 ຂຽນເມື່ອ: ກ.ລ.. 31, 2008
| ມີ
7 ຄຳເຫັນ
ແລະ
0 trackback(s)
ເຮົາຈະລອງທາຍລັກສະນະນິໄສ ຂອງໝູ່ເພື່ອນ ເບິ່ງວ່າ ວ່າຈະເປັນຄົນແນວໃດ ມາລອງເບິ່ງກັນເລີຍ ນະບັດnow ພຯງຄຳຖາມ ໑ ຂໍ້ ນິແຫຼະເດີ້
ຕອບຄຳຖາມລຸ່ມນີ້
ຫາກມື້ອື່ນ ເປັນວັນທີ່ໂລກແຕກ ແລະບໍ່ມີໃຜສາມາດລອດຊີວິດໄປໄດ້ ຈາກໂລກນີ້ ແຕ່ເນື່ອງຈາກວ່າ ເຈົົ້າເປັນຄົນດີມາຕະຫຼອດ ເທວະດາເລີຍ ເມດຕາປະທານພອນໃຫ້ ເຈົ້າມີຊີວິດຢູ່ໄດ້ ໃນດິນເເດນໂລກໃບໃໝ່ ແລະໃຫ້ເຈົ້າສາມາດເລືອກສິ່ງມີຊີວິດໄປນຳເຈົ້າໄດ້ ໑ ໂຕເທົ່ານັ້ນ ຄື
1.ສິງ ທີ່ປະກາດໂຕ ຍອມເປັນລູກນ້ອງຜູ້ຊ່ືສັດ ຕະຫຼອດໄປ
2.ກະຕ່າຍປ່າຕົວນ້ອຍ ຊ່າງເວົ້າຊ່າງວ່າ ທີ່ອ້ອນວອນຂໍຮ້ອງໃຫ້ເຈົ້າຊ່ວຍຊີວິດໄວ້
3.ມັງກອນພົ່ນໄຟໄດ້ ທີ່ພ້ອມຈະຮັບໃຊ້ເຈົ້າຕະຫຼອດເວລາ
4.ນົກວິເສດ ທີ່ສາມາດຮ້ອງເພງໄດ້ທຸກເພງທີ່ມີມາຢູ່ໃນໂລກ
5.ລູກໄກ່ ໂຕນ້ອຍໆ ທີ່ຍອມເຮັດທຸກຢ່າງ ເພື່ອຂໍໃຫ້ເເມ່ຂອງລູກໄກ່ໄປເເທ່ນມັນ
6.ເເມວນ້ອຍເວົ້າໄດ້ ທີ່ຊື່ສັດແລະຂໍຢູ່ເປັນໝູ່ເຈົ້າໄປຕະຫຼອດ
7.ເສືຶອແຂງແຮງ ກຳຢຳ ທີ່ຍອມເປັນພາຫະນະແລະຜູ້ຈະຄ່ອຍຫາອາຫານໃຫ້
ເລືອກເອົາ1ຂໍ້ເດີ້ ເເລ້ວຄ່ອຍອ່ານຄຳຕອບລຸ່ມນີ້ ,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,, ,,,,,,,,,,,,,,,,,,,,,,,,,,,,,,,,,,,,, ,,,,,,,,,,,,,,,,,,,,,,,,,,,,,,,, ,,,,,,,,,,,,,,,,,,,,,,,,,,,, ,,,,,,,,,,,,,,,,,,,,,,,, ,,,,,,,,,,,,,,,,,,, ,,,,,,,,,,,,,,, ,,,,,,,,,,,,, ,,,,,,,,, ,,,, ,, ,
ເບິ່ງຄຳຕອບກັນເລີຍເດີ້
1.ເຈົ້າເປັນຄົນອາລົມໃຈຮ້ອນນະ
ເຈົ້າອອກຈະເປັນຄົນໃຈຮ້ອນ ຂີ້ໂມໂຫ ເເຕ່ມີບຸກຄະລິກທີ່ໂດດເດັ່ນ ບໍ່ວ່າໜຸ່ມຫຼືສາວ ຕ່າງກໍ່ມັກແຕ່ງໂຕເດັ່ນ ທັນສະໄໝ ລົດສະນິຍົມເລີດເລີ ມັກເຮຮາ party ໃນລະດັບທີ່ບໍ່ທຳມະດາ ໃຈກ້ວາງກ້າສ່ຽງເເລະກ້າທຸ້ມເທ ຄ່ອນຂ້າງຍ່ິງຍະໂສ ບໍ່ຄ່ອຍຍອມໃຜ ຍຶດໝັ້ນໃນຊື່່ສຽງກຽດຕິຍົດ ເປັນຄົນເດັດຂາດບໍ່ໂລເລ ເປັນຜູ້ນຳໄດ້ດີ ມີສະຕິປັນຍາ ຮັກງ່າຍຫຼາຍໃຈ ຮັກໝູ່ ເເລະກໍ່ມັກອິດສະຫຼະ
2.ເຈົ້າເປັນຄົນນ່າຣັກ ນຸ່ມນວນ
ເຈົ້າມັກຈະມີທ່າທາງມີສະເນ່ຫຼາຍ ມີຈິດໃຈອ່ອນໂຍນ ຊ່າງຄິດແບບ ສິນລະປິນທຸກຂະເເຫນງ ໃຈເສາະ ບໍ່ສຽບຂາດໜັກແໜ້ນ ນິໄສຂີ້ດື້ຂີ້ງອນຄືເດັກນ້ອຍ ຫຶງຫວງ ໃຈອ່ອນໂມໂຫງ່າຍແຕ່ຫາຍໄວ ເຈົ້າຊູ້ ຫຼາຍໃຈ ຂີ້ຢ້ານແລະເສຍຂັວນງ່າຍ ເປັນຄົນຂີ້ບົນເເຕ່ກະດຸໝັ່ນຂະຫຍັນພຽນ ບາງເທື່ືອກໍ່ກ້າຫານຢ່າງນ່າທຶ້ງ ອາດຕ້ອງລະວັງເລື່ອງຖືກຫັກຫຼັງ ເເລະບັ້ນປາຍຊີວິດຈະມີຄວາມສຸກຫຼາຍ
3.ເຈົ້າເປັນຄົນໃຈເເກ່ງ
ມັກ ຊົກຕີເເບບນັກເລງ ຕິດນິໄສທ່ຽວກິນດື່ມ ແຕ່ກະເລີກໄດ້ງ່າຍ ຖ້າເຮັດດີກັບໃຜກະບໍ່ຄ່ອຍມີຜົນດີກັບຄືນ ເປັນຄົນເຈົ້າຊູ້ຟຸ່ມເຟືອຍໃຊ້ເງິນເກັ່ງ ເປັນຄົນມັກຍ້ອງ ມີໝູ່ຫຼາຍ ອາລົມຮ້າຍ ດື້ດຶງໃຈເດັດຂີ້ໃຈນ້ອຍ ແຕ່ກໍ່ໃຈຮ້ອນຫຼາຍ ເປັນຄົນບໍ່ອ່ອນແອ ແລະເປັນຄົນມຸ່ງໝັ້ນ ເຮັດຫຍັງ ຈະເຮັດຈົນສຸດຕົວ ບໍ່ແລ້ວກໍ່ຈະບໍ່ພັກເດັດຂາດ ມັກຈະເຮັດໃຫ້ມັນເເລ້ວໄວໆ ,ຖ້າໝົດດຸໝັ່ນແລ້ວ ກໍ່ຈະບໍ່ສົນເລີຍ
4.ເຈົ້າເປັນຄົນທີ່ຕື່ນເຕັ້ນງ່າຍ
ເຈົ້າມັກເຮຮາປາຕີ້ກິນດ່ືມ ຮ້ອງລຳທຳເພງ ເວົ້າຈາມີສະເນ່ ມີມະນຸດສຳພັນດີ ເອົາຊະນະໃຈຄົນໄດ້ດີ ມີຄວາມນຸ່ມນວນ ເປັນຄົນຮູ້ຈັກກາລະເທສະ ຮູ້ຈັກວາງຕົວ ເປັນຄົນທີ່ຄິດດີໆ ແລ້ວຈຶງເຮັດ ດປັນຄົນທີ່ຊ່າງຈື່ ຊ່າງເກັບຂໍ້ມູນ ຄາລົມດີ ບາງຄັ້ງກໍ່ສວຍໂອກາດຄົນອື່ນໄດ້ ເພາະເປັນຄົນມັກຫຼາຍ ແຕ່ບໍ່ກ້າວຣ້າຍ ບໍ່ແຂງກະດ້າງ
5.ເຈົ້າເປັນຄົນໜ້າຕາດີ
ຄົນມີບຸກຄະລິກ ງາມສະຫງ່າ ສົນໃຈຮຽນຮູ້ເລື່ອງລີ້ລັບ ແລະວີຊາການທຸກຂະແໜງ ມັກເປັນຄົນທີ່ມີຈິດໃຈດີ ບໍ່ເຮັດຜີດຄິດຮ້າຍກັບຄົນອື່ນ ແຕ່ກະບໍ່ມັກໄປວຸ້ນວາຍກັບຄົນອື່ນ ມີຄວາມລະອຽດອ່ອນ ບໍ່ມັກເລື່ອງ ທີ່ ບໍ່ມີສາລະ ມັກຈະທຸ້ມເທໃຫ້ເລື່ອງມີປະໂຫຍດ ຕະຫຼອດເວລາ
6.ເຈົ້າເປັນຄົນມີຈິດໃຈດີ ບໍລິສຸດ
ເປັນຄົນບໍ່ມັກຄິດຮ້າຍກັບໃຜ ມີຈິດໃຈດີງາມ ແຕ່ຕົວເອງບໍ່ມັກແຕ່ງຕົວ ຫຼືອອກຫຼິ້ນ ມັກຢູ່ຄົນດຽວ ບໍ່ມັກ ຄວາມອຶກກະທຶກນຶກນ່ອງ ມີຈິດໃຈຄິດຝັນເລື່ອງຄວາມຮັກ ມີຄວາມເດັ່ນດ້ານການເວົ້າຈາ ເຂົ້າສັງຄົມ ແລະມີຈິດຕະວິທະຍາສູງ ໃຈກ້ວາງ ບໍ່ຂີ້ໜຽວ ມັກຫຼິ້ນດົນຕີຣ ມຸ່ງໝັ້ນຝັນໄກ ມີຈິດໃຈມັກເຮັດບຸນ ແລະກໍ່ເປັນຄົນທີ່ເດົາໃຈຍາກ
7.ເຈົ້າເປັນຄົນທີ່ມີຈິດໃຈ ອາຄາດແຄ້ນ
ເຈົ້າເປັນຄົນທີ່ເດັດຂາດຫຼາຍ ບໍ່ມັກອ້ອມຄ້ອມ ບໍ່ລືມຫຍັງງ່າຍໆ ບາງຄັ້ງກໍ່ມີເລ່ລ່ຽມ ມີສະຕິປັນຍາດີ ມຸມານະ ບໍ່ທໍ້ແທ້ ບໍ່ຄ່ອຍເຊື່ອ ຫຼື ໄວ້ໃຈໃຜ ງ່າຍໆ ເປັນຄົນທີ່ບໍ່ຫາປະໂຫຍດຈາກຄົນອື່ນ ເເຕ່ກໍ່ຍອມເສຍປຽບໃຜ ດື້ແບບບໍ່ຮັບຜິດ ມັກໂຕ້ແຍ້ງ ຖົກຖຽງ ຕິດມີນິໄສນັກເລງ ກ້າຊົນກ້າຊ່ຽງ ຂີ້ຫຶງໂມໂຫ ບໍ່ຄ່ອຍມັກເວົ້າ ຖືກຽດສັກສີເປັນໃຫຍ່ ຈ໊ອງຫ໋ອງ ມີແຟນຫຼາຍຄົນ(ເຖິງໜ້າຕາຈະບໍ່ຄ່ອຍດີ)
ຈົບແລ້ວ ຖືກບໍ່ຖືກ ກະບອກແດ່ເດີ້ KirA
|
|
|