ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 28, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ການສະແວງຫາຄວາມຫມາຍຂອງຊີວິດ

 

ເຈົ້າບໍ່ຈຳເປັນຕອ້ງຂ້າຕົວຕາຍ...

ເພື່ອທີ່ຈະຮູ້ວ່າຊີວິດຂອງເຈົ້າມີຄ່າພໍທີ່ຈະຢູ່ຫຼືບໍ່...

ເຈົ້າບໍ່ຈຳເປັນຕອ້ງເຮັດໃຫ້ຕົວເອງມຶດເມົາເຊ ຊ້າຍ ເຊຂວາ

ເພື່ອທີ່ຈະຮູ້ສືກເຖິງການເັນຜູ້ແພ້

ເຈົ້າບໍ່ຈຳເປັນຕອ້ງເຂົ້າຂັງຄູກ

ເພື່ອທີ່ຈະຖຶກກັກຂັງດ້ວຍຄວາມາຖະນາຂອງຕົວເຈົ້າເອງ

ເຈົ້າບໍ່ຈຳເປັນຕອ້ງເປັນໂສເພນີ

ເພື່ອທີ່ຈະຊາຍຊີວິດຂອງເຈົ້າໃຫ້ກັບຜູ້ອືນ

ເຈົ້າບໍ່ເປັນຕອ້ງທຳຕົວເປັນເພລບອຍ

ເພື່ອທີ່ຈະໄດ້ຫມົກມຸ່ນຢູ່ກັບເລື່ອງເຊັກ

ຈົ້າບໍ່ຈຳເປັນຕອ້ງຕິດຢາ

ເພື່ອທີ່ຈະມີຊີວິດ /ລອ່ງລອຍ/  ຈອມປອມ ເລລອຍ

ເຈົ້າບໍ່ຈຳເປັນຕອ້ງເປັນ ມະຫາເສດຖີ

ເພື່ອທີ່ຈະຕົກເປັນທາດຂອງການຮັກເງິນຄຳ

ເຈົ້າບໍ່ຈຳເປັນຕອ້ງເປັນຄົນບໍ່ມີເຮືອນຢູ່

ເພື່ອທີ່ຈະຮູ້ສືກເໝືອນກັບວ່າ ເຈົ້າກຳລັງັລົງທາງແລະບໍ່ມີທີ່ຈະຢູ່ໃນໂລກນີ້

ເຈົ້າບໍ່ຈຳເປັນຕອ້ງ ເປັນປະທານ ບໍລິສັດ

ເພື່ອທີ່ຈະມີຊີວິດຢູ່ເພື່ອວຽກ

ເຈົ້າບໍ່ຈຳເປັນຕອ້ງເປັນຄົນ ໄປເລາະເກັບຂີ້ເຫຍື້ອ

ເພື່ອທີ່ຈະຄິດວ່າ ມີຊີວິດຢູ່ຢ່າງເປື້ອນເປິ້

ເຈົ້າບໍ່ຈຳເປັນຕອ້ງເປັນຄົນ ຕອ້ງຂີ່ ບີເອັມດັບບລິວ

ເພື່ອທີ່ຈະແລ່ນຫນີຈາກັນຍາຫາອັນຫນັກຫນວ່ງຂອງຊີວິດ

ຈົ້າບໍ່ຈຳເປັນຕອ້ງເປັນຄົນໂງ່

ເພື່ອທີ່ຈະເຈົ້າໃຈຊີວິດຜິດໆ

ແລະເຈົ້າກໍ່ບໍ່ຈຳເປັນຕອ້ງເປັນຄົນອັດສະລິຍະ

ເພື່ອທີ່ຈະຄົ້ນພົບຄວາມຫມາຍຂອງຊີວິດ

 

ແລ້ວແມ່ນອີຫຍັງຫລະ ຄືເຄັດລັບ...?

ຖ້ານັກວິທະຍາສາດທີ່ສະຫລາດຫລັກແຫລມ ຫຼື ນັກທຳມະທີ່ອຸທິຕົນໃຫ້ກັບສະສາຫນາທີ່ຍັງບໍ່ສາມາດຄົ້ນພົບຄວາມຫມາຍທີ່ແທ້ຈິງຂອງຊີວິດໄດ້ແລ້ວ ສະນັ້ນ ຈະມີໃຜສາມາດລ່ວງຮູ້ໄດ້ອີກ ແລ້ວເຮົາຈະຄົ້ນພົບໄດ້ຢ່າງໃດ >>>>?

ປັນຫຍັງຫນໍ້ຜູ້ຄົນມາກມາຍຈຶ່ງພົບແຕ່ຄວາມຜິດຫວັງ ຄວາມອ້າງວ້າງ ຄວາມສິ້ນຫວັງ ຄວາມຄຽດຊັງ ຄວາມເບື່ອຫນ່າຍ ຫຼື ຄວາມກັງວົນ >>>?

ເມື່ອຄຶດເຖິງປັນຫາເຫລົ່ານີ້ ບາງຄົນພົບວ່າຄຳຕອບຊຶ່ງຄົນອືນເພິ່ງພໍໃຈຍັງບໍ່ຈຸໃຈພວກເຂົາ ໃນຂະນະທີ່ບາງຄົນບໍໍ່ສົນໃຈຄົ້ນຫາກັບຄຳຕອບ ຕາບໃດທີ່ເຂົາຍັງມວ່ນຊືນກັບຊີວິດຢູ່ໃນໂລກນີ້...

ບາງຄົນຫມົດຫວັງທີ່ຈະບານເທົາຄວາມຫິວກະຫາຍຫາຄຳຕອບ ແລະຫັ່ນຫນ້າໄປເພຶ່ງພາເຫລົ້າແລະສິ່ງເສບຕິດ ເພື່ອທີ່ຈະຫນີຈາກໂລກແຫ່ງຄວາມເປັນຈິງອັນແສນເຈັບປວດ

ແຕ່ທີ່ຫນັາເສົ້າຄື ບາງຄົນຕອ້ງເຖິງກັບຂ້າຕົວຕາຍເພື່ອຫນີຈາກຄວາມເປັນຈິງເຫລົ່ານີ້

"ຄົນເຮົາສ່ວນໃຫຍ່ມີຊີວິດຢ່າງຫມົດຫວັງ"

 

"ຍັງມີມາຕໍ່ອີກເດີ້......."

 

 

 

 

 

 

Delicious Digg Fark Twitter