ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Feb. 4, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ຄົນເຮົາໄດ້ໃຊ້ ດອກໄມ້ ເປັນສື່ໃນການສະແດງຄວາມຮັກຕໍ່ກັນມາດົນແລ້ວ ພວກເຮົາຄິດວ່າດອກໄມ້ເປັນສື່ຄວາມຮັກຂອງໜຸ່ມສາວເທົ່ານັ້ນ ແຕ່ທີ່ຈິງແລ້ວດອກໄມ້ຍັງສື່ສານຄວາມຮັກໄດ້ຫຼາຍຮູບແບບ ພ້ອມທັງບໍ່ຈຳກັດເພດ ແລະ ອາຍຸອີກດ້ວຍ 

  • ກຸຫຼາບແດງ (Red Rose) : ຈະໃຊ້ໃນຄວາມໝາຍແທນປະໂຫຍກ   " ຂ້ອຍຮັກເຈົ້າເດີ "
  • ກຸຫຼາບຂາວ (White Rose) : ກຸຫຼາບຂາວ ແທນຄວາມໝາຍແຫ່ງຮັກອັນບໍລິສຸດ.
  • ກຸຫຼາບສີບົວ (Pink Rose) :  ມັກຖືກໃຊ້ແທນຄວາມຮັກທີ່ ໂຣແມນຕິກ 
  • ກຸຫຼາບເຫຼືອງ (Yellow Rose) : ສີເຫຼືອງເປັນສີແຫ່ງຄວາມສົດໃສ ແທນຄວາມຮັກແບບເພື່ອນ

ການໃຫ້ດອກກຸຫຼາບໃນວັນວາເລັນທາຍນັ້ນເຊື່ອກັນວ່າ   ຈຳນວນດອກກຸຫຼາບທີ່ມອບໃຫ້ແກ່ກັນນັ້ນ ມີຄວາມໝາຍຕໍ່ຄວາມຮັກຂອງກັນແລະກັນອີກດ້ວຍ ໂດຍໄດ້ແກ່

  • 1  ດອກ ໝາຍຄວາມວ່າ  ຮັກທຳອິດ ທີ່ພົບ 
  •  ດອກ ໝາຍຄວາມວ່າ  ຮັກທຳອິດ
  • 3  ດອກ ແທນຄຳບອກຮັກວ່າ ຂ້ອຍ ຮັກ ເຈົ້າເດີ
  • 7  ດອກ ແທນຄຳເວົ້າທີ່ວ່າ  ເຈົ້າເຮັດໃຫ້ຂ້ອຍຫຼົງສະເນ່ເຈົ້າ
  • 9  ດອກ ແທນຄວາມໝາຍທີ່ວ່າ  ທັງສອງຄົນນັ້ນ ຈະຮັກກັນຕະຫຼອດໄປ
  • 10  ດອກ ແທນຄວາມໝາຍທີ່ວ່າ  ເຈົ້າເປັນຄົນທີ່ດີເລີດທີ່ສຸດ
  • 11  ດອກ ແທນຄວາມໝາຍທີ່ວ່າ   ເຈົ້າເປັນສິ່ງທີ່ມີຄ່າທີ່ສຸດສຳລັບຂ້ອຍ 
  • 12  ດອກ ແທນຄວາມໝາຍທີ່ວ່າ  ຂໍໃຫ້ເຈົ້າມາເປັນຄູ່ຮັກຂອງຂ້ອຍ
  • 13  ດອກ ແທນຄວາມໝາຍທີ່ວ່າ  ຄວາມເປັນເພື່ອນແທ້ສະເໝີ ( ການບອກປະຕິເສດ ດ້ວຍຄວາມຮັກແບບເພື່ອນ)
  • 15  ດອກ ແທນຄວາມໝາຍທີ່ວ່າ  ຂ້ອຍຮູ້ສຶກເສຍໃຈຢ່າງຍິ່ງ
  • 20  ດອກ ແທນຄວາມໝາຍທີ່ວ່າ  ຄວາມຈິງໃຈຕໍ່ກັນ
  • 21  ດອກ ແທນຄວາມໝາຍທີ່ວ່າ  ເຖິງການມອບຊີວິດອຸທິດໃຫ້ 
  • 36  ດອກ ແທນຄວາມໝາຍທີ່ວ່າ  ຄວາມຊົງຈຳທີ່ແສນຫວານຍັງມີຕໍ່ກັນ
  • 40  ດອກ ແທນຄວາມໝາຍທີ່ວ່າ  ຢືນຢັນວ່າຄວາມຮັກ         ເປັນຮັກແທ້
  • 99  ດອກ ແທນຄຳເວົ້າທີ່ວ່າ  ຂ້ອຍຈະຮັກເຈົ້າຈົນວັນຕາຍ
  • 100  ດອກ ແທນຄຳເວົ້າທີ່ວ່າ ຂ້ອຍອຸທິດຊີວິດນີ້ເພື່ອ ເຈົ້າ
  • 101  ດອກ ແທນຄຳເວົ້າທີ່ວ່າ ຂ້ອຍມີເຈົ້າ ພຽງຄົນດຽວເທົ່ານັ້ນ
  • 108  ດອກ ແທນຄວາມໝາຍເຖິງການຂໍແຕ່ງງານແບບອ້ອມໆ ທີ່ຜູ້ໃຫ້ບໍ່ກ້າເວົ້າ
  • 999 ດອກ ແທນຄຳເວົ້າທີ່ວ່າ ຂ້ອຍຈະຮັກເຈົ້າຈົນວິນາທີ່ສຸດທ້າຍ
  • 1,000  ດອກ ແທນຄຳເວົ້າທີ່ວ່າ ຂ້ອຍຈະຮັກເຈົ້າຈົນວັນຕາຍຂອງຂ້ອຍ
  • 9,999  ດອກ ແທນຄຳເວົ້າທີ່ວ່າ ຂ້ອຍຈະຮັກເຈົ້າຊົ່ວນິລັນດອນ

 

 

Delicious Digg Fark Twitter