ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຄໍາອັງເຊີນເທວະ­ດາມາເອົາເຄາະ­ໜີ

໑໕ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ຈຸດປະ­­ສົງ: ແມ່ນເພື່ອໃຫ້­ການ­ຄົ້ນ­ຫາ­ຂໍ້­ມູນໃນ­ອິນເຕີເນັດ­ທີ່ກ່ຽວກັບ­ພິທີເສີຍ ເຄາະ­­ເສີຍ­ລາງແມ່ນ­ມີສໍາ­ລັບ­ທີ່ເປັນ­ພາ­ສາ­ລາວໃຫ້­ຄົນ­ນັບ­ຕັ້ງແຕ່­ ລຸ້ນ­ຜູ້ໂພສເຖິງ­ລຸ້ນ­ຕໍ່ໆ­­ໄປມີບົດ­ຄວາມໃຫ້ໄດ້ອ່ານແລະ­­ໄດ້­ສຶກ­ສາ­ ຄົ້ນ­ຄວ້າກັນ
ບົດ­ຄວາມ­ນີ້ແປມາ­ຈາກ: ຕໍາ­ລາ ມໍລະ­­ດົກ­ອີສານ
ຍັງ­ມີບາງ­ວັກ­ບາງ­ຕອນ­ທີ່ແປບໍ່­ສົມ­ບູນ­ຫວັງວ່າ ຈະ­­ມີຜູ້­ນໍາໄປຕໍ່ຍອດແລະ­­ປັບ­ປຸງແກ້ໄຂໃຫ້­ດີກວ່ານີ້
ໂດຍ: ສີທະ­­ນົນໄຊ ໄຊຍະ­­ເສນາ https://www.facebook.com/noy.sx.zero
ສຸ​ນັນ​ຕຸ ໂຫນ​ໂຕ ເທວາ ດູ​ລາ​ເທວະ­​ດາ​ທັງ­ຫຼາຍ ຝູງ​ຮັກ​ສາ​ພູມ​ສະ­​ຖານ​ວັດ​ວາ​ສາ​ສະ­​ນາ ພ​ພາ​ປ່າ​ໄມ້​ເຫຍົ້າ​ເຮືອນ​ທີ່­ນີ້ ຈົງ​ສະ­​ເດັດ​ລົງ​ມາ​​ຢ້ຽ​ມ​ຍໍ​ຜໍ​ຄອຍ​ຍັງ​ຝູງ​ຂ້າ​ທັງ­ຫຼາຍ ສ່ວນ​ວ່າ​ເຈົ້າ​ຍ້າວ​ເຈົ້າ​ເຮືອນ​ເຈົ້າ​ເສື້ອ​ເຈົ້າ​ຜ້າ​ເຈົ້າ​ຊາ​ຕາ​ທັງ­ຫຼາຍ ຝູງ​ມີ​ອຸ​ປັດ​ທະ­​ວະ­​ອົນ​ຕາຍ​ພາຍ​ໃນ​ ແລະ­ ພາຍ​ນອກ ຕ້ອງ​ໄດ້​ໄຂ້​ໄດ້​ພະ­​ຍາດ​ເຈັບ​ປ່ວຍ​ປວດ­ຍວດ​ຍິ່ງ​ຝູງ​ຂ້າ​ທັງ­ຫຼາຍ​ມີ​ຄໍາ​ປາ​ຖະ­​ນາ​ໃຫ້​ຫາຍ​ອຸ​ປັດ​ທະ­​ວະ­​ອົນ​ຕາ​ຍ​ທັງ​ມວນ ຈຶ່ງ​ໄດ້​ແຕ່ງ​ເຄື່ອງ ກິ​ຍາ​ບູ​ຊາ​ພະ­​ເຄາະ­​ນີ້ ທະ­​ຫວາຍ​ເທບ​ມະ­​ຫາ​ສັດ​ເຈົ້າ​ທັງ­ຫຼາຍ ເພິ່ນ​ບັນ​ຍາຍ­ບອກ ເທວະ­​ດາ​ເຈົ້າ​ຕົນ​ໜຶ່ງ​ຢູ່​ເຂົາ​ສຸ​ເມ​ລຸ​ລາດ ຈົງ​ຍົວ​ລະ­​ຍາດ​ລົງ​ມາ ເອົາ​ເຄື່ອງ​ສັກ​ກາ​ລະ­​ບູ​ຊາ​ອັນ​ນີ້​ເທົ່າ​ວັນ​ເ​ຖີດ ເທວະ­​ດາ​ເຈົ້າ​ຕົນ​ໜຶ່ງ​ຢູ່​ເມືອງ​ອິນ​ທະ­​ປັດ​ຖະ­​ນະ­​ຄອນ​ຂໍ​ໃຫ້​ຈອນ​ມາ​ເອົາ​ເຄື່ອງ​ກິ​ລິ​ຍະ­​ບູ​ຊາ​ເຄາະ­​ອັນ­ນີ້​ເທົ່າ​ວັນ​ເຖີດ ດູ​ລາ​ເທວະ­​ດາ​ເຈົ້າ​ຕົນ​ໜຶ່ງ​ຢູ່​ເມືອງ­ຫຼັງ​ກາ​ຈົ່ງ​ສະ­​ເດັດ​ລົງ​ມາ​ເອົາ​ເຄື່ອງ​ກິ​ລິ​ຍະ­​ບູ​ຊາ​ເຄາະ­​ອັນ­ນີ້​ເທົ່າ​ວັນ​ເຖີດ­ດູ​ລາ​ເທວະ­​ດາ​ເຈົ້າ​ຕົນ​ໜຶ່ງ​ ຢູ່​ທິບ­ບົວ​ລະ­​ພາ ຊັກ​ເຂັນ​ມາ​ໃຫ້​ເປັນ​ເຫດ​ແກ່​ເຈົ້າ​ຍ້າວ​ເຈົ້າ​ເຮືອນ​ທັງ​ຫຼາຍ​ຝູງ­ນີ້ ຈົ່ງ​ສະ­​ເດັດ​ລົງ​ມາ​ເອົາ​ເຄື່ອງ​ສັກ​ກາ​ລະ­​ບູ​ຊາ​ເຄາະ­​ອັນ​ນີ້​ເທົ່າ​ວັນ​ເຖີດ ວິ​ນາ​ເສ​ຕຸ ກໍ​ຈົ່ງ​ຫາຍ​ອົນ​ຕາຍ ທັງ​ພາຍ​ໃນ ແລະ­ ພາຍ​ນອກ ແກ່​ຝູງ​ຂ້າ​ທັງ­ຫຼາຍ​ເທົ່າ​ວັນ​ເຖີດ ດູ​ລາ​ເທວະ­​ດາ​ເຈົ້າ​ຕົນ​ໜຶ່ງ​ຢູ່​ທິດ​ອາ​ຄະ­​ເນ ຊັກ​ເຂັນ​ມາ​ໃຫ້​ເປັນ​ເຫດ​ແກ່​ເຈົ້າ​ຍ້າວ​ເຈົ້າ​ເຮືອນ​ທັງ­ຫຼາຍ​ຝູງ­ນີ້​ຈົ່ງ​ສະ­​ເດັດ​ລົງ​ມາ​ເອົາ​ເຄື່ອງ ຊັກ​ກາ​ລະ­​ບູ​ຊາ​ພະ­​ເຄາະ­​ອັນ​ນີ້​ເທົ່າ​ວັນ​ເຖີດ ວິ​ນາ​ເສ​ຕຸ ຂໍ​ຈົ່ງ​ຫາຍ​ອຸ​ປັດ​ທະ­​ວະ­​ອົນ​ຕາຍ​​ແກ່​ເຈົ້າ​ສາ​ຕາ​ເຈົ້າ​ເຮືອນ​ທັງ­ຫຼາຍ​ຝູງ​ນີ້ ດູ​ລາ​ເທວະ­​ດາ​ເຈົ້າ​ຕົນ​ໜຶ່ງ​ຢູ່​ເມືອງ​ທັກ​ສິນ ຊັກ​ເຂັນ​ມາ​ໃຫ້​ເປັນ​ເຫດແກ່​ເຈົ້າ​ຍ້າວເຈົ້າ​ເຮືອນ​ທັງ­ຫຼາຍ​ຝູງ​ນີ້ ຈົ່ງ​ສະ­​ເດັດ​ລົງ​ເອົາ​ເຄື່ອງ​ສັກ​ກາ​ລະ­​ບູ​ຊາ ພ​ະ­​ເຄາະ­​ໜີ​ເທົ່າ​ວັ​ນ​ເຖີດ ວິ​ນາ​ເສ​ຕຸ ຈົ່ງ​ຫາຍ​ອຸ​ປັດ​ຖະ­​ວະ­​ອົນ​ຕາຍ​ທັງ­ຫຼາຍ​ທັງ​ມວນ​ແກ່​ເຈົ້າ​ສາ​ຕາ​ເຈົ້າ​ທຸງ​ເຈົ້າ​ທຽນ​ອັນ​ນີ້​ກໍ​ຂ້າ​ເຖີດ ດູ​ລາ​ເທວະ­​ດາ​ເຈົ້າ​ຕົນ​ໜຶ່ງ ຊັກ​ເຂັນ​ມາ​ໃຫ້​ເປັນ​ເຫດ​ແກ່​ເຈົ້າ​ຍ້າວ​ເຈົ້າ​ເຮືອນ​ເຈົ້າ​ທຸງ​ເຈົ້າ​ທຽນ​ຈົ່ງ​ສະ­​ເດັດ​ລົງ​ມາ​ເອົາ​ເຄື່ອງ​ສັກ​ກາ​ລະ­​ບູ​ຊາ ພະ­​ເຄາະ­​ອັນ​ນີ້​ເທົ່າ​ວັນ​ເຖີດ ດູ​ລາ​ເທວະ­​ດາ​ເຈົ້າ​ຕົນ​ໜຶ່ງ ຢູ່​ເບື້ອງ​ປັດ​ຈິມ ຊັກ​ເຂັນ​ມາ​ໃຫ້​ເປັນ​ແກ່​ເຈົ້າ​ຍ້າວ​ເຈົ້າ​ເຮືອນ​ທັງ­ຫຼາຍ​ຝູງ­ນີ້​ ຈົ່ງ​ສະ­​ເດັດ​ລົງ​ມາ​ເອົາ​ເຄື່ອງ​ບູ​ຊາ​ພະ­​ເຄາະ­​ອັນ​ນີ້​ເທົ່າ​ວັນ​ເຖີດ ວິ​ນາ​ເສ​ຕຸ ຂໍ​ຈົ່ງ​​ໃຫ້­ຫາຍ​ອຸ​ປັດ​ທະ­​ວະ­​ອົນ​ຕາຍ​​ແກ່​​ຝູງຂ້າ​ທັງ­ຫຼາຍເທົ່າ​ວັນ​ເຖີດ ວິ​ນາ​ເສ​ຕຸ ຈົ່ງ​​ໃຫ້­ຫາຍ​ອຸ​ປັດ​ທະ­​ວະ­​ອົນ​ຕາຍ​​ແກ່​​ຝູງຂ້າ​ທັງ­ຫຼາຍເທົ່າ​ວັນ​ເຖີດ ດູ​ລາ​ເທວະ­​ດາ​ເຈົ້າ​ຕົນ​ໜຶ່ງ ຢູ່​ເບື້ອງ​​ພາ​ຍັບ ຊັກ​ເຂັນ​ມາ​ໃຫ້​ເປັນ​ເຫດ​ແກ່​ເຈົ້າ​ຍ້າວ​ເຈົ້າ​ເຮືອນ​ເຈົ້າ​ທຸງ​ເຈົ້າ​ທຽນ ຈົ່ງ​ສະ­​ເດັດ​ລົງ​ມາ​ເອົາ​ເຄື່ອງ​ສັກ​ກາ​ລະ­​ບູ​ຊາ​ພະ­​ເຄາະ­​ອັນ​ນີ້​ເທົ່າ​ວັນ​ເຖີດ ວິ​ນາ​ເສ​ຕຸ ຈົ່ງ​ໃຫ້­ຫາຍ​ອຸ​ປັດ​ທະ­​ວະ­​ອົນ​ຕາຍ​​ແກ່​​ຝູງຂ້າ​ທັງ­ຫຼາຍເທົ່າ​ວັນ​ເຖີດ ດູ​ລາ​ເທວະ­​ດາ​ເຈົ້າ​ຕົນ​ໜຶ່ງ ຢູ່​ເບື້ອງ­ອຸ​ດອນ ຊັກ​ເຂັນ​ມາ​ໃຫ້​ເປັນ​ເຫດ​ແກ່​ເຈົ້າ​ຍ້າວ​ເຈົ້າ​ເຮືອນ​ເຈົ້າ​ທຸງ​ເຈົ້າ​ທຽນ ຈົ່ງ​ສະ­​ເດັດ​ລົງ​ມາ​ເອົາ​ເຄື່ອງ​ສັກ​ກາ​ລະ­​ບູ​ຊາ​ພະ­​ເຄາະ­​ອັນ​ນີ້​ເທົ່າ​ວັນ​ເຖີດ ດູ​ລາ​ເທວະ­​ດາ​ເຈົ້າ​ຕົນ​ໜຶ່ງ ຢູ່​ເບື້ອງ­ອີ​ສານ ຊັກ​ເຂັນ​ມາ​ໃຫ້​ເປັນ​ເຫດ​ແກ່​ເຈົ້າ​ຍ້າວ​ເຈົ້າ​ເຮືອນ​ເຈົ້າ​ທຸງ​ເຈົ້າ​ທຽນ­ຝູງ​ຂ້າ​ທັງ­ຫຼາຍ​ພ້ອມ​ກັນ​ຂົນ​ຂວາຍ​ຫາ​ນໍາ​ມາ​ຍັງ​ເຄື່ອງ​ກິ​​ຍາ​ບູ​ຊາ ພະ­​ເຄາະ­​ອັນ​ນີ້​ທະ­​ທວາຍ​ແກ່​ເທບ­ຍາດາ ເຈົ້າ​ທັງ­ຫຼາຍ​ມີ​ເຂົ້າ​ດໍາ​ເຂົ້າ​ແດງ​ແກງ​ສົ້ມ​ແກງ​ຫວານ​ເຂົ້າ​ຂາວ​ທຸງ​ຊໍ ທຸງ​ດໍາ​ທຸງ​ແດງ​ທຸງ​ຂາວ ເສດ​ຕະ­​ສັດ ພັດ​ຈາ­ພອນ ຮູບ​ແຫ້ງ​ຮູບ​ກາ​ຮູບ​ໝູ​ຮູບ​ໝາ​ສັງຂະ­​ຍາ​ທຸກ​​ຢ່າງ ເຄື່ອງ​ກິນ​ມີ​ທຸກ​ອັນ​ສັບ​ພະ­​ສິ່ງ​ທຸກ​ສິ່ງ​ມີ​ທັງ​ກ້ວຍ ແລະ­ ໝາກ​ຜູ​ເຫຼົ້າ​ຢ່າ​ປາ​ປິ້ງ​ເຂົ້າ​ຈີ່​ເຂົ້າ​ເປືອກ ແລະ­ ເຂົ້າ​ສານ​ສັບ​ພະ­​ສັດ​ມີ​ບໍ່​ໃຫ້​ຖວາຍ​ແກ​ເທບ​ພະ­​ດາ ທ່ອນ​ໄ​ທ້​ທັງ­ຫຼາຍ ຈົ່ງ​ມາ​ຮັບ​ເຄາະ­​ອັນ​ນີ້​ໜີ​ເມື່ອ​ບົນ​ຂົນ​ເຄາະ­​ຈາກ​ຄົນ​ໜີ​ເມື່ອ​ເມືອງ​ຟ້າ ຕັ້ງ​ແຕ່​ນີ້​ເມື່ອ​ໜ້າ​ເຄາະ­​ຫົວ​ຢ່າ​ເຫັນ​ເຂັນ​ຢ່າ​ໄດ້​ພໍ້10ປີ​ຢ່າ​ໄດ້​ມາ​ເຕົ້າ9ປີ​ຢ່າ​ໄດ້​ພານ (ອົມ​ສິດ​ທິ​ມະ­​ຫາ​ສິດ​ທິ​ສະ­​ວາ​ຫົມ) (ແລ້ວ​ໃຫ້​ອົມ​ນໍ້າ​ສົ້ມ​ປ່ອຍ​ທີ່​ແຕ່ງ​ໃສ່​ຂັນ​ມານັ້ນ​ເປົ່າ​ໃສ່​ກະ­​ທົງ 3 ເທື່ອ​ຕໍ່​ດັ່ງ​ນີ້).