ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

 

ທີ່ເຮືອນຂອງເສດຖີຄົນໜຶ່ງ

ກິ່ງ!ກິ່ງ!ກິ່ງ!!!!ສຽງໂທລະສັບດັງຂຶ້ນ

ແມ່ບ້ານຮັບເວົ້າ: ອາໂລສະບາຍດີ

ທ່ານເສດຖີ    : ໄປເອິ້ນຍາແມ່ໂຕມາຮັບໂທລະສັບໄວ, ເຮົາມີວຽກຈະລົມນຳ

ແມ່ບ້ານ      : ບໍ່ໄດ້ດອກທ່ານ ພໍດີຍາແມ່ເພິ່ນຮັບແຂກຢູ່

ເສດຖີ  : ແມ່ນຜູ້ຍິງ ຫຼື ຜູ້ຊາຍ ແລະ ຕອນນີ້ຢູ່ໃສ?

ແມ່ບ້ານ      : ຜູ້ຊາຍ ແລະ ຕອນນີ້ຍ່າແມ່ກັບຜູ້ຊາຍຄົນນັ້ນເພິ່ນຢູ່ໃນຫ້ອງນອນຂອງເພິ່ນ

ເສດຖີ  : ຄັນຊັ້ນໂຕຂຶ້ນໄປຫ້ອງຂອງເຮົາແລ້ວເອົາປືນຂອງເຮົາມາຍິນພວກເຂົາທັງສອງຊະ

      ແມ່ບ້ານວາງໂທລະສັບລົງໄວ້, ປະມານ 5 ນາທີກໍ່ໄດ້ຍິນສຽງປືນດັງຂື້ນ

ແມ່ບ້ານ      : ພວກເຂົາທັງສອງຕາຍແລ້ວ ແລະ ຈະໃຫ້ຂ້ອຍເຮັດແນວໃດກັບພວກເຂົາທັງສອງ

ເສດຖີ  : ໃຫ້ໂຕລາກພວກເຂົາທັງສອງໄປຖິ້ມທີ່ໜອງຫຼັງບ້ານເດີ

ແມ່ບ້ານ      : ຂໍໂທດຍາທ່ານຫຼັງບ້ານຂອງພວກເຮົາບໍ່ມີໜອງ

ເສດຖີ  : ……!..........!..........!  ຄັນຊັ້ນນີ້ບໍ່ແມ່ນເບີ 9999999 ຫວະ

ແມ່ບ້ານ      : ບໍ່ແມ່ນນີ້ແມ່ນເບີ 9999998

ເສດຖີ  : ຂໍໂທດຂ້ອຍໂທຜິດ(ແລ້ວກໍ່ວາງສາຍໄປທັນທີ)

Delicious Digg Fark Twitter