ້ຳ ໂອຍຊາດນີ້ຊິໄດ້ໄປນອນຝັນເອົາກ່ອນລະເດີ ວີ່ແວບໆ..


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອມາຍກອດ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ່ວນຫຼາຍບໍ່ມັກໄປໂຮງແຮມ..
ເອົາຟຸ່ມນຳປ່າກະໄດ້ແລ້ວ..
(ແຕ່ສ່ຽງຖືກງູຕອດ!)


໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ KHORN ຂຽນວ່າ...
10 hotel ni!!! kh pai phuk ma mod leoooooooooooo tt

br hen si khuk thor thiang na barn hao sum hahaha ^^



oho.....jang san ga bor tong pai dork....bg tae houb gub hu tae la kha ga por hahaha

ມັກລັກແນມແຟນຄົນອື່ນ ອິອິອິ

໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ຢາກເບິ່ງຮູບໂຮງແຮມ ວ່າຊິງາມ ປານໃດ


thum ma da ga ao houb khuen dai...tae wa hen tae thum id diao ni pai sai ga bor hu

ມັກລັກແນມແຟນຄົນອື່ນ ອິອິອິ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thidalath ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ຢາກເບິ່ງຮູບໂຮງແຮມ ວ່າຊິງາມ ປານໃດ


thum ma da ga ao houb khuen dai...tae wa hen tae thum id diao ni pai sai ga bor hu


ຮ່າໆໆໆ​ ສົງໄສເຂົ້າເຈົ້າລຶບຮູບແລ້ວລະ ຮ່າໆໆໆ
ໄວ້ເຮົາໄປຮັນນີມູນຢູ່ໂຮງແຮມອັນດັບ188888888 ເນາະ ຮ່າໆໆໆ

ຄິດດີ ເວົ້າດີ ເຮັດດີ

໔ ກະທູ້
໗໕໐ ໂພສ
ຊຳນານການເວັບບອດ
ໂຄດແພງວາ...












໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແພງຫຼາຍ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑ ກະທູ້
໒໗໖ ໂພສ
ນັກການກະທູ້
ເຄີຍໄປນອນມາໝົດລະ...
ໃນຝັນ...


໙ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ຄວາມຮູ້ແບບນີ້ດີເນາະ
ຢາກຮູ້ແບບນີ້ແຫລະ
ບອກແນ່ດູຫັນ

ແມ່ນໂອ...

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກເຫັນຮູບ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>